ໄດ້ບ້ານຈັດສັນແລ້ວ ແຕ່ຜົລກະທົບ ເຂື່ອນນ້ຳງື່ມ 3 ຍັງບໍ່ໝົດ

0:00 / 0:00

ມາ​ຮອດ​ປັດ​ຈຸ​ບັນ ປະຊາຊົນ 161 ຄອບ​ຄົວ ເກືອບ 1,000 ຄົນ ທີ່​ຖືກ​ຜົ​ລ​ກະ​ທົບ ຈາກ​ໂຄງ​ການ​ເຂື່ອນ​ນ້ຳ​ງື່ມ 3 ຢູ່​ບ້ານ ຊຽງ​ແດດ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ໄດ້​ຍົກ​ຍ້າຍ ຢູ່​ເຮືອນ​ຈັດ​ສັນ​ໃໝ່​ແລ້ວ ເຊິ່ງ​ຫ່າງ​ຈາກ ບ້ານ​ເດີມ​ເຂົາ​ເຈົ້າປະ​ມານ 20 ກິ​ໂລ​ແມັດ. ແຕ່ ປັດ​ຈຸ​ບັນ ​ຊາວ​ບ້ານ​ກຳ​ລັງ​ປະ​ສົບບັນ ທີ່​ດິນຜ​ລິດ​ກະ​ສິ​ກັມ ຍ້ອນ​ວ່າ ທີ່​ດິ​ນ​ທີ່​ໂຄງ​ການຈັດ​ສັນ​ໃຫ້​ນັ້ນ​ມີ​ຂ​ນາດ​ນ້ອຍ ແລະ ຢູ່​ເທິງ​ພູ​ດອຍ, ສະ​ນັ້ນຊາວ​ບ້ານ​ຈຶ່ງ​ບໍ່ສາ​ມາດ​ເຮັດ​ນາ​ ແລະ ລ້ຽງ​ສັດ​ໄດ້.

ຊາວ​ບ້ານ ຜູ້​ທີ່​ຖືກ​ຜົ​ລ​ກະ​ທົບ​ຈາກ​ໂຄງ​ການ​ ທ່ານ​ນຶ່ງ ກ່າ​ວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ເມ​ສາ ວ່າ:

" ສ່ວນ ​ຫຼາຍ​ພວກ​ຂະ​ເຈົ້າ ຂຶ້ນ​ມາ​ຢູ່​ທາງ​ເທິງແລ້ວ ກໍ​ໄປ​ຊອກ​ເຮັດ​ການ​ຜ​ລິດ ດິນ​ທຳ​ການ​ຜ​ລິດ​ ເປັນ​ນາ​ ເປັນ​ອັນ​ນີ້ ມັນ​ກໍ​ມີ​ໜ້ອຍ ຢູ່​ແຖວ​ນັ້ນ ມີ​ແຕ່​ວ່າ ຈັດ​ສັນ​ອາ​ຊີບໃຫ້​ເຂົາ​ໃໝ່ ລ້ຽງ​ກົບ ລ້ຽງ​ອັນ​ນີ້​ ອັນ​ນັ້ນ ປູກ​ກົກ​ໄມ້ກົກ​ຕອກ ຊີ້​ໝາກ​ກໍ​ແລ້ວ. ເອີ ມັນ​ບໍ່​ມີ​ພື້ນ​ທີ່​ຈັດ​ສັນ​ ໄຮ່​ນາ​ອັນ​ນີ້ ເຂົາ​ພູ​ດອຍ​ເນາະ ຄັນ​ຊິ​ເວົ້າ​ໄປ​ຫັ້ນ​ນ່າ."

ອີງ​ຕາມ​ຂໍ້​ມູນ​ຈາກ​ຊາວ​ບ້ານ, ການ​ຍົກ​ຍ້າຍຊາວ​ບ້ານ​ໄປ​ຢູ່​ບ້ານ​ຈັດ​ສັນ​ໃໝ່ ເຣີ່ມ​ມາ​ແຕ່​ປີ 2020. ທີ່​ຜ່ານ​ມາ, ຜູ້​ດຳ​ເນີນ​ການກໍ່​ສ້າງ ເຂື່ອນ​ໄຟ​ຟ້າ​ນ້ຳ​ງື່ມ 3 ແລະ ໜ່ວ​ຍງານ​ທີ່​ກ່ຽວ​ຂ້ອງ ໄດ້​ດຳ​ເນີນ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ ຍົກ​ຍ້າຍ​ຊາວ​ບ້ານ​ໄປ​ຢູ່​ບ້ານ​ຈັດ​ສັນ​ໃໝ່ ແລະ ແນະ​ນຳ​ແນວ​ທາງ​ການ​ປະ​ກອບ​ອາ​ຊີບໃໝ່ ໃຫ້​ແກ່​ພວກ​ເຂົາ​ເຈົ້າ ແຕ່ ການກໍ່​ສ້າງລະ​ບົບ​ນ້ຳ​ໃຊ້ ແລະ ຖ​ນົນ​​ຫົນ​ທາງ ຢູ່​ໃນ​ບ້ານ ຍັງ​ບໍ່​ທັນ​ສຳ​ເຣັດ.

