ເສັ້ນທາງ ຫຼາຍສາຍເປ່ເພ ຂາດການ ສ້ອມແປງ
2022.10.05
ໃນໄລຍະນີ້ ເກີດຝົນຕົກທຸກມື້ ເຮັດໃຫ້ສະພາບເສັ້ນທາງ ໃນນະຄອນຫຼວງວຽງຈັນ ໃນຫຼາຍເມືອງເປ່ເພ ເປັນຂຸມເລິກ ແລະມີນໍ້າຂັງຫຼາຍຈຸດ ເຊັ່ນ ເສັ້ນທາງຫຼັກ 7 ຈົນຮອດ ບ້ານໜອງໜ້ຽວ, ໜອງແຕ່ງ ເມືອງສີໂຄດຕະບອງ ຮວມໄປເຖິງ ເສັ້ນທາງເລຂທີ່ 13 ເໜືອ ໃນບາງຈຸດ ກໍເປ່ເພເຊັ່ນກັນ. ເຣື່ອງນີ້ ເຮັດໃຫ້ຊາວບ້ານ ໃນນະຄອນຫຼວງວຽງຈັນ ທີ່ຕ້ອງໃຊ້ເສັ້ນທາງດັ່ງກ່າວ ເດີນທາງສັນຈອນໄປ-ມາ ຫຍຸ້ງຍາກລໍາບາກຫຼາຍ ເຊິ່ງຝົນຕົກທຸກເທື່ອ ທາງກໍເປັນສະພາບເປ່ເພທຸກເທື່ອ ແຕ່ທາງການ ຍັງບໍ່ມາສ້ອມແປງ ໃຫ້ດີຂຶ້ນເທື່ອ.
ດັ່ງຊາວບ້ານ ຢູ່ບ້ານໜອງໜ້ຽວ ໃນເມືອງສີໂຄດຕະບອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ຕຸລາ ນີ້ວ່າ:
“ດຽວນີ້ຫັ້ນ ເສັ້ນທາງໂຕນີ້ມັນຫຍຸ້ງຍາກ ມັນມີນໍ້າອັ່ງນໍ້າຫຍັງເດ້ ມັນເປັນຂຸມເປັນຫຍັງ ມັນບໍ່ແມ່ນບ່ອນດຽວຫັ້ນເນາະ ຄືເລຂທີ່ 13 ເໜືອ ໄປເບິ່ງລະແມ້ ມັນຄືກັນ ໄລຍະນີ້ກໍຄືຝົນຕົກເນາະ ໂຄງການນະຄອນຫຼວງ ຮັບຜິດຊອບໂດຍຕຣົງໃດ໋ ໂຕນີ້ເດ້.”
ຂະນະທີ່ ເສັ້ນທາງບ້ານນາທົ່ມ, ບ້ານໂນນແສງຈັນ ແລະບ້ານວຽງແກ້ວ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ບາງຈຸດ ກໍມີສະພາບເປັນຂຸມເລິກ ເຊັ່ນກັນ ໂດຍສະເພາະ ຍາມເຊົ້າ ແລະຍາມຄໍ່າ ຄົນໄປເຮັດວຽກ ເຮັດການ ແລະເລີກວຽກກັບບ້ານ ການສັນຈອນ ກໍມີສະພາບແອອັດ ໃນຄວາມເປັນຈິງ ທາງການກໍຄວນຈະແກ້ໄຂ ສຸກເສີນກ່ອນ ເພື່ອໃຫ້ຊາວບ້ານ ເດີນທາງໄປ-ມາ ໄດ້ສະດວກຂຶ້ນ.
ດັ່ງຊາວບ້ານ ບ້ານໂນນແສງຈັນ ໃນເມືອງໄຊທານີ ກ່າວວ່າ:
“ຍັງເປ່ເພຢູ່ ເຂດອຸໂມງຣົຖໄຟ ທາງນາທົ່ມ ໂອ້ຍແປງເທື່ອທີ່ແລ້ວ ໄດ້ອາທິດດຽວ ເປ່ເພອີກຄືເກົ່າແລ້ວ ຄັນຣົຖຕໍ່າຍາກໆ ແດ່ໜ້ອຍນຶ່ງ ແຕ່ວ່າຢູ່ເຂດວຽງແກ້ວ ມາໃສ່ໂນນແສງຈັນີ້ ກະບາງຈຸດກະເປັນຄືກັນ ເປັນບວກເປັນຂຸມ ກະເລິກ ໄປມາຍາກ ແອອັດໃດ໋ແຕ່ລະມື້ ຕອນເຊົ້າຕອນຄໍ່າ ເພິ່ນຮູ້ແລ້ວ ແຕ່ກະບໍ່ຮູ້ວ່າ ປານໃດຊິລົງມາແປງ ແກ້ໄຂສຸກເສີນກ່ອນກະດີ ລໍຖ້າງົປມານ ທຶນຂອງຣັຖອອກມາ.”
