ບໍຣິສັດຈີນ ສັມປະທານ ຂຸດຄົ້ນແຮ່ທາດ ຢູ່ກາສີ
2022.04.28

ທາງການລາວ ອະນຸຍາດໃຫ້ບໍຣິສັດເອກະຊົນຈີນ ແລະບໍຣິສັດເອກະຊົນລາວ 2 ບໍຣິສັດ ເຂົ້າສັມປະທານເນື້ອທີ່ປ່າໄມ້ ແລະທີ່ດິນ ຢູ່ເມືອງກາສີ ແຂວງວຽງຈັນ ຮວມທັງໝົດ 103 ເຮັກຕ້າຣ໌ ເພື່ອສໍາຣວດ ຂຸດຄົ້ນ ແລະປຸ່ງແຕ່ແຮ່ເຫຼັກ ແລະແຮ່ຄໍາ ໂດຍມີການເຊັນສັນຍາສັມປະທານ ໃນມື້ວັນທີ່ 25 ເມສາ 2022 ທີ່ຜ່ານມານີ້.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານແລະບໍ່ແຮ່ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 28 ເມສາ ນີ້ວ່າ:
“ການຂຸດຄົ້ນແຮ່ເຫຼັກ ແລະກະແຮ່ຄໍາ ເຊິ່ງເປັນການເຮັດທົດລອງ ຊິບໍ່ມີຫຼາຍດອກ ເພາະວ່າ ເຮົາຫຼີກບໍ່ໄດ້ດອກ ເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ເຮົາຈະຕ້ອງເລືອກທີ່ ມັນຂ້ອນຂ້າງຈະບໍ່ກະທົບຫຼາຍ ຣັຖບານເພິ່ນຫັ້ນກະ ລະບຸຣະອຽດພໍສົມຄວນ ວ່າເຂົ້າໄລຍະທົດລອງນີ້ ຕ້ອງໄດ້ປະຕິບັດພັນທະແນວໃດຫັ້ນນ່າ.”
ທ່ານກ່າວຕື່ມອີກວ່າ ສໍາລັບການເຊັນສັນຍາໃນຄັ້ງນີ້ ປະກອບມີ:
- ສັນຍາສັມປະທານຂຸດຄົ້ນ ຄໍາຕົກຂ້ອນ ແບບທົດລອງ ຢູ່ເຂດບ້ານປຸ່ງຫຼັກ ກັບບ້ານໂພນທ່ຽງ ໃນເນື້ອທີ່ 3 ເຮັກຕ້າຣ໌ ໂດຍບໍຣິສັດ ເຊີນຮວາ ກາສີ (ບໍ່ຄໍາ) ຈຳກັດ ປະເທດຈີນ ແລະ
- ສັນຍາສັມປະທານ ພັທນາສໍາຣວດ ຂຸດຄົ້ນປຸ່ງແຕ່ງ ແລະສົ່ງອອກແຮ່ເຫຼັກ ແບບທົດລອງ ຢູ່ເຂດບ້ານບວມຜຸກ ໃນເນື້ອທີ່ 100 ເຮັກຕ້າຣ໌ ໂດຍບໍຣິສັດ ຜາເຫຼັກມີໄຊ ພັນນາແຮ່ເຫຼັກ ຈໍາກັດ ມີໄລຍະເວລາສັມປະທານ 3 ປີ.
ສ່ວນການປະເມີນຜົລກະທົບ ດ້ານສິ່ງແວດລ້ອມແລະສັງຄົມ ຍັງຢູ່ລະຫວ່າງການເກັບກໍາຂໍ້ມູນລະອຽດ ແລະຄາດວ່າ ຈະມີຊາວບ້ານພຽງຈໍານວນນຶ່ງເທົ່ານັ້ນ ທີ່ໄດ້ຮັບຜົລກະທົບຈາກທັງ 2 ໂຄງການນີ້ ເຊິ່ງທາງການລາວ ກໍຢັ້ງຢືນວ່າ ຫາກຄອບຄົວໃດ ໄດ້ຮັບຜົລກະທົບ ກໍຈະທົດແທນຄືນຊາວບ້ານ ຢ່າງສົມເຫດສົມຜົນທີ່ສຸດ.
ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ຄໍາ ໃນເມືອງກາສີ ແຂວງວຽງຈັນ ກ່າວວ່າ ບໍ່ຢາກໃຫ້ທາງການລາວ ໃຫ້ສັມປະທານເນື້ອທີ່ ເພື່ອຂຸດຄົ້ນແຮ່ທາດຕ່າງໆ ເນື່ອງຈາກພື້ນທີ່ທັງໝົດ ແມ່ນເປັນແຫຼ່ງທ່ອງທ່ຽວທາງທັມມະຊາດ ທີ່ມີຄວາມສວຍງາມຫຼາຍ ຫາກໃຫ້ສັມປະທານໄປແລ້ວ ຄວາມສວຍງາມເຫຼົ່ານັ້ນ ກໍຈະສູນຫາຍໄປ.
ນອກຈາກນີ້ ຊາວບ້ານສ່ວນຫຼາຍ ກໍເປັນກັງວົນໃຈຫຼາຍ ເພາະຢ້ານຖືກຜົລກະທົບ ແລະສູນເສັຍທີ່ດິນທໍາການກະເສດ ໃຫ້ກັບໂຄງການພັທນາດັ່ງກ່າວ ແຕ່ກັງວົນທີ່ສຸດຄື ເມື່ອຊາວບ້ານໄດ້ຮັບຜົລກະທົບໄປແລ້ວ ຈະໄດ້ຮັບການທົດແທນ ທີ່ບໍ່ສົມເຫດສົມຜົນ ຕາມທີ່ຊາວບ້ານຄິດເອົາໄວ້.
“ໂອ້ຍ ແມ່ນແຫຼະ ໄດ້ຮັບຜົລກະທົບເຣື່ອງສຽງ ເຣື່ອງສິ່ງແວດລ້ອມຫັ້ນແຫຼະ ເພິ່ນກະຍັງຄົ້ນຄວ້າຢູ່ ວ່າຈະຊົດເຊີຽ ທົດແທນແນວໃດຫັ້ນແຫຼະ ແຕ່ວ່າ ກະຍັງບໍ່ຮູ້ວ່າ ມັນຈະໄດ້ໃຈປະຊາຊົນບໍ່ຊິນ່າ ປະຊາຊົນຫຼາຍ ຂະເຈົ້າກະຢ້ານແຕ່ອັບປະໂຫຍດ.”
ຊາວບ້ານອີກຜູ້ນຶ່ງ ໃນເມືອງກາສີ ແຂວງວຽງຈັນ ກ່າວວ່າ ຫຼາຍປີມານີ້ ມີຫຼາຍບໍຣິສັດ ທັງຈາກພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສໍາຣວດ ຂຸດຄົ້ນ ແລະປຸງແຕ່ງແຮ່ທາດຕ່າງໆ ພາຍໃນເມືອງກາສີ ແລະສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງໜັກໜ່ວງ ແລະບໍ່ເຫັນວ່າ ຄຸນນະພາບຊີວິດຂອງຊາວບ້ານ ຈະດີຂຶ້ນໄປກວ່າເກົ່າ.
ສ່ວນໂຄງການຂຸດຄົ້ນແຮ່ຄໍາ ທີ່ທາງການລາວ ໃຫ້ສັມປະທານໄປຫຼ້າສຸດນີ້ ເບື້ອງຕົ້ນ ຍັງບໍ່ເຫັນຊາວບ້ານຄອບຄົວໃດ ຈະຖືກຜົລກະທົບ ແຕ່ຄາດວ່າ ຫາກໂຄງການໄດ້ເຂົ້າມາດໍາເນີນການ ຢ່າງເປັນທາງການແລ້ວ ຊາວບ້ານກໍຕ້ອງສູນເສັຍທີ່ດິນທໍາການກະເສດ ໄປຢ່າງແນ່ນອນ ເພາະພື້ນທີ່ສັມປະທານ ຢູ່ໃກ້ກັນຫຼາຍ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງກາສີ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 28 ເມສາ ນີ້ວ່າ:
“ບໍຣິສັດເຂົ້າໄປຫຼາຍຢູ່ ມີຢູ່ ບໍຣິສັດຂຸດຄົ້ນບໍ່ຄໍາ ບໍ່ແຮ່ ບໍ່ຫຍັງ ມີຫຼາຍໃດ໋ ແຖວບ້ານປຸ່ງຫຼັກ ຈຸຜ່ານດິນ ຜ່ານຫຍັງ ກະໄດ້ເສັຍແລ້ວ ຫຼືບໍ່ໄດ້ເສັຍ ກະຍັງບໍ່ໄດ້ມີ ຫາກຕ້ອງໄດ້ເສັຍຫັ້ນແລ້ວ.”
