ທາງການລາວ ຢັ້ງຢືນ ໂຄງການເຂື່ອນໄຟຟ້າ ພະລັງນ້ຳ ໄຊຍະບູຣີ ມີມາຕຖານສູງ
2023.10.30

ໃນກອງປະຊຸມ ການນໍາສເນີຂໍ້ມູນ ແລະສ້າງຄວາມເຂົ້າໃຈ ໂຄງການໄຟຟ້າພະລັງນໍ້າ ເຂື່ອນໄຊຍະບູຣີ ສປປ ລາວ ທີ່ຈັດຂຶ້ນ ໃນມື້ວັນທີ 30 ຕຸລາ 2023 ຢູ່ໂຮງແຮມຊຽງຄານ ແຂວງເລີຍ ປະເທດໄທຍ, ຜູ້ແທນຈາກທາງການລາວ ໄດ້ຢັ້ງຢືນວ່າ ການດໍາເນີນການ ໂຄງການໄຟຟ້າພະລັງນໍ້າໄຊຍະບູຣີ ມີມາຕຖານຕາມຫຼັກວິຊາການ ແລະຈະບໍ່ເກີດບັນຫາເຂື່ອນແຕກອີກ ພາຍຫຼັງຊາວບ້ານທີ່ອາໄສ ຢູ່ຕາມແຄມແມ່ນໍ້າຂອງທາງຝັ່ງໄທຍ ສະແດງຄວາມກັງວົນ.
ດັ່ງທ່ານ ແກ້ວມະນີ ຫຼວງລິດ ຫົວໜ້າຜແນກຄຸ້ມຄອງການຮ່ວມມື ຄະນະກັມມະການແມ່ນໍ້າຂອງແຫ່ງຊາຕລາວ ກ່າວໃນກອງປະຊຸມດັ່ງກ່າວນີ້ວ່າ:
“ເປັນອັນນ່າໂຕເລຂທີ່ວ່າ ຂ້ອນຂ້າງຮັບປະກັນແລ້ວ ຢູ່ເຂດພື້ນທີ່ຫຼືວ່າ ພາກພື້ນຂອງບ້ານເຮົານີ້ ເພາະວ່າໂຕເລຂ ການສະຖິຕິ ມີແຜ່ນດິນໄຫວ ເກີດຂຶ້ນຫັ້ນກໍໜ້ອຍເນາະ ໂຕນີ້ ກໍຖືວ່ານໍາໃຊ້ໄດ້ ທີ່ໃຫ້ເຂື່ອນເຮົາແຕກ ຍ້ອນການມີແຜ່ນດິນໄຫວນີ້ ທາງທີ່ນໍ້າຈະລົງສູ່ທາງໃຕ້ຫັ້ນນ່າ ມີໝົດທຸກຢ່າງ ໝາຍຄວາມວ່າ ລົງທາງ Spin Way ກໍໄດ້ ລົງທາງ. Wide ກໍໄດ້ ຖ້າກໍຣະນີສຸກເສີນ ເປີດໝົດທຸກປະຕຣູທາງເດີນເຮືອ ປ່ອຍໝົດ ໝາຍຄວາມວ່າ Operate ທັງໝົດ ເພື່ອອໍານວຍຄວາມສະດວກ ໃຫ້ນໍ້າລົງທາງໃຕ້ ບໍ່ໃຫ້ມັນແຕກເນາະ ບໍ່ໃຫ້ເຂື່ອນແຕກອີກ.”
ທ່າກກ່າວຕື່ມວ່າ ເຖິງແມ່ນວ່າ ຜູ້ຊ່ຽວຊານດ້ານການພັທນາ ໂຄງການໄຟຟ້າພະລັງນໍ້າໄຊຍະບູຣີ ຈະຢັ້ງຢືນແລ້ວ ວ່າ ການດໍາເນີນການກໍ່ສ້າງທີ່ເກີດຂຶ້ນ ຖືກຕ້ອງຕາມຫຼັກວິຊາການ ແລະໄດ້ມາຕຖານສາກົລ ແຕ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຈະຮວບຮວມຄໍາຖາມ ແລະຂໍ້ສເນີ ໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາຣະນາ ພ້ອມຊີ້ແຈງເປັນຣາຍລັກອັກສອນ ເພື່ອໃຫ້ເກີດຄວາມເຂົ້າໃຈທີີ່ຕຣົງກັນ.

