ເຂື່ອນໄຊຍະບູຣີ ຕຣຽມຂາຍໄຟຟ້າ ໃຫ້ໄທຍ

ໄຊ​ຍາ
2019.10.23
F-Xayaburi ທາງດ້ານຫລັງຂອງ ເຂື່ອນໄຊຍະບູຣີ
Courtesy of FB friend Hoxieng Guesthouse

ໃນມື້ວັນທີ 22 ຕຸລາ ປີ 2019 ທີ່ສມາຄົມນັກຂ່າວ ຕ່າງປະເທດ ທີ່ບາງກອກ ປະເທດໄທຍ ໄດ້ຈັດເວທີ ຖແລງ ບົດຣາຍງານ ກ່ຽວກັບເຂື່ອນໄຊຍະບູຣີ ໂດຍມີເຈົ້າຫນ້າທີ່ ຈາກອົງກອນສາກົນ ຫລາຍອົງກອນ, ເຄຶອຂ່າຍປະຊາຊົນໄທ 8 ແຂວງ ລຸ່ມແມ່ນ້ຳຂອງ ແລະ ນັກວິຊາການ ກ່ຽວຂ້ອງ ເຂົ້າຮ່ວມ. ກຸ່ມດັ່ງກ່າວ ເວົ້າວ່າ ເຂື່ອນໄຊຍະບູຣີ ຈະເດີນໜ້າ ໃນການຂາຍໄຟຟ້າ ໃຫ້ໄທຍ ທັ້ງໆ ທີ່ຄວາມກັງວົນ ຂອງປະຊາຊົນ ຍັງບໍ່ຖືກແກ້ໄຂ ເປັນຕົ້ນຜົລກະທົບ ຂ້າມແດນ ການຂຶ້ນລົງ ຂອງປາ, ການໄຫລ ຂອງຝຸ່ນຕົມ ທີ່ອຸດົມສົມບູນ ການປິດ-ເປີດ ປະຕູເຂື່ອນ ແລະ ຜົລກະທົບ ຕໍ່ວິຖິຊິວິດ ຂອງປະຊາຊົນ ສອງຝັ່ງ ລາວ-ໄທ ຍັງບໍ່ໄດ້ຮັບ ການສລຸບຜົລເທື່ອ, ດັ່ງຍານາງ ມໍຣີນ ແຮຣີ ໃຫ້ສັມພາດ ຕໍ່ເອເຊັຽເສຣີ ໃນຕອນນຶ່ງວ່າ:

“ຊຸມຊົນ ຍັງລໍຖ້າ ໃຫ້ມີການແກ້ໄຂບັນຫາ ທີ່ຂະເຈົ້າ ກັງວົນຢູ່ ພວກຂະເຈົ້າ ໄດ້ຮຽກຮ້ອງ ໃຫ້ມີ ການສຶກສາ ຜົລກະທົບ ຂ້າມແດນ ໂດຍສເພາະ ຍ້ອນຢາກຮູ້ວ່າ ເຂື່ອນໄຊຍະບູຣີ ຈະສົ່ງ ຜົລກະທົບ ຕໍ່ປະຊາຊົນໄທຍ ແລະ ຊຸມຊົນອື່ນໆ ໃນເຂດອ່າງແມ່ນ້ຳຂອງ ຫຼືບໍ່ ເທົ່າເຖິງ ປັດຈຸບັນ ຍັງລໍຖ້າ ຄຳຕອບຢູ່ ເພາະຍັງ ບໍ່ມີການສຶກສາ ຜົລກະທົບ ຂ້າມແດນ ຈົນຮອດ ມື້ນີ້.”

