ຣົຖບັນທຸກ ຂົນແຮ່ໄປຈີນ ເຮັດໃຫ້ເສັ້ນທາງ ເພໜັກ
2022.09.21

ປະຊາຊົນ ທີ່ໃຊ້ເສັ້ນທາງ ຢູ່ເຂດ ວິທະຍາໄລສ້າງຄູ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ຈາກການໃຊ້ຣົຖໃຊ້ຖນົນ ຍ້ອນວ່າ ເສັ້ນທາງເຂດດັ່ງກ່າວ ເກີດການເປ່ເພໜັກ ຈົນຣົຖຈັກ ແລະ ຣົຖທັມມະດາ ບໍ່ສາມາດແລ່ນໄປໄດ້ ຈົນເຂົາເຈົ້າຕ້ອງໃຊ້ເຂດວັດ ເປັນທາງເວັນ.
ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຢູ່ເຂດເມືອງທຸລະຄົມ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ໂອ້ຍ ມັນອັນນັ້ນ ມັນຣົຖໜັກທຽວຫຼາຍ ຣົຖຂະເຈົ້າແກ່ແຮ່ ແກ່ຫຍັງໄປຂຶ້ນທາງຣົຖໄຟໂພນໂຮງ ໄປໂພນໂຮງ, ວຽງວຽງ. ເພາະວ່າ ຂົວນ້ຳພະນາຍມັນຂາດເນາະ ອອກທາງໄປຫຼັງໂຮງຮຽນສ້າງຄູ ໂຕບ້ານບໍ່.
ໂຕລົງສວນສັດມາ ກະເຂົ້າບ້ານບໍ່ອອກ ບ້ານໂພນຂ່າ ໄປອອກຫຼັງໂຮງຮຽນສ້າງຄູບ້ານເກີນ ທຽວອອກໄປໃສ່ປາກກະຍຸງ ໂຕນີ້ແຫຼເພຫຼາຍ ບ້ານບໍ່ ບ້ານໂພນຂ່າ ນີ້ ຄັນຝົນຕົກແຮງ ຣົຖຈັກໄປບໍ່ໄດ້ພຸ້ນແຫຼ.
ນັກຂ່າວ: ຣົຖຫຼາຍນີ້ ມັນເປັນຍ້ອນຫຍັງ ເຂົາເຈົ້າແກ່ຫຍັງໄປໃສ?
ປະຊາຊົນ:
“ແກ່ແຮ່ເດ້ ແກ່ແຮ່ໄປຂຶ້ນທາງຣົຖໄຟ ແຮ່ເຫຼັກແຮ່ຫຍັງ ແກ່ມາແຕ່ ແກ່ມາແຕ່ໄຊສົມບູນ ແກ່ມາແຕ່ທາງໃຕ້ພຸ້ນແຫຼະ ໄຊສົມບູນ ທ່າບົກ.”
ນັກຂ່າວ: ຫຼາຍຄັນປານໃດຕໍ່ມື້ ອັນທີ່ວ່າຫຼາຍ?
ປະຊາຊົນ:
“ຊ້ວງນີ້ ມັນທາງຢາກເພແດ່ ມັນກະບໍ່ປານໃດລະ. ຄັນວ່າ ຕໍ່ມື້ນີ້ ກະມື້ລະ 50-60 ຄັນ ພຸ້ນແຫຼແລ່ນ ທັງເວັນທັງຄືນເນາະ ຕອນແລງມາກະ 3-4 ໂມງແລງ ມາ ກະເປັນວື່ນໆ ແຫຼະ ຂາກັບກະ 7-8-9 ໂມງກາງຄືນ 10 ໂມງກາງຄືນ ລະກະຊ້ວງຂ້ອນແຈ້ງມັນໄປ.”
ນັກຂ່າວ: ປະຊາຊົນຢູ່ຈັ່ງໃດຊັ້ນນະ?