ຊາວ​ບ້ານ ຜູ້​ຖືກ​ຜົ​ລ​ກະ​ທົບ​ ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 22 ເມ​ສາ ວ່າ:

" ສ່ວນ ​ຫຼາຍ​ປະ​ຊາ​ຊົນ ​ກໍ​ເຮັດ​ຕາມ​ປົກ​ຕິ ຕາມ​ເດີມ ແຕ່​ວ່າ ສ່ວນ​ທີ່​ທາງ​ໂຄງ​ການ​ ເພິ່ນ​ໄດ້​ຈັດ​ແບ່ງ​ໃຫ້ຫັ້ນ​ນ່າ ມັນ​ຂ້ອນ​ຂ້າງບໍ່​ຢາກ, ບໍ່​ກຸ້ມ​ກິນ​ປານ​ໃດ ຫຼາຍ​ຄົນ​ຂະ​ເຈົ້າ​ກໍ​ບໍ່​ເຮັດ​ເນາະ ບາງ​ຄົນ​ກໍ​ຍັງ​ດຳ​ເນີນ​ເຮັດ​ຢູ່ ແຕ່​ວ່າ ມັນ​ໄດ້​ໜ້ອຍ ໄດ໋​ປີ​ນຶ່ງ​ໂຕນ​ປາຍ 2 ໂຕນ​ຫັ້ນ​ນ່າ ມັນ​ລະ​ບໍ່​ພໍ​ກິນ ຄັນ​ວ່າ ປູກ​ສາ​ລີ ປູກ​ເຂົ້າ ກໍ​ບໍ່​ໄດ້​ຮອດ 300-400 ຊ້ຳ​ຫັ້ນ​ນ່າ."

ຊາວ​ບ້ານ ທ່ານນີ້ ກ່າວ​ຕື່ມ​ວ່າ ທີ່​ຜ່ານ​ມາ ຣັ​ຖວິ​ສາ​ຫະ​ກິຈ​ໄຟ​ຟ້າ​ລາວ ແລະ ບໍ​ຣິ​ສັດ ຜູ້​ຖື​ຮຸ້ນ ມີ​ໂຄງ​ການ​ຊ່ອຍ​ເຫຼືອຟື້ນ​ຟູ ຊີ​ວິດ​ການ​ເປັນ​ຢູ່ໃຫ້​ແກ່​ຊາວ​ບ້ານ ຜູ້​ຖືກ​ຜົ​ລ​ກະ​ທົບ​ເປັນ​ໄລ​ຍະ​ເວ​ລາ 3 ປີ ໂດຍ ຣັ​ຖ​ບານຊ່ວຍ​ໃນ​ອັດ​ຕ​ຣາ​ສ່ວນ 70 ເປີ​ເຊັນ ແລະ ອີກ 30 ເປີ​ເຊັນ ບໍ​ຣິ​ສັດ​ຜູ້​ຖື​ຮຸ້ນ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ ແຕ່ ພາກ​ຣັ​ຖ​ກໍ​ຍັງ​​ຊ່ວຍ​ໄດ້​ພຽງ​ແຕ່ 60 ເປີ​ເຊັນ​ເທົ່າ​ນັ້ນ. ໃນ​ຂະ​ນະ​ທີ່ ບໍ​ຣິ​ສັດຮ່ວມ​ລົງ​ທຶນ​ຫຼາຍ​ຫົວ​ໜ່ວຍ ພັດ​ບໍ່​ມີ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ ຕາມ​ທີ່​ໃຫ້​ຄຳ​ໝັ້ນ​ຕໍ່ຊາວ​ບ້ານ.