ທີ່ຜ່ານມາ ບໍຣິສັດໄຊຍະບູຣີ ພາວເວີ້ ຈໍາກັດ ແລະຣັຖບານລາວ ໄດ້ເປີດຮັບຟັງ ຄວາມເປັນຈາກພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຂໍ້ກັງວົນໃຈໃນດ້ານຕ່າງໆ ແລະນໍາໄປພິຈາຣະນາ ປັບແກ້ໄຂການກໍ່ສ້າງ ພ້ອມຢັ້ງຢືນວ່າ ໂຄງການພະລັງນໍ້າໄຊຍະບູຣີ ຈະມີການລະບາຍນໍ້າຢ່າງຕໍ່ເນື່ອງ ແບບຖືກຕ້ອງຕາມຫຼັກວິຊາການ.
ດັ່ງທ່ານ ລໍາພອນ ດີມະນີວົງ ຫົວໜ້າຜແນກບໍຣິຫານຈັດການນໍ້າ ກົມນະໂຍບາຍ ແລະແຜນພະລັງງານ ກະຊວງພະລັງງານ ແລະບໍ່ແຮ່ ປະເທດລາວ ກ່າວໃນກອງປະຊຸມດຽວກັນນີ້ ໃນມື້ດຽວກັນນີ້ວ່າ:
“ສໍາລັບ Operate ຫຼືການບໍຣິຫານຈັດການເຂື່ອນ ກໍນໍາເຂົ້າມາເທົ່າໃດ ພວກເຮົາກໍບໍ່ປ່ອຍອອກໄປເທົ່ານັ້ນ ເພາະວ່າມັນເປັນເຂື່ອນ ປະເພດທີ່ວ່າ ຮ້ອງວ່າ ຝາຍນໍ້າລົ້ນ ເຮົາບໍ່ໄດ້ມີການ Regulate ມັນເນາະ.
ໝາຍຄວາມວ່າ ບໍ່ໄດ້ມີການທົດ ມີແຕ່ວ່າ ເຂົ້າມາປຸ໊ບ ອອກມາມີນໍ້ານອງມາຫຼາຍ ພວກເຮົາກໍປ່ອຍອອກໄປເນາະ ສະນັ້ນ ອີກບັນຫານຶ່ງ ບັນຫາສອງ ກະຄືການບໍຣິຫານ ກະຄືນໍ້າອອກມາເທົ່າໃດ ເຮົາກໍປ່ອຍອອກເທົ່ານັ້ນ ແຕ່ວ່າພຽງແຕ່ໄປຜ່ານ ທາງປະຕຣູເຄື່ອງຈັກ ເພື່ອຜລິດກະແສໄຟຟ້າຊື່ໆ ທີ່ໝາຍຄວາມວ່າ ເຮົາໄປຫຼຸດ ຫຼຸດແຮງ ເພື່ອເອົາແຮງຂອງນໍ້າຫັ້ນ ໄປຜລິດກະແສໄຟຟ້າເນາະ.”
ສໍາລັບປະເດັນ ດ້ານສິ່ງແວດລ້ອມ ຜູ້ພັທນາໂຄງການ ໄດ້ໃຫ້ຄວາມສໍາຄັນ ກ່ຽວກັບການຕິດຕາມຄວາມຫຼາກຫຼາຍ ຂອງຊະນິດປາ ແລະເຄື່ອນທີ່ ທາງຜ່ານປາ ແຕ່ເດືອນພຶສຈິກາ ປີ 2019 ຈົນຮອດປັດຈຸບັນ ແລະໄດ້ມີການປັບປຸງຮູບແບບການລະບາຍຝຸ່ນຕົມ ໃຫ້ມີປະສິດທິພາບ ຕາມມາຕຖານຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ.
ດັ່ງທ່ານ ລໍາພອນ ດີມະນີວົງ ຫົວໜ້າຜແນກບໍຣິຫານຈັດການນໍ້າ ກົມນະໂຍບາຍ ແລະແຜນພະລັງງານ ກະຊວງພະລັງງານ ແລະບໍ່ແຮ່ ປະເທດລາວ ກ່າວຕື່ມວ່າ:
“ສໍາລັບເຣື່ອງບັນຫາສິ່ງແວດລ້ອມເນາະ ເຂົ້າໃຈວ່າ ໂຄງການໄຊຍະບູຣີນີ້ ເປັນໂຄງການທີ່ມີທາງນໍ້າໄຫຼຫຼາຍເນາະ ບໍ່ວ່າຈະເປັນທາງຜ່ານປາ ນໍ້າຂຶ້ນ-ນໍ້າລົງ ແລ້ວກໍເນາະທາງຜ່ານເຮືອບໍ ນໍ້າຂຶ້ນ-ນໍ້າລົງ ປາກໍສາມາດລົງໄດ້ເນາະ ແຕ່ວ່າ ຂຶ້ນກໍຊິມີຂັ້ນໃດຂຶ້ນປາ ເຊິ່ງວ່າ ມັນຈະມີຫຼາຍຮູ ທີ່ວ່າ ນໍ້າອອກ-ນໍ້າເຂົ້າເນາະ ໃນເມື່ອເປັນຫ່ວງຫຼາຍດ້ານ ທາງຣັຖບານລາວເອງ ກໍໄດ້ປັບການອອກແບບເນາະ ໝົດເງິນ ໄປປະມານ 300-400 ລ້ານໂດລ້າຣ໌ ໃນການປັບການອອກແບບ ເພື່ອເຮັດໃຫ້ການອອກແບບ ການຣະບາຍຝຸ່ນຕົມ ຫັ້ນໄດ້ດີເນາະ.”
