ຊາວບ້ານ ເມືອງຄູນຄຳ ທີ່ຖືກນ້ຳຖ້ວມ ຍັງຕ້ອງການເຂົ້າສານ, ອາຫານແຫ້ງ

ພູວົງສ໌
2023.09.13
ຊາວບ້ານ ເມືອງຄູນຄຳ ທີ່ຖືກນ້ຳຖ້ວມ ຍັງຕ້ອງການເຂົ້າສານ, ອາຫານແຫ້ງ ນີ້ແມ່ນຮູບໂຕຢ່າງ ທີ່ໄພທັມມະຊາຕ ສ້າງຄວາມເສັຍຫາຍ ໃຫ້ກັບໄຮ່-ນາ, ຜົລປູກຂອງຊາວບ້ານ ເມືອຫຼາຍປີກ່ອນ.
ນັກຂ່າວ ພົລເມືອງ

ພາຍຫຼັງທີ່ຊາວບ້ານ ໃນເມືອງຄູນຄຳ ແຂວງຄຳມ່ວນ ຖືກນ້ຳຖ້ວມຢ່າງໜັກ ໃນຕົ້ນເດືອນສິງຫາ 2023 ທີ່ຜ່ານມານັ້ນ, ປັດຈຸບັນ ທຸກຢ່າງໄດ້ກັບເຂົ້າສູ່ ສະພາວະປົກກະຕິແລ້ວ, ແຕ່ຊາວບ້ານ ຍັງຕ້ອງການ ການຊ່ອຍເຫຼືອເພີ່ມຕື່ມຢູ່ ເປັນຕົ້ນ ເຂົ້າສານ, ອາຫານແຫ້ງ ຍ້ອນວ່າ ເຂົ້າໃນນາເສັຽຫາຍໝົດ ຫຼາຍຄອບຄົວ ບໍ່ສາມາດເຮັດນາຄືນໄດ້ ເພາະບໍ່ມີຕົ້ນທຶນ ແລະ ແນວພັນ ບວກກັບກາຍຣະດູເຮັດນາໄປແລ້ວ ຕ້ອງລໍຖ້າປີໜ້າຢ່າງດຽວ, ເຊິ່ງຫຼາຍຄອບຄົວ ກໍຮູ້ສຶກກັງວົນໃຈ ຢ້ານບໍ່ມີເຂົ້າກິນພຽງພໍ.

ດັ່ງຊາວບ້ານ ໃນເມືອງຄູນຄຳ ແຂວງຄຳມ່ວນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ກັນຍາ ນີ້ວ່າ:

“ທາງໄປວຽງຈັນ ມັນຍັງເພຫຼາຍ ໄປບໍ່ໄດ້ທາງຫຼັກ 20, ຮອດແຕ່ຄູນຄຳ ໄຟຟ້າກໍໃຊ້ໄດ້ທົ່ວທຸກບ້ານ, ແຕ່ບາງເທື່ອກໍດັບ ບາງເທື່ອກໍມາ. ເຂົ້ານາຕາຍໝົດ ປີນີ້ມັນເຮັດບໍ່ໄດ້ແລ້ວ ມັນບໍ່ມີແນວພັນແລ້ວ.​ ປູກກໍປີໜ້າພຸ້ນແຫຼະ. ບໍ່ມີຄັກໆ ຈົນບໍ່ຢາກມີກິນພຸ້ນແລ້ວ. ເພິ່ນກໍມາຊ່ອຍຢູ່, ຕ້ອງການຢູ່ໄດ໋, ເຂົ້າ, ອາຫານແຫ້ງ, ຫັ້ນນ່າ.”

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ສຳລັບໄຟຟ້າ ທີ່ດັບທົ່ວເມືອງ ກໍກັບມາໃຊ້ໄດ້ປົກກະຕິແລ້ວ, ແຕ່ໄຟຟ້າ ຍັງບໍ່ດີເທົ່າທີ່ຄວນ ບາງເທື່ອໄຟຟ້າ ຍັງດັບຢູ່ ເພາະໃນໄລຍະນີ້ ຍັງມີຝົນຕົກທຸກມື້. ຂະນະທີ່ການສັນຈອນ ຕາມຖນົນ 8A ທີ່ຈະໄປຍັງຫຼັກ 20 ເມືອງຄຳເກີດ ແຂວງບໍຣິຄຳໄຊ ຍັງມີສະພາບເປ່ເພ, ຣົຖຈັກ, ຣົຖກະບະ ສາມາດໄປໄດ້, ແຕ່ການສັນຈອນ ຍັງຫຍຸ້ງຍາກຢູ່. ຣົຖແລ່ນໄດ້ສະເພາະ ທາງກາງແຄບໆ ເພາະແຄມທາງ ຍັງມີດິນກອງຢູ່.

