ເຣື້ອງທີ່ເກັບບັນທຶກໄວ້
2023-09-18
ການກໍ່ສ້າງ ເຂື່ອນໄຟຟ້າປາກແບງ ເຣີ່ມຂຶ້ນ ຢ່າງເປັນທາງການ ພາຍຫຼັງ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໄດ້ເຊັນສັນຍາ ຊື້ໄຟຟ້າແລ້ວ ຂະນະທີ່ ປະຊາຊົນ ບໍ່ໜ້ອຍ ຄາດວ່າ ຈະຮັບຜົລກະທົບ ແລະ ຍັງບໍ່ຮູ້ຊາຕາກັມ ເຮັດໃຫ້ເກີດ ຄວາມກັງວົນ ເພາະຄວາມບໍ່ແນ່ນອນ ເຣື່ອງຄ່າຊົດເຊີຍຕ່າງໆ.
2023-09-14
6 ປະເທດ ທີ່ມີສ່ວນຮ່ວມ ໃນຂົງເຂດແມ່ນໍ້າຂອງ, ແມ່ນໍ້າລ້ານຊ້າງ ຕົກລົງທີ່ຈະແລກປ່ຽນຂໍ້ມູນ ກ່ຽວກັບການໄຫລ ຂອງນໍ້າ ແລະການປ່ອຍນໍ້າ ອອກຈາກເຂື່ອນ ເພື່ອຫລຸດຜ່ອນຜົລກະທົບ ຈາກການປ່ຽນແປງ ໃນແມ່ນໍ້າຂອງ ໃນວາຣະການປະຊຸມ ທີ່ປັກກິ່ງ.
2023-09-14
ຣັຖບານລາວ ເຊັນສັນຍາ ພັທນາໂຄງການໄຟຟ້າ ພະລັງງານລົມ ເພີ່ມອີກ 1,000 ເມກະວັດ ຢູ່ແຂວງເຊກອງ ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມເບື້ອງຕົ້ນ ຍັງມີປະຊາຊົນລາວ ຖືກຜົລກະທົບ ໂຍກຍ້າຍອອກຈາກພື້ນທີ່ ແຕ່ຫາກມີພາກສ່ວນໃດ ມີຄວາມສ່ຽງ.
2023-09-13
ຕົ້ນເດືອນກັນຍານີ້, 5 ບ້ານ ໃນເມືອງປາກລາຍ ແຂວງໄຊຍະບູຣີ ຖືກສັດຕຣູພືດ ທຳລາຍເຂົ້າໃນນາ 51 ເຮັກຕ້າຣ໌, ເຊິ່ງສັດຕຣູພືດດັ່ງກ່າວ ແມ່ນເພັ້ຽຈັກຈັ່ນ ແລະ ແມງບົ່ວ ທີ່ກັດກິນຕົ້ນເຂົ້າ ຂອງຊາວບ້ານ ຈົນເສັຽຫາຍ.
2023-09-13
ຊາວບ້ານ ໃນເມືອງຄູນຄຳ ແຂວງຄຳມ່ວນ ທີ່ຖືກນ້ຳຖ້ວມໜັກ ຍັງຕ້ອງການເຂົ້າສານ ອາຫານແຫ້ງ ເພາະວ່າປີນີ້ ບໍ່ສາມາດເຮັດນາໄດ້ ຂະນະທີ່ ຫຼາຍຄອບຄົວຮູ້ສຶກກັງວົນໃຈ ເມື່ອບໍ່ມີທຶນພຽງພໍໃສ່ການຜລິດ ແລະ ສິ່ງສຳຄັນຕອນນີ້ຄື ຢ້ານບໍ່ມີເຂົ້າກິນພຽງພໍ.
2023-09-13
ສວນກ້ວຍຈີນ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ປ່ອຍສານເຄມີ ທີ່ໃຊ້ໃນສວນກ້ວຍ ລົງໃສ່ນໍ້າງື່ມ ສົ່ງຜົລກະທົບຕໍ່ຊາວບ້ານ, ສິ່ງແວດລ້ອມ ແລະອາດສົ່ງຜົລຮ້າຍຕໍ່ລະບົບ ນໍ້າປະປານໍາດ້ວຍ ຫາກຍັງບໍ່ມີການແກ້ໄຂ ບັນຫາດັ່ງກ່າວ ຈາກພາກສ່ວນ ທີ່ກ່ຽວຂ້ອງ.
2023-09-12
ປະຣິມານນໍ້າ ໃນແມ່ນໍ້າຂອງ ຫລຸດລົງຫລາຍໃນ 2-3 ອາທິດທີ່ຜ່ານມານີ້ ເນື່ອງຈາກວ່າ ເຂື່ອນໄຟຟ້າຂອງຈີນກັກນໍ້າ ເຮັດໃຫ້ການຂຶ້ນ-ລົງ ຂອງນ້ຳ ໃນແມ່ນ້ຳຂອງຕອນລຸ່ມ ບໍ່ເປັນທັມມະຊາຕ, ການທໍາມາຫາກິນ ຂອງປະຊາຊົນ ໄດ້ຮັບຜົລກະທົບຫຼາຍຂຶ້ນ ໃນແຕ່ລະປີ.
