ການຊ່ອຍເຫຼືອ ຟື້ນຟູ ຜູ້ຖືກນ້ຳຖ້ວມ ຢູ່ອຸດົມໄຊ ຍັງຫຼ້າຊ້າ

ໄຊຍາ
2022.09.27
ການຊ່ອຍເຫຼືອ ຟື້ນຟູ ຜູ້ຖືກນ້ຳຖ້ວມ ຢູ່ອຸດົມໄຊ ຍັງຫຼ້າຊ້າ ສະພາບພາຍຫຼັງເຫດການນ້ຳຖ້ວມໃຫຍ່ ແລະ ນ້ຳປ່າໄຫຼຊຸແຮງ ຄັ້ງທີ່ຮຸນແຮງທີ່ສຸດ ເທົ່າທີ່ເຄີຍມີການບັນທຶກມາ ໃນເຂດເມືອງຫຼາ ແຂວງອຸດົມໄຊ (TS), ວັນທີ 16 ເດືອນກັນຍາ 2022.
RFA

ເປັນເວລາ 1 ເດືອນຜ່ານໄປ ພາຍຫຼັງເກີດພັຍພິບັດ ນໍ້າຖ້ວມໃຫຍ່ ຢູ່ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງໄຊ ໃນແຂວງອຸດົມໄຊ ເມື່ອໄລຍະທ້າຍເດືອນສິງຫາ ທີ່ຜ່ານມາ ແຕ່ສະພາບຟື້ນຟູ ເຮືອນຊານຂອງປະຊາຊົນ ຍັງຕ້ອງການການຊ່ອຍເຫຼືອ ຫຼາຍຢ່າງໂດຍສະເພາະ ອຸປກອນໃນການປຸກສ້າງ ແລະສ້ອມແປງ ພື້ນຖານໂຄງຮ່າງ ເຮັດໃຫ້ຕ້ອງໄດ້ຕັດໄມ້ ເພື່ອມາສ້າງຕູບນ້ອຍ ສຳລັບໃຊ້ເປັນບ່ອນພັກ ໃຫ້ແກ່ປະຊາຊົນຊົ່ວຄາວ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຟື້ນຟູເຮືອນ ໃຫ້ແກ່ປະຊາຊົນ ທີ່ຖືກຜົລກະທົບ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີໃນວັນທີ 27 ກັນຍາ 2022 ນີ້ວ່າ:

ທາງການນຳເພິ່ນ ກໍໄດ້ຈັດຕັ້ງກຳລັງ ໄປຊ່ອຍໂດຍສະເພາະ ກໍແມ່ນຕັດໄມ້ ມາຕັ້ງເຮືອນ ໃຫ້ຢູ່ຊົ່ວຄາວກໍຕ້ອງການ ເປັນວັດຖຸສິ່ງຂອງຫັ້ນແຫຼະ ທີ່ວ່າຈະຕອບສນອງໃຫ້ ແກ່ປະຊາຊົນ ທີ່ວ່າບ່ອນຢູ່ ອາສັຍຫັ້ນນ່າ ເປັນຕົ້ນວ່າເປັນສັງກະສີ ເປັນກະເບື້ອງບໍ່ ເປັນວັດຖຸອື່ນໆ ຢູ່ແຖວບ້ານ ແຖວເກົ່າຫັ້ນແຫຼະ ຕັດໄມ້ ຕັດຕອກ ມາຕັ້ງ. ການນຳເພິ່ນ ກໍໄດ້ສນອງສັງກະສີ ຈຳນວນນຶ່ງໃຫ້ ໄດ້ຢູ່ອາສັຍຊົ່ວຄາວ.

untitled-21.JPG
ສະພາບພາຍຫຼັງເຫດການນ້ຳຖ້ວມໃຫຍ່ ແລະ ນ້ຳປ່າໄຫຼຊຸແຮງ ຄັ້ງທີ່ຮຸນແຮງທີ່ສຸດ ເທົ່າທີ່ເຄີຍມີການບັນທຶກມາ ໃນເຂດເມືອງຫຼາ ແຂວງອຸດົມໄຊ, ວັນທີ 16 ເດືອນກັນຍາ 2022.

