ເສັ້ນທາງຫຼວງ ປະເທດລາວ ເປ່ເພໜັກ
2023.10.10

ເສັ້ນທາງຫຼວງແຫ່ງຊາຕ ເປ່ເພໜັກ ໃນໄລຍະຣະດູຝົນ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຈາກ ເດີນທາງໄປ-ມາ ຍາກຂຶ້ນ.
ປະຊາຊົນ ທ່ານ ນຶ່ງ ໄດ້ໃຫ້ສໍາພາດ ຕໍ່ວິທຍຸ ເອເຊັຽເສຣີວ່າ:
“ຂຸມນີ້ແຫຼວ. ບໍ່ມີສິດເລືອກ ໄລຍະເປ່ເພ ມັນກະເປັນຊ້ວງ, ເປັນຊ້ວງ. ມັນກະຍາວ ຄວາມເລິກຂອງຂຸມ ຣົຖເກັ໋ງ ກະໄປບໍ່ໄດ້ຫັ້ນແຫຼວ. ຣົຖເກັ໋ງທັມມະດາໝົດສິດ. ກະບະໄປໄດ້.”
ທ່ານ ກ່າວຕື່ມອີກວ່າ:
“ເສັ້ນທາງສີໄຄໄປຕອນ 2-3 ອາທິດກ່ອນ ໂອ້ຍ ໄດ້ລົງມາເບິ່ງກ່ອນວ່າ ຊິໄປທາງໃດ. ຕັ້ງແຕ່ຕລາດສີໄຄໄປຫາສີິເກີດ ມັນກະເປັນຈຸດ, ເປັນຈຸດໄປ.”
ປະຊາຊົນ ອີກທ່ານນຶ່ງ ໄດ້ໃຫ້ສໍາພາດ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຈຸດທີ່ຍາກແມ່ນຢູ່ເຂດ ແຂວງບໍລິຄໍາໄຊ ແຕ່ເມືອງປາກຊັນ ໄປຫາ ປາກກະດິງ. ໂອ້ ໂຄດຍາກ ຝົນຕົກຣົຖໜັກ ມັນແລ່ນ ຣົຖໜັກ ມັນແລ່ນ ລະມັນເປັນຂຸມ. ຂຸມມັນຫຼີກບໍ່ໄດ້ ມັນແບບເລິກໆ ຫັ້ນນ່າ ບາງບ່ອນ ມັນກະພຽງຫົວເຂົ່າພຸ້ນ.”
ປະຊາຊົນ ທ່ານນີ້ກ່າວຕື່ມວ່າ:
“ຈຸດແຕ່ໄຟແດງສີໄຄໄປຫາ ໜອງແຕ່ງຍາກ. ຣົຖຕິດຢູ່, ໄປຮອດຕລາດອົກຊີ້. ຣົຖຕິດ ຢູ່.”
ທາງໜ່ວຍງານ ໂຍທາທິການ ແລະ ຂົນສົ່ງ ເລັ່ງໃຫ້ມີການກໍ່ສ້າງ, ສ້ອມແປງເສັ້ນທາງ ໂດຍ ສະເພາະ ຢູ່ເຂດຕລາດ ໄປຫາບ້ານສີເກີດ ໃນເບື້ອງຕົ້ນ.
ສໍານັກຂ່າວວຽງຈັນໃໝ່ ຂອງລາວ ໄດ້ຣາຍງານ ໃນວັນທີ 2 ກັນຍາ 2023 ໂດຍອ້າງຄໍາໃຫ້ສໍາພາດຂອງ ທ່ານ ລັດສະໝີ ອະລິຍະວົງສິງ, ຫົວໜ້າໂຄງການສ້ອມແປງ ແລະ ປັບປຸງ ທາງເລກທີ 13 ເໜືອ ແລະ ໄລຍະແຕ່ນະຄອນຫລວງວຽງຈັນ ຫາ ເມືອງໂພນໂຮງ ແຂວງວຽງຈັນ ວ່າ:
“ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ເລກທີ 13 ເໜືອ ໄລຍະ ສີໄຄ ຫາ ສີເກີດ. ໄລຍະຄວາມຍາວ 6 ກິໂລແມັດ ເປັນໂຄງການສືບຕໍ່ ຈາກໄລຍະທາງສີເກີດ ຫາ ໂພນໂຮງ, ຄວາມຍາວ 58ກິໂລແມັດ ທີ່ສໍາເລັດການກໍ່ສ້າງກາງ ປີ 2023 ໄດ້ຮັບທຶນກູ້ດອກເບັ້ຽຕໍ່າ ຈາກທະນາຄານໂລກ ແລະ ທະນາຄານ ການລົງທຶນ ໂຄງການພື້ນຖານອາຊີ ກອງທຶນຂອງກຸ່ມປະເທດນໍດິກ ເພື່ອພັທນາ ແລະ ທຶນສົມທົບ ຂອງຣັຖບານລາວ.”
ທ່ານ ລັດສະໝີ ອະລິຍະວົງສິງ ກ່າວວ່າ:
“ຜູ້ໃຫ້ທຶນໄດ້ສືບຕໍ່ສັນຍາ ການກູ້ຢືມອອກໄປອີກ 22 ເດືອນ ຈາກວັນທີ 11 ພຶສພາ 2023 ທີ່ເປັນມື້ໝົດອາຍຸ ເບື້ອງຕົ້ນ ຈົນໄປຮອດ ວັນທີ 31 ມີນາ 2025 ເພື່ອກວມເອົາວຽກງານ ປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ໄລຍະສິີໄຄ ຫາ ສີເກີດ ໃຫ້ໄດ້ຮັບການກໍ່ສ້າງ ສໍາເຣັດ ໃນຕົ້ນ ປີ 2025 ການກໍ່ສ້າງເສັ້ນທາງ ແຕ່ສີໄຄ ຫາ ສີເກີດ ຈະໃຊ້ໄລຍະເວລາ 18 ເດືອນ.”
ນອກຈາກເສັ້ນທາງ ເລກທີ 13 ເຊິ່ງເປັງເປັນເສັ້ນທາງຫຼວງແຫ່ງຊາຕ ເປ່ເພແລ້ວ, ຍັງມີເສັ້ນທາງ ຢູ່ຫຼາຍແຂວງເປ່ເພໜັກ ເຊັ່ນ ຢູ່ແຂວງໄລຍະບູຣີ, ຫລວງພຣະບາງ ແລະ ແຂວງອື່ນໆອີກ.