2023-09-11
ຢູ່ຫຼາຍແຂວງພາກເໜືອ ປະຊາຊົນ ຫັນໄປບຸກເບີກເນື້ອທີ່ປ່າ ເພື່ອປູກສາລີ ແປຮູບ ສົ່ງອອກໄປຂາຍຢູ່ປະເທດຈີນ ເຮັດໃຫ້ກະທົບປ່າໄມ້ ແລະ ທາງການລາວ ຍັງບໍ່ມີມາຕການ ໃນການສະກັດກັ້ນ ຫຼື ຊ່ວຍເຫຼືອໃຫ້ປະຊາຊົນ ອອກຈາກການບຸກລຸກປ່າ.
2023-09-07
ຊາວບ້ານ 50 ຄົນ ທີ່ຖືກບໍຣິສັດຈີນກ່າວຫາວ່າ ລັກຂຸດແຮ່ຄຳ ແລະຖືກຈັບຂັງ ຢູ່ເຂດບໍ່ຄໍາຜາປົ່ນ ເມືອງປາກອູ ແຂວງຫລວງພຣະບາງ ໄດ້ຖືກປ່ອຍໂຕໝົດແລ້້ວ ເມື່ອທ້າຍເດືອນທີ່ຜ່ານມາ, ແຕ່ຍັງບໍ່ຮູ້ວ່າ ບັນຫານັ້ນ ຖືກແກ້ໄຂແນວໃດ.
2023-09-05
ອໍານາດການປົກຄອງບາງເມືອງ ໃນແຂວງຫົວພັນ ຄວບຄຸມ ຫຼືຈໍາກັດ ການຫາໜໍ່ໄມ້ຂອງປະຊາຊົນ ຄືບາງເມືອງຫ້າມປະຊາຊົນ ຫາໜໍ່ໄມ້ຂາຍເປັນສິນຄ້າ ນັບແຕ່ວັນທີ 15 ເດືອນກັນຍາ ເຖິງເດືອນຕຸລາ ຂອງທຸກໆປີ ເພື່ອປົກປັກຮັກສາ ປ່າໄມ້ປ່ອງໃຫ້ຍືນຍົງ ບໍ່ດັບສູນ.
2023-08-30
ຣັຖບານລາວເຊີນຊວນ ໃຫ້ນັກລົງທຶນ ເຂົ້າມາຂຸດຄົ້ນແຮ່ ໂປຕາສ ຢູ່ນະຄອນຫລວງວຽງຈັນ, ຂະນະທີ່ ຊາວບ້ານຄັດຄ້ານ ເນື່ອງຈາກວ່າ ຈະມີຜົລກະທົບຫລາຍດ້ານ ທັງຕໍ່ສິ່ງແວດລ້ອມ, ສັງຄົມ ແລະການຂຍາຍຕົວເມືອງ.
2023-08-30
ຣັຖບານລາວ ສ້າງປ້ອງກັນຕາຝັ່ງເຈື່ອນ ຕາມແຄມນໍ້າຂອງ ບໍ່ສາມາດບັນລຸ ໄດ້ຕາມແຜນການ ຍ້ອນການຂົນຂວາຍ ທຶນຈາກຕ່າງປະເທດ ຍັງມີຂອບເຂດຈຳກັດ.
2023-08-29
ນໍ້າຖ້ວມເຂດເມືອງຫີນບູນ ແລະເມືອງຄູນຄໍາ ແຂວງຄໍາມ່ວນ, ເຮັດໃຫ້ໂຄງຮ່າງພື້ນຖານ ເຊັ່ນຖນົນ, ໄຟຟ້າ, ນໍ້າປະປາ ແລະອື່ນໆເສັຍຫາຍຫລາຍ ແລະ ຍັງບໍ່ທັນໄດ້ສ້ອມແປງ, ບັນຫານີ້ກະທົບກັບຊາວບ້ານ ແລະການຄົມມະນາຄົມ ໃນທົ່ງຂົງເຂດທີ່ຖືກນ້ຳຖ້ວມ.
2023-08-24
ແມ່ນໍ້າເຊນ້ອຍ ຢູ່ແຂວງ ສວັນນະເຂດ ມີສະພາບຂຸ່ນ ສີແດງ ເຊິ່ງ ຫລາຍພາກສ່ວນເຊື່ອວ່າ ເປັນຍ້ອນ ໂຮງງານປຸງແຕ່ງເຫລັກ ປ່ອຍສານເຄມີລົງນໍ້າ ເຮັດໃຫ້ປະຊາຊົນບໍ່ກ້າໃຊ້ນ້ຳ ຫຼືຫາປາໃນແຫຼ່ງນ້ຳດັ່ງກ່າວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີການກວດກາເທື່ອ.
2023-08-24
ຊາວບ້ານ ໃນຫລາຍບ້ານ ຢູ່ເມືອງ ອາດສະພອນ ແຂວງສວັນນະເຂດ ສ້ອມແປງຖນົນ, ແຕ່ບໍ່ສາມາດເດີນທາງໄດ້ສະດວກ ພໍເທົ່າໃດ ພາຍຫລັງໄດ້ຮັບຜົລກະທົບ ຢ່າງໜັກຈາກຝົນຕົກ ເຊິ່ງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ.