ນໍ້າຖ້ວມເມືອງປາກລາຍ, ເມືອງຊະນະຄາມ ຊັບສິນເສັຍຫາຍ

ໄຊຍາ
2023.10.10
ນໍ້າຖ້ວມເມືອງປາກລາຍ, ເມືອງຊະນະຄາມ ຊັບສິນເສັຍຫາຍ ພາບຄວາມເສັຍຫາຍຈາກນ້ຳປ່າໄຫຼຊຸ ເຂດກຸ່ມບ້ານພັດທະນາບຸ່ງມ່າ-ຕາກແດດ ເມືອງປາກລາຍ ແຂວງໄຊຍະບູຣີ. ວັນທີ 9 ຕຸລາ 2023.
ຂໍຂອບໃຈຮູບພາບຈາກເພຈ ໜັງສືພິມລາວພັດທະນາ.

ຝົນຕົກໜັກ ແລະ ມີນໍ້າປ່າໄຫຼຫຼາກ ໃນວັນທີ 09 ຕຸລາ 2023 ເວລາປະມານ 03 ໂມງເຊົ້າ ໂດຍທີ່ຊາວບ້ານບໍ່ໄດ້ຕັ້ງໂຕ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ເປັນຕົ້ນບ້ານຕາກແດດ, ບ້ານປ່າໄລ່, ບ້ານຫ້ວຍໄຮ ແລະ ບ້ານປາກແລງ ເຊິ່ງເຮືອນ ຂອງຊາວບ້ານ ທີ່ຢູ່ແຄມນໍ້າ ຈຳນວນນຶ່ງໄດ້ຮັບຄວາມເສັຍຫາຍ ແລະບາງຫຼັງຖືກນໍ້າພັດ ເປ່ເພ ລວມໄປເຖິງເຂົ້ານາ ແລະ ສັດລ້ຽງ ຖືກນ້ຳພັດໄຫຼ.

ຫຼ້າສຸດໃນວັນທີ 10 ຕຸລາ 2023 ນີ້ສະພາບນໍ້າຖ້ວມ ໄດ້ຫຼຸດລົງເປັນປົກກະຕິແລ້ວ, ແຕ່ເຈົ້າໜ້າທີ່ເມືອງປາກລາຍ ຍັງບໍ່ທັນໄດ້ໃຫ້ການຊ່ອຍເຫຼືອ ເຊິ່ງຍັງຢູ່ໃນລະຫວ່າງການເກັບກຳ ຂໍ້ມູນຄວາມເສັຍຫາຍ.

ດັ່ງຊາວບ້ານບ້ານ ຕາກແດດ ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ຕຸລາ ນີ້ວ່າ:

“ນໍ້າປ່າຫຼຸດຫຼາຍແລ້ວມື້ວານນີ້ ຊ່ວງເວລາ 3 ໂມງເຊົ້າໄຫຼແຮງເຄື່ອງຂອງແມ່ນຫຍັງ ເອົາບໍ່ຢູ່ ຊ່ວງຄົນກຳລັງລັບ ເລີຍເຮືອນນ້ອງກໍຖືກມີແຕ່ລຸນິດດຽວ ກໍຖືວ່າມັນນອນບໍ່ໄດ້ເລົ້າເຂົ້າລົກເປັດ ລົກໄກ່ ຫາຍໄປນໍານໍ້າໝົດ ເປັນໝູເປັນແບ້ເປັນງົວເປັນຄວາຍ ບໍ່ໄດ້ເມືອງເຂົ້າເຈົ້າ ມີແຕ່ມາເກັບກຳຂໍ້ມູນໄປສື່ໆ.”

ຊາວບ້ານທ່ານນີ້ໄດ້ກ່າວຕື່ມວ່າ ທ່ານເອງກໍໄດ້ໄປອາໄສນອນຢູ່ເຮືອນ ພີ່ນ້ອງ ເພາະວ່າເຮືອນຕົນເອງນອນບໍ່ໄດ້ ມັນມີສະພາບເປ່ເພ ເພາະຖືກນໍ້າພັດແຮງເຊິ່ງໄດ້ແຕ່ລໍຖ້າທາງການຊ່ອຍເຫຼືອ ແລະ ຖ້ານໍ້າປ່າໄຫຼຫຼາກມາອີກເທື່ອນຶ່ງ ເຮືອນກໍໜ້າຈະພັງເສັຍຫາຍໜັກໄປອີກ ໄລຍະນີ້ຕ້ອງເຝົ້າລະວັງກັນເອງໄປກ່ອນ.