ເຖິງວ່າ ທາງ​ການ​ລາວ ແລະ ບໍ​ຣິ​ສັດ ຜູ້​ຖື​ຮຸ້ນ ຈະ​ຣາຍ​ງານ​ວ່າ ການກໍ່​ສ້າງ​ເຂື່ອນ​ດັ່ງ​ກ່າວ ສ້າງ​ຜົ​ລ​ກະ​ທົບ​ໜ້ອຍກວ່າ​ໝູ່ ຍ້ອນ​ມີ​ຊາວ​ບ້ານ​ຖືກ​ຜົ​ລ​ກະ​ທົບ​ພຽງ​ແຕ່ 1 ບ້ານ ຄື ບ້ານ ຊຽງ​ແດດ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ເທົ່າ​ນັ້ນ ແຕ່ ການກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ ຫາ​ກໍ​ໄດ້​ມີ​ການກໍ່​ສ້າງ​ແຄ້ມ​ຄົນ​ງານ ແລະ ເສັ້ນ​ທາງ​ສຳ​ລັບ​ຂົນ​ຍ້າຍ​ອຸ​ປະ​ກອນກໍ່​ສ້າງ ຢູ່ເຂດ​ບ້ານ​ລ່ອງ​ແຈ້ງ ເມືອງ​​ລ່ອ​ງ​ແຈ້ງ ແຂວງ​ໄຊ​ສົມ​ບູນ ທີ່​ຕັ້ງ​ຢູ່ ໃກ້​ກັບ​ອ່າງ​ເກັບ​ນ້ຳ ເຮັດ​ໃຫ້​ຊາວ​ບ້ານ​ທີ່​ລ້ຽງ​ສັດ​ຢູ່​ເຂດ​ດັ່ງ​ກ່າວ ຕ້ອງ​ໄດ້​ໄດ້​ຍົກ​ຍ້າຍ​ສັດ​ລ້ຽງ​ ຂອງ​ຕົນ​ອອກ​ໄປ​ຢູ່​ບ່ອນ​ໃໝ່.

ເຈົ້າໜ້າ​ທີ່​ກ່ຽວ​ຂ້ອງ​ເມືອງ​ລ່ອງ​ແຈ້ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ຜົ ​ລ​ກະ​ທົບ​ທີ່​ເພິ່ນ​ໄດ້​ຮັບ​ກໍ ຖື​ວ່າເພິ່ນ​ໄປ​ຕັ້ງ​ແຄ້ມ ຕັ້ງ​ຫຍັງ​ໃສ່ ເນື້ອ​ທີ່​ເຂົາ​ເຮັດ​ຂັງ​ສັດ​ ເຂົາ​ລ້ຽງ​ສັດ ອັນ​ບໍ​ຣິ​ສັດ​ອັນ​ຕັ້ງ​ແຄ້ມ​ໃສ່​ບໍ່ ເຮັດ​ເສັ້ນ​ທາງ​ຂົນ​ຫິນກໍ່​ສ້າງ. ບໍ່​ໄດ້​ຍ້າຍ ມີ​ພຽງ​ແຕ່​ວ່າ ເຂົາ​ໄດ້​ຍ້າຍ​ສັດ​ອອກ ຖືກ​ບ່ອນ​ທີ່​ເຂົາ​ລ້ຽງ​ສັດ ບໍໍ່​ຖືກ​ ສະ​ຖານ​ທີ່​ຂອງ​ຄົນ​ຢູ່."

ໂຄງ​ການ​ເຂື່ອນ​ນ້ຳ​ງື່ມ 3 ເຣີ່ມ​ດຳ​ເນີນ​ການ​ກໍ່​ສ້າງ​ແຕ່​ປີ 2015 ແລະ ມີ​ກຳ​ນົດວ່າ ຈະ​ຕ້ອງ​ສຳ​ເຣັດ​ພາຍ​ໃນ​ປີ 2020 ແຕ່ ຢ່າງ​ໃດ​ກໍ​ຕາມ ບໍ​ຣິ​ສັດ ທີ່​ດໍ​າ​ເນີນ​ການ​ຮັບ​ເໝົາ ກໍ່​ສ້າງ​ ສາ​ມາດ​ຈັດ​ຕັ້ງ ປ​ຕິ​ບັດ​ໄດ້ 84 ເປີ​ເຊັນ ແລະ ບໍ່​ສາມ​າດຮັບ​ປະ​ກັນ​ໄດ້​ວ່າ ຈະ​ສຳ​ເຣັດ​ພາຍ​ໃນ​ປີ 2023 ຫຼື ບໍ່.

