ອຸດົມໄຊ, ຜົ້ງສາລີ ຕ້ອງເລັ່ງ ຟື້ນຟູເນື້ອທີ່ ການກະເສຕ

ສິດນີ້
2022.09.09
ອຸດົມໄຊ, ຜົ້ງສາລີ ຕ້ອງເລັ່ງ ຟື້ນຟູເນື້ອທີ່ ການກະເສຕ ພຣະສົງ, ສາມະເນນ ຊ່ອຍຊາວບ້ານ ໃນການຟື້ນຟູ ຖນົນຫົນທາງ, ນ້ຳລິນ ແລະ ອື່ນໆທີ່ຈຳເປັນ ຫຼັງຈາກຖືກນ້ຳຖ້ວມໃຫຍ່ ຢູ່ແຂວງອຸດົມໄຊ.
ນັກຂ່າວ ພົລເມືອງ

ທາງການ ເມືອງນາໝໍ້ ແຂວງອຸດົມໄຊ ແລະເມືອງຂວາ ແຂວງຜົ້ງສາລີ ເລັ່ງຟື້ນຟູ ທົ່ງນາທີ່ເສັຽຫາຍຈາກພັຍນ້ຳຖ້ວມ ເພື່ອໃຫ້ທັນການປູກເຂົ້າ ໃນຣະດູແລ້ງປີິນີ້.

ສເພາະເມືອງນາໝໍ້ແຂວງອຸດົມໄຊ ມີເນື້ອທີ່ທ່ົງນາ ທີ່ເສັຽຫາຍຈາກພັຍນ້ຳຖ້ວມ 12 ບ້ານ ໃນນັ້ນມີ 4 ບ້ານທີ່ເສັຽຫາຍໜັກ ດັ່ງບ້ານນາຕອງ, ບ້ານນາໝໍ້ເຫນືອ, ນາໝໍ້ໃຕ້ ແລະບ້ານຕ່າງດູ ເນື້ື້ອທີ່ດິນນາ, ສວນຢາງພາລາ ແລະສວນເຂົ້າໂພດ ຖືກນ້ຳຖ້ວມເສັຽຫາຍ ຫລາຍກວ່າໝູ່ ຮວມທັງໝົດ 71 ເຮັກຕ້າຣ໌ ຊື່ງພາກສ່ວນກ່ຽວຂ້ອງ ເລັ່ງຟື້ນຟູ ເພື່ອໃຫ້ທັນໃນການປູກເຂົ້າ ໃນຣະດູແລ້ງປີນີ້ ເປັນຕົ້ນ ລະບົບຊົນລະປະທານ ແລະ ຄັນນາ ທີ່ດິນເຈື່ອນທັບ ຈາກພັຍນ້ຳຖ້ວມ.

ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ເມືອງນາໝໍ້ ແຂວງອຸດົມໄຊ ທ່ານນື່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 5 ກັນຍາ ຜ່ານມາວ່າ:

ເນື້ອທີ່ນາປີນີ້ສ່ວນຫລາຍມັນ ຈະອອກຮວງໝົດແລ້ວ ພວກເຮົາຊີ່ໄປປູກຟື້ນຟູໃໝ່ນີ້ ມັນກໍຊີ່ຍາກແຫລະ ມີແຕ່ວ່າຊີ່ຟື້ນຟູ ຣະບົບຊົນລະປະທານເອົານ້ຳເຂົ້າມາຫລໍ່ລ້ຽງທີ່ວ່າ ຈຳພວກ ມັນສາມາດຟື້ນຟູໄດ້ນັ້ນກໍບາງຄອບຄົວນີ້ ມັນຈະຖ້ວມເຊາະເອົາດີນໄຫລໄປໝົດ ແລ້ວກໍ 100% ເນາະ ອຶດເຂົ້າເນາະ ຄອບຄົວນັ້ນ ສາມາດປູກພືດທົດແທນອື່ນໆນ່າຈະໄດ້.

ທ່ານກ່າວຕື່ມວ່າ ພາຍຫລັງນ້ຳຖ້ວມ  ຢູ່ເມືອງນາໝໍ້ແຂວງອຸດົມໄຊ ເຮັດໃຫ້ລະບົບຊົນລະປະທານ 2 ແຫ່ງຢູ່ບ້ານນາຕອງ ເປ່ເພ ເສັຽຫາຍໝົດ ຕ້ອງໄດ້ສ້ອມໃໝ່ ຖ້າບໍ່ສ້ອມ ຊາວນາ ກໍບໍ່ສາມາດປູກເຂົ້າໃນຣະດູແລ້ງປີນີ້ໄດ້ ເນື່ອງຈາກຣະບົບຊົນລະປະທານ ບໍ່ສາມາດຣະບາຍນ້ຳ ເຂົ້າເຖິງທົ່ງນາໄດ້. ພາກສ່ວນກ່ຽວຂ້ອງ ຕອ້ງໄດ້ເຂົ້າມາສ້ອມແປງໃໝ່.

