ເຣື້ອງທີ່ເກັບບັນທຶກໄວ້
2022-09-27
ການຊ່ອຍເຫຼືອ ປະຊາຊົນທີ່ຖືກນ້ຳຖ້ວມ ຢູ່ແຂວງອຸດົມໄຊ ຍັງຖືວ່າຫຼ້າຊ້າ ພໍສົມຄວນ ເນື່ອງຈາກ ອຸປກອນ ໃນການປຸກສ້າງ ແລະສ້ອມແປງ ພື້ນຖານໂຄງຮ່າງ ບໍ່ພຽງພໍ ທາງການລາວ ຈຶ່ງໄດ້ຕັດໄມ້ ມາສ້າງຕູບນ້ອຍ ສຳລັບໃຊ້ເປັນບ່ອນພັກ ໃຫ້ແກ່ປະຊາຊົນຊົ່ວຄາວ ຂະນະທີປະຊາຊົນ ກໍຍັງບໍ່ເຫັນຄວາມຫວັງ ໃນການຟື້ນຟູຊີວິຕເທື່ອ.
2022-09-26
ມີການລັກຂົນສົ່ງແຮ່ທາຕ ເພື່ອອອກໄປປະເທດວຽດນາມ ແຕ່ຖືກກວດພົບ ແລະຖືກຍຶດໄວ້ໄດ້ກ່ອນ ໂດຍຄົນຂັບຣົຖບັນທຸກ ທະບຽນວຽດນາມ ປະຕິເສດການເປັນເຈົ້າຂອງ ແລະໃຫ້ເຫດຜົລວ່າ ເປັນພຽງຄົນຂັບຣົຖ ຕາມການຈ້າງເທົ່ານັ້ນ ໃນຂະນະທີ່ປະຊາຊົນລາວ ຢາກເຮັດບົດລົງໂທດ ທີ່ຈິງຈັງຕໍ່ກັບບັນຫາເຫຼົ່ານີ້.
2022-09-23
ຄະນະກັມມາທິການ ແມ່ນໍ້າຂອງ ຫຼື Mekong River Commission (MRC) ໄດ້ຈັດການປະຊຸມ ຄະນະກັມມະການ ກຳກັບການດຳເນີນໂຄງການ ຮ່ວມມືລະຫວ່າງ ໄທຍ-ລາວ ວ່າດ້ວຍການເດີນເຮືອ ໃນແມ່ນໍ້າຂອງ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ໂດຍມີຜູ້ແທນ ຈາກປະເທດລາວ ແລະປະເທດໄທຍ ເຂົ້າຮ່ວມ.
2022-09-22
ມູລນິທິ ອະນຸຮັກສັດປ່າລາວ ຊ່ອຍສວນສັດບ້ານເກິນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ເປີດໃຫ້ ປະຊາຊົນ ສາມາດເຂົ້າໄປເບິ່ງ ສັດປ່າທີ່ທາງມູລນິທິ ໄດ້ຊ່ອຍເຫຼືອ ໂດຍບໍ່ຕ້ອງເສັຽຄ່າເຂົ້າ ຂະນະທີ່ມີປະຊາຊົນ ຈຳນວນນຶ່ງ ສົນໃຈເຂົ້າໄປຊົມສວນສັດ ທີ່ມີປັບປຸງໃໝ່ນີ້.
2022-09-21
ເສັ້ນທາງ ຢູ່ ເຂດວິທະຍາໄລ ສ້າງຄູບ້ານເກີນ ແຂວງວຽງຈັນ ມີການເປ່ເພຫຼາຍ ຍ້ອນວ່າ ຣົຖບັນທຸກໜັກ ຂົນແຮ່ເຫຼັກ ໄປສະຖານນີຣົຖໄຟ ລາວ-ຈີນ ຢູ່ເມືອງໂພນໂຮງ ເຮັດໃຫ້ເກີດ ຄວາມຫຍຸ້ງຍາກ ກັບຊາວບ້ານທີ່ໃຊ້ຣົຖ ໃຊ້ຖນົນ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ແກ້ໄຂບັນຫາ ດັ່ງກ່າວເທື່ອ.
2022-09-21
ຣັຖບານລາວ ໄດ້ອະນຸຍາດ ໃຫ້ກຸ່ມບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ສັມປະທານ ຊອກຄົ້ນ, ສໍາຣວດແຮ່ທາຕ ທີ່ຫາຍາກ ໃນເນື້ອທີ່ 47 ກິໂລແມັດມົນທົນ ຢູ່ເຂດບ້ານບຣ໋ອງນ້ອຍ ເມືອງດາກຈຶງ ແຂວງເຊກອງ ຊຶ່ງຈະກະທົບຕໍ່ຊັພຍາກອນ ທັມມະຊາຕ, ປ່າໄມ້ຖືກທຳລາຍ.
2022-09-19
ເນື້ອທີ່ທຳການຜລິຕ ໂດຍສະເພາະທົ່ງນາ ຂອງປະຊາຊົນ 5 ບ້ານໃນກຸ່ມບ້ານນໍ້າຍອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະກອບດ້ວຍບ້ານປະນະ, ບ້ານຫົວນໍ້າ, ບ້ານນໍ້າຍອນເກົ່າ, ນໍ້າຍອນໃໝ່ ແລະ ບ້ານລາວຫຼວງ ໄດ້ຮັບຜົລກະທົບຈາກພັຍພິບັດ ນໍ້າປ່າໄຫຼຊຸແຮງ.