ຊາວບ້ານ ບ້ານຕາກແດດອີກທ່ານນຶ່ງ ກ່າວວ່າຊາວບ້ານຫຼາຍຄົນ ໄດ້ຮັບຄວາມເສັຍຫາຍຫຼາຍ ເຊັ່ນກັນເຮືອນບາງຫຼັງ ຖືກພັດເສັຍຫາຍເປ່ເພ ຢ່າງໜັກຫຼັງຄາທະລຸຜຸພັງໄຫຼ ໄປກັບນໍ້າ ເຊິ່ງບ້ານ, ສັດລ້ຽງ, ເປັດ, ໄກ່, ງົວ ຖືກນ້ຳພັດໄຫຼໝົດ ແລະ ເຂົ້າເຂົ້າທີ່ກຳລັງອອກຮວງ ຖືນໍ້າຖ້ວມເສັຍຫາຍ.

“ເປັດ ໄກ່ ງົວ ຂ້ອຍກໍໄຫຼໝົດເລົ້າເຂົ້າກໍໄຫຼ ເຮືອນກໍໄຫຼ ບາງຫຼັງຄາເຮືອນກໍລຸ ກາເປ່ເພ ສວນມັນຕົ້ນສ່ວນໃຫຍ່ແລ້ວ ເຂົ້າກຳລັງອອກຮວງ ໄຫຼໝົດ. ລົ້ມ ອາດຫຼາດ ນໍ້າຖ້ວມແລ້ວ ມັນກໍເຊາະໄປໝົດເລີຍ ມັນກໍບໍ່ຕາຍ ມັນກໍເສັຍຫາຍຫຼາຍ.”

ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ເມືອງປາກລາຍກ່າວວ່າ ເຫດການນໍ້າຖ້ວມເທື່ອນີ້ ເກີດຂຶ້ນໃນວັນທີ 09 ຕຸລາ 2023 ນໍ້າປ່າໄຫຼແຮງ ເຊິ່ງຖ້ວມທຸກປີ ເພາະເປັນບ່ອນຢູ່ໃຕ້ເຂື່ອນ ແຕ່ມາວັນທີ 10 ຕຸລາ 2023 ນໍ້າຖ້ວມໄດ້ຫຼຸດລົງແລ້ວ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ກຳລັງກວດກາເພື່ອຮີບໂຮມຂໍ້ມູນ ຢູ່ແຕ່ຍັງບໍ່ທັນຮູ້ຣາຍລະອຽດວ່າ ເສັຍຫາຍຈັກບ້ານ ຈັກຄອບຄົວ ມູນຄ່າເທົ່າໃດ ເບື້ອງຕົ້ນພົບວ່າ ໜັກພໍສົມຄວນ ເຊິ່ງມີເຂົ້ານາ, ເຮືອນ ແລະ ສັດລ້ຽງ ຂອງປະຊາຊົນເສັຍຫາຍ.

“ໂອ້ກໍໜັກຢູ່ ນໍ້າປ່າໄຫຼຫຼາກມາລວດດຽວ ແລ້ວກໍແຫ້ງໄປມັນຖ້ວມທຸກປີຫັ້ນແຫຼະ ມັນບ່ອນກັນຊົນນ່າຄະນະກັມມະການ ຂັ້ນເມືອງ ເພິ່ນລົງໄປກວດສຳຣວດກວດກາ ເບິ່ງ ແລະ ກໍລວບລວມເບິ່ງເສັຍຫາຍແຕ່ລະບ້ານ ກ່ອນບໍ່ມີຜູ້ເສັຍຊີວິດ ຜູ້ບາດເຈັບ ຫຍັງດອກ ມີເຄື່ອງປູກຂອງຝັງ ເຂົ້າໄຮ່ ເຂົ້ານາ ນີ້ແຫຼະ ແລະ ກາອັນອື່ນໆ ອີກ.”

