ປ່ອຍແລ້ວ ຊາວບ້ານທີ່ຖືກຈັບຂັງ ຢູ່ບໍ່ຄຳຜາປົ່ນ ເມືອງປາກອູ

ຈຳປາທອງ
2023.09.07
ປ່ອຍແລ້ວ ຊາວບ້ານທີ່ຖືກຈັບຂັງ ຢູ່ບໍ່ຄຳຜາປົ່ນ ເມືອງປາກອູ ຮູບພາບຈາກ ວິດີໂອ ທີ່ໂພສຕ໌ ໃນວັນທີ 17 ສິງຫາ 2023, ຊາວບ້ານຈຳນວນນຶ່ງ ທີ່ຢູ່ແຂວງຫຼວງພຣະບາງ ຖືກຈັບຂັງໃນຫ້ອງ 4x4 ພາຍຫຼັງທີ່ ບໍຣິສັດຂຸດຄົ້ນແຮ່ ຂອງຈີນແຫ່ງນຶ່ງ ໄດ້ກັກຂັງຊາວບ້ານ ໃນຂໍ້ກ່າວຫາວ່າ ລັກລອບຂຸດຄຳໃນເຂດພື້ນທີ່ ສັມປະທານຂອງບໍຣິສັດ.
Screenshot from ເວົ້າຈາພາສາຂ່າວ ver.8 Facebook

ຊາວບ້ານຢ່າງໜ້ອຍ 50 ຄົນ ທີ່ຖືກບໍຣິສັດຂຸດຄົ້ນຄໍາຂອງຈີນ ຈັບຂັງຄຸກ ຢູ່ເຂດບໍ່ຄໍາຜາປົ່ນ ບ້ານຫ້ວຍໂອດ ເມືອງປາກອູ ແຂວງຫລວງພຣະບາງ ຍ້ອນໄປລັກຂຸດຄໍາຢູ່ເຂດສັມປະທານນັ້ນ ໄດ້ຖືກປ່ອຍໂຕໝົດແລ້ວ ໃນະຫວ່າງທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍານີ້ ທີ່ຜ່ານມານີ້ ຫລັງຈາກເຈົ້າໜ້າທີ່ປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄປແກ້ໄຂກັບບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ (ລາວ) ຈໍາກັດ ຂອງຈີນ ທີ່ເປັນຜູ້ສໍາປະທານບໍ່ຄໍານັ້ນ ແລະກໍໄດ້ ນໍາພວກເຂົາເຈົ້າ ໄປແກ້ໄຂບັນຫາ ຕາມຂັ້ນຕອນຂອງກົດໝາຍ, ອີງຕາມຄໍາເວົ້າຂອງພະນັກງານບໍຣິສັດດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ກັນຍານີ້.

“ໂອ໋ ພໍດີເຈົ້າໜ້າທີ່ເພິ່ນຂຶ້ນມາກວດເບິ່ງ ແລ້ວເຈົ້າໜ້າທີ່ເພິ່ນໃຫ້ປ່ອຍໂຕອອກໝົດ ຄືຊິໃຫ້ທາງເຈົ້າໜ້າທີ່ຮັບຜິດຊອບເລີຍ.”

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັນຊາການ ປ້ອງກັນຄວາມສງົບແຂວງຫລວງພຣະບາງ ແລະຫ້ອງການປ້ອງກັນຄວາມສງົບເມືອງປາກອູ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສາມາດທີ່ໃຫ້ຄໍາເຫັນໄດ້. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງປາກອູ ທ່ານນຶ່ງ ໄດ້ເວົ້າວ່າ ຊາວບ້ານ ທີ່ຖືກຂັງໃນຄຸກ ບໍ່ຄໍານັ້ນ ໄດ້ຖືກເຈົ້າໜ້າທີ່ຕໍາຣວດ ໄປເອົາອອກມາໝົດແລ້ວ, ແຕ່ບໍ່ຮູ້ວ່າ ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການແນວໃດ ຕໍ່ຊາວບ້ານນັ້ນ.

“ເຮົາກະບໍ່ຮູ້ ແມ່ນຂໍ້ມູນຢູ່ນໍາເຈົ້າໜ້າທີ່ນ່າ ລາຍລະອຽດແມ່ນຢູ່ນໍາເຈົ້າໜ້າທີ່ ທາງເຂົາເຈົ້າຍັງບໍ່ທັນໄດ້ຣາຍງານ ເພາະວ່າເຂົາເຈົ້າຍັງຢູ່ໃນຂັ້ນຕິດຕາມກວດກາ ກວດສອບຢູ່.”

ເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດິການສັງຄົມ ເມືອງປາກອູ ຜູ້ຂໍສງວນຊື່ ແລະສຽງ ກໍເວົ້າເຖິງເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ວ່າ ທ່ານເອງ ບໍ່ໄດ້ຮັບແຈ້ງຂໍ້ມູນຢ່າງຄັກແນ່ ຈຶ່ງບໍ່ສາມາດໃຫ້ຄໍາເຫັນໄດ້, ແຕ່ກໍເຊື່ອວ່າ ເມື່ອມີການແກ້ໄຂບັນຫານັ້ນແລ້ວ ກໍຈະມີຣາຍງານ ມາໃຫ້ຕາມພາຍຫລັງ.

ກ່ຽວກັບການໄປລັກຂຸດຄໍາ ຂອງຊາວບ້ານທີ່ີວ່ານັ້ນ ປະຊາຊົນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກັນຍານີ້ວ່າ ຍັງປາກົດມີຢູ່ເລື້ອຍໆ ເຖິງຈະມີຄວາມສ່ຽງ ຕໍ່ການຖືກຈັບກໍຕາມ ຍ້ອນຊາວບ້ານ ຜູ້ຫາເຊົ້າກິນຄໍ່າ ທັງຢູ່ໃນເມືອງປາກອູ ແລະຈາກແຂວງໃກ້ຄຽງ ມີຄວາມຈໍາເປັນເຮັດຄືແນວນັ້ນ ເພື່ອນໍາແຮ່ຄໍາໄປຂາຍພໍມີລາຍໄດ້ ເນື່ອງຈາກບໍ່ມີວຽກອື່ນໃຫ້ເຮັດ ເພື່ອຫາລ້ຽງຄອບຄົວ.

“ຫາເຊົ້າກິນຄໍ່ານີ້ແຫລະ ຖືກຈັບນ່າ ຄົນຕ່າງແຂວງບໍ່ ແຂວງຫົວພັນບໍ່ ແຂວງຫຍັງທີ່ເຂົາມາ ຕ້ອງການເງິນມາຊື້ເຂົ້າຊີ້ນ່າ ຊ່ວງນີ້ຄ່າຄອງຊີບມັນສູງ ຄັນວ່າຈີນຈັບນີ້ ກະເຂົາຄືຢ່າງດຽວແຫລະ. ໂອ໋ ໄປຊ່ວຍບໍ່ໄດ້ແຫລະຄັນຈີນຈັບ ມີແຕ່ວ່າເຂົາຂັງໄວ້ພຸ້ນແຫລະ.”

ຊາວບ້ານອີກຜູ້ນຶ່ງ ກໍເວົ້າເຖິງປະຊາຊົນ ທີ່ເຄີຍໄປລັກຂຸດແຮ່ຄໍາ ຢູ່ບໍ່ຄໍາຜາປົ່ນ ວ່າ ມັກພາກັນໄປເປັນກຸ່ມ ໃນຕອນແລງ ເພື່ອຫລີກການກວດກາຂອງທະຫານ ທີ່ປະຈໍາຢູ່ບ່ອນນັ້ນ. ສໍາລັບແຮ່ຄໍາ ທີ່ຂຸດມາໄດ້ ກໍໄດ້ຍິນວ່າ ເອົາໄປຂາຍ ໃຫ້ພໍ່ຄ້າ ທັງຢູ່ແຂວງຫລວງພຣະບາງ ແລະນະຄອນຫລວງວຽງຈັນ ແຕ່ບໍ່ຮູ້ລາຄາຊື້-ຂາຍກັນ ຄັກແນ່.

“ສ່ວນຫລາຍຄົນລັກ ກະຄົນນອກຫັ້ນແຫລະ ເຂົາລັກໝົດຄືນ ເຂົາເຂົ້າຖໍ້າເຂົາເຂົ້າໄປ ໄປເຈິະທະຫານກໍເສັຽເງິນໃຫ້ທະຫານວ່າຊັ້ນ ໄດ້ຍິນເຂົາເຈົ້າເວົ້າແນວນັ້ນ ບໍ່ໄດ້ເຂົ້າຈັກເທື່ອເດ້ລະ ກະບໍ່ເຂົ້າໃຈ ບາງເທື່ອກະເອົາມາຂາຍຢູ່ຫລວງພຣະບາງ ກະມີບາງ ເທື່ອເອົາໄປວຽງກະມີຊີ້ນ່າ ເຂົາເກັບຕ່າງຫາກ.”