ໃນກອງປະຊຸມດັ່ງກ່າວນີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາສເນີຣາຍລະອຽດ ກ່ຽວກັບໂຄງການໄຟຟ້າພະລັງນໍ້າເຂື່ອນໄຊຍະບູຣີ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຮັບຮູ້-ເຂົ້າໃຈ ແລະຮວບຮວມຄວາມເຫັນຈາກປະຊາຊົນ ແລະພາກປະຊາສັງຄົມໄທຍ ສໍາລັບນໍາສເນີຕໍ່ຜູ້ພັທນາໂຄງການ ແລະຣັຖບານລາວຕໍ່ໄປ.
ດັ່ງທ່ານ ພອນປະເສີດ ພູລິພັນ ເລຂາທິການສໍານັກງານຄະນະກັມມະການ ແມ່ນໍ້າຂອງແຫ່ງຊາຕລາວ ກ່າວໃນພິທີເປີດກອງປະຊຸມດັ່ງກ່າວນີ້ວ່າ:
“ເຖິງວ່າ ເຂື່ອນໄຊຍະບູຣີ ສິ້ນສຸດຂບວນການ ປຶກສາຫາລືກັນແລ້ວ ແລະກໍບໍ່ໄດ້ມີຖແລງການຮ່ວມກັນ ແລະກໍຍັງບໍ່ໄດ້ມີແຜນດໍາເນີນງານຮ່ວມກັນ ຄືກັບເຂື່ອນປາກແບງ, ປາກລາຍ ແລະເຂື່ອນຫຼວງພຣະບາງ ເຊັ່ນ ມາມື້ນີ້ ກໍພວກເຮົາກໍຕຣຽມຂໍ້ມູນ ມາແລກປ່ຽນກັນກັບບັນດາທ່ານ ເພາະວ່າ ສປປລາວ ກໍບໍ່ມີທາງເລືອກອື່ນ ທີ່ຈະພັທນາປະເທດ. ນອກຈາກການພັທນາໄຟຟ້າ ພະລັງນໍ້າ ຊຶ່ງເປັນພະລັງງານ ທີ່ບໍຣິສຸດ ມາຮອດຍຸກສມັຍປັດຈຸບັນນີ້ ກະຖືກວ່າ ການນໍາໃຊ້ພະລັງງານ ຄັນຖ້າວ່າ ຈະໃຊ້ພະລັງງານອີື່ນ ກໍມີຜົລກະທົບ ຕໍ່ສິ່ງແວດລ້ອມຫຼາຍເນາະ ສະນັ້ນກະ ພະລັງງານ ຈາກພະລັງນໍ້ານີ້ ກໍຖືວ່າ ເປັນພະລັງງານທີ່ບໍຣິສຸດເນາະ.”

ສ່ວນທ່ານສົມສັກ ໃນຖານະໂຕແທນຊາວບ້ານແຄມແມ່ນ້ຳຂອງ ແຂວງບືງການ ຂອງໄທຍ ທີ່ມາເຂົ້າຮ່ວມເວທີໃນມື້ນີ້ ເວົ້າເຖິງຂໍ້ມູນກ່ຽວກັບປະຣິມານປານໍ້າຂອງ ທີ່ທາງການລາວ ນໍາມາແຈ້ງໃນເວທີວ່າ ຍັງບໍ່ມີຄວາມຈະແຈ້ງພຽງພໍເທື່ອ.