ຢູ່ເມືອງນາໝໍ້ ທັງໝົດມີ 63 ບ້ານ ທົ່ງນາຖືກນ້ຳຖ້ວມ ເສັຽຫາຍເກືອບເຄິ່ງນຶ່ງ ເຂດບ້ານນາຕອງ ເສັຽຫາຍໜັກ ປະຊາຊົນໃນບ້ານມີປະມານ 100 ປາຍຄອບຄົວ ປູກເຂົ້າເປັນອາຊີບ ແຕ່ທົ່ງນາ ຖືກນ້ຳຖ້ວມ ໜັກກວ່າໝູ່ ທັງທົ່ງນາແລະ ລະບົບຊົນລະປະທານ ຖ້າທາງການ ບໍ່ມີງົປມານມາສ້ອມແປງ ຊົນລະປະທານ ທີ່ເປ່ເພ ກໍຈະເຮັດໃຫ້ຊາວບ້ານ ບໍ່ສາມາດປູກເຂົ້າ ລ້ຽງຄອບຄົວໄດ້ ແລະກໍຈະອຶດຫິວໃນປີໜ້າ.

ດັ່ງຊາວບ້ານນາໝໍ້ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເຂົ້ານີ້ຖອກຮວງແລ້ວ ຊີ້ນ່າດຽວນີ້ ມັນຕັດຂາດໝົດ ແລ້ວກໍຊົນລະປະທານ ກໍເປ່ເພໝົດແລ້ວ ມີແຕ່ຈະເອົານ້ຳໃສ່ນາ ກໍບໍ່ຊ່າງໃສ່ແລ້ວ ໂອ້ຍສ້າງຊົນລະປະທານໃໝ່ ດຽວນີ້ອາດຈະສ້າງບໍ່ໄດ້ແລ້ວ ນ້ຳກໍຫລາຍເດໃນຣະດູແລ້ງນີ້ ກໍຢາກໃຫ້ພັກຣັຖ ຂັ້ນເທິງຫັ້ນແຫລະ ຣະດົມປະຊາຊົນ ຊ່ອຍເນາະແບບວ່າ ປູກພືດຣະດູແລ້ງ ຕອບແທນຫັ້ນ. ເອີ ແມ່ນລະນ່າ ແມ່ນນາຕອງໜັກກວ່າໝູ່ແຫລະ ມັນເສັຽຫາຍທັງຜົລຜລິຕເນາະ. ເຂົ້ານາປີແດ່ ແລ້ວກໍມັນຊົນລະປະທານເປ່ເພ ມັນໜັກແທ້ ຊົນລະປະທານຫັ້ນແຫລະເນາະ ປີໜ້າບໍ່ສາມາດເຮັດຫຍັງໄດ້ແລ້ວເດ ຈັ່ງຊັ້ນນ່າ.

ສ່ວນຢູ່ບ້ານຕ່າງດູ ເນື້ອທີ່ທົ່ງນາ ເປ່ເພ ປະມານ 80% ໂດຍສເພາະຊາວບ້ານຜູ້ປູກເຂົ້າ ໃກ້ກັບແຄມຫ້ວຍ ທົ່ງນາຖືກນ້ຳຖ້ວມ ເສັຽຫາຍໝົດ ຖ້າບໍ່ມີການສ້ອມແປງ ຈະບໍ່ສາມາດປູກເຂົ້າໄດ້ເໝືອນກັນ ຕ້ອງການການຊ່ອຍເຫລືອ ຈາກທາງການໃນການຟື້ນຟູ ເນື້ອທີ່ປູກເຂົ້າ ໃຫ້ທັນໃນຣະດູແລ້ງປີນີ້ ເພື່ອປ້ອງກັນການອຶດຫິວ

ດັ່ງຊາວບ້ານຕ່າງດູ ຜູ້ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

ຜູ້ມັນໜັກເອົາແທ້ ເອົາວ່າ ມັນກໍຊີ່ອຶດຢູ່ ເພາະວ່າ ດີນກໍຖືກນ້ຳຖ້ວມແດ່ ມີຂີ້ຫີນ-ຂີ້ຊາຍ ມາຖົມເຂົ້າໝົດໄປ 5-6 ໄຮ່ ແລ້ວກໍດີນນາເຈື່ອນອອກໄປນີ້ ດຽວນີ້ທັມມະຊາຕເຂົາເຮັດ ຖືວ່າປະຊາຊົນນີ້ ກໍຢາກໃຫ້ຂັ້ນເທິງຫັ້ນ ກໍຊ່ອຍເຂົ້າ ໃນປີນີ້ ບໍ່ໃຫ້ອຶດ ແລ້ວກໍບຸກເບີກເອງ ເອົາແຮງງານໄປຂຸດຂີ້ຊາຍ-ຂີ້ຫີນ ແລ້ວກໍຈະເຮັດຄືເກົ່າຫັ້ນນ່າ.