ໃນຂະນະທີ່ ປະຊາຊົນທີ່ສູນເສັຽ ບ່ອນອາສັຍ ແລະເຄື່ອງມືຫາຢູ່ ຫາກິນ ຍ້ອນຖືກນໍ້າປ່າໄຫຼຊຸໄປນັ້ນ ເຖິງແມ່ນວ່າ ອຳນາດການປົກຄອງ ຂັ້ນເມືອງ ແລະຂັ້ນແຂວງ ຈະຊ່ອຍຈັດສັນບ່ອນຢູ່ ອາສັຍຊົ່ວຄາວໃຫ້ ແລະໄດ້ຮັບເຄື່ອງບໍຣິຈາກ ຈາກຜູ້ໃຈບຸນທັງພາຍໃນ ແລະຕ່າງແຂວງ ແຕ່ພວກເຂົາເຈົ້າ ຍັງບໍ່ຮູ້ສຶກສະບາຍໃຈ ຍ້ອນການຊ່ອຍເຫຼືອ ດັ່ງກ່າວນີ້ ເປັນພຽງການແກ້ໄຂ ບັນຫາສະເພາະໜ້າ. ສ່ວນການຊ່ອຍເຫຼືອ ໄລຍະຍາວ ເປັນຕົ້ນເຮືອນຖາວອນ ແລະບ່ອນເຮັດໄຮ່ ເຮັດນາ ນັ້ນຍັງບໍ່ທັນມີ ຄວາມຊັດເຈັນເທື່ອ. ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບ ໂດຍຕຣົງ ຢູ່ບ້ານໂພນໄຊ ເມືອງຫຼາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເຮືອນພໍ່ແມ່ນ້ອງຫັ້ນນ່າ ໄຫຼ. ເຮືອນໄຫຼໄປໝົດ ເຄື່ອງຂອງ ເຄື່ອງຫຍັງກໍບໍ່ມີ ນໍ້າເອົາໄປເບິດເລີຍ. ຣົຖຈັກ ຣົຖຫຍັງ ກໍໄປເບິດເລີຍ. ທາງບ້ານທາງເມືອງ ເພິ່ນກໍໄດ້ເຮັດເຮືອນ ສຳຮອງໃຫ້ຢູ່ແລ້ວ ແຕ່ມັນກໍຊິເປັນເຮືອນໄມ້ ທັມມະດາ ນ້ອຍໆຫັ້ນແຫຼະ. ບ່ອນທີ່ວ່າ ຂະເຈົ້າເຮັດເຮືອນໃຫ້ ບ່ອນທີ່ວ່າຂະເຈົ້າ ເຮັດເຮືອນໃຫ້ຫັ້ນນ່າ ກໍເປັນດິນທີ່ຂະເຈົ້າຈົກໃໝ່ໆເນາະ, ຍາມເວລາຝົນຕົກ ມັນກໍດິນ ມັນກໍຊິເຈື່ອນລົງແດ່ຊີ້ເນາະ ເປັນຕາຢ້ານ.

ໃນໄລຍະຜ່ານ ມາການຮີບໂຮມຂໍ້ມູນ ແລະການປະເມີນຜົລ ເສັຽຫາຍທີ່ເກີດຂຶ້ນ ຈາກພັຍພິບັດນໍ້າຖ້ວມ ຍັງປະສົບກັບຄວາມຫຍຸ້ງຍາກ ແລະດຳເນີນການ ໄປໄດ້ຢ່າງຊ້າໆ ຍ້ອນພາຍຫຼັງ ເກີດເຫດຝົນຕົກໜັກ ໃນວັນທີ 26 ສິງຫາ ທີ່ຜ່ານມາ ຍັງເກີດເຫດຝົນຕົກໜັກ ອີກຫຼາຍເທື່ອ ໃນບ່ອນເກົ່າ ເປັນຕົ້ນໃນວັນທີ 3-4 ກັນຍາ ແລະ ວັນທີ 20 ກັນຍາ 2022 ສົ່ງຜົລໃຫ້ ແຜນການຊ່ອຍເຫຼືອ ຊົ່ວຄາວເສັຽຫາຍ ແລະຕ້ອງໄດ້ເຣີ່ມຕົ້ນໃໝ່.

ດັ່ງຊາວບ້ານ ຢູ່ເມືອງຫຼາ ແຂວງອຸດົມໄຊ ກ່າວວ່າ:

ບໍ່ຮຸນແຮງສໍ່າກັບຄັ້ງເກົ່າເທື່ອ ແຕ່ກໍມີບາງບ້ານ ຫາກໍແປງແລ້ວ ບາງເທື່ອ ບາງບ່ອນ ກໍທາງຂາດ ບາງບ້ານກໍນໍ້າທະລຸມາ ສໍ່າເກົ່າຫັ້ນນ່າ. ບ້ານຫຼັກ 17 ບໍ່ ຫຼັງຈາກນໍ້າຖ້ວມຫັ້ນ ມັນກໍມີພາກສ່ວນ ທີ່ກ່ຽວຂ້ອງຫັ້ນ ລົງໄປຊ່ອຍແລ້ວ, ຊ່ອຍແລ້ວແຕ່ກໍຍັງບໍ່ດີ ພຽງແຕ່ວ່າເອີ້ນວ່າ ບັນເທົາທຸກຫັ້ນສື່ໆເນາະ ເຮັດໃຫ້ເສັ້ນທາງ ບາງບ່ອນ ກໍຂາດ ຣົຖກໍໄຫຼ.