ປະຊາຊົນ:
“ໂອ້ຍປະຊາຊົນກະ ມີແຕ່ທຽວທາງບ້ານບໍ່ ມີແຕ່ທຽວທາງ ບ້ານໂພນຂ່າ ທຽວມາ ບ້ານບໍ່ ກະໂຄ້ງເຂົ້າວັດ ບ່ອນນີ້ເດ້ ເອົາວັດເປັນທາງທຽວ ໜ້າຫ້ອງການບ້ານຫັ້ນ ທາງຄະນະບ້ານກະເອົາຫີນ ຂະເຈົ້າທຸບເຮືອນທຸບຊານຫັ້ນໄປລົງ ເອົາລົງກະບໍ່ເກີນ 10 ປາຍມື້ ໂກນ. ຄັນທຽບທາງເລິກກະ ຫ້ວຍກະບໍ່ຫຼຸດໃດ 30-40 ເຊັນ ຄວາມເລິກ ເປັນບວກແຫຼະ ບ່ອນມັນໜັກໆ. ແລກໆ ຊ້ວງຝົນມາໜັກໆ ວ່າງກີ້ນີ້ ຣົຖກະຈົນໄປບໍ່ໄດ້ ຄາຄືຈັ່ງຂະເຈົ້າເຫັນຫັ້ນລະ. ຟີ ໄປບໍ່ໄດ້ ບາງຄັນ ກະໝໍ້ນ້ຳແຕກ ກະເອົາຣົຖເມໂຄຣຫັ້ນລະມາດຶງ.”
ນັກຂ່າວ: ດຽວນີ້ ກະຍັງເພ ຢູ່ແມ່ນເບາະ?
ປະຊາຊົນ:
“ໂອຍ ເພໆ ຖືວ່າ ເປັນຣົຖນ້ອຍນີ້ ໄປບໍ່ໄດ້ ຣົຖກະບະນີ້ ຣົຖຫຸ່ນໄດ ໄປບໍ່ໄດ້.”
ນັກຂ່າວ: ຄັນຊັ້ນ ມັນບໍ່ເປັນຍ້ອນຣົຖທົ່ວໄປຕົ່ວຊັ້ນ ມັນເປັນຍ້ອນຣົຖໃຫຍ່?
ປະຊາຊົນ:
“ໂອ້ຍ ຣົຖ 22 ລໍ້ ທຽວເນາະ ຣົຖ 22 ລໍ້ທຽວຕລອດຫຼາຍສາຍນີ້ນະ ເພາະວ່າ ເຂົາເຈົ້າບໍ່ໄດ້ຂຶ້ນວຽງຈັນເນາະ ເຂົາເຈົ້າທຽວທາງທ່າບົກ ເຂົາເຈົ້າເຂົ້າມາທາງນານົກຂຸ້ມເດ້ ລະກະມາທາງເສັ້ນນີ້.”
ນັກຂ່າວ: ເປັນມານີ້ ດົນປານໃດລະ?
ປະຊາຊົນ:
“ໂອ້ ມາໜັກຊ້ວງຝົນຕົກນີ້ແຫຼະ ຜ່ານມານີ້ກະ ເປັນບວກ ເປັນຂຸມຢູ່ ກະພໍໄປມາໄດ້ ກະພໍຝົນຕົກຄຸມໆນີ້ແຫຼ ໜັກ. ອັນເປັນບວກ ເປັນຂຸມຫັ້ນ ໄດ້ຫຼາຍປີລະ ແຕ່ມາເລີ່ມ ແຕ່ຄ່າຫໍ່ເຂົ້າປະດັບດິນມານີ້ແຫຼະນັກ.
ຊ້ວງນຶ່ງຫັ້ນຈົນວ່າ ໄດ້ຈອດຕໍ່ຄິວ ໄປບໍ່ໄດ້ ໄດ້ຫາຣົຖມາດຶງ ຫາຣົຖແມັກໂຄຣ ພຸ້ນລະ.”
ນັກຂ່າວ: ປະຊາຊົນນີ້ ໄດ້ໂທໄປຮ້ອງຮຽນ ຫາໜ່ວຍງານ ຂອງເມືອງ ຂອງແຂວງບໍ່ ເພື່ອມາແກ້ໄຂ?
ປະຊາຊົນ:
“ອັນນີ້ກະບໍ່ເຂົ້າໃຈເນາະ ເພາະວ່າ ມັນກະໃກ້ໆກັບ ໂຕເມືອງທຸລະຄົມ ເຮົາເນາະ ມັນກະບໍ່ໄກກັນ ມັນຫ່າງກັນບໍ່ພໍ 2 ກິໂລ ເນາະ.”
ນັກຂ່າວ: ດຽວນີ້ ຍັງເປັນບວກ ເປັນຂຸມຢູ່ຫວະ ຍັງທຽວຍາກຢູ່ຫວະ?
ປະຊາຊົນ:
“ຍັງຄືເກົ່າ ສະພາບເກົ່າ ສະພາບດຽວຫັ້ນລະ ຣົຖນ້ອຍໄປບໍ່ໄດ້ ໄປໄດ້ແຕ່ຣົຖ 22 ລໍ້.”