ທ່ານກ່າວຕື່ມວ່າ ສຳລັບການຊ່ອຍເຫລືອອື່ນໆ ນັ້ນ ຕັ້ງແຕ່ຖືກນ້ຳຖ້ວມ ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາເຄື່ອງໄຊ້ ເຄື່ອງປຸງອາຫານ ແລະແລະສີ່ງຈຳເປັນອື່ນໆ ມາໃຫ້ ເປັນຕົ້ນໝີ່ໄວໄວ ແປ້ງນົວ ເກືອ ຢາສີແຂ້ວ ຢາປ້ອງກັນພຍາດ ແຕ່ກໍຍັງບໍ່ພຽງພໍ. ສ່ວນຢູ່ເມືອງຂວາ ແຂວງຜົ້ງສາລີ ກໍມີທົ່ງນາຊາວບ້ານຖືກນ້ຳຖ້ວມເສັຽຫາຍ ໜັກເໝືອນກັນ ເປັນຕົ້ນຢູ່ບ້ານກົກງີ້ວ, ບ້ານຫວ້ຍຫລ້າ,ບ້ານນ້ຳນາໃຕ້, ນ້ຳນາເໜືອ ບ້ານບວມພັນ ແລະບ້ານກົກພ້າວ ຖືກນ້ຳຖ້ວມຫລາຍກວ່າໝູ່, ປັດຈຸບັນໜ່ວຍງານກ່ຽວຂ້ອງ ຂັ້ນເມືອງ ແລະຂັ້ນແຂວງ ກຳລັງເລັ່ງສ້ອມແປງ ທົ່ງນາທີ່ເປ່ເພ ແລະຊ່ອຍບັນເທົ່າທຸກ ຊາວບ້ານຜູ້ທີ່ຖືກນ້ຳຖ້ວມ.

ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຂວາກ່າວວ່າ:

ໂອ້ບາງບ້ານກໍບໍ່ໄດ້ລະ ມັນເປັນຫີນໝົດເລີຍ ຖືວ່າ ຟື້ນຟ່ຍາກລະນ່າ ກໍຍັງວ່າ ຊອກບັນດານັກທຸຣະກິຈ ຈຸສົ່ງເສີມປູກພືດຫັ້ນ ໃຫ້ເຂົ້າມາຊ່ອຍກຳລັງຊອກທຶນ ຍັງບໍ່ໄດ້ເທື່ອ ບັນດາບໍຣິສັດຊ່ອຍໄດ້ຊ່ຳໃດກໍຊີ່ແມ່ນຟື້ນຟູຄືນໄດ້ຊ່ຳນັ້ນ.

ທ່ານກ່າວຕື່ມວ່າ ນ້ຳຖ້ວມເມືອງຂວາໃນປີນີ້ ກໍມີຜູ້ປະກອບການເອກຊົນ ແລະທາງການລາວ ເຂົ້າມາຊ່ອຍເຫລືອຊາວນາ ແລະຊາວບ້ານຜູ້ທີ່ຖືກນ້ຳຖ້ວມ ປະເພດເຂົ້າສານ ອາຫານແຫ້ງເພື່ອບັນເທົາທຸກຂັ້ນຕົ້ນ ແຕ່ເນື້ອທີ່ນາ ທີ່ເປ່ເພ ຈາກນ້ຳຖ້ວມຍັງບໍ່ທັນສ້ອມແປງເທື່ອ, ຊາວບ້ານຜູ້ນື່ງເວົ້າວ່າ ຜ່ານມາ ຊາວບ້ານປູກເຂົ້າ ດ້ວຍລະບົບຊົນລະປະທານ ທີ່ໄດ້ມາຕຖານ ແຕ່ໃນປີນີ້ ຖືກນ້ຳຖ້ວມເສັຽຫາຍຫລາຍ ຖ້າທາງການ ບໍ່ມີການສ້ອມແປງ ກໍຈະບໍ່ສາມາດປູກເຂົ້າໄດ້ ຈະເຮັດໃຫ້ຊາວບ້ານອຶດຫິວ ໃນປີໜ້າ ເທົ່າເຖິງປັດຈຸບັນ ໜ່ວຍງານກ່ຽວຂ້ອງລົງມາ ຮີບໂຮມຂໍ້ມູນຊື່ໆ ແຕ່ຍັງບໍ່ມີການຊ່ອຍເຫລືອຍັງເທື່ອ.

