ຢູ່ພາກເໜືອ ປ່າໄມ້ຖືກບຸກເບີກ ເພື່ອປູກສາລີ ຫຼາຍຂຶ້ນ

ອຸ່ນແກ້ວ
2023.09.11
ຢູ່ພາກເໜືອ ປ່າໄມ້ຖືກບຸກເບີກ ເພື່ອປູກສາລີ ຫຼາຍຂຶ້ນ ປ່າໄມ້ ທີ່ນອກຈາກ ຈະຖືກຊາວບ້ານບຸກລຸກເພື່ອການກະເສດແລ້ວ ໂຄງການຈຳນວນຶ່ງກໍມີສ່ວນບຸກລຸກເຊັ່ນກັນ. ໝູ່ບ້ານຈັດສັນ ທີ່ສ້າງຂຶ້ນຢູ່ກາງປ່າ ແຫ່ງນຶ່ງເຂດແຂວງພາກເໜືອ ຂອງລາວ ວັນທີ 16 ຕຸລາ 2022.
RFA

ຢູ່ຫຼາຍແຂວງພາກເໜືອ ປະຊາຊົນ ບຸກເບີກເນື້ອທີ່ດິນ ເພື່ອປູກສາລີ ສົ່ງອອກໄປປະເທດຈີນ.​ ຢູ່ ເມືອງຮຸນ ແຂວງອຸດົມໄຊ ມີຊາວບ້ານ ປູກສາລີ ປະມານ 10,000 ເຮັກຕ້າຣ໌  ເພາະວ່າເປັນທີ່ ຕ້ອງການຂອງຕລາດ ແລະ ມີບໍຣິສັດ ລໍຖ້າຮັບຊື້.​

ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຮຸນ ແຂວງອຸດົມໄຊ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວ ໃນວັນທີ 11 ກັນຍາ ວ່າ:

“ມັນຈະມີຫຼາຍເມືອງ ບໍ່ມີແຕ່ເມືອງຮຸນດອກ. ຢູ່ເມືອງຮຸນ ເຮົາກໍມີປະມານ 10,000 ປາຍ ພັນເຮັກຕ້າຣ໌ ສົ່ງເສີມການຜລິດ ເປັນສິນຄ້າ ທີ່ຂ້ອນຂ້າງຕລາດດີ. ເຮົາກໍມີສະມາຄົມ, ມີກຸ່ມເກັບຊື້ ແລະ ກໍສົ່ງອອກຫຼາຍປະເທດ ໄປຈີນສ່ວນນຶ່ງ ກໍພາຍໃນໂຮງງານຫົວອາຫານ.​

ຢູ່ເມືອງຮຸນ ຊາວບ້ານຈໍານວນນຶ່ງ ໄດ້ມີການບຸກເບີກທີ່ດິນປ່າໄມ້ ເພີ່ມຕື່ມ ເພື່ອປູກສາລີ ຍ້ອນເຫັນວ່າ ສາລີມີລາຄາດີ ເຊິ່ງບັນຫາດັ່ງກ່າວ ເຈົ້າໜ້າທີ່ ມີການແຈ້ງເຕືອນໃຫ້ຊາວບ້ານ ເປັນປະຈໍາ.

ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ເມືອງຮຸນ ໄດ້ກ່າວຕື່ມວ່າ:

“ເມື່ອກ່ອນ ຍັງມີຢູ່ຖາງປ່າ ຊ້ວງພວກເຮົາຊຸກຍູ້ ສົ່ງເສີມການປູກສາລີ ດຽວນີ້ ກໍບໍ່ມີ ແລ້ວ ເປັນເນື້ອທີ່ທໍາການຜລິດຄົງທີ່. ເຣື່ອງຈູດນີ້ ເຂົາເຈົ້າກຽມເນື້ອທີ່ ກໍໄດ້ຈູດຫັ້ນແຫຼະ. ອະນາໄມພື້ນທີ່ ກໍຕ້ອງໄດ້ຈູດເສດຟືນ ຊັບພະຍາກອນເຂົາເຈົ້າກໍມີໜັງສື ແຈ້ງການ ແນະນໍາ ໃນການຫຼຸດຜ່ອນ ສ້າງມົລພິດເຂົາເຈົ້າກໍມີ.