ທ່ານກ່າວຕື່ມວ່າ ກໍລໍຖ້າທາງການມາສ້ອມແປງ ແຕ່ກໍບໍ່ເຫັນມາສ້ອມແປງເທື່ອ ຈົນບາງເທື່ອ ຊາວບ້ານຕ້ອງລະດົມທຶນ ມາສ້ອມແປງກັນເອງ.
ພ້ອມດຽວກັນນີ້ ຊາວບ້ານ ບ້ານໂພນສະຫວັນ ໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທ່ານນຶ່ງກໍກ່າວວ່າ ໃນເຂດບ້ານໂພນສະຫວັນ ຢູ່ເມືອງນາຊາຍທອງນີ້ ເສັ້ນທາງກໍມີສະພາບ ເປ່ເພເຊັ່ນກັນ ບາງຈຸດນໍ້າຖ້ວມຂັງ ເຮັດໃຫ້ການສັນຈອນ ໄປ-ມາຫຍຸ້ງຍາກ ລໍາບາກຫຼາຍ ຮວມໄປເຖິງເຂດ ບ້ານໂພນແກ້ວ ໄປຫາບ້ານໜອງພະຍາ ສະພາບເສັ້ນທາງ ກໍເປ່ເພເຊັ່ນກັນ ປີນີ້ ຖືວ່າຖນົນຫົນທາງ ເປ່ເພໜັກ ເຊິ່ງທາງການ ກໍຮັບຮູ້ແລ້ວ ແຕ່ກໍບໍ່ເຫັນຈະລົງມາສ້ອມແປງເທື່ອ:
“ໂອ່ຍ...ເປ່ເພຫຼາຍ ໄປເກືອບບໍ່ໄດ້ ມາເກືອບບໍ່ໄດ້ ແຕ່ວ່າບືນໄປຫັ້ນແຫຼະ ຄວາມຈິງນ່າ ທາງເປັນບວກເປັນຂຸມ ຕັ້ງແຕ່ກາງບ້ານພີ່ອອກໄປຫັ້ນແຫຼະ ຈົນຮອດທາງໃຫຍ່ພຸ້ນແຫຼະ ປີນີ້ໜັກຫຼາຍ ສາມເສັ້ນທາງເຂົ້າມາໂພນແກ້ວ ໂພນສະຫວັນນີ້ຍາກໝົດ ທາງສະມາຊິກສະພາຫຍັງ ກໍລົງມາໝົດແລ້ວ ຈັກເພິ່ນວ່າກັນຈັ່ງໃດ ກະມິດເລີຍບໍ່ເຫັນມາສ້ອມມາແປງ.”
ນອກຈາກນີ້ ເສັ້ນທາງເລຂທີ່ 13 ເໜືອໃນບາງຈຸດ ກໍມີສະພາບເປ່ເພ ບໍ່ຕ່າງຈາກເຂດອື່ນ ໂດຍສະເພາະ ເຂດເມືອງວັງວຽງ-ກາສີ ໄປຫາເສັ້ນທາງເມືອງນານ-ຫຼວງພຣະບາງ ແລະຮວມໄປເຖິງ ເສັ້ນທາງເມືອງພູຄູນ-ຫຼວງພຣະບາງ ກໍມີບາງຈຸດ ຫຍຸ້ງຍາກລໍາບາກ ໂດຍສະເພາະຣົຖບັນທຸກ ທີ່ແກ່ເຄື່ອງໄປຕ່າງແຂວງ ຕ້ອງລະມັດລະວັງ ຢ່າງຄັກແນ່ ເພາະຖ້າເກີດຣົຖຄາຂຸມ ກໍບໍ່ມີເຈົ້າໜ້າທີ່ມາຊ່ອຍເຫຼືອ ຕ້ອງໂທຈ້າງຣົຖຄັນອື່ນມາຊ່ອຍແກ່ຣົຖອອກ ແລະຍັງບໍ່ເຫັນທາງການ ຈະແປງທາງໃຫ້ດີຂຶ້ນເທື່ອ.
ດັ່ງຄົນຂັບຣົຖບັນທຸກ ທ່ານນຶ່ງກ່າວວ່າ:
“ກາສີ-ເມືອງນານນີ້ ກະຊ່ວງຝົນຕົກຈັ່ງຊີ້ນີ້ ອັນຕຣາຍຫຼາຍ. ທາງພູຄູນ ກະເພຄືກັນ ເປັນບວກເປັນຂຸມຫຼາຍ ບໍ່ມີທາງດີເລີຍ ຕັ້ງແຕ່ວັງວຽງ ຄັນໄປບໍ່ຖືກທາງ ກະຄາຢູ່ຫັ້ນເລີຍ ມີແຕ່ຈ້າງເຂົາມາແກ່ມາດືງ.”
