ລົງນາມ ຄວາມເຂົ້າໃຈ ລາຄາໄຟຟ້າ ເຂື່ອນປາກແບງ
2022.04.27
ບໍຣິສັດ GULF ປະເທດໄທຍ ກັບບໍຣິສັດ China Datang ປະເທດຈີນ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈກັນ ຫຼື Tariff MOU ກ່ຽວກັບລາຄາໄຟຟ້າທີ່ຈະຊື້ ຈາກເຂື່ອນປາກແບງ ຂອງລາວ ກັບການໄຟຟ້າຝ່່າຍຜລິດແຫ່ງປະເທດໄທຍ ຫຼື Electricity Generating Authority of Thailand (EGAT) ໃນອັດຕຣາຄ່າໄຟຟ້າສເລັ່ຍ 2.7129 ບາດ ຕໍ່ກິໂລວັດໂມງ ໃນມື້ວັນທີ່ 25 ເມສາ 2022 ນີ້ ທີ່ນະຄອນຫຼວງບາງກອກ ປະເທດໄທຍ.
ຫຼັງຈາກນີ້ ບໍຣິສັດຮ່ວມທຶນ ຈະດໍາເນີນການເຈຣະຈາຣາຍລະອຽດ ແລະລົງນາມເຊັນສັນຍາຊື້-ຂາຍໄຟຟ້າ ຫຼື Power Purchase Agreement (PPA) ຮ່ວມກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ໃນລໍາດັບຕໍ່ໄປ ເຊິ່ງຄາດວ່າ ບໍ່ກາຍປີ 2022 ນີ້.
ດັ່ງເຈົ້າໜ້າທີ່ ບໍຣິສັດ GULF ປະເທດໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 27 ເມສາ ນີ້ວ່າ:
“ຕອນຕົ້ນປີ ຈະເປັນເຂື່ອນປາກລາຍ ອັນນີ້ຈະເປັນເຂື່ອນປາກແບງ ແຕ່ວ່າຈະຢູ່ທີ່ປະເທດລາວຄືກັນ ອັນນີ້ເປັນຄືກັບ ການຕົກລົງເຣື່ອງຄ່າໄຟຟ້າ ແຕ່ວ່າ ມັນຍັງຕ້ອງມີຂັ້ນຕອນ Admin ກ່ອນທີ່ຈະໄປເຊັນ PPA (ສັນຍາຊື້ຂາຍ) ອີກໜ້ອຍນຶ່ງ.”
ນອກຈາກນີ້ ບໍຣິສັດ GULF ຍັງມີແຜນຈະເຂົ້າໄປຊື້ຫຸ້ນ ໃນສັດສ່ວນ 49% ໃນໂຄງການເຂື່ອນປາກແບງ ແລະອີກ 51% ເປັນຂອງບໍຣິສັດ China Datang ຂອງຈີນ.
ຂະນະທີ່ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫຼື EGAT ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ເມສາ 2022 ນີ້ ຜ່ານທາງອີແມລ ເຖິງເຫດຜົລ ທີ່ຕ້ອງຮັບຊື້ໄຟຟ້າຈາກປະເທດລາວເພີ່ມນັ້ນ ລະບຸວ່າ “ການຮັບຊື້ໄຟຟ້າ ຈາກໂຄງການພະລັງງານນໍ້າ ຫຼືເຂື່ອນຈາກປະເທດລາວ ຖືເປັນທາງເລືອກນຶ່ງ ຂອງການຜລິດໄຟຟ້າຈາກພະລັງງານສະອາດ ແລະເປັນການສນັບສນູນ ໃຫ້ປະເທດໄທຍບັນຫຼຸເປົ້າໝາຍ ຕາມເປົ້າໝາຍຂອງກອບພະລັງງານຊາດ ທີ່ເຮັດຂຶ້ນໂດຍກະຊວງພະລັງງານ ທີ່ມີເປົ້າໝາຍ ສນັບສນູນໃຫ້ປະເທດໄທຍ ສາມາດມຸ້ງສູ່ພະລັງງານສະອາດ ແລະຫຼຸດ ການປ່ອຍອາຍກ໊າສ ຄາຣ໌ບອນໄດອ໊ອກໄຊຕ໌ ເປັນສູນ ຫຼື (Carbon dioxide and Net Zero Emission) ພາຍໃນປີ 2065-2070 ແລະເພີ່ມສັດສ່ວນ ການຜລິດໄຟຟ້າ ຈາກພະລັງງານສະອາດ.