ຢູ່ແຂວງຜົ້ງສາລີ ມີການປູກສາລີ ປະມານ 1,000-2,000 ເຮັກຕ້າຣ໌ ເມື່ອທຽບໃສ່ ແຂວງອື່ນ ຖືວ່າຍັງໜ້ອຍ.

ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຜົ້ງສາລີ ໄດ້ກ່າວວ່າ:  

“ຄັນທຽບຢູ່ກໍມີລະດັບພັນ ບໍ່ຮອດສອງພັນ ເຮັກຕ້າຣ໌ ແຕ່ລະປີ ບໍ່ຄືຂອງອຸດົມໄຊ ຫຼືວ່າ ຂອງແຖວນໍ້າທາ ສ່ວນຫຼາຍ. ມັນຈະຢູ່ບົນພື້ນທີ່ ຂອງເຂົາເຈົ້າ. ຜູ້ຮັບຊື້ຢູ່ທາງພຸ້ນແມ່ນຝ່າຍຈີນ ມີແຕ່ຍາມເຮັດໄຮ່ນັ້ນ ເດືອນ 2, ເດືອນ 3 ນັ້ນ. ຍອມຮັບຢູ່ວ່າ ອັນນັ້ນ ເຂົາເຈົ້າຈູດໄຮ່.”

ຢູ່ແຂວງຫົວພັນ ກໍມີການປຸກເບີກເນື້ອທີ່ດິນ ປູກສາລີຫຼາຍຂຶ້ນ ເພື່ອສົ່ງໄປຂາຍຢູ່ປະເທດວຽດນາມ. ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ກ່າວວ່າ:

“ກໍຫຼາຍເຕີບເນາະ ແຕ່ລະບ້ານນັ້ນ ເຮັດມາຫຼາຍປີແລ້ວ ຕໍ່ເນື່ອງມາ ປີນີ້ກໍຖືວ່າ ຫຼາຍກວ່າປີກາຍ ບໍ່ ໂຕເນື້ອທີ່ນີ້ ກໍບໍ່ທັນ ໄດ້ຂໍ້ມູນນ່າ ສາລີນີ້ ບໍຣິສັດ ເປັນຜູ້ລົງທຶນສົ່ງເສີມປູກ. ມັນມີບໍຣິສັດ ສັມປະທານເດ້ ແຕ່ລະເຂດ. ມີຄົນລາວ, ກັບຄົນວຽດ, ຄົນຈີນບໍ່ມີ ເຣື່ອງປ່າເນາະ ກໍຖາງ ອ້ອມໄປ, ອ້ອມມາ ຢູ່ເຂດນັ້ນແລ້ວ. ຊ້ວງ 3 ເດືອນ, 4 ເດືອນ ນ່າ ເຂົາຈູດໄຮ່ເນາະ. ກໍມີຄວັນມືດເນາະ.

IMG_9414.JPG
ການຖາງປ່າເຮັດໃຫ້ ຢູ່ແຂວງອຸດົມໄຊ. ຮູບພາບໂດຍ ນັກຂ່າວພົລເມືອງ.

ຢູ່ແຂວງອຸດົມໄຊ ກໍມີການປູກສີລີເຊັ່ນດຽວກັນ ເພາະວ່າ ມີພໍ່ຄ້າຄົນຈີນມາຮັບຊື້ ໃນລາຄາ 2,600 ກີບ ຕໍ່ກິໂລກຼາມ. ຊາວບ້ານ ໃນແຂວງອຸດົມໄຊ ໄດ້ກ່າວວ່າ:

“ເຮົາປູກສາລີແຫຼະ ຫຼາຍຢູ່ 5 ເຮັກຕ້າຣ໌ ສໍາລັບບ້ານເຮົາ ເນື້ອທີ່ປູກນີ້​ແມ່ນ 600 ປາຍນ່າ. ມັນບໍ່ມີແນວອື່ນເຮັດເດ້ ເຮົາເອົາໄປສົ່ງເຂົາມີແຕ່ 2,600 [ກີບ ຕໍ່ກິໂລກຼາມ] ຄົນລາວ ເອົາຢູ່ພາຍໃນ ເມືອງເຮົາແຫຼະ ສາລີນີ້ແຫຼະ. ພໍ່ຄ້າເຂົາເອົາໄປເກັບ ໄປຂາຍຢູ່ຈີນເນາະ.​