ໃນຂະນະດຽວກັນ ເນື້ອທີ່ທຳການເສຕ ຂອງປະຊາຊົນ ຈຳນວນຫຼາຍ ກໍໄດ້ຮັບຜົລກະທົບ ຈາກພັຍພິບັດ ນໍ້າຖ້ວມໃນຄັ້ງນີ້ເຊັ່ນກັນ ສົ່ງຜົລໃຫ້ໃນໄລຍະນີ້ ພວກເຂົາເຈົ້າ ບໍ່ສາມາດດຳເນີນການຜລິຕ ເພື່ອສ້າງລາຍໄດ້ ໃຫ້ແກ່ຕົນເອງ ແລະຄອບຄົວ. ເຖິງແມ່ນວ່່າ ທາງການຈະໄດ້ຮີບໂຮມ ຜົລເສັຽຫາຍແລ້ວບາງສ່ວນ ແຕ່ການຈ່າຍຄ່າຊົດເຊີຍ ຍັງບໍ່ທັນເກີດຂຶ້ນເທື່ອ.

ດັ່ງຊາວບ້ານ ຜູ້ໄດ້ຮັບຜົລກະທົບໂດຍຕຣົງ ຢູ່ບ້ານຫຼັກ 17 ເມືອງຫຼາ ແຂວງອຸດົມໄຊ ກ່າວວ່າ:

ເວົ້າເຣື່ອງໄຮ່ເວົ້າເຣື່ອງນາ ມັນໄຫຼໄປ ຫຼາຍເຕີບຢູ່. ບາງຄອບຄົວນີ້ ກໍໄດ້ໄຫຼໄປເລີຍຫັ້ນນ່າ. ກໍແມ່ນອາຫານແຫ້ງ ເຄື່ອງຢູ່ ການຢູ່ ການກິນ ຟື້ນຟູສະພາບ ໂຄງຮ່າງພື້ນຖານນີ້ ຍັງບໍ່ທັນໄດ້ ເທົ່າທີ່ຄວນເທື່ອ. ຖ້ວມນີ້ກໍຊິແມ່ນຖ້ວມ ນາປະຊາຊົນຫັ້ນ ບາງບ່ອນແຕ່ວ່າ ໜັກກໍແມ່ນບ້ານຫ້ວຍຫຼາ, ບ້ານໂນນສະອາດ, ບ້ານໜອງບົວ ແລ້ວກໍບ້ານຫຼັກ 17 ແຄມນໍ້າຫ້ວຍນ້ອຍໆຫັ້ນນ່າ ແຕ່ວ່ານໍ້າມັນຖ້ວມຫັ້ນນ່າ ນໍ້າປ່າໄຫຼ.

ມາຮອດ ປັດຈຸບັນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມີແຜນຈະປຸກສ້າງເຮືອນຊານ ຫຼັງໃໝ່ໃຫ້ແກ່ປະຊາຊົນ ທີ່ບໍ່ມີບ່ອນອາສັຍ ຍ້ອນຖືກນໍ້າປ່າພັດເຮືອນ ແລະເຄື່ອງຂອງໄຫຼ ຈຳນວນ 104 ຄອບຄົວຢູ່ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງໄຊ ໃນແຂວງອຸດົມໄຊ ຊຶ່ງຈຳເປັນຕ້ອງ ໄດ້ລໍຖ້າອຸປກອນກໍ່ສ້າງເປັນຕົ້ນ ສັງກະສີ, ເຫຼັກ, ຕະປູ, ກະເບື້ອງ, ສາຍໄຟຟ້າ ແລະ ທໍ່ນໍ້າ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ຢູ່ແຂວງອຸດົມໄຊ ຜູ້ບໍ່ປະສົງອອກຊື່ແລະສຽງກ່າວວ່າ:

ສ່ວນຫຼາຍດຽວນີ້ ກໍຍັງຂາດປະເພດ ເຄື່ອງໃຊ້ ປະເພດເຄື່ອງໄຟຟ້າ ນໍ້າປະປາ ເຄື່ອງເຮືອນຫັ້ນ ສາຍໄຟຟ ສາຍຫຍັງຫັ້ນນ່າ ສາຍໄຟບໍ່ພຽງພໍ ທໍ່ນໍ້າປະປາບໍ ເຄື່ອງຄົວເຮືອນນີ້ ກໍຍັງຂາດຫຼາຍ. ນອກນີ້ຍັງມີສັງກະສີ ແລ້ວກໍປະເພດເສົາເບຕົງ ເພາະວ່າໄທເຮົາຈະໄດ້ຈັດສັນບ້ານ ໃຫ້ຂະເຈົ້າແດ່ ເຮົາຈະໂຍກຍ້າຍທີ່ດິນ ໃຫ້ຂະເຈົ້າໄປຕອນນີ້ ຍັງຕັ້ງເຮືອນຊົ່ວຄາວໃຫ້ຂະເຈົ້າ ຊຶ່ງຍັງຂາດຫຼາຍ.

