ເຣື້ອງທີ່ເກັບບັນທຶກໄວ້
2019-10-23
ໂຄງການ ເຂື່ອນໄຊຍະບູຣີ ຈະເຣີ່ມຂາຍ ໄຟຟ້າໃຫ້ແກ່ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ໃນທ້າຍດືອນນີ້ ທັ້ງໆ ທີ່ຄວາມກັງວົນ ຂອງປະຊາຊົນ ດ້ານຜົລກະທົບ ຂ້າມແດນ, ການຂຶ້ນລົງ ຂອງປາ, ການໄຫລ ຂອງຝຸ່ນຕົມ ຍັງບໍ່ຖືກແກ້ໄຂ.
2019-10-21
ບໍຣິສັດ ປູກກ້ວຍຈີນ ບັງຄັບໃຫ້ ຊາວໄຮ່ຊາວສວນ ທີ່ຍ່າງ ຜ່ານສວນກ້ວຍ ຕ້ອງເອົາຕີນ ຈຸ່ມນໍ້າຢາ ເຄມີກ່ອນ ເພື່ອບໍ່ໃຫ້ ຕົ້ນກ້ວຍ ຕິດພະຍາດ, ຊຶ່ງເຮັດໃຫ້ຊາວບ້ານ ກັງວົນ ກ່ຽວກັບ ອັນຕະຣາຍ ຈາກສານເຄມີ.
2019-10-21
ປະຊາຊົນ ເຂດຊາຍແດນ ລາວ-ກັມພູຊາ ແຂວງຈຳປາສັກ ໄດ້ຮັບຜົລກະທົບ ຈາກການກັກນ້ຳ ເພື່ອທົດລອງ ຜລິຕໄຟຟ້າ ຂອງເຂື່ອນດອນສະໂຮງ, ເຊິ່ງເຮັດໃຫ້ ນ້ຳບົກແຫ້ງ ແລະ ຫາປາຍາກ.
2019-10-16
ປະຊາຊົນ ບ້ານທ່າເຮຶອ ເມືອງບໍຣິຄັນ ແຂວງ ບໍຣິຄັນໄຊ ຈໍານວນ 135 ຄອບຄົວ ກັງວົນນໍາ ສວນກ້ວຍຈີນ ໃຊ້ສານເຄມີ ອັນຕລາຍ ສົ່ງຜົລກະທົບ ຕໍ່ ຄົນ, ສັດລ້ຽງ, ແລະ ສິ່ງແວດລ້ອມ.
2019-10-16
ເຈົ້າໜ້າທີ່ ເວົ້າວ່າ ຜູ້ຮັບຜິດຊອບ ຣະເບີດຜາຫິນ, ເມືອງນ້ຳບາກ ຕ້ອງໄດ້ຈ່າຍ ຄ່າຊົດເຊີຍ ຜົລເສັຽຫາຍ ທັງໝົດ, ຊຶ່ງປັດຈຸບັນ ພວມປະເມີນຜົລເສັຽຫາຍ.
2019-10-11
ນັກວິຊາການ ຕ່າງປະເທດ ເປັນຫ່ວງ ການສ້າງເຂື່ອນ ຢູ່ ປະເທດລາວ ຮວມທັງ ເຂື່ອນ ຂະໜາດໃຫຍ່ ຢູ່ ແມ່ນ້ຳຂອງ.
2019-10-10
ນັກຮຽນ ໂຮງຮຽນ ລາວ-ວຽດ ທີ່ ນະຄອນຫລວງວຽງຈັນ ມີອາການ ວິນຫົວ ແສບຕາ ປວດຮາກ ຍ້ອນ ກິ່ນຂິວ ຈາກໂຮງງານ ຜລິດນ້ຳກ້ອນ ຂອງໄທ ຢູ່ເມືອງຈັນທະບູລີ.
2019-10-10
ເຈົ້າໜ້າທີ່ລາວ ຢືນຢັນວ່າ ເຈົ້າຂອງ ເຂື່ອນນ້ຳເອົ້າ ຈະໃຫ້ ຄ່າຊົດເຊີຍ ທີ່ຍັງບໍ່ທັນໄດ້ ຄິດໄລ່ມູນຄ່າ ແລ້ວນັ້ນ ຢ່າງແນ່ນອນ ໃນທ້າຍປີນີ້.
2019-10-10
ເຄືອຂ່າຍ ພາກ ປະຊາສັງຄົມ ແລະ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ບາງອົງການ ຈະບໍ່ເຂົ້າຮ່ວມ ຂັ້ນຕອນ ການປຶສາຫາຣື ກັນລ່ວງໜ້າ ສໍາລັບ ໂຄງການເຂື່ອນ ຫລວງພຣະບາງ
2019-10-09
ກຸ່ມອະນຸຣັກ ແມ່ນໍ້າຂອງ ຫຼື Save The Mekong ອອກ ຖແລງການຮ່ວມ ເພື່ອຮຽກຮ້ອງ ໃຫ້ ຍົກເລີກ ໂຄງການ ສ້າງ ເຂື່ອນ ຫລວງພຣະບາງ.
2019-10-09
ເຫດການຣະເບີດ ຜາຫິນ ຂອງໂຮງງານ ຊິເມັນ ຫຼວງພຣະບາງ ທີ່ ເຮັດໃຫ້ມີ ຜູ້ເສັຽຊີວິດ ແລະ ບາດເຈັບ ຫຼາຍຄົນນັ້ນແມ່ນ, ເກີດຈາກຄວາມປະໝາດ ຂອງ ຜູ້ວາງຣະເບີດ.
2019-10-08
ນັກອະນຸຮັກ ຊ້າງ ເອເຊັຽ ບໍ່ເຫັນດີ ໃຫ້ ນັກລົງທຶນຈີນ ເອົາຊ້າງມາ ໃຫ້ນັກທ່ອງທ່ຽວ ຂີ່ ເພື່ອປໂຍດ ທາງທຸຣະກິດ.
2019-10-08
ທາງຫ້ອງການ ເມືອງນ້ຳບາກ ແຂວງຫລວງພຣະບາງ ຕັ້ງຄນະແກ້ໄຂ ບັນຫາ ໃນເຫດການ ໂຮງງານ ຊີເມັນ ຈີນ ລະເບີດຫິນ ຟົ້ງໄປໃສ່ເຮືອນ ປະຊາຊົນ.
2019-10-08
ຊາວບ້ານ ໃນເຂດບ້ານ ໂພນມະນີ ທີ່ໄດ້ຮັບ ຜົລກະທົບ ຈາກ ເຫຕການຣະເບີດ ຜາຫິນ ປ້ອນໂຮງງານຊີມັງ ຫຼວງພຣະບາງ ເລົ່າ ເຫຕການ ໃນມື້ເກີດເຫຕ.
2019-10-07
ອົງການ ອະນຸຮັກ ສັດປ່າ ໃນລາວ ບໍ່ເຫັນດີ ທີ່ ນັກລົງທຶນ ຈີນ ເອົາຊ້າງມາໃຫ້ ນັກທ່ອງທ່ຽວ ຂີ່ ຢູ່ເຂດ ເສຖກິດພິເສດ ບຶງ ທາດຫລວງ.