ນອກຈາກນີິ ້ຫຼາຍບ້ານໃນເມືອງຊະນະຄາມ ແຂວງວຽງຈັນ ກໍເກີດນໍ້າຖ້ວມເຊັ່ນກັນ ເຊິ່ງເປັນເມືອງທີ່ຢູ່ໃຕ້ເມືອງປາກລາຍ ແຂວງໄຊຍະບູຣີ ເຊິ່ງນໍ້າປ່າໄດ້ໄຫຼຫຼາກ ລົງສູ່ເມືອງຊະນະຄາມ ແຂວງວຽງຈັນ ໄຫຼເຂົ້າພື້ນທີ່ຕໍ່າ ຖ້ວມເຮືອນຂອງຊາວບ້ານຫຼາຍບ້ານ ຕັ້ງແຕ່ບ້ານນາມອຍ, ບ້ານນາດີ, ບ້ານນໍ້າກວນ, ບ້ານຫ້ວຍເຕົາ, ບ້ານໂພນສະຫວ່າງ, ບ້ານໂນນສວັນ, ບ້ານນາສັກ ແລະ ບ້ານໂປງ.

ດັ່ງຊາວບ້ານ ບ້ານນາສັກ ເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າ ມາຮອດມື້ນີ້ນໍ້າຫຼຸດລົງແລ້ວ, ຄວາມເສັຍຫາຍ ສ່ວນໃຫຍ່ເປັນສັດລ້ຽງ, ພື້ນທີ່ການຜລິດ ໂດຍສະເພາະນາເຂົ້າ ຖືກນໍ້າຖ້ວມເສັຍຫາຍໜັກ ແລະ ທີ່ນໍ້າມັນມາແຮງຍ້ອນວ່າ ມີນໍ້າປ່າໄຫຼຫຼາກ ຈາກທາງເໜືອ ລົງສູ່ທາງຕໍ່າ ເຮັດໃຫ້ຝາຍນໍ້າລົ້ນ ຢູ່ເຂດບ້ານນາດີ ເມືອງຊະນະຄາມ ຂາດ ແລະ ຖືວ່າປີນີ້ ຖ້ວມໜັກກ່ວາປີຜ່ານມາ.

“ຫຼຸດລົງແລ້ວ ປົກກະຕິແລ້ວ ຊ່ວງເມື່ອວານນີ້ແທ້ ມັນກາຊ່ວງ 6 ໂມງເຊົ້ານີ້ແລ້ວ. ປີກາຍນີ້ຖ້ວມແຕ່ບໍ່ຫຼາຍຈັ່ງຊີ້. ມື້ນີ້ມັນມີຫຼາຍ ຝ່າຍເພິ່ນລົ້ນ ຂາດຢູ່ບ້ານນາດີ ເໜືອພຸ້ນນ່າ ມາເມືອງຊະນະຄາມນີ້ ເບື້ອງຕົ້ນສັດປີກ, ເປັດ, ໄກ່, ເຂົ້າ ໄປຊີ້ແລ້ວ ຖ້ວມຢູ່ຫຼາຍເຮັກຕ້າຣ໌ຢູ່ ເຣີ່ມວິດແລ້ວມື້ນີ້ ເຫັນຍອດເຂົ້າແລ້ວເດ.”

ຊາວບ້ານ ບ້ານນາສັກ ອີກທ່ານນຶ່ງກ່າວວ່າ ມື້ວານນີ້ນໍ້າໄຫຼຮຸນແຮງ ແລະຕ້ອງໄດ້ໃຊ້ເຮືອພາຍເຂົ້າບ້ານ. ເບື້ອງຕົ້ນນໍ້າຫຼຸດລົງແລ້ວ ຄວາມເສັຍຫາຍສ່ວນໃຫຍ່ ເປັນນາເຂົ້າ ເພາະນໍ້າຖ້ວມສູງ ປະມານ 1 ແມັດປາຍ.