ທາງດ້ານເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງຄູນຄຳ ທ່ານນຶ່ງ ກໍຍອມຮັບວ່າ ປັດຈຸບັນ ຊາວບ້ານໃນເມືອງຄູນຄຳ ກໍຍັງຂາດເຂີນ ເຂົ້າສານ, ອາຫານແຫ້ງຢູ່ ເພາະວ່າ ມີປະຊາກອນຈຳນວນຫຼາຍ ທີ່ໄດ້ຮັບຜົລກະທົບ ບໍ່ສາມາດເຮັດນາ ເພື່ອໃຫ້ມີເຂົ້າກິນເອງໄດ້ ພາຍຫຼັງຖືກນ້ຳຖ້ວມເສັຽຫາຍໝົດ ແລະ ຖນົນ 8A ພູໄຮ ລະວ່າງເມືອງຄູນຄຳ ແຂວງຄຳມ່ວນ ຫາເມືອງຄຳເກີດ ແຂວງບໍຣິຄຳໄຊ ນັ້ນ, ກໍຍັງສັນຈອນບໍ່ສະດວກ.

“ປົກກະຕິແລ້ວ, ແຕ່ວ່າ ເນື້ອທີ່ທຳການຜລິຕ ມັນຖືກຜົລກະທົບໝົດເລີຍ. ອັນຂາດແຄນນັ້ນ ກໍແມ່ນເປັນຕົ້ນ ເຂົ້າ, ອາຫານແຫ້ງ ແມ່ນຫຍັງນີ້ແຫຼະ ເພາະວ່ານ້ຳຖ້ວມ ເນື້ອທີ່ທຳການຜລິຕ ມີທັງພາກຣັຖ ພາກເອກຊົນແຫຼະ, ແຕ່ມັນກໍບໍ່ພຽງພໍ ເພາະວ່າ ພົລເມືອງຂອງພວກເຮົາ ມັນຈຳນວນຫຼາຍ. ຍັງເຝົ້າລະວັງ ຕົກລຽນ 3 ມື້ແລ້ວນີ້. ສຳລັບມາເຂດຄູນຄຳນີ້ ລະແມ່ນສາມາດໄປມາສະດວກແລ້ວ, ແຕ່ວ່າ ຖ້າຊິໄປຫຼັກ 20 ນັ້ນ, ຍັງບໍ່ສະດວກເດີ້.”

ຊາວບ້ານ ອີກທ່ານນຶ່ງ ກໍກ່າວເຖິງສະພາບລວມ ໃນເມືອງຄູນຄຳ ວ່າ ໄຟຟ້າໃຊ້ໄດ້ທົ່ວທຸກບ້ານແລ້ວ, ແຕ່ສະພາບເສັ້ນທາງ 8A ພູໄຮ ລະວ່າງເມືອງຄູນຄຳ ແຂວງຄຳມ່ວນ ຫາເມືອງຄຳເກີດ ແຂວງບໍຣິຄຳໄຊ ນັ້ນ, ກໍຍັງບໍ່ສະດວກ ເພາະໃນໄລຍະນີ້ ຝົນຕົກຕລອດ.

“ເຣື່ອງໄຟຟ້າ ກະໃຊ້ໄດ້ປົກກະຕິແລ້ວເນາະ, ແຕ່ວ່າ ຣົຖໃຫຍ່ ເພິ່ນກະບໍ່ທັນອະນຸຍາດໃຫ້ໄປເນາະ, ປະເພດຣົຖພ່ວງ ຢ້ານສະພາບຝົນຕົກຕ່າງໆຫັ້ນແຫຼະ. ກໍຍັງໄດ້ເຝົ້າລະວັງຢູ່. ຣົຖເບົາຫັ້ນແຫຼະ ໄປມາໄດ້, ຣົຖໜັກແທ້ ກໍໄປບໍ່ທັນໄດ້.”

ຕໍ່ບັນຫາທີ່ຊາວບ້ານ ໃນເມືອງຄູນຄຳ ບໍ່ສາມາດເຮັດນາໄດ້ແລ້ວ ໃນປີນີ້ ນັ້ນ, ອຳນາດການປົກຄອງຂັ້ນເມືອງ ແລະ ແຂວງ ກໍມີແຜນຊ່ອຍເຫຼືອຊາວບ້ານຢູ່, ໂດຍເຈົ້າໜ້າທີ່ ດ້ານກະສິກັມ ແລະ ປ່າໄມ້ ເມືອງຄູນຄຳ ທ່ານນຶ່ງ ກ່າວວ່າ ທຳອິດແມ່ນ ຈະຊອກຫາແນວພັນເຂົ້າ ມາແຈກຢາຍໃຫ້ ແລະ ກໍຈະໄປສົ່ງເສີມການເຮັດນາແຊງ ໃນໄລຍະຣະດູແລ້ງ ແລະ ປັບປຸງຊົນລະປະທານ ໃຫ້ກັບຊາວບ້ານ.