ສ່ວນຊາວບ້ານ ອີກຜູ້ນຶ່ງ ໃນພື້ນທີ່ໂຄງການຂຸດຄົ້ນແຮ່ເຫຼັກ ເມືອງກາສີ ແຂວງວຽງຈັນ ກ່າວວ່າ ພື້ນທີ່ໂຄງການ ບໍ່ໄດ້ຢູ່ໃກ້ກັບບ້ານປານໃດ ຈຶ່ງບໍ່ໄດ້ຖືກໂຍກຍ້າຍອອກຈາກພື້ນທີ່ ແຕ່ໃນອະນາຄົດ ກໍບໍ່ມີຄວາມແນ່ນອນ ແຕ່ໂຄງການດັ່ງກ່າວ ກໍໄດ້ສົ່ງຜົົລກະທົບ ໃຫ້ກັບຊາວບ້ານໄປແລ້ວຈໍານວນນຶ່ງ ເພາະຕ້ອງສູນເສັຍດິນໄຮ່ດິນນາ ໃຫ້ກັບໂຄງການ ເຊິ່ງຊາວບ້ານເຫຼົ່ານັ້ນ ກໍຍັງບໍ່ຮູ້ວ່າ ຈະໄດ້ຮັບການທົດແທນໜ້ອຍຫຼາຍຊໍ່າໃດ.
ດັ່ງຊາວບ້ານ ຜູ້ນຶ່ງ ໃນເມືອງກາສີ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 28 ເມສາ ນີ້ວ່າ:
“ຊຸມຊົນມັນບໍ່ຖືກ ຢູ່ໄກຊຸມຊົນປະມານນຶ່ງ ຢູ່ນອກພື້ນທີ່ຊຸມຊົນ ບາງສ່ວນມັນກະ ດິນໄຮ່ດິນນາປະຊາຊົນ ກະເບິ່ງວ່າ ມັນຜົນໄດ້ ກັບຜົນເສັຍ ມັນຊິຫຼາຍ ຫຼືໜ້ອຍປານໃດ.”
ສໍາລັບແຂວງວຽງຈັນ ມາຮອດປັດຈຸບັນ ມີເນື້ອທີ່ ຖືກສັມປະທານ ດ້ານແຮ່ທາດຕ່າງໆໄປແລ້ວທັງໝົດ 2,749 ກິໂລຕາແມັດ ຫຼືປະມານ 274,900 ເຮັກຕ້າຣ໌ ຂອງເນື້ອທີ່ທົ່ວແຂວງ ໃນນັ້ນ ມີໂຄງການຊອກຄົ້ນສໍາຣວດແຮ່ທາດ ຈໍານວນ 25 ໂຄງການ ແລະໂຄງການຂຸດຄົນ-ປຸງແຕ່ງແຮ່ທາດ ຈໍານວນ 88 ໂຄງການ ເປັນຕົ້ນ: ແຮ່ຄໍາ, ທອງແດງ, ສັງກະສີ, ແຮ່ເຫຼັກ, ເກືອ, ຊີມັງ ແລະຫິນປູນ.
ເມື່ອຕົ້ນເດືອນ ເມສາ 2022 ທີ່ຜ່ານມາ ກະຊວງແຜນການ ແລະການລົງທຶນ ໄດ້ຣາຍງານວ່າ ຣັຖບານລາວ ໄດ້ຄົ້ນຄວ້າພິຈາຣະນາ ອະນຸຍາດການລົງທຶນດ້ານແຮ່ທາດ ທັງໝົດ ໃນທົ່ວປະເທດ ຈໍານວນ 308 ໂຄງການ ປະກອບມີ ໂຄງການປົກກະຕິ 262 ໂຄງການ, ໂຄງການແຮ່ທາດຫາຍາກ 8 ໂຄງການ ແລະໂຄງການທົດລອງ 38 ໂຄງການ ໃນນັ້ນ ແຮ່ເຫຼັກ 31 ໂຄງການ ສາມາດສ້າງລາຍຮັບ ມອບເຂົ້າງົບປະມານແລ້ວ 36 ລ້ານໂດລ້າຣ໌ສະຫະຣັຖ, ຫິນອ່ອນມາໂບ້ 2 ໂຄງການ, ຄໍາ 4 ໂຄງການ ແລະ ຄໍາຕົກຂ້ອນ 1 ໂຄງການ.