ນັກຂ່າວ: ຣົຖນ້ອຍ ເຂົາເຈົ້າທ່ຽວທາງໃດ ນີ້?
ປະຊາຊົນ:
“ຣົຖນ້ອຍເຂົາເຈົ້າທຽວທາງ ເສັ້ນຂົວນ້ຳລິນ ທາງຫຼັງ ປກສ ເມືອງທຸລະຄົມ.”
ໜ່ວຍງານທີ່ກ່ຽວຂ້ອງ ຢູ່ທ້ອງຖິ່ນ ກໍໄດ້ສເນີໄປຫາຂັ້ນແຂວງ ແລ້ວ ແຕ່ ກໍຍັງບໍ່ມີໜ່ວຍງານໃດ ລົງມາສ້ອມແປງ.
ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ດຽວນີ້ ພໍ່ແມ່ປະຊາຊົນ ຄຸ້ມໂພນຂ່າ ນີ້ ມາບ້ານນີ້ ຖືວ່າ ມາບ້ານບໍ່ນີ້ ຖືວ່າ ຍາກ. ມາເວັ້ນທາງເຂົ້າວັດ ເຂົ້າຫຍັງ. ເຮັດໃບສເນີຂຶ້ນເມືອ ທາງເທິງເພິ່ນກະຍັງບໍ່ວ່າຈັ່ງໃດປານນີ້ ອີງໃສ່ບ້ານເຮົານີ້ຫຍຸ້ງຍາກ.”
ນັກຂ່າວ: ຫຍຸ້ງຍາກນີ້ ຫຍຸ້ງຍາກຂນາດນີ້ໃດ? ຫຍຸ້ງຍາກຈັ່ງໃດ?
ເຈົ້າໜ້າທີ່:
“ຖືວ່າ ຣົຖຈັກ ຣົຖຫຸ່ນໃດນີ້ ໄປບໍ່ໄດ້ລະ ໄປຫາບ້ານຕໍ່ບ້ານນີ້ ຖືວ່າຍາກລະ ທາງລັດຜ່ານ ແຕ່ວ່າ ມັນເປັນຄຸ້ມໂພນຂ່າ ຂຶ້ນກັບບ້ານບໍ່ຄືກັນ.”
ນັກຂ່າວ: ເປັນມາດົນປານໃດລະ?
ເຈົ້າໜ້າທີ່:
“ຕົ້ນເດືອນ 9.”
ນັກຂ່າວ: ເຮົາບໍ່ໄດ້ໃຊ້ເສັ້ນທາງນັ້ນ ແມ່ນບໍ່ ເຮົາໃຊ້ທາງເວັ້ນ ແມ່ນບໍ່ບາດນີ້?
ເຈົ້າໜ້າທີ່:
“ທາງເສັ້ນນີ້ ຖືວ່າ ເປັນທາງເສັ້ນໂຕເມືອງ. ຣົຖບໍຣິສັດ ຕ່າງໆ ທີ່ວ່າຈະຂຶ້ນຊິຂຶ້ນເມືອງຫລວງ ຊຽງຂວາງໄປ ກະຖືວ່າ ມາຜ່ານເຂດບ້ານບໍ່ນີ້ໝົດ. ທາງເສັ້ນນີ້ ຖືວ່າ ເປັນທາງຫລວງແຫ່ງຊາຕ ກະວ່າແມ່ນນ່າ ເພາະວ່າ ມັນເວັ້ນໂຕເມືອງ ຊິໄປເມືອງຫລວງ ຊຽງຂວາງ ຣົຖບັນທຸກໜັກ ມາຜ່ານໂຕນີ້ໝົດ ໄປຈີນກະຖືວ່າໄປນີ້. ສນອງແຮ່ໄປໂຮງງານຊິມັງ ວັງວຽງ ກະເອົາທຽງເສັ້ນນີ້, ໄປໃສ່ຣົຖໄຟ, ຂົນກ້ວຍ, ຂົນຢາງພາຣາ ໄປຈີນ ຖືວ່າ ມາຜ່ານນີ້ໝົດ. ສາມປີຫຼັງເຂົາເຈົ້າຜ່ານ ທາງດົງໂດກກ້ຽວເຂົ້າ ອັນນະ 13 ເໜືອລະໄປເລີຍ. ບາດນີ້ ຄັນວ່າ ບໍ່ກ້ຽວພຸ້ນ ມາແຕ່ສາຍໃຕ້ ລະເຮົາຈັ່ງຜ່ານເຂົ້າມາ ຜ່ານເມືອງທຸລະຄົມ ຜ່ານບ້ານບໍ່ ນີ້ໝົດ. ຊ້ວງນີ້ ບາງປີ ມັນກະບໍ່ບວມຫົນທາງນະ ປີນີ້ ມັນຝົນຕົກ ບໍ່ຂ້າມໄລຍະ ລະເຮັດໃຫ້ທາງນັ້ນບວມ ມັນເພລະ ມັນເພເລີຍ ຣົຖໜັກມາທຽວ.”