ນອກຈາກນັ້ນ, ຍານາງ ອອ້ມບຸນ ທິບສຸນາ, ຜູ້ຕາງໜ້າ ເຄືອຂ່າຍ ປະຊາຊົນໄທ 8 ແຂວງ ແມ່ນ້ຳຂອງ ໄດ້ກ່າວ ກ່ຽວກັບ ຜົລກະທົບ ຈາກໂຄງການ ເຂື່ອນໄຊຍະບູຣີ ທີ່ສົ່ງຜົລ ໃຫ້ນ້ຳຂອງ ບົກແຫ້ງ ເຮັດໃຫ້ ການຂຶ້ນ-ລົງ ຂອງຝູງປາ ແລະ ການຫາຢູ່ຫາກິນ ຂອງປະຊາຊົນ 8 ແຂວງລຸ່ມແມ່ນ້ຳຂອງ ໃນສອງຝັ່ງ ລາວ-ໄທ ມີການປ່ຽນແປງ ຢ່າງໃຫຍ່ ດັ່ງນາງ ກ່າວຕໍ່ ເອເຊັຽເສຣີ ໃນຕອນນື່ງວ່າ:

“ໃນບໍຣິເວນ ແຂວງໜອງຄາຍ, ແຂວງເລີຍ ລົງໄປຮອດ ນະຄອນພະນົມ ຮອດຫລາຍແຂວງ ຕອນນີ້ ນ້ຳ ມັນຜັນປ່ວນຫລາຍ ປາທີ່ ບໍ່ເຄີຍມາ ຕາມຣະດູການ ກໍຫລົງມາ ນືກວ່າ ເປັນຍາມແລ້ງ ຍ້ອນ ການທົດລອງ ປ່ັນໄຟຟ້າ ຈາກເຂື່ອນໄຊຍະບູຣີ ນ້ຳກໍແຫ້ງຫລາຍ ເພິ່ນກໍອ້າງວ່າ ນ້ຳມັນແຫ້ງ ຍ້ອນຝົນບໍ່ຕົກ, ຝົນຕົກຫນ້ອຍ ແຕ່ພວກເຮົາ ມີຂໍ້ມູນວ່າ ເໜືອເຂື່ອນ ນ້ຳຍັງເຕັມຢູ່.”

ຍານາງ ກ່າວຕື່ມວ່າ ເຖິງແມ່ນວ່າ ເຣື່ອງການຟ້ອງຮ້ອງ ເຂື່ອນໄຊຍະບູຣີ ຕໍ່ສານປົກຄອງໄທຍ ຈະດຳເນີນ ມາເປັນເວລາ 5 ປີ ແລ້ວກໍຕາມ ແຕ່ມາຮອດ ປັດຈຸບັນ ເຄືອຂ່າຍ ປະຊາຊົນ 8 ແຂວງລຸ່ມແມ່ນ້ຳຂອງ ກໍຍັງລໍຖ້າ ຄຳຕັດສີນ ຈາກສານຢູ່. ເຄືອຂ່າຍ ປະຊາຊົນໄທຍ 8 ແຂວງ ລຸ່ມແມ່ນ້ຳ ຂອງຍັງສະແດງ ຄວາມກັງວົນ ຕໍ່ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເຂື່ອນອື່ນໆ ນຳອີກ ທີ່ຮ່ວມດ້ວຍ ເຂື່ອນຫລວງພຣະບາງ, ກຸ່ມດັ່ງກ່າວ ຈະບໍ່ເຂົ້າຮ່ວມ ຂັ້ນຕອນ ການປຶກສາຫາລືກັນ ລ່ວງຫນ້າ ໃນໂຄງການນີ້.

ເວທີຖແລງ ບົດຣາຍງານ ເທື່ອນີ້ ຍັງໄດ້ຫາລືກັນ ກ່ຽວກັບ ການສ້າງເຂື່ອນຕ່າງໆ ໃນລາວນຳອີກ ກຸ່ມດັ່ງກ່າວ ຈະຕິດຕາມ ການສ້າງເຂື່ອນ ໃນລາວ ຢ່າງໃກ້ຊິດ ໂດຍສະເພາະ ໃນປະເດັ່ນ ການສົ່ງຜົລກະທົບ ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ ຈາກການສ້າງເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.