ນອກຈາກນັ້ນ ຍັງສອດຄ່ອງ ກັບທິດທາງພະລັງງານໂລກ ທີ່ມຸ່ງເນັ້ນພະລັງງານ ແລະຫຼຸດການປ່ອຍກ໊າສ ຄາຣ໌ບອນໄດອ໊ອກໄຊຕ໌ ຮວມເຖິງຍັງເປັນການສົ່ງເສີມໂອກາດ ໃນການພັທນາເສຖກິຈຮ່ວມກັນ ລະຫວ່າງ 2 ປະເທດ.”
ກ່ຽວກັບເຣື່ອງນີ້ ທ່ານວິທູນ ເພີ່ມພົງສາຈະເລີນ ເຄືອຂ່າຍພະລັງງານ ແລະນິເວດວິທະຍາ ແມ່ນໍ້າຂອງ ຫຼື MEE Net ປະເທດໄທຍ ກ່າວວ່າ ທາງການໄທຍ ບໍ່ມີຄວາມຈໍາເປັນ ທີ່ຈະຮັບຊື້ໄຟຟ້າເພີ່ມຕື່ມ ຈາກປະເທດລາວ ເນື່ອງຈາກປັດຈຸບັນ ໄທຍມີກໍາລັງໄຟຟ້າສໍາຮອງສູງເຖິງ 39% ເຊິ່ງສູງກວ່າຄ່າມາຕຖານ ທີ່ກໍານົດໄດ້ພຽງແຕ່ 15% ເທົ່ານັ້ນ.
ນອກຈາກນີ້ ການກໍ່ສ້າງເຂື່ອນໄຟຟ້າ ເຊິ່ງເຂື່ອນຂນາດໃຫຍ່ກັ້ນແມ່ນໍ້າຂອງ ຍິ່ງຈະສົ່ງຜົລກະທົບ ຕໍ່ລະບົບນິເວດຂອງແມ່ນໍ້າຂອງ, ວິຖີຊີວິດ, ວັທນະທັມທ້ອງຖິ່ນ ແລະການເປັນຢູ່ ຂອງຊາວບ້ານໃນພື້ນທີ່.
ແລະສິ່ງທີ່ສໍາຄັນ ເຂື່ອນໄຟຟ້າຂນາດໃຫຍ່ເຫຼົ່ານີ້ ບໍ່ແມ່ນພະລັງງານສະອາດ ຕາມທີ່ບໍຣິສັດຜູ້ລົງທຶນ ຫຼື ຣັຖບານຕ່າງໆໃຫ້ຂໍ້ມູນ ແຕ່ເຂື່ອນໄຟຟ້າ ຈະທໍາລາຍລະບົບນິເວດ ແລະປ່າໄມ້ ເຊິ່ງເປັນໂຕສ້າງມົລພິດຕໍ່ສະພາບອາກາດ ເຮັດໃຫ້ເກີດການປ່ຽນແປງໄປຢ່າງຊ້າໆ ໂດຍສະເພາະ ການປ່ອຍກ໊າສຄາຣ໌ບອນໄດ້ອ໊ອກໄຊຕ໌ ຈາກການຜລິດໄຟຟ້າ.
ດັ່ງທ່ານ ວິທູນ ເພີ່ມພົງສາຈະເລີນ ເຄືອຂ່າຍພະລັງງານ ແລະນິເວດວິທະຍາແມ່ນໍ້າຂອງ ຫຼື MEE Net ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ເມສາ ນີ້ວ່າ:
“MOU ກະຄືວ່າ ເປັນຄວາມເຫັນດີກັນ ທີ່ທັງສອງຝ່າຍນີ້ ຈະຍຶດເອົາເປັນຂໍ້ຜູກມັດ ແນວໃດເຮົາ (ໄທຍ) ກະຕ້ອງເຊັນ PPA ກັບເຂົາ ຈົນຄົບ 10,500 ເມກາວັດ ເພາະເຮົາໄປເຊັນ MOU ແລ້ວ ເຣື່ອງໂລກຮ້ອນນີ້ ມັນກໍກາຍເປັນວ່າ ເຂົາບໍ່ສົນໃຈຢູ່ແລ້ວ ມັນເປັນເຣື່ອງຂອງຜົນປະໂຫຍດ.”