ກ່ຽວກັບເຣື່ອງດັ່ງກ່າວ ເມື່ອວັນທີ 4 ກັນຍານີ້ ອົງການພັນທະມິຕ ເພື່ອປະຊາທິປະຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ໄດ້ອອກຖແລງການ ປະນາມບໍຣິສັດ ຂອງນັກລົງທຶນຈີນ ຜູ້ສັມປະທານຂຸດຄົ້ນບໍ່ຄໍາຜາປົ່ນ ທີ່ໄດ້ຈັບຊາວບ້ານ ຮວມທັງຊາວເຜົ່າມົ້ງ ຂັງຄຸກຢູ່ໃນເຂດບໍ່ຄໍາ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ອົງການສະຫະປະຊາຊາ ແລະອົງການນິຣະໂທດກັມສາກົລ ໄປເບິ່ງສະພາບຄວາມເປັນຈິງ ຢູ່ໃນເຂດນັ້ນ ແລະຮຽກຮ້ອງ ໃຫ້ປ່ອຍໂຕຊາວບ້ານທັງໝົດ ອອກຈາກຄຸກ ຢ່າງບໍ່ມີເງື່ອນໄຂ ແລະຮຽກຮ້ອງໃຫ້ຣັຖບານລາວ ໃຫ້ຄວາມສໍາຄັນ ຕໍ່ຊີວິດການເປັນຢູ່ຂອງຊາວບ້ານ ຫລາຍກວ່າຈະໃຫ້ຄວາມສໍາຄັນຕໍ່ນັກລົງທຶນຈີນ.

ກ່ອນໜ້ານີ້ ຄືເມື່ອປະມານກາງຊິງຫາ ທີ່ຜ່ານມາ ສື່ສັງຄົມອອນລາຍນ໌ ກໍໄດ້ເຜີຍແຜ່ວິດິໂອ ເຫດການຊາວລາວ ທີ່ຖືກຂັງຢູ່ໃນຄຸກ ບໍ່ຄໍາຜາປົ່ນ ຊຶ່ງມີ ສະພາບແອອັດ ບ່ອນຂັງມີຂນາດ ພຽງປະມານ 4 ຄູນ 4 ແມັດ, ແຕ່ຂັງຊາວ ບ້ານເຖິງປະມານ 50 ຄົນ ແລະພະນັກງານຈີນ ທີ່ເປັນຜູ້ຄຸມ ກໍໄດ້ຕີຊາວບ້ານທີ່ຖືກຂັງນໍາດ້ວຍ ແລະຫລັງຈາກຈັບມາຂັງຄຸກແລ້ວ ກ່ອນຈະປ່ອຍ ກໍໄດ້ຮຽກເອົາຄ່າໄຖ່ ຫລືຄ່າປັບໃໝ ຈາກຍາດພີ່ນ້ອງ ຂອງພວກເຂົາເຈົ້າ ເປັນເງິນ ແຕ່ 10-15​ ລ້ານກີບຕໍ່ຄົນ.

ບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ (ລາວ) ຈໍາກັດ ຂອງຈີນ ໄດ້ລົງທຶນ 72 ລ້ານໂດລ້ຣ໌ສະຫະຣັຖ ສໍາລັບເຣີ່ມຂຸດຄົ້ນຄໍາ ແລະສ້າງໂຮງງານປຸງແຕ່ງແຮ່ຄໍາ ຢູ່ບ້ານ ຜາປົ່ນ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ໃນເນື້ອທີ່ 600 ເຮັກຕ້າຣ໌, ແລະມີອາຍຸສັມປະທານ ທັງໝົດ 13 ປີ. ສະເພາະ 6 ເດືອນຕົ້ນປີ 2021 ບໍຣິສັດນີ້ ສາມາດຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ໄດ້ 90,000 ຕັນ ແລະຜລິດຄໍາໄດ້ 358 ກິໂລກຣາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.