2022-09-16
ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງຄອງຖ້າເງິນຊົດເຊີຽ ຣາຍການທີ່ 6 ແຕ່ ຍັງບໍ່ຮູ້ວ່າ ມື້ໃດຈະໄດ້ຮັບ ຄ່າຊົດເຊີຽທີ່ວ່ານີ້ ມີເຄື່ອງຕົກຫຼົ່ນ ແລະສເນີໃໝ່ ເປັນຕົ້ນ ຜົລປູກ, ໜອງປາ, ຖຽງນາ ແລະໄມ້ເຄື່ອງເຮືອນຕ່່່າງໆ.
2022-09-16
ສະມາຊິກສະພາ ຜູ້ແທນຣາສດອນຂອງໄທຍ ຂໍໃຫ້ທາງການໄທຍ ເລື່ອນການຊື້ໄຟຟ້າ ຈາກເຂື່ອນປາກແບງ ແລະເຂື່ອນຊະນະຄາມ ຂອງລາວ ເນື່ອງຈາກ ຕ້ອງໄດ້ສຶກສາ ຜົລກະທົບ ດ້ານສິ່ງແວດລ້ອມ ຕໍ່ເຂດແດນຂອງໄທຍ ໃຫ້ລະອຽດກ່ອນ.
2022-09-15
ຄົນຂໍທານ, ຄົນເລ້ລ້ອນ ແລະຄົນເສັຽຈິຕ ທີ່ເພີ່ມຂຶ້ນ ເຮັດໃຫ້ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຈໍາປາສັກ ອອກແຈ້ງການ ຄຸ້ມຄອງຄົນເຫຼົ່ານັ້ນ ເພື່ອຮັກສາພາບພົດ ຂອງນະຄອນປາກເຊ ຊຶ່ງໄດ້ແຕ່ ຈັບໄປໄວ້ບ່ອນເຕົ້າໂຮມ ຄົນປະເພດນີ້ ແລະຍັງບໍ່ເຫັນແນວທາງ ແກ້ໄຂໃນໄລຍະຍາວ.
2022-09-14
ທາງການລາວ ຮ່ວມມືກັບ ບໍຣິສັດ ສວັນວາຍຸ ພລັງງານສະອາດ ຈຳກັດ ຂອງເອກຊົນລາວ ແລະບໍຣິສັດ LMT Lao ຈາກປະເທດວຽດນາມ ພັທນາໂຄງການໄຟຟ້າ ພລັງງານລົມ ທີ່ມີກຳລັງການຜລິຕ 1,200 ເມກາວັຕ ໃນຈຸດສຸມລາໂກ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຂາຍໃຫ້ວຽດນາມ.
2022-09-12
ຣົຖບັນທຸກ ຂົນແຮ່ຄໍາ ທີ່ບໍ່ມີເອກສານ ອະນຸຍາດ ເຄື່ອນຍ້າຍ ຖືກເຈົ້າໜ້າທີ່ຍຶດໄດ້ ໃນຄືນວັນທີ 8 ກັນຍານີ້, ປັດຈຸບັນເຣື່ອງດັ້ງກ່າວ ຢູ່ລະຫວ່າງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຜແນກການເງິນ ແຂວງສວັນນະເຂດ.
2022-09-12
ປະຊາຊົນ ຢູ່ເມືອງຫລາ, ເມືອງນາໝໍ້ ແລະເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມເມື່ອ 2 ສັບປະດາ ທີ່ຜ່ານມາ ຍັງບໍ່ທັນໄດ້ຮັບ ການຊ່ອຍເຫລືອ ຈາກຣັຖບານ ເທົ່າທີ່ຄວນເທື່ອ ຂະນະທີ່ ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຕ້ອງການຄວາມຊ່ອຍເຫຼືອ ເພື່ອຟື້ນຟູຊີວິຕ ແລະການກະເສຕ ຕ່າງໆ.
2022-09-09
ເມືອງນາໝໍ້ ແຂວງອຸດົມໄຊ ແລະເມືອງຂວາ ແຂວງຜົ້ງສາລີ ເລັ່ງຟື້ນຟູ ເນື້ອທີ່ທົ່ງນາ ທີ່ເສັຽຫາຍຈາກພັຍນ້ຳຖ້ວມ ເພື່ອໃຫ້ທັນການປູກເຂົ້າໃນ ຣະດູແລ້ງປີນີ້.
2022-09-09
ຊາວບ້ານ ຈຳນວນ 341 ຄອບຄົວ ໄດ້ຮັບຄ່າຊົດເຊີຍ ຈາກເຂື່ອນໄຟຟ້ານໍ້າຄານ 3 ມູນຄ່າ 5.8 ຕື້ກີບ ຂະນະທີ່ ຍັງມີຊາວບ້ານ ອີກຈຳນວນຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ຜູ້ທີ່ສູນເສັຽດິນ ເພື່ອຕັດເສັ້ນທາງຜ່ານ.