ຍຶດແຮ່ທາດ ຂົນສົ່ງ ໂດຍບໍ່ມີເອກສານ ອະນຸຍາດ

ແຜ່ນທີ່ ເຂດເມືອງອຸທຸມພອນ ແຂວງສວັນນະເຂດ ບ່ອນທີ່ແຮ່ທາດ ບໍ່ມີເອກສານ ອະນຸຍາດ ຖືກຍຶດໄດ້.
ແຜ່ນທີ່ ເຂດເມືອງອຸທຸມພອນ ແຂວງສວັນນະເຂດ ບ່ອນທີ່ແຮ່ທາດ ບໍ່ມີເອກສານ ອະນຸຍາດ ຖືກຍຶດໄດ້. (ຮູບພາບ: OpenStreetMap contributors/Datawrapper)

0:00 / 0:00

ທາງການແຂວງສວັນນະເຂດ ຍຶດຣົຖບັນທຸກຂົນແຮ່ທາດ ຊຶ່ງເປັນແຮ່ທາດ ທີ່ບໍ່ມີເອກສານເຄື່ອນຍ້າຍ ຕາມລະບຽບກົດໝາຍ ເມື່ອເວລາປະມານ 11.30 ນາທີ ຂອງຄືນວັນທີ 8 ກັນຍານີ້. ປັດຈຸບັນ ເຣື່ອງດັ້ງກ່າວ ຢູ່ລະຫວ່າງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜແນກການເງິນ ແຂວງສວັນນະເຂດ. ແຮ່ທາດທີ່ຍຶດໄດ້ໃນຄັ້ງນີ້ ເປັນແຮ່ຄໍາ ທີ່ບໍ່ງາມ ແລະປົນຝຸ່ນຫີນ ຊຶ່ງຄາດວ່າ ອາຈແມ່ນຊາວບ້ານ ໄປຫາຂຸດເອົາຕາມຫລືບຫີນ ແລ້ວນໍາມາຂາຍໃຫ້ພໍ່ຄ້າຄົນກາງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກການເງິນ ແຂວງສວັນນະເຂດ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ກັນຍານີ້.

" ທີ່ຈິງແລ້ວມັນເປັນແຮ່ບໍ່ງາມເນາະ ທາງຣັຖບານເຮົາກະບໍ່ໃຫ້ຂຸດຄົ້ນ ເຄື່ອນຍ້າຍຫັ້ນແລ້ວ ແຕ່ວ່າມັນກະຊິມີພໍ່ຄ້າມືກາງ ຫລືວ່າແນວໃດ ລັກເອົາໄປຫັ້ນແຫລະ ບໍ່ໄດ້ຮັບອະນຸຍາດໄດ໋ໂຕນີ້ ແຕ່ວ່າຣາຍລະອຽດ ກະກວດເບິ່ງ ກວດກາບໍ໋ແມ່ນຫຍັງຕ່າງໆ ບໍ່ຮູ້ແລ້ວວ່າເຂົາເອົາໄປທາງໃດ. "

ຣົຖບັນທຸກ ປ້າຍທະບຽນ ບຈ 2388 ກໍາແພງນະຄອນ ທີ່ຂົນແຮ່ຄໍາຜິດກົດໝາຍນີ້ ຖືກຍຶດໄດ້ໃນຂະນະທີ່ແລ່ນອອກຈາກເມືອງເຊໂປນ ໄປຕາມຖນົນເລກ 9 ຊຶ່ງທາງເຈົ້າທີ່ພາສີ ແຂວງສວັນນະເຂດ ໄດ້ຕິດຕາມຣົຖຄັນດັ່ງກ່າວ ຈົນມາຮອດຈຸດປະສານນາຊາຍ ເມືອງອຸທຸມພອນ ເຈົ້າໜ້າທີ່ຈຶ່ງໄດ້ລັດຣົຖຄັນນັ້ນ ແລ້ວກໍກວດຄົ້ນເຫັນແຮ່ ຄໍາຈໍານວນຫລາຍຕັນ ທີ່ບໍ່ມີໃບອະນຸຍາດ ຫຼືເອກສານເຄື່ອນຍ້າຍ.