ອີງຕາມການຣາຍງານ ຈາກກອງປະຊຸມ ປຶກສາຫາລື ກ່ຽວກັບການຟື້ນຟູ ຜົລກະທົບ ຈາກພັຍພິບັດນໍ້າຖ້ວມ ຢູ່ແຂວງອຸດົມໄຊ ທີ່ຈັດຂຶ້ນໃນວັນທີ 22 ກັນຍາ ທີ່ຜ່ານມານີ້ ລະບຸວ່າພັຍພິບັດດັ່ງກ່າວນີ້ ເກີດຈາກພະຍຸຣະດູຮ້ອນ ມາອ໋ອນ ທີ່ພັດຜ່ານແຂວງອຸດົມໄຊ ເຮັດໃຫ້ເກີດຝົນຕົກໜັກ ຕິດຕໍ່ກັນຫຼາຍຊົ່ວໂມງຈົນມີນໍ້າປ່າໄຫຼຊຸ ແລະ ນໍ້າສາຍຕ່າງໆ ມີລະດັບເພີ່ມຂຶ້ນຢ່າງໄວວາ ເຂົ້າຖ້ວມບ້ານເຮືອນ ຂອງປະຊາຊົນ, ໂຄງຮ່າງພື້ນຖານ, ຊີວິຕ, ຊັພສິນ, ສັດລ້ຽງ, ເນື້ອທີ່ທຳການກະເສຕ, ເສັ້ນທາງ, ເສົາໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງໝໍ, ລະບົບການສື່ສານ ແລະ ອື່ນໆ ໄດ້ຮັບຄວາມເສັຽຫາຍ ແລະໃຊ້ການບໍ່ໄດ້ຢູ່ 6 ເມືອງພາຍໃນແຂວງອຸດົມໄຊ ເຊັ່ນ ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງປາກແບງ ແລະ ເມືອງຮຸນ. ຊຶ່ງການປະເມີນຜົລເສັຽຫາຍ ໃນເບື້ອງຕົ້ນ ປະມານ 244,000,000,000 ກີບ (ສອງຮ້ອຍສີ່ສິບສີ່ຕື້ກີບ).

untitled-9.JPG
ສະພາບພາຍຫຼັງເຫດການນ້ຳຖ້ວມໃຫຍ່ ແລະ ນ້ຳປ່າໄຫຼຊຸແຮງ ຄັ້ງທີ່ຮຸນແຮງທີ່ສຸດ ເທົ່າທີ່ເຄີຍມີການບັນທຶກມາ ໃນເຂດເມືອງຫຼາ ແຂວງອຸດົມໄຊ, ວັນທີ 16 ເດືອນກັນຍາ 2022.

ກ່ອນໜ້ານີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໃຫ້ສັມພາດຕໍ່ສື່ທ້ອງຖິ່ນ ໂດຍອ້າງອີງຂໍ້ມູນຈາກ ຄະນະກັມມະການ ພັຍພິບັດຂັ້ນແຂວງ ໄດ້ຮີບໂຮມຂໍ້ມູນ ພາຍຫຼັງນໍ້າຖ້ວມ ໃນໄລຍະທ້າຍດືອນສິງຫາ ຫາ ວັນທີ 2 ກັນຍາ ທີ່ຜ່ານມານີ້ວ່າ ສະພາບນໍ້າຖ້ວມ ທີ່ເກີດຂຶ້ນ ຢູ່ແຂວງອຸດົມໄຊ ໃນທ້າຍເດືອນສິງຫາ ທີ່ຜ່ານມາ ໄດ້ສ້າງຄວາມເສັຽຫາຍ ຢ່າງໜັກໜ່ວງທີ່ສຸດ ໃນຮອບ 37 ປີ ລະຫວ່າງປີ 1985 ຫາ 2022 ​ເຮັດໃຫ້ປະຊາຊົນ ພາຍໃນ 3 ເມືອງ ເຊັ່ນ ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້ ໄດ້ຮັບຜົລກະທົບ 69 ບ້ານ, 2,283 ຫຼັງຄາເຮືອນ, ຈຳນວນ 12,079 ຄົນ, ເສັຽຊີວິຕ 1 ຄົນ, ຫາຍສາບສູນ 1 ຄົນ ແລະ ບາດເຈັບ 5 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.