ຂະນະດຽວກັນ ຄົນຂັບຣົຖບັນທຸກ ທ່ານນຶ່ງ ກໍກ່າວວ່າ ໄດ້ຂັບຣົຖແກ່ເຄື່ອງ ເພື່ອຂຶ້ນໄປທາງຫຼວງພຣະບາງ ເສັ້ນທາງເມືອງນານ ຫຼື ເມືອງພູຄູນ ກໍຍັງມີສະພາບເປ່ເພໜັກ ເປັນຂຸມ, ເປັນບວກ ຕ້ອງຂັບຣົຖຢ່າງລະມັດລະວັງ ເພາະຖ້າເກີດອຸບັດຕິເຫດຂຶ້ນ ກໍບໍ່ມີເຈົ້າໜ້າທີ່ຊ່ອຍເຫຼືອໄດ້ທັນ.
“ແມ່ນແລ້ວເປ່ເພຫຼາຍ ມັນເປັນຂຸມ ໄປມາລໍາບາກ ກະຂ້ອນຂ້າງຍາກຫັ້ນລະ ລໍາບາກຫຼາຍ ກະເຮົາໄປຊ່ວງຫຼັງນີ້ ບໍ່ມີ ບໍ່ໄດ້ມາແປງຫຍັງເລີຍ ຕ້ອງລະວັງມີສະຕິ ໃນການຂັບຂີ່ຣົຖຫັ້ນ.”
ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ໄລຍະນີ້ ທາງເຈົ້າໜ້າທີ່ ຍັງບໍ່ສາມາດແປງທາງໄດ້ເທື່ອ ເພາະຍັງເປັນຣະດູຝົນ ແລະສ່ວນນຶ່ງ ກໍຍັງລໍຖ້າງົປມານ ຈາກທາງການນໍາດ້ວຍ ແລະຈະສ້ອມແປງທາງແຕ່ລະແຫ່ງນັ້ນ ກໍຕ້ອງລໍຖ້າໃຫ້ໝົດຝົນກ່ອນ ອາຈໃນໄລຍະ ເດືອນພຶສຈິກາ ຫຼື ເດືອນທັນວາ 2022 ນີ້.
“ຕ້ອງໝົດຝົນແຫຼະ ເພາະເຮົາຈະເອົາດິນແດງ ມາໃສ່ ກະບໍ່ໄດ້ເນາະ ມັນກະຄາເບິດທີບ ເບິດແດນເລີຍ ງົປມານອີກຈັກ 300 ລ້ານໄດ້ຢູ່ ເອົາຫິນມາໃສ່ໝົດຫັ້ນນ່າ ມັນບໍ່ມີເງິນ ລໍຖ້າງົປມານ ເຮົາອອກພຸ້ນແຫຼະ ຕົກແລ້ງພຸ້ນແຫຼະ ເດືອນ 11-12 ພຸ້ນແຫຼະ.”
ທາງດ້ານເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ແຂວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກໍກ່າວວ່າ ໃນໄລຍະນີ້ ເຈົ້າໜ້າທີ່ ແຕ່ລະແຂວງ ກໍາລັງລົງກວດກາ ສະພາບເສັ້ນທາງ ເພື່ອຂຶ້ນແຜນຕຣຽມສ້ອມແປງຢູ່.
“ດຽວນີ້ ທາງກະຊວງ ໂຍທາທິການ ແລະຂົນສົ່ງ ກັບແຂວງພວກເຮົາ ກໍາລັງໄປກວດກາ ສນາມ ເພື່ອຈະຂຶ້ນແຜນ ສ້ອມແປງ ທາງກາສີ ເມືອງນານ ເຮົາກະແປງຄືກັນ ເອີ້ນວ່າ ຢູ່ໄລຍະກະຕຣຽມເດີ້. ຝົນຕົກ ເຮົາໄປແປງ ຍາມຝົນມັນກະແປງບໍ່ໄດ້ ຫວິດຝົນລະແມ່ນວ່າ ແລ້ວພວກເຮົາຈະສ້ອມແປງ ລະນີ້ນ່າ.”
ຢ່າງໃດກໍຕາມ ເຖິງແມ່ນວ່າຊາວບ້ານ ຈະຢາກໃຫ້ທາງການ ສ້ອມແປງທາໃຫ້ສະດວກຂຶ້ນກໍຕາມ ແຕ່ທາງການ ຍັງບໍ່ສາມາດ ຈະສ້ອມແປງເສັ້ນທາງ ທີ່ມີສະພາບເປ່ເພ ໃນແຕ່ລະຈຸດໃຫ້ດີຂຶ້ນໄດ້ ໃນໄລຍະຝົນຕົກນີ້ ສ່ວນນຶ່ງກໍຍ້ອນ ມີງົປມານ ບໍ່ພຽງພໍ.