ສ່ວນທາງດ້ານກຸ່ມຮັກຊຽງຂອງ ໃນແຂວງຊຽງຮາຍ ຂອງໄທຍ ກ່າວວ່າ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນບໍຣິສັດຜູ້ລົງທຶນ, ຜູ້ຖືຫຸ້ນ ຮວມເຖິງຣັຖບານໄທຍ-ຣັຖບານລາວ ຄວນຈະຮັບຟັງເຖິງສຽງສະທ້ອນ ຂອງຊາວບ້ານໃນພື້ນທີ່ ແລະສັງຄົມ ໃນເຣື່ອງຂອງຜົລກະທົບ ທາງສິ່ງແວດລ້ອມ ແລະສັງຄົມດ້ວຍ.
ແມ່ນໍ້າຂອງ ຖືເປັນແມ່ນໍ້າສາກົລ ທີ່ຊາວບ້ານອີກຫຼາຍປະເທດ ຍັງຕ້ອງເພິ່ງພາອາສັຍ ແລະທໍາມາຫາກິນໄປອີກດົນນານ ບໍ່ຄວນໃຫ້ພາກສ່ວນໃດ ມາທໍາລາຍຊັພຍາກອນ ແລະລະບົບນິເວດໃນແມ່ນໍ້າຂອງ ເພື່ອຫາຜົນປະໂຫຍດ.
ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ເມສາ ນີ້ວ່າ:
“ສິ່ງທີ່ມັນເກີດຂຶ້ນ ມັນກໍເກີດຂຶ້ນໄປເລື້ອຍໆ ເຂົາບໍ່ສົນໃຈແລ້ວ ບໍ່ຟັງສຽງວິພາກວິຈານ ບໍ່ຟັງສຽງນັກວິຊາການ ແຕ່ວ່າ ສິ່ງທີ່ມັນເຫັນໄດ້ຈະແຈ້ງກະຄືວ່າ ກົດໝາຍມັນບໍ່ໄປຮອດຫັ້ນນ່າ ແທນທີ່ມັນຈະຕ້ອງມີການຢູ່ຮ່ວມກັນ ການໃຊ້ຮ່ວມກັນ ບາດນີ້ ເຂົາປິດບ່ອນນີ້ຈົນໝົດ ປິດຊ່ອງທາງທີ່ຊາວບ້ານ ຈະເຂົ້າຮອດຈົນໝົດ ແລ້ວພວກເຂົາກໍດໍາເນີນການຕໍ່.”
ສ່ວນສະພາບການເຄື່ອນໄຫວໃນພື້ນທີ່ ຂອງຈຸດທີ່ຕັ້ງ ຂອງເຂື່ອນປາກແບງ ໃນເມືອງປາກແບງ ແຂວງອຸດົມໄຊ ປັດຈຸບັນ ຍັງບໍ່ທັນເລີ່ມດໍາເນີນການກໍ່ສ້າງເຂື່ອນໄຟຟ້າເທື່ອ ແຕ່ທາງບໍຣິສັດ China Datang ຂອງຈີນ ກໍໄດ້ຂົນເຄື່ອງຈັກຕ່າງໆມາ ເພື່ອຕຣຽມພ້ອມຈະພັທນາໂຄງຮ່າງພື້ນຖານ ແລະສ້າງແຄ້ມຄົນງານແລ້ວ. ຂະນະທີ່ ຊາວບ້ານຜູ້ນຶ່ງ ໃນເມືອງປາກແບງ ກ່າວວ່າ ໄລຍະນີ້ ຍັງບໍ່ທັນເຫັນບໍຣິສັດ ຜູ້ພັທນາໂຄງການ ເຂົ້າມາເຮັດວຽກເທື່ອ ແຕ່ກະເຫັນວ່າ ມີປະຊາຊົນຫຼາຍບ້ານ ຈະຖືກໂຍກຍ້າຍ ແລະຈະສູນເສັຍທີ່ດິນໄປຫຼາຍສົມຄວນ ເພາະມີການປັກຫຼັກໝາຍເອົາໄວ້ໝົດແລ້ວ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ເມສາ ນີ້ວ່າ:
