ນ້ຳລົ້ນເຂື່ອນ ໄຫລຊຸເນື້ອທີ່ທົ່ງນາ ໃນຫຼາຍບ້ານ
2022.09.19

ເນື້ອທີ່ທຳການຜລິຕ ໂດຍສະເພາະທົ່ງນາ ຂອງປະຊາຊົນ 5 ບ້ານໃນກຸ່ມບ້ານນໍ້າຍອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ປະກອບດ້ວຍບ້ານປະນະ, ບ້ານຫົວນໍ້າ, ບ້ານນໍ້າຍອນເກົ່າ, ນໍ້າຍອນໃໝ່ ແລະ ບ້ານລາວຫຼວງ ໄດ້ຮັບຜົລກະທົບຈາກພັຍພິບັດ ນໍ້າປ່າໄຫຼຊຸແຮງ, ຝົນຕົກຕິດຕໍ່ກັນຫຼາຍມື້ ແລະນໍ້າລົ້ນເຂື່ອນໄຟຟ້ານໍ້າຍອນໃນວັນທີ 16 ກັນຍາ ທີຜ່ານມາ.
ສະເພາະຢູ່ບ້ານລາວຫຼວງ ມີເນື້ອທີ່ທົ່ງນາຂອງ 4 ອ້າຍນ້ອງທີ່ແຕ່ລະປີຈະໄດ້ຜົລຜລິຕ ປີລະ 50 ເປົາແມ່ນທົ່ງນາກາຍເປັນເປັນດອນ ແລະນໍ້າປ່າໄຫຼຊຸແຮງ ໄດ້ພັດເອົາກ້ອນຫີນໃຫຍ່ມາຖົມນາ ຊາວບ້ານຍ້ອນມີປະຊາຊົນ ໄປຕັດໄມ້ທຳລາຍປ່າ ເທີງພູດອຍເຂດບ້ານຊຽງຫົວ ປະກອບກັບຝົນຕົກ ຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ມີນໍ້າຫ້ວຍຮ່ອງຄອງບຶງ ໄຫຼມາໂຮມກັນ ແລ້ວກໍໄຫຼລົງເຂື່ອນໄຟຟ້ານໍ້າຍອນ ເຮັດໃຫ້ມີປະຣິມານນໍ້າຫຼາຍ ຈຶ່ງລົ້ນເຂື່ອນ ແລະໄຫຼຊຸຖ້ວມທົ່ງນາ ຂອງປະຊາຊົນນອນໃນ 5 ບ້ານນັ້ນ.
ດັ່ງຊາວບ້ານ ບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ 19 ກັນຍານີ້ວ່າ:
“ມີຄົນຕັດໄມ້ທຳລາຍປ່າ ຢູ່ຊຽງຫົວພຸ້ນນ່າ ແລ້ວບາດນີ້ມັນຕົກ ແລ້ວມັນກໍໄມ້ທ່ອນໄມ້ຫຍັງ ທັງຂີ້ດິນທັງຫຍັງ ມາເນາະແລ້ວບາດນີ້ອັດໆ. ອັດດ້ວຍຄວາມແຮງ ມັນໄຫຼມັນໃຫຍ່ ແລ້ວບາດນີ້ມັນຖັ່ງມາ ໂອ້ຕັ້ງແຕ່ເກີດມາຢູ່ລາວຫຼວງນີ້ 30 ກ່ວາປີ 40 ກ່ວາປີ ບໍ່ເຄີຍເຫັນຈັກເທື່ອ ຜົລເສັຽຫາຍກໍມີແຕ່ວ່າ ແມ່ນນາກໍຢູ່ແຄມນໍ້າຫັ້ນເນາະ ບາງຫຼັງກໍເສັຽຫາຍ ແຕ່ເຂົ້າແລ້ວດິນຍັງຍັງເນາະ ບາງຫຼັງກໍເອົາທັງດິນທັງເຂົ້າໄປໝົດເລີຍ ໂອ້ກຽມຊື້ເຂົ້າແລ້ວນີ້ບໍ່ມີເຂົ້າຈັກເມັດ ຈະກ່ຽວນໍາເພິ່ນແລ້ວນ່າ.”
ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາຢາສາມັນປະຈຳບ້ານ ໃຫ້ຊາວບ້ານຈຳນວນນຶ່ງ ແລະໄດ້ເອົາຣົຖ 6 ລໍ້ຂົນນໍ້າທີ່ບໍ່ແມ່ນໍ້າສະອາດ ໃຫ້ຊາວບ້ານໄດ້ຊົມໃຊ້ ຊຶ່ງຊາວບ້ານບໍ່ຕ້ອງການ ຊາວບ້ານຕ້ອງການໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາຣົຖດຸດ ແລະຣົຖຈົກມາຊ່ອຍ ປັບໜ້າດິນໃຫ້ສາມາດປູກເຂົ້າໄດ້ ໃນປີໜ້າ.