ນອກຈາກນີ້, ເສັ້ນທາງຢູ່ປະເທດລາວ ກໍຍັງເປ່ເພຫຼາຍ ເຮັດໃຫ້ປະຊາຊົນທີ່ເດີນທາງ ໄດ້ຮັບຄວາມລຳບາກ ໂດຍສະເພາະ ໃນຣະດູຝົນ.
ປະຊາຊົນ ຊາວນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຍາມຝົນມັນກະລຳບາກ ໂດຍສະເພາະທາງຂຶ້ນເໜືອ ມັນກະລຳບາກຢູ່ ທາງສາທາຣະນະຫັ້ນນະເນາະ ຈະເປັນເສັ້ນທາງແຄມຂອງ ເມືອງຊະນະຄາມ. ລົງໄປທາງນີ້ ທາງປາກຊັນ ໂດຍສະເພາະແຖວນີ້ເນາະແຖວອັນ ປາກກະດິງລົງໄປ ທາງອັນ ຫີນບູນຫັ້ນນະ ມີບັນຫາ ເປັນຂຸມ ທາງບໍ່ດີ.”
ນັກຂ່າວ: ເດີນທາງເປັນຈັ່ງໃດ ໃຊ້ຣົົຖໃຊ້ຖນົນ?
ປະຊາຊົນ:
“ສົມມຸດ ຂັ້ນຂະເຈົ້າປະຊຸມດ່ວນ ສ່ວນຫຼາຍຂະເຈົ້າກະ. ຂັ້ນມີປະຊຸມມື້ອື່ນນີ້ ສ່ວນຫຼາຍຂະເຈົ້າກະໄປທາງນີ້ ຄັນສວັນນະເຂດ. ເຫັນພວກອັນນັ້ນ ເຂົາອອກໄປທາງໜອງຄາຍນີ້ ໄປຜູ່ໃສ່ມຸກດາຫານ ຈັ່ງຊີ້ໄດ໋. ເຂົາໄປນ່າ ເພາະວ່າ ທາງເຮົານີ້ ເຮົາຊິແລ່ນຮອດ 60-70 ມັນບໍ່ໄດ້ເນາະ. ລົງໄປສວັນນະເຂດຫັ້ນນ່າ ໂດຍສະເພາະຕັ້ງແຕ່ ນີ້ແຫຼແຕ່ທ່າພະບາດ ໄປຮອດຫີນບູນ ຫັ້ນນ່າ ມັນແລ່ນໄດ້ແຕ່ 50-40 ຊີ້ນ່າ ມັນເປັນຂຸມ.”
ນັກຂ່າວ: ຂັ້ນລົງໄປໃຕ້ສ່ວນໃຫຍ່ນີ້ ໄປສວັນ ປາກເຊ ສ່ວນໃຫຍ່ ເຂົາະເຈົ້າຈະຂີ່ຣົຖ ຜ່ານໄທຍເລີຍ ບໍ່?
ປະຊາຊົນ:
“ແມ່ນໆ ຜ່ານໄທຍເລີຍ. ສົມມຸດວ່າ ຄັນມີງານມື້ອື່ນ ເຂົາກະຊິເຂົ້າໄປມື້ນີ້ເລີຍເນາະ ມາມື້ນີ້ເລີຍ ແລ້ວໄປແຈ້ງຢູ່ພຸ້ນ ເພາະວ່າ ທາງບ້ານເຂົາ ເວົ້າແລ້ວ ມັນກະດີກວ່າທາງບ້ານເຮົາ ເພາະວ່າ ທາງບ້ານເຮົາ ເວົ້າແລ້ວ ມັນກະ ຊ້ວງນີ້ ມັນກະລັງບູລະນະ. ໄດ້ຍິນເພິ່ນເວົ້າຢູ່ຫັ້ນເນາະ ວ່າບູລະນະ ສະເພາະສາຍໃຕ້ ທາງໃຕ້ທາງເໜືອ ຍັງປັບປຸງ. ປັບຊິຮອດມື້ໃດ ກະບໍ່ຮູ້.”