“ມັນກະບໍ່ລະອຽດ ບໍ່ຈະແຈ້ງປານໃດ ວ່າຊັ້ນສາ. ມັນບໍ່ລະອຽດທີ່ວ່າ ປາຂຶ້ນໄດ້ສ່ຳໃດ, ແຕ່ລະປີ ແຕ່ລະຊະນິດ ຂຶ້ນໄດ້ ປານ້ອຍ-ປາໃຫຍ່, ຕ້ອງມີສະຖິຕິລະອຽດ ອອກມາວ່າ ພັນປາ ກ່ອນເຮັດ ຫຼັງເຮັດເຂື່ອນ ມັນຄືເກົ່າບໍ່, ຈັ່ງຊີ້ນ່າ. ມັນບໍ່ລະອຽດ ບໍ່ຈະແຈ້ງ.”
ໂຄງການໄຟຟ້າ ພະລັງງານນໍ້າໄຊຍະບູຣີ ເປັນເຂື່ອນແບບນໍ້າໄຫຼ ລໍາດັບທີ 3 ໃນກຸ່ມເຂື່ອນໄຟຟ້າພະລັງນໍ້າໃນແມ່ນໍ້າຂອງ ຕັ້ງຢູ່ພາຍໃນປະເທດລາວ, ມີໄລຍະທາງ ຫ່າງຈາກໂຕເມືອງຫຼວງພຣະບາງ ໄປທາງຕອນໃຕ້ປະມານ 150 ກິໂລແມັດ, ຫ່າງຈາກສາມຫຼ່ຽມປາກນໍ້າ ໃນວຽດນາມຕອນໃຕ້ ປະມານ 1,930 ກິໂລແມັດ, ຫ່າງຈາກຊາຍແດນໄທຍ ເຂດແຂວງຊຽງຮາຍ ແລະແຂວງເລີຍ ປະມານ 365 ກິໂລແມັດ ແລະ 200 ກິໂລແມັດ ຕາມລໍາດັບ ແລະຫ່າງຈາກ ຊາຍແດນກັມພູຊາ ປະມານ 1,242 ກິໂລແມັດ.
ສ່ວນປະກອບຫຼັກ ຂອງໂຄງການປະກອບດ້ວຍ ໂຄງສ້າງເຂື່ອນທີ່ມີຄວາມຍາວ 820 ແມັດ ແລະມີຄວາມສູງ 32.6 ແມັດ, ທາງລະບາຍນໍ້າລົ້ນ, ຊ່ອງລະບາຍນໍ້າ ເພື່ອລໍາລຽງຝຸ່ນຕົມ, ຊ່ອງທາງເດີນເຮືອ ແລະທາງຜ່ານປາ ທັງນີ້ ການດໍາເນີນໂຄງການ ແບ່ງອອກເປັນ 3 ໄລຍະ ປະກອບມີ ໄລຍະກ່ອນການກໍ່ສ້າງ 3 ປີ, ໄລຍະກໍ່ສ້າງ 8 ປີ ແລະໄລຍະດໍາເນີນການ-ບໍາຣຸງຮັກສາ 22 ປີ ເຊິ່ງໂຄງການ ເຣີ່ມກໍ່ສ້າງຢ່າງເປັນທາງການແລ້ວ ເມື່ອວັນທີ 7 ພຶສຈິກາ ປີ 2012 ແລະເຣີ່ມການຜລິດໄຟຟ້າ ແຕ່ວັນທີ 29 ຕຸລາ 2019 ທີ່ຜ່ານມາ.
ການຜລິດໄຟຟ້າພະລັງນໍ້າດັ່ງກ່າວນີ້ ຜລິດດ້ວຍເຄື່ອງກໍາເນີດໄຟຟ້າ ກັງຫັນລົມ ຈໍານວນ 7 ເຄື່ອງ ຂນາດກໍາລັງການຜລິດ 175 ເມກາວັດ ຫຼືລວມທັງໝົດ 1,225 ເມກາວັດ ເພື່ອຈໍາໜ່າຍກະແສໄຟຟ້າ ໄປຍັງປະເທດໄທຍ ແລະເຄື່ອງກໍາເນີດໄຟຟ້າ 1 ເຄື່ອງ ຂນາດກໍາລັງການຜລິດ 60 ເມກາວັດ ສໍາລັບໃຊ້ໃນປະເທດລາວ ທີ່ມີກໍາລັງການຜລິດ ລວມທັງໝົດ 1,285 ເມກາວັດ, ອີງຕາມການຣາຍງານ ຂອງທ່ານ ທີຣະວັດ ສັມພະວະມານະ ຜູ້ອໍານວຍການກອງແຜນການ ສໍານັກງານເລຂາທິການ ຄະນະກັມມະການ ແມ່ນໍ້າຂອງແຫ່ງຊາຕໄທຍ ໄດ້ກ່າວໃນກອງປະຊຸມດັ່ງກ່າວນີ້.