ແຕ່ມາເຖິງຂະນະນີ້ ເຣື່ອງດັ່ງກ່າວກໍຍັງບໍ່ສາມາດເປີດເຜີຍ ຂໍ້ມູນກ່ຽວກັບຜູ້ກະທໍາຜິດ, ປາຣິມານແຮ່ຄໍາ ແລະປາຍທາງ ທີ່ຈະຂົນແຮ່ທາດນັ້ນໄປ ເນື່ອງຈາກຍັງຢູ່ລະຫວ່າງ ການສືບສວນ, ສອບສວນຕໍ່ໄປຢູ່. ມີການສັນນິຖານກັນວ່າ ຖ້າແຮ່ທາດຈໍານວນດັ່ງກ່າວ ຖືກນໍາມາຈາກເມືອງເຊໂປນແທ້ ກໍໜ້າຈະມາຈາກບໍ່ຄໍາເມືອງເຊໂປ ເພາະເປັນພື້ນທີ່ດຽວ ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນແຮ່ທາດປະເພດນັ້ນ. ເຈົ້າໜ້າທີ່ຫ້ອງການພະລັງງານ ແລະບໍ່ແຮ່ເມືອງເຊໂປນ ເວົ້າໃນມື້ດຽວກັນນີ້ວ່າ ທາງແຂວງເພິ່ນຍັງບໍ່ທັນໄດ້ເປີດເຜີຍເທື່ອ.

" ໂຕນີ້ຫັ້ນ ເພິ່ນຍັງບໍ່ໄດ້ຣາຍງານເທື່ອຫັ້ນນ່າ ຂໍ້ມູນໂຕນີ້ ເພາະວ່າມັນມີຄະນະຮັບຜິດຊອບ ຕ່າງຫາກຫັ້ນນະ ມັນເປັນຂັ້ນແຂວງ."

ເວົ້າເຖິງການຂຸດຄົ້ນ ແລະການເຄື່ອນຍ້າຍແຮ່ທາດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນຄັ້ງນີ້ ປະຊາຊົນລາວຈໍານວນນຶ່ງ ຢູ່ເມືອງເຊໂປນ ເຫັນວ່າ ຫາກຂຸດຄົ້ນມາຈາກເມືອງເຊໂປນແທ້ ກໍຈະມີແຕ່ມາຈາກບໍ່ຄໍາເຊໂປນເທົ່ານັ້ນ ແລະໃນໄລຍະທີ່ຜ່ານມາ ກໍມີຊາວບ້ານກຸ່ມນຶ່ງ ມັກເຂົ້າໄປຂຸດແຮ່ທາດ ຕາມຫລືບຫີນຜາ ແລ້ວນໍາໄປຂາຍໃຫ້ນາຍທຶນ ທີ່ມາຊື້ຮັບແບບລັບໆ ແລະທາງການກໍພະຍາຍາມເຕືອນຊາວບ້ານ ຢູ່ເຂດອ້ອມຂ້າງບໍ່ຄໍາເຊໂປນ ບໍ່ໃຫ້ລັກເຂົ້າໄປຂຸດ, ຖ້າເຈົ້າໜ້າທີ່ຈັບໄດ້ ກໍຈະຖືກດໍາເນີນຄະດີ ຕາມລະບຽບກົດໝາຍ.

ດັ່ງຊາວລາວຜູ້ນຶ່ງ ຢູ່ເມືອງເຊໂປນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ກັນຍານີ້ວ່າ:

" ແມ່ນ ຄືວ່າໄດ້້ຍິນຢູ່ຫວ່າງແລ້ວນີ້ ກະບໍ່ໄດ້ຖາມເຂົາວ່າເປັນແນວໃດ ໂດຍ ຄັນໄປລັກເອົາຂາຍກະເຂົາຈັບໂລດແຫລະນີ້ ເຂົາກະເຮັດຕາມກົດລະບຽບ ຂອງເຂົາຫັ້ນແຫລະ. "

ການຂຸດຄົ້ນແຮ່ທາດຕ່າງໆ ຫາກບໍ່ໄດ້ຮັບອະນຸຍາດ ຈາກທາງການ ກໍຈະຖືວ່າ ເປັນການບຸກລຸກ. ຫາກບຸກລຸກເຂດສັມປະທານ ກໍຈະຖືວ່າຜິດກົດໝາຍ ຮວມທັງກົດໝາຍ ວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ ແລະກົດໝາຍວ່າດ້ວຍແຮ່ທາດ.