ນັກຂ່າວ: ຢູ່ນະຄອນຫລວງວຽງຈັນ ບາງບ່ອນກະເປ່ເພ ຫຼາຍຫວະ?
ປະຊາຊົນ:
“ນະຄອນຫລວງວຽງຈັນ ກະອອກທາງຖນົນຕລາດສີໄຄເບາະ. ເຂົາເອີ້ນ ຖນົນຫລວງພຣະບາງມື້ກ່ອນ ມັນກະເປ່ເພໝົດ ຫັ້ນແຫຼວ.”
ປະຊາຊົນ ອີກທ່ານນຶ່ງ ໄດ້ກ່າວວ່າ ຖນົນຢູ່ນະຄອນຫລວງວຽງຈັນ ບາງຈຸດກໍເປ່ເພ ມາດົນແລ້ວ:
“ໜັກໆ ທີ່ເຫັນເສັ້ນທາງດົງນາທອງ ມັນກະເປັນມາຈັ່ງຊັ້ນ ມາແຕ່ໃດ. ຖນົນສີທອງ ຈາກສີ່ແຍກດົງນາໂຊກ ໄປຫາ ສາມແຍກທີ່ຈະອອກໄປວັດນາເລົ່າຫັ້ນນ່າ. ເສັ້ນທາງເລກ 13 ເໜືອ ກາຍໜອງໜ້ຽວ, ໜອງແຕ່ງໄປຫັ້ນ. ມັນເປັນຈັ່ງຊັ້ນມາແຕ່ໃດໄດ໋ ຖົມລະກະເພອີກ ເປັນຂຸມລະກະຖົມ ເພເປັນຂຸມ ມັນຍາກ, ຍາກຢູ່ໝ໋ອງໃດວ່າ ການວາງແຜນ ມັນຜິດໄປໝົດລະ ມີແຕ່ເອົາ ລະບໍ່ວິເຄາະ ທໍ່ລະບາຍນ້ຳຂ້າງທາງ.
ທາງລະດັບນັ້ນ ຮັບນ້ຳລະດັບນີ້ ຈັ່ງໃດ ຈັ່ງໄປໃສ່ທໍ່ 60 ເຊັນ, ມັນຊິໄປລອດ. ຄິດໄລ່ ເອົາສະຖິຕິນ້ຳມາ ຮຽນມາຄືກັນໝົດ ໃຜກະຮຽນ ແຕ່ວ່າ ບາດເຮັດລະມັນບໍ່ເຮັດ. ຂ້ອຍກະຮຽນມາຄືກັບວິສະວະກອນ ຢູ່ໂຍທາ ຢູ່ທຸກໝ໋ອງຫັ້ນລະ. ລາວເຮົາກະຮຽນມານຳຝຣັ່ງຫັ້ນລະ ເຂົາສອນ ການອອກແບບທາງ ທໍ່ທາງເຈົ້າຕ້ອງເອົາສະຖິຕິນ້ຳຝົນ ໃນແຕ່ລະປີ ແຕ່ລະປີ ມາສະເລັ່ຽ.”
ເຖິງຢ່າງໃດກໍຕາມ, ໃນປີນີ້ ຣັຖບານ ຍັງບໍ່ທັນມີການປະກາດ ແລະ ອະນຸມັດງົບປະມານ ກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ອອກມາ.
ໃນວັນທີ 13 ກັນຍາ ທີ່ຜ່ານມາ ໜັງສືພິມປ້ອງກັນຄວາມສງົບ ໄດ້ຣາຍງານ ໂດຍອ້າງຄຳເວົ້າຂອງ ທ່ານ ສຸລິວັນ ພົມມະຫາໄຊ ຫົວຫນ້າ ຜແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ວ່າ: “ການສ້ອມແປງບັນດາ ເສັ້ນທາງທີ່ເປ່ເພ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະນີ້ ແມ່ນການສ້ອມແປງສຸກເສີນເທົ່ານັ້ນ ໂດຍອີງຕາມງົບປະມານທີ່ມີ ເພື່ອໃຫ້ສາມາດ ສັນຈອນໄປ-ມາໄດ້ ເພາະຈະສ້ອມແປງໃຫ້ໄດ້ມາຕຖານແທ້ ຕ້ອງຫຼັງຈາກຣະດູຝົນ.”