ຢູ່ ແຂວງໄຊຍະບູລີ ຊາວບ້ານ ມີການປູກໝາຍເດືອຍ ແລະ ສາລີ ໃນເນື້ອທີ່ຫຼາຍ 100 ເຮັກຕ້າຣ໌ ເຊັ່ນດຽວກັນ. ເຈົ້າໜ້າທີ່ຂັ້ນບ້ານ ຢູ່ແຂວງໄຊຍະບູລີ ໄດ້ກ່າວວ່າ:    

“ເອີ! ກໍຫາກເຮັດຫຼາຍຢູ່ ປູກໝາກເດືອຍ. ປູກໝາກສາລີ ໝົດບ້ານນີ້ ເມື່ອ 100 ເຮັກຕ້າຣ໌ ພຸ້ນແຫຼະ. ຄັນມົດເມືອງກໍຢາກຮອດພັນປາຍ. ມັນບໍ່ມີສິນຄ້າແນວອື່ນນ່າ.

ອີງຕາມການຣາຍງານ ຂອງອົງການ ອະນຸຮັກ ສິ່ງແວດລ້ອມ ຫຼື Greenpeace, ປະເທດລຸ້ມແມ່ນໍ້າຂອງ ມີການຖາງປ່າ ເຮັດໄຮ່ສາລີຈາກ 2 ລ້ານປາຍ ເຮັກຕ້າຣ໌ ໃນປີ 2015 ຂຶ້ນເປັນ 3 ລ້ານ ເຮັກຕ້າຣ໌ ໃນກາງປີ 2023.   

ທີ່ຜ່ານມາ ທາງການລາວ ກໍບໍ່ໄດ້ມີມາດຕະການຈິງຈັງ ເພື່ອຫຼຸດຜ່ອນການຖາງປ່າເຮັດໄຮ່ ມີພຽງແຕ່ແຈ້ງການອອກເທົ່ານັ້ນ ໃນການຫ້າມຈູດປ່າ ແຕ່ບໍ່ມີການປັບໃໝຈິງຈັງ ທັງເຣື່ອງແຈ້ງການໝອກຄວັນ, ມົນລະພິດ. ແນະນໍາພຽງໃຫ້ໃສ່ຜ້າອັດປາກ-ດັງ ເພາະຊາວບ້ານລຶ້ງເຄີຍ ຕິດພັນກັບທັມມະຊາຕ ແລະ ຖ້າມີການຈູດປ່າເຮັດໄຮ່ ໃນພື້ນທີ່ຂອງຕົນເອງ ກໍມີພຽງແຕ່ແນະນໍາ ໃຫ້ເຮັດແນວກັ້ນໄຟ ແລະ ສະກັດກັ້ນ ບໍ່ໃຫ້ໄຟລາມເຂົ້າເຂດປ່າສງວນ.   

ຣັຖບານລາວ ໄດ້ພະຍາຍາມຟື້ນຟູປ່າໄມ້ ດ້ວຍການປູກຕົ້ນໄມ້ ທຸກໆປີ ໂດຍຜ່ານໂຄງການຕ່າງໆ ແຕ່ຍັງບໍ່ສາມາດທົດແທນປ່າໄມ້ ທີ່ເສັຽໄປ ຈາກການຖາງປ່າເຮັດໄຮ່, ການໃຫ້ສັມປະທານ ໂຄງການໄມ້ອຸດສາຫະກັມ, ໂຄງການເຂື່ອນ ແລະ ໂຄງການບໍ່ແຮ່. ອີງຕາມຄໍາເຫັນຂອງ ຜູ້ທີ່ເຄີຍເຮັດວຽກ ເຣື່ອງບັນຫາທີ່ດິນ ຢູ່ໃນປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.