“ຈັກຊ່ວງນີ້ ບໍ່ໄດ້ຍິນຂ່າວເດີ້ ໄລຍະນີ້ ແຕ່ທີ່ຜ່າມາ ກະໄດ້ຍິນຂ່າວຢູ່ ແຕ່ວ່າດຽວນີ້ ມິດຫາຍໄປ ທີ່ຜ່ານມາກໍເຄີຍເຫັນຂະເຈົ້າຢູ່ ແຕ່ກະເຫັນຂະເຈົ້າໝາຍຢູ່ (ຫຼັກໝາຍ ຈຸດທີ່ຈະເກີດຜົລກະທົບ) ຄອບຄົວບໍ່ໄດ້ຍ້າຍ ຄອບຄົວຂ້ອຍຢູ່ໄກນໍ້າແລ້ວ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງປາກແບງ ກ່າວວ່າ ຫາກໂຄງການເຂື່ອນປາກແບງ ຖືກສ້າງຂຶ້ນແທ້ ກໍມີໂອກາດສູງທີ່ຈະຖືກໂຍກຍ້າຍ ແລະສູນເສັຍທີ່ດິນທໍາການກະເສດ ເຊິ່ງຜ່ານມາຊາວບ້ານຈໍານວນຫຼາຍ ກໍເປັນກັງວົນໃຈຄືກັນ ເພາະບໍ່ຕ້ອງການເຂື່ອນໄຟຟ້າ ແລະບໍ່ຕ້ອງການໂຍກຍ້າຍ ອອກໄປຢູ່ບ່ອນອື່ນ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ເມສາ ນີ້ວ່າ:
“ອາຈມີເປີເຊັນ ຖືກຜົລກະທົບນີ້ນ່າ ປະມານ 95% ກໍອາຈເປັນໄປໄດ້ ແມ່ນ ອັນຂະເຈົ້າກະວ່າ ເບິ່ງໂຕຈິງ ຖ້າມັນເກີດເນາະ ຜົລກະທົບຫຼາຍ ກະໄດ້ຍື່ນຄໍາຮ້ອງອອກມາຫຼາຍຄົນ ຕາມທີ່ເຫັນ.”
ອີງຕາມການຣາຍງານ ການປະເມີນຜົລກະທົບ ດ້ານສິ່ງແວດລ້ອມແລະສັງຄົມ ໂຄງການເຂື່ອນປາກແບງ ລະບຸວ່າ ຈະມີຊາວບ້ານ ໄດ້ຮັບຜົລກະທົບທາງຕຣົງ ແລະທາງອ້ອມ ຈໍານວນ 26 ບ້ານ ໃນ 3 ແຂວງ ປະກອບມີ ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮ່ອນ ແຂວງໄຊຍະບູຣີ 3 ບ້ານ ແລະເມືອງຄອບ ແຂວງໄຊຍະບູຣີ 2 ບ້ານ.
ໃນຈໍານວນ 26 ບ້ານ ທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວນີ້ ຈະມີພຽງ 7 ບ້ານ, ມີ 923 ຄອບຄົວ ປະຊາຊົນ 4,700 ປາຍຄົນ ຈະສູນເສັຍທີ່ດິນ ແລະຖືກໂຍກຍ້າຍອອກຈາກພື້ນທີ່.
ສໍາລັບໂຄງການເຂື່ອນປາກແບງ ມີກໍາລັງການຜລິດ 912 ເມກາວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ໂດຍມີບໍຣິສັດ China Datang Oversea Investment ປະເທດຈີນ ເປັນຜູ້ພັທນາໂຄງການ ດ້ວຍມູນຄ່າການລົງທຶນ ປະມານ 1,880 ລ້ານໂດລາຣ໌ສະຫະຣັຖ, ສ່ວນໄຟຟ້າທີ່ຜລິດໄດ້ຈາກໂຄງການເຂື່ອນປາກແບງ ຕາມແຜນ ຈະສົ່ງຂາຍໃຫ້ປະເທດໄທຍ 90% ແລະຣັຖວິສາຫະກິຈໄຟຟ້າລາວ 10%.