ພ້ອມດຽວກັນນີ້ ຊາວລາວອີກຜູ້ນຶ່ງ ຢູ່ເມືອງວິລະບູຣີ ກໍເວົ້າວ່າ ຍັງເຫັນຄົນເປັນກຸ່ມ ເປັນຕົ້ນກຸ່ມຊາວໜຸ່ມ ໃນເມືອງວິລະບູຣີ ແລະເມືອງເຊໂປນ ທີ່ອາສັຍຢູ່ໃກ້ເຂດບໍ່ຄໍາເຊໂປນ ເຂົ້າໄປລັກຂຸດເອົາແຮ່ທາດ ຢູ່ຕາມຫີນຜາ ແລ້ວນໍາໄປຂາຍ ໃຫ້ກຸ່ມນາຍທຶນ ຫລືບໍຣິສັດ ທີ່ຮັບຊື້ແຮ່ທາດ ຊຶ່ງມີຢູ່ທົ່ວໄປ. ໄລຍະຜ່ານ ທາງການລາວ ແລະເຈົ້າຂອງໂຄງການ ບໍ່ຄໍາເຊໂປນ ກໍພະຍາຍາມລາຕເວນ ກວດກາຢ່າງຕໍ່ເນື່ອງ ເພື່ອສະກັດກັ້ນກຸ່ມຄົນ ບໍ່ໃຫ້ເຂົ້າມາລັກຂຸດເອົາແຮ່ທາດໄປຂາຍ. ແຕ່ກໍເປັນເຣື່ອງຍາກ ທີ່ຈະຫ້າມໄດ້ ເພາະວ່າ ແຮ່ທາດທີີ່ພວກເຂົາເຈົ້າຂຸດມານັ້ນ ສ້າງລາຍໄດ້ ໃຫ້ພວກເຂົາເຈົ້າເປັນຢ່າງດີ.

ດັ່ງທີ່ທ່ານກ່າວວ່າ:

" ໄປລັກເອົາຢູ່ພູນີ້ເດ໋ ຂອບເຂດອ້ອມຂ້າງເມືອງນີ້ແຫລະ ບ່ອນເຂົາຈົກແຮ່ຄໍາ ຫັ້ນແຫລະ. ແຮ່ທອງຫັ້ນ ເຂົາກະໄລ່ກວດ ໄລ່ຍຶດຫັ້ນແລ້ວ. ເຂົາລັກແລ້ວ ເຂົາກະເອົາໄປວຽດນາມ ເອົາໄປຈີນພຸ້ນແຫລະ. "

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ຜູ້ຮັບຜິດຊອບເຣື່ອງງົບປະມານໂດຍກົງ ແຕ່ບໍ່ສາມາດຕິດຕໍ່ໄດ້ ຍ້ອນທ່ານຢູ່ໃນລະຫວ່າງ ການລົງພື້ນທີ່ເກັບກໍາຂໍ້ມູນ.

ແຕ່ເຖິງຢ່າງໃດກໍຕາມ ຊາວລາວອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້ວ່າ ແຮ່ທາດຕ່າງໆທີ່ຂຸດຄົ້ນໄດ້ໃນລາວ ຖືເປັນຊັພຍາກອນ ທັມມະຊາດຂອງປະເທດ, ຫາກມີບຸກຄົນໃດກໍຕາມ ທີ່ໄປຂຸດຄົ້ນ ເພື່ອນໍາໄປຂາຍ ຫລືສົ່ງອອກ ກໍຕ້ອງເຮັດໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ຈ່າຍພາສີ-ອາກອນໃຫ້ຣັຖ ແລະກໍຣະນີທີ່ຍຶດແຮ່ທາດ ທີ່ບໍ່ມີໃບອະນຸຍາດ ກໍຄວນຈະສືບສວນ ສອບສວນຢ່າງລະອຽດ ເພື່ອຫາຂໍ້ມູນຄວາມຈິງແລະດໍາເນີນຄະດີໄປຕາມກົດໝາຍ ເພື່ອເອົາເປັນແບບຢ່າງ ບໍ່ໃຫ້ຄົນອື່ນໆລັກເຮັດຕໍ່ໄປ.

" ກະມັນເຄີຍແລ້ວມັນຈັ່ງເຮັດແນວນີ້ ຕ້ອງສືບສວນຫາສາເຫດ ຕ້ອງກັກຕົວມັນຢ່າງຄັກແນ່ກ່ອນອັນນີ້ ບໍ່ແມ່ນວ່າສິປ່ອຍປະລະເລີຍໄປແບບເສີຍໆ ໄປນີ້ບໍ່ໄດ້ໄດ໋ເຣື່ອງນີ້ນີ໋ ຄືໄມ້ຫັ້ນແຫລະ ອອກຄໍາສັ່ງແລ້ວຍັງລະເມີດຢູ່. "

ເມື່ອປີ 2021 ທີ່ຜ່ານມາ ອໍານາດການປົກຄອງ ເມືອງວິລະບູຣີ ກໍເຄີຍໄດ້ມອບແຮ່ຫີນຂຽວ ແລະແຮ່ທາດປະເພດຕ່າງໆ ຊຶ່ງມີນໍ້າໜັກຮວມກັນ 17 ຕັນປາຍ ຄືນໃຫ້ເຈົ້າຂອງໂຄງການ ບໍ່ຄໍາເຊໂປນ ພາຍຫລັງທີ່ຍຶດຄືນມາໄດ້ຈາກກຸ່ມຄົນ ຈໍານວນນຶ່ງ ທີ່ລັກເອົາໄປຂາຍ.