ມ.ຫີນເຫີບຖນົນເປ່ເພ ປະຊາຊົນ ເດືອດຮ້ອນ

ອຸ່ນແກ້ວ ສຸກສະຫວັນ
2020.09.11
F-Road-Hinheub ທາງສາຍຫຼັກ ໃນເມືອງຫີນເຫີບ ທີ່ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ໃນທຸກຣະດູການ ແລ້ງ ແລະ ຝົນ
ນັກຂ່າວພົລເມືອງ

ຊາວບ້ານຫ້ວຍອີ່ເລີດ ບ້ານຄອນແກ້ວ ແລະບ້ານໂພນຄຳ ເມືອງຫີນເຫີບ ແຂວງວຽງຈັນ ໄດ້ຮັບຄວາມເດືອນຮ້ອນໃນການສັນຈອນຍ້ອນວ່າ ຖນົນເປ່ເພ ເປັນຫຼຸບເປັນຂຸມ, ມີຂີ້ຕົມ ແລະນ້ຳອັ່ງ ແລະ ບາງຄັ້ງ ເຮັດໃຫ້ລົດຕິດ ເປັນຊົ່ວໂມງ ໃນເວລາຄົນໄປຕະຫຼາດ ຫຼື ໄປເຮັດວຽກ. ຊາວບບ້ານຫ້ວຍອີ່ເລີດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 9 ກັນຍາ ວ່າ:

"ເສັ້ນທາງເຂົ້າບ້ານຫ້ວຍອີ່ເລີດ ໄປ ບ້ານຄອນແກ້ວ ໄປຫາ ບ້ານໂພນຄຳ ປະມານ 10 ກວ່າ ກິໂລ ຖືວ່າທາງນັ້ນເປ່ ມັນເປັນຕົມ ເປັນຂຸມ ເປັນໂພງ ລົດເຮົາກະບືນໄປຫັ້ນແຫຼວ ລົດໃຫຍ່ ຖືວ່າ ໄປບໍ່ຍາກໄດ້ແລ້ວ ມັນເປັນຂຸມ ຍັງວ່າ ຄອບຄົວໄປມື້ວານໄປ ບໍ່ໄດ້ນິ ຈົນໄດ້ຄືນ ລົດຄາເນາະ ມັນຕໍ່ໆ ກັນ."

ຊາວບ້ານໃຊ້ເສັ້ນທາງດັ່ງກ່າວຫຼາຍ ຍ້ອນວ່າ ເຂົາເຈົ້າໄປຄ້າຂາຍຢູ່ຫຼາຍບ້ານ ແລະ ຊອດໄປຫາ ບ້ານເຕົ້າໄຫ່ ເມືອງສັງທອງ ແລະ ຍັງມີ ຣົດບັນທຸກໜັກແລ່ນຜ່ານ ເຮັດໃຫ້ຖນົນ ເພ. ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ:

"ປາກທາງເຂົ້າໄປບ້ານຫ້ວຍອີ່ເລີດ ເຂົ້າໄປຫາບ້ານຄອນແກ້ວ ໂພນຄຳ ນີ້ຍັງເປັນທາງແດງຢູ່ ລະຝົນຕົກມັນກະເປັນບວກເປັນຫຼົ່ມ ມັນກະ ເປື້ອນ ມັນກະມີຫຼາຍສາເຫດ ການກໍ່ສ້າງທາງ ຣົດໄຟ ທາງດ່ວນ ຣົດບັນທຸກ ກະທຽວຕະພຶດ ຕະພື ກະຖືວ່າເຂົາເຈົ້າໃຊ້ຣົດໜັກຫັ້ນແຫຼະ."

ຊາວບ້ານດອນແກ້ວ ກ່າວວ່າ ອີກສາເຫດນຶ່ງທີ່ເຮັດໃຫ້ທາງເພ ກໍຍ້ອນວ່າ ມີຣົດຂົນຫີນຂົນຊາຍ ກໍ່ສ້າງທາງດ່ວນ ແລະ ທາງລົດໄຟ:

"ແຖວຫ້ວຍອີ່ເລີດ ຫາໂພນຄຳ ອິຫຍັງຫັ້ນແຫຼະ ແລ້ວບັດນີ້ ຣົດບັນທຸກນັ້ນແກ່ຫີນ ການກໍ່ສ້າງທາງດ່ວນ ທາງຣົດໄຟນີ້ແຫຼະ ມັນຝົນຕົກແດ່ ແລະ ກໍນ້ຳຂັງ ຖນົນທາງກະເປື້ອນ."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ກ່າວວ່າ ໄດ້ລົງໄປປະສານ ກັບເຈົ້າໜ້າທີ່ເມືອງຫີນເຫີບ ເພື່ອສ້ອມແປງ ເສັ້ນທາງດັ່ງກ່າວເປັນການ ຊົ່ວຄາວ:

"ມື້ວານນີ້ນ່າ ໄທເຮົາກໍໄດ້ລົງໄປສົມທົບກັບ ເມືອງຫີນເຫີບ ແລ້ວຕິດຕາມ ເລື່ອງສະພາບເສັ້ນທາງ ທີ່ກຳລັງເປ່ເພຫັ້ນ ຊິແກ້ໄຂບັນຫາ ດັ່ງກ່າວ ເອົາດິນເອົາຫຍັງມີຖົມ ໃຫ້ມັນສາມາດ ໄປມາໄດ້ ຫັ້ນແຫຼວ ພາຍໃນອາທິດນີ້."

ເຈົ້າໜ້າທີ່ເມືອງຫີນເຫີບ ທ່ານນຶ່ງ ໄດ້ກ່າວວ່າ ທາງເປ່ເພ ເປັນເລື່ອງປົກກະຕິ ໃນລະດູຝົນ ແລະ ກໍມີການສ້ອມແປງ ຢູ່ຕລອດ:

ຄາດການກໍ່ສ້າງຂອງຫົນທາງ ຂອງທາງດ່ວນ ທາງຣົດໄຟນີ້ແຫຼະ ທາງຜ່ານຫັ້ນນ່າ ສະພາບມັນກະຍາມຝົນແດ່ ກະມີການຂັດຂ້ອງແດ່ ເລັກໆນ້ອຍໆ ຫັ້ນນ່າ ຣົດບັນທຸກແກ່ຫີນ ຫັ້ນນ່າ ແລະ ເຂົາເຈົ້າກໍຮັບຜິດຊອບສ້ອມແປງຕລອດ ເອົາດິນ ເອົາຫີນໄປຖົມຫັ້ນແຫຼະເນາະ.

ກ່ຽວກັບເລື່ອງນີ້ ຊາວບ້ານຫຼາຍຄົນ ກໍຫວັງວ່າ ເຈົ້າໜ້າທີ່ກ່ຽວຂ້ອງຈະລົງປັບປຸງແກ້ໄຂບັນ ເສັ້ນທາງເປ່ເພ ໃນບ້ານດັ່ງກ່າວ ໃຫ້ລົດແລ່ນ ໄປໄດ້ ສະດວກຂຶ້ນ ເພາະ ສະພາບເສັ້ນທາງ ເກີດການເປ່ເພ ທຸກປີ ແລະ ກໍແກ່ຍາວມາຫຼາຍປີ ໂດຍສະເພາະ ໃນໄລຍະລະດູຝົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.