ດັ່ງຊາວບ້ານບວມພັນ ເມືອງຂວາ ທ່ານນື່ງກ່າວວ່າ:

ອັນນີ້ ນີ້ແບບເຮົາປູກ ແລ້ວກໍຮັບໃຊ້ຄອບຄົວນີ້ ປູກຂາຍແທ້ ກໍບໍ່ມີອຶດເຂົ້າ ພວກເຮົາທີ່ຖືກນ້ຳຖ້ວມນີ້ ສ່ວນພວກທີ່ບໍ່ຖືກນ້ຳຖ້ວມ ກໍຊີ່ບໍ່ອຶດເພາະວ່າຢູ່ບວມພັນນີ້ ມັນກໍສຳລັບຢູ່ຫ້ວຍນ້ຳນ້ອຍນີ້ ມັນຖ້ວມໝົດລະ ດຽວນີ້ ກໍການຊ່ອຍເຫລືອ ກໍຍັງບໍ່ທັນມີເທື່ອ ພໍພຽງແຕ່ວ່າ ດຽວນີ້ມີແຕ່ການເກັບກຳຂໍ້ມູນ ຜົລເສັຽຫາຍ.

ນອກຈາກນີ້ ຢູ່ເມືອງຫລາ ແຂວງອຸດົມໄຊ ທົ່ງນາຊາວບ້ານຢູ່ແຄມນ້ຳຫລາ ໃນຈຳນວນ 16 ບ້ານ ກໍໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມເສັຽຫາຍໜັກເໝືອນກັນ, ເນື້ອທີ່ນາ ທັງໝົດ 270 ເຮັກຕ້າຣ໌ ປະມານ 90% ບໍ່ສາມາດປູກເຂົ້າໄດ້ ຫ້ອງການເມືອງຫລາ ກຳລັງວາງແຜນ ລົງສຳຣວດເນື້ອທີ່ນາ ເສັຽຫາຍຢູ່ ເພື່ອຊອ່ຍປະຊາຊົນຟື້ນຟູ ໃຫ້ສາມາດປູກເຂົ້າໄດ້ໃນຣະດູແລ້ງປິີນີ້ ອີງຕາມຄຳເວົ້າຂອງ ທ່ານ ພົມມະເສນ ຄຸນສິລິວົງ ຫົວໜ້າຫ້ອງການ ກະສິກັໃ ແລະປ່າໄມ້ ເມືອງຫລາໃຫ້ສັມພາດ ຕໍ່ສື່ມວນຊົນລາວ ໃນວັນທີ 29 ສິງຫາ ຜ່ານມາ.

ສ່ວນເຂດອື່ນໆ ທີ່ຖືກນ້ຳຖ້ວມໃນສອງແຂວງດັ່ງກ່າວ ທີ່ເສັຽຫາຍບໍ່ຫລາຍ ທາງການກໍຊ່ອຍເຫລືອ ສິ່ງທີ່ຈຳເປັນ ໃຫ້ປະຊາຊົນ ເພື່ອບັນເທົ່າທຸກຊົ່ວຄາວກ່ອນ.

ທົ່ວປະເທດ ມີເຫດນ້ຳຖ້ວມໃນຫລາຍແຂວງ ໜັກກວ່າໝູ່ ແມ່ນແຂວງອຸດົມໄຊ ແລະແຂວງຜົ້ງສາລີ ຍ້ອນລົມພະຍຸ ຣະດູຮ້ອນພັດຜ່ານເຂົ້າມາ ສ້າງຄວາມເສັຽຫາຍ ໃຫ້ແກ່ຫລາຍບ້ານ ເປັນຕົ້ນທົ່ງໄຮ່ທົ່ງນາ ຖືກນ້ຳຖ້ວມເສັຽຫາຍຫລາຍ ສ່ວນແຂວງອື່ນໆ ທີ່ຖືກນ້ຳຖ້ວມນັ້ນ ກໍເສັຽເຫມືອນກັນ ແຕ່ບໍ່ຫລາຍປານໃດ ບາງແຂວງຖືກນ້ຳຖ້ວມ ຍ້ອນການປ່ອຍນ້ຳຈາກເຂື່ອນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.