“ກາຫຼຸດລົງຢູ່ ກາຮຸນແຮງອັນເກີດຂຶ້ນມື້ວານນີ້ ຢ່າງເຂົ້າໄປບ້ານ ມັນໄດ້ຂີ່ເຮືອເຂົ້າໄປ ມັນຢ່າງລຳບາກ ມັນຢ່າງເຂົ້າໄປ ມັນປຽກ. ຄວາມເສັຍຫາຍຫວາ ເປັນອັນເຂົ້ານາ ມັນເລິກເດ ຂຶ້ນສູງປະມານແມັດປາຍ ປະມານນີ້ແຫຼະ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າຄວາມເສັຍຫາຍ ເຈົ້າໜ້າທີ່ຍັງຢູ່ລະຫວ່າງຮີບໂຮມຂໍ້ມູນ ແຕ່ເບື້ອງຕົ້ນຄວາມເສັຍຫາຍ ຫຼັກຈະເປັນນາເຂົ້າ ແຕ່ມີບາງສ່ວນ ລອດຢູ່ແຕ່ຜົລຜລິດ ຈະບໍ່ໄດ້ເຕັມເມັດເຕັມໜ່ວຍ.

“ຫຼາຍບ້ານເພາະວ່າ ມັນມີຝ່າຍໂຄງການ ຂອງນາດີນີ້ມາເບື້ອງຕົ້ນນີ້ ກໍແມ່ນພື້ນທີ່ປູກເຂົ້າຫັ້ນແຫຼະ ມັນຖ້ວມເພາະວ່າ ເຂົ້າມັນຢູ່ໃນຊ່ວງໄລຍະການຖອກຮວງ ແຕ່ວ່າມັນກໍມີສ່ວນນຶ່ງ ກໍຮອດເນາະ ຮອດນ່າຜົລຜລິດ ກໍຈະບໍ່ເຕັມເມັດເຕັມໜ່ວຍຫັ້ນແຫຼະວ່າຊັ້ນສະ ແລ້ວກາສ່ວນອື່ນນັ້ນກໍ ມີຢູ່ແຕ່ວ່າຍັງບໍ່ທັນໄດ້ເກັບກຳລະອຽດເທືອ່.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊະນະຄາມ ແຂວງວຽງຈັນ ກ່າວຕື່ມວ່າ ເຫດການນໍ້າຖ້ວມໃນເທື່ອນີ້ ເປັນລັກສະນະຝົນຕົກ ຕິດຕໍ່ກັນຫຼາຍມື້ ຈຶ່ງເຮັດໃຫ້ເກີດນໍ້າປ່າໄຫຼຫຼາກ ແລະ ບວກກັບນໍ້າເຂດພາກເໜືອ ໄຫຼມາສົມທົບ ກັບເຂດທາງໃຕ້ ນໍາດ້ວຍ ຈຶ່ງເກີດນໍ້າຖ້ວມເຂົ້າສູ່ເຮືອນຊານ ຂອງຊາວບ້ານ ທີ່ເປັນທາງຜ່ານນໍ້າ ທີ່ອອກໄປສູ່ແມ່ນໍ້າຂອງ. ທຸກໆປີ ເມືອງປາກລາຍ ແຂວງໄຊຍະບູລີ ມັກເກີດໄພນໍ້າຖ້ວມ ຢ່າງໜັກ ໃນໄລຍະເວລາທີເກີດມີພາຍຸ ຫຼືຝົນຕົກຕິດຕໍ່ກັນຫຼາຍມື້ ໂດຍສະເພາະເຂດບ້ານ ທີ່ຢູ່ໃຕ້ເຂື່ອນ ມັນຈະໄດ້ຮັບຄວາມເສັຍຫາຍ ຢ່າງໜັກບໍ່ວ່າຈະເປັນສັດລ້ຽງ, ພື້ນທີ່ທຳການຜລິດ ແລະ ເຮືອນຂອງຊາວບ້ານ ເຊິ່ງເມື່ອ ປີ 2022 ທີ່ຜ່ານມາ ມີຊາວບ້ານ 200 ຄອບຄົວ ປະສົບກັບໄພນໍ້າຖ້ວມ ຢູ່ບ້ານຫ້ວຍຕາງ, ບ້ານຫ້ວຍໄຮ, ບ້ານຕາກແດດ, ບ້ານປາກແລງ, ບ້ານສີວິໄລ, ບ້ານຫ້ວຍເດືອນຫວານ, ບ້ານປ່າໄລ່ ແລະ ບ້ານແສງລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.