“ຝົນຕົກໜັກແລ້ວ ກໍນໍ້າຈະຖ້ວມເຂື່ອນເນາະ ມາຫຼາຍຫັ້ນນ່າມັນຖ້ວມໄຮ່ ຖ້ວມນາ ເສັຽຫາຍຫຼາຍດຽວນີ້ ເຂົ້າກໍເຂົ້າເຣີ້ມອອກແລ້ວເນາະ ແລ້ວນໍ້າເລີຍມາຖ້ວມ. ຖ້ວມແລ້ວເມັດເຂົ້າຈັກຊິດຳໝົດນ່າ ໃຊ້ການບໍ່ໄດ້ເລີຍນ່າ ເຂົ້ານາເສັຽຫາຍ ສ່ວນຫຼາຍຈະແມ່ນຂີ້ຊາຍ ຈະແມ່ນໝາກຫີນ ຈະແມ່ນໄມ້ຂອນເນາະ ມາຖົມນ່າດຽວນີ້ນ່າ ຍັງບໍ່ທັນມີໜ່ວຍງານໃດ ເຂົ້າມາສົມທົບຊິເຮັດຫຍັງທົດແທນເທື່ອນ່າ.”
ທ່ານກ່າວຕື່ມວ່າ ກ່ອນນໍ້າຈະຖ້ວມ ບໍ່ມີແຈ້ງການຈາກທາງເມືອງ ເພື່ອປະກາດໃຫ້ຊາວບ້ານ ຕຣຽມພ້ອມຮັບມື ມີແຕ່ຊາວບ້ານພາຍໃນກຸ່ມ ບ້ານດຽວກັນເອງ ພາກັນປະສານງານ ໃຫ້ຕຣຽມພ້ອມຮັບມື ຈາກພັຍພິບັດນໍ້າຖ້ວມ. ອີກທັງຊາວບ້ານ ທີ່ມີທົ່ງນາໄດ້ຮັບຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ໃນຄັ້ງນີ້ຍັງລໍຖ້າການຊ່ອຍເຫຼືອ ເປັນເຂົ້າສານອາຫານແຫ້ງ ຫຼືຊຸດແລ້ວແຕ່ຂັ້ນເທິງ ຈະໃຫ້ການຊ່ອຍເຫຼືອ.
ເປັນເຣື່ອງທີ່ໂຊກດີ ທີ່ເຮືອນຊານ ຂອງປະຊາຊົນໃນ 5 ບ້ານ ບໍ່ຖືກຜົລກະທົບຈາກພັຍພິບັດ ນໍ້າຖ້ວມໃນເທື່ອນີ້ ເນື່ອງຈາກຕັ້ງຢູ່ໂນນ ແລະສ່ວນຫຼາຍ ຈະເປັນທົ່ງນາ ທີ່ໄດ້ຮັບຜົລກະທົບ ເນື່ອງຈາກທົ່ງນາຕິດແຄມນໍ້າຫ້ວຍ ແລະເບື້ອງຕົ້ນຄາດຄະເນວ່າໃນ 5 ບ້ານຈະມີເນື້ອທີ່ທົ່ງນາ ຖືກນໍ້າຖ້ວມບໍ່ຫຼຸດບ້ານ ລະ 10-20 ເຮັກຕ້າຣ໌. ຂະນະທີ່ປັດຈຸບັນ ປະຊາຊົນຕ້ອງການ ເຂົ້ສານແທນຜົລຜລິຕເຂົ້ານາປີ ທີ່ເສັຽໄປເນື່ອງຈາກ ບາງຄອບຄົວ ທົ່ງນາຖືກນໍ້າຖ້ວມ ເສັຽຫາຍ 100%.
ດັ່ງເຈົ້າໜ້າທີ່ ທ້ອງຖິ່ນກຸ່ມນໍ້າຍອນ ເມືອງຫ້ວຍຊາຍ ກ່າວໃນມື້ດຽວກັນນີ້ວ່າ:
“ປູກເຂົ້າແຫຼະ ເສັຽຫາຍຫຼາຍນ່າ ນານີ້ແຕ່ລະບ້ານກໍບໍ່ຫຼຸດ 10-20 ເຮັກຕ້າຣ໌ແຫຼະ ອັນເຣື່ອງເຮືອນຊານນີ້ມັນບໍ່ຖ້ວມ ເພາະວ່າມັນເຂົ້ານາກ່ອນເດ້ ສ່ວນຫຼາຍເຮືອນກໍຕັ້ງຢູ່ ບ່ອນໂນນໝົດຫັ້ນນ່າ. ເຂົ້າກິນແຫຼະເພາະວ່າ ປີຊິມານີ້ ຖືວ່າແຕ່ລະຄອບຄົວຫັ້ນ ຖືວ່າບາງຄອບຄົວ 100% ເລີຍນ່າ.”
ຝົນຕົກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ລຳນໍ້າ 3 ສາຍເປັນຕົ້ນ ລຳນໍ້າຍອນ ແລະລຳນໍ້າຜາງອຍ ໄດ້ໄຫຼມາໂຮມກັນ ແລ້ວເຮັດໃຫ້ນໍ້າລົ້ນ ເຂື່ອນໄຟຟ້ານໍ້າຍອນ ຈົນເຮັດໃຫ້ເສັ້ນທາງບາງໄລຍະ ພາຍໃນກຸ່ມນໍ້າຍອນຂາດ ແລະເຮັດໃຫ້ທົ່ງນາ ຂອງປະຊາຊົນທີ່ຢູ່ເຂດບ້ານຫົວນໍ້າ ໄດ້ຮັບຄວາມເສັຽຫາຍໜັກ ຄືນາບໍ່ເປັນນາແລ້ວ ມັນເປັນດອນຮວມເຖິງເສົາໄຟຟ້າໃນ 5 ບ້ານກໍຫັກລົ້ມປະມານ 10-20 ຕົ້ນ ໃນໃຊ້ງານບໍ່ໄດ້ນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ຄະນະກັມການຄຸ້ມຄອງ ພັຍພິບັດຂັ້ນເມືອງ ເມືອງຫ້ວຍຊາຍ ກ່າວໃນມື້ດຽວກັນນີ້ວ່າ:
“ຝົນຕົກຫຼາຍຢູ່ທາງເທິງ ແລ້ວກໍຖືວ່ານໍ້າຫ້ວຍ 3 ແມ່ເດ້ເນາະ ມັນມາໄຫຼໂຮມກັນ ນັ້ນແລ້ວກໍເຮັດໃຫ້ນໍ້າລົ້ນເຂື່ອນ ແຕ່ວ່າເຂື່ອນນີ້ມັນເປັນເຂື່ອນ ບໍ່ໃຫຍ່. ພວກເຮົານີ້ຂຶ້ນໄປນີ້ ທາງກໍ່ ທາງຍັງຂາດຢູ່. ພວກເຮົາກໍເຂົ້າບໍ່ໄດ້ເທື່ອເນາະ ແລ້ວກໍໄດ້ມອບຫັ້ນແລ້ວ ເຂົາເຈົ້າກໍມາແປງຫົນທາງ ຫົວນໍ້າ ນີ້ກໍເສັຽຫາຍໜັກ ເສັຽຫາຍໜັກຫຼາຍ ເປັນນານີ້ຖືວ່າ ມັນບໍ່ເປັນນາແລ້ວ ມັນເປັນດອນແລ້ວ ເສົາໄຟຟ້າຫັກລົ້ມ ຈຳນວນນຶ່ງຫັ້ນດຽວນີ້ ນີ້ທາງພາກສ່ວນທີ່ກ່ຽວຂ້ອງ ກໍຖືວ່າປັບປຸງຄືນ.”
ທ່ານກ່າວຕື່ມວ່າ ທາງເຂົ້າບ້ານຈະບໍ່ເປ່ເພຫຼາຍ ແຕ່ທາງໄປທົ່ງນາ ຂອງຊາວບ້ານ ແມ່ນເປ່ເພບໍ່ສາມາດເດີນທາງໄດ້ເລີຍ ຈຶ່ງປະສານຫາຫ້ອງການ ໂຍທາທິການ ແລະຂົນສົ່ງເພື່ອກວດກາ ປະເມີນການສ້ອມແປງ ທາງໄປທົ່ງນາ ໃຫ້ຊາວບ້ານ. ສ່ວນໄຟຟ້າຢູ່ບ້ານລາວຫຼວງ ແລະບ້ານປະນະ ທີ່ໃຊ້ໄຟຈາກເຂື່ອນຫ້ວຍນໍ້າຍອນ ກໍຍັງບໍ່ທັນສາມາດໃຊ້ໄດ້ເທື່ອ ແຕ່ທາງເຂື່ອນກໍໄດ້ເລັ່ງ ດຳເນີນການແກ້ໄຂຢູ່.