ເຈົ້າ​ໜ້າ​ທີ່​ເຮັດ​ວຽກ​ນຳ​ບໍ​ຣິ​ສັດ ທີ່​ຖືກ​ຮຸ້ນ​ໂຄງ​ການ​ເຂື່ອນ​ນ້ຳ​ງື່ມ 3 ໄດ້​ກ່າວ​ວ່າ:

" ຂະ ​ເຈົ້າ​ກຳ​ລັງ​ກໍ່​ສ້າງ ເອື້ອຍ​ກໍ​ບໍ່​ຮູ້​ວ່າ ຈະ​ສຳ​ເຣັດ​ເມື່ອ​ໃດ ກໍ​ບໍ່​ໝັ້ນ​ໃຈ ແຕ່​ວ່າ ອອກ​ໃບ​ຢັ້ງ​ຢືນ​ສິ່ງ​ແວ​ດ​ລ້ອມ​ຕັ້ງ​ແຕ່ 2014 ເນາະ ເພິ່ນ​ໄດ້​ສຳ​ຣວດ ເກັບ​ກໍ​ຂໍ້​ມູນ​ໝົດ​ແລ້ວ ເພິ່ນ​ກໍ​ຕິດ​ຂັ້ນ​ຕອນ​ອະ​ນຸ​ມັດດ້ານ​ເອກ​ສານ​ຕ່າງໆ ມັນ​ມີ​ຫຼາຍ​ອັນ​ເດ້ ບໍ່​ແມ່ນ​ມີ​ແຕ່​ສິ່ງ​ແວດ​ລ້ອມ ມັນ​ມີ​ຫຼາຍ​ຢ່າງ​ກໍ​ເລີຍ​ຊ້າ."

ເຂື່ອນ​ນ້ຳ​ງື່ມ 3 ເປັນ​ໂຄງ​ການ​ຂອງ​ຣັ​ຖ​ບານ ຕັ້ງ​ຢູ່​ເມືອງ​ລ່ອງ​ແຈ້ງ ແຂວງ ໄຊ​ສົມ​ບູນ ໃນ​ນັ້ນ ຣັ​ຖວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ​ຖື​ຮຸ້ນ 20 ເປີ​ເຊັນ, ບໍ​ຣິ​ສັດ CSE ຖື​ຮຸ້ນ 31 ເປີ​ເຊັນ, ບໍ​ຣິ​ສັດ eGate ຖື​ຮຸ້ນ 25 ເປີ​ເຊັນ ແລະ ບໍ​ຣິ​ສັດ Guft ຖື​ຮຸ້ນ 24 ເປີ​ເຊັນ.

ເຂື່ອນ​ດັ່ງ​ກ່າວ ມີ​ກຳ​ລັງ​ການ​ຜ​ລິດ 480 ເມ​ກ​ກະ​ວັດ ສາມ​າດ​ຜ​ລິດ​ໄຟ​ຟ້າ​ໄດ້ 2,345 ກິ​ກະ​ວັດ​ໂມງ, ມູນ​ຄ່າ​ການກໍ່​ສ້າງ​ເກືອບ 1.3 ຕື້​ໂດ່​ລ້າຣ໌ ໂດຍ ແມ່ນ ບໍ​ຣິ​ສັດ SHC ຂອງ​ປະ​ເທດ​ຈີນ ແລະ ບໍ​ຣິ​ສັດ ART ຂອງ​ປະ​ເທດ​ຝ​ຣັ່ງ ເປັນ​ທີ່​ປຶກ​ສາ.

ຂ​ນາດ​ເຂື່ອນ​ດັ່ງ​ກ່າວ ມີ​ຄວາມ​ສູງ ປະ​ມານ 200 ແມັດ, ຄວາມ​ຍາວ​ຂອງ​ສັນ​ເຂື່ອນປະ​ມານ 500 ແມັດ, ມີ​ປ​ລິ​ມານ​ເກັບ​ກັກ​ນ້ຳປະ​ມານ 1,400 ລ້ານແມັດ​ກ້ອນ, ເນື້ອ​ທີ່​ອ່າງ​ເກັບ​ນ້ຳ 27 ​ຕະ​ລາງກິ​ໂລ​ແມັດ, ອຸ​ໂມງ​ສົ່ງ​ນ້ຳ​ໄປ​ຫາ​ເຮື່ອນ​ຈັກ​ຍາວ​ປະ​ມານ 10,600 ແມັດ ສ່ວນ​ວ່າ ກະ​ແສ​ໄຟ​ຟ້າ​ຈະ​ສົ່ງ​ໄປ​ຂາຍ ໃຫ້​ປະ​ເທດ​ໄທ​ຍ.