“ຕໍ່ການສະພາບ ຄວາມເສັຽຫາຍ ຂອງນາເຂົ້າຫັ້ນ ກະຖືວ່າ ໄທເຮົາກໍແມ່ນໄດ້ເກັບກຳຂໍ້ມູນລະອຽດ ແລ້ວກະໄດ້ສ້າງເປັນແຜນ ເພື່ອຟື້ນຟູ ຫຼັງນ້ຳຖ້ວມຫັ້ນແຫຼະ. ມັນກໍໄດ້ແບ່ງອອກເປັນ 3 ໄລຍະ ກະຄືໄລຍະເລັ່ງດ່ວນ, ໄລຍະກາງ ແລະ ໄລຍະຍາວ. ເລັ່ງດ່ວນນີ້ ກໍໄດ້ຄົ້ນຄວ້າ ຊອກຫາແນວພັນຫັ້ນແຫຼະ. ຄືໄລຍະຣະດູແລ້ງ ກໍຈະເລັ່ງໃສ່ ກ່ຽວກັບການເຮັດນາແຊງຫັ້ນ, ເລັ່ງໃສ່ການປັບປຸງຊົນລະປະທານຫັ້ນ.”

ຢ່າງໃດກໍຕາມ, ສະເພາະເມືອງຄູນຄຳ ມູລຄ່າຄວາມເສັຽຫາຍທັງໝົດ ທີ່ໄດ້ມີການປະເມີນໃນເບື້ອງຕົ້ນ ແມ່ນປະມານ 111 ຕື້ປາຍກີບ. ທົ່ວເມືອງຄູນຄຳ ແຂວງຄຳມ່ວນ ຖືກນ້ຳຖ້ວມ 14 ບ້ານ ມີພົລເມືອງ 12,761 ຄົນ, ຍິງ 6,320 ຄົນ. ມີ 2,575 ຫຼັງຄາ ແລະ ມີ 2,812 ຄອບຄົວ. ບ້ານທີ່ຖືກນ້ຳຖ້ວມໜັກກວ່າໝູ່ ແມ່ນບ້ານກອງລໍ, ບ້ານຮໍ້, ບ້ານກູບ, ບ້ານນາກາຍ, ບ້ານນາຄຳ, ບ້ານໂພນແຍງ, ບ້ານມ່ວງນ້ຳສາງ ແລະ ບ້ານຄູນມະນີ (ຄຸ້ມໂພນທອງ ໜອງຮາງ ເກົ່າ).

ສ່ວນທົ່ວແຂວງຄຳມ່ວນ ມີ 10 ເມືອງ 167 ບ້ານ ທີ່ໄດ້ຮັບຜົລກະທົບ ຈາກພັຍພິບັດນ້ຳຖ້ວມ. ໃນນີ້, 3 ເມືອງ ຄືເມືອງຄູນຄຳ, ເມືອງຫີນບູນ ແລະ ເມືອງນາກາຍ ທາງການປະກາດໃຫ້ເປັນເມືອງພັຍພິບັດ ເພາະໄດ້ຮັບຜົລກະທົບໜັກທີ່ສຸດ.

ໃນທົ່ວເມືອງ ມີຈຳນວນຄອບຄົວ ທີ່ຖືກຜົລກະທົບ ຈາກນ້ຳຖ້ວມ 8,215 ຄອບຄົວ. ເນື້ອທີ່ນາເຂົ້າ ຖືກນ້ຳຖ້ວມ 10,060 ເຮັກຕ້າຣ໌. ໃນນີ້, ເສັຽຫາຍ 3,323 ເຮັກຕ້າຣ໌. ສ່ວນເນື້ອທີ່ປູກພືດຕ່າງໆ ເສັຽຫາຍ 10 ປາຍເຮັກຕ້າຣ໌. ເນື້ອທີ່ນ້ຳຖ້ວມສວນມັນຕົ້ນ 2,409 ເຮັກຕ້າຣ໌ປາຍ. ເລົ້າເຂົ້າເປືອກ ເສັຽຫາຍເກືອບ 600 ເລົ້າ. ຣົຖໄຖນາ ເສັຽຫາຍ 708 ຄັນ. ຣົຖໄຖຝອດ ເສັຽຫາຍ 2 ຄັນ. ໂຮງສີເຂົ້າຂນາດກາງ ເສັຽຫາຍ 20 ໂຮງ. ໂຮງສີເຂົ້າຂນາດນ້ອຍ ເສັຽຫາຍ 167 ໂຮງ. ຈັກປັ່ນເຂົ້າ ເສັຽຫາຍ 5 ຈັກ ແລະ ເຕົາຢາສູບ ເສັຽຫາຍ 47 ເຕົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.