ເຂື່ອນໄຟຟ້າ ນໍ້າຍອນເປັນເຂື່ອນໄຟຟ້າ ນໍ້າລົ້ນຂນາດນ້ອຍ ຜລິຕໄຟຟ້າປະມານ 15 ຈິກະວັຕໂມງຕໍ່ປີ. ທຸກ ໆ ປີຫາກຝົນຕົກຕາມປົກກະຕິ ບໍ່ມີນໍ້າປ່າໄຫຼສຸຸນໍ້າກໍຈະລົ້ນ ອອກຈາກເຂື່ອນໄຟຟ້າ ໄປທົ່ງນາທີ່ຢູ່ທາງລຸ່ມ ຕາມປົກກະຕິ ມາປີນີ້ເປັນປີທຳອິດ ທີ່ເກີດເຫດການນໍ້າປ່າໄຫຼຊຸນຳດ້ວຍ ຈຶ່ງເຮັດໃຫ້ທົ່ງນາໄດ້ຮັບຜົລເສັຽຫາຍ. ເບື້ອງຣັຖຈະຊອກງົບປະມານ ມາຟື້ນຟູທົ່ງນາ ທີ່ຖືກຜົລກະທົບ ໂດຍສະເພາະການປັບໜ້າດິນ ໃນປີໜ້າ. ຂະນະດຽວກັນ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ໄດ້ລົງຮີບໂຮມຂໍ້ມູນແລະຕຣຽມຂຶ້ນແຜນຂອງງົບປະມານ ເພື່ອຊ່ອຍເຫຼືອ ເປັນຕົ້ນເຂົ້າສານອາຫານແຫ້ງ ແລະ ນໍ້າສະອາດພາຍຫຼັງ ຄິດໄລ່ມູນຄ່າເສັຽຫາຍ ສຳເຣັດແລ້ວ.
ດັ່ງເຈົ້າໜ້າທີ່ ຄະນະກັມການຄຸ້ມຄອງ ພັຍພິບັດຂັ້ນເມືອງ ເມືອງຫ້ວຍຊາຍ ອີກທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:
ເຂື່ອນໄຟຟ້າ ນໍ້າຍອນນີ້ມັນເປັນເຂື່ອນນໍ້າລົ້ນເນາະ ມັນຈະເປັນເຂື່ອນຂນາດນ້ອຍສື່ໆນ່າ. ປົກກະຕິແລ້ວຖ້າຫາກ ນໍ້າປ່າບໍ່ໄຫຼຊຸແຮງ ມັນກໍລົ້ນປົກກະຕິເນາະ ນໍ້າທີ່ລົ້ນລົງມາ ກໍສາມາດນຳໃຊ້ ຂອງປະຊາຊົນທີ່ທຳການຜລິຕ ຢູ່ປົກກະຕິນ່າ ຕອ້ງໄດ້ປັບໜ້າດິນ ຜູ້ຖືກເສັຽຫາຍ ນີ້ຕ້ອງໄດ້ເອົາຂອນໄມ້ ເອົາຂີ້ຫີນ ເອົາຫຍັງຂຶ້ນມາຖົມ ປີຕໍ່ໄປ ເຮົາຕ້ອງໄດ້ປັບເນື້ອທີ່ ໃຫ້ເພິ່ນເດ.
ສຳລັບການປະເມີນຜົລເສັຽຫາຍ ຍັງແມ່ນຢູ່ໃນຂັ້ນຕອນ ການຮີບໂຮມຂໍ້ມູນ ເນື້ອທີ່ທຳການຜລິຕ ສ່ວນຂໍ້ມູນພື້ນຖານ ຜົລເສັຽຫາຍເຮືອນ ຂອງປະຊາຊົນນັ້ນ ແມ່ນບໍ່ມີຫຼາຍ ຄືເນື້ອທີ່ທົ່ງນາ ແລະຍັງບໍ່ສາມາດປະເມີນມູນຄ່າ ຄວາມເສັຽຫາຍໄດ້ ເທື່ອຍ້ອນຍັງຢູ່ໃນລະຫວ່າງການ ລົງພື້ນທີ່ເພື່ອຮີບໂຮມຂໍ້ມູນ. ນອກຈາກນີ້ ຍັງບໍ່ມີ (ຣາຍງາຍ) ຜູ້ໃດເສັຽຊີວິຕ ຫຼືໄດ້ຮັບອຸປັດຕິເຫດ ຂັ້ນຮຸນແຮງ ຂະນະທີເກີດນໍ້າຖ້ວມ ໃນວັນທີ 16 ກັນຍາ ທີ່ຜ່ານມາ ອີງຕາມຂໍ້ມູນ ຈາກຄະນະກັມການ ຄຸ້ມຄອງພັຍພິບັດ ຂັ້ນເມືອງ ເມືອງຫ້ວຍຊາຍທັງ 2 ທ່ານທີ່ໄດ້ກ່າວ.