ມ.ນ້ຳບາກ ຕັ້ງຄນະແກ້ໄຂ ບັນຫາ ການລະເບີດຫິນ

ຈໍາປາທອງ
2019.10.08
F-Blast3 ສະພາບບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ ໃນມື້ໂຮງງານຊີເມັນຂອງຈີນ ລະເບີດຫິນຜາ
ຮູບພາບຈາກ : ນັກຂ່າວພົລເມືອງ

ພາຍຫລັງທີ່ໂຮງງານຊີເມັນ ຫລວງພະບາງຈຳກັດ ຂອງຈີນ ລະເບີດຫິນຟົ້ງໄປໃສ່ເຮືອນ ປະຊາຊົນບ້ານພັທນານ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພຣະບາງເສັຍຫາຍຫຼາຍກວ່າ 80 ຫຼັງ, ເຮັດໃຫ້ມີຄົນເສັຍຊີວິດ 1 ຄົນແລະບາດເຈັບອີກ 23 ຄົນ, ທາງຫ້ອງການເມືອງ ນ້ຳບາກ ໄດ້ແຕ່ງຕັ້ງຄນະແກ້ໄຂເຫດການ ດັ່ງກ່າວແລະໄດ້ກັກໂຕພະນັກງານ ທີ່ກ່ຽວຂ້ອງກັບການລະເບີດຫິນ ຂອງໂຮງງານນັ້ນເພື່ອ ສອບສວນ ແລະຂນະນີ້ ກຳລັງເກັບກຳຂໍ້ມູນ ຄວາມເສັຍຫາຍເພິ່ມຕື່ມຢູ່ ດັ່ງເຈົ້າໜ້າທີ່ ເມືອງນ້ຳບາກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ຕຸລາ ນີ້ວ່າ:

"ທາງຄນະຮັບຜິດຊອບເພິ່ນໄດ້ມີການແຕ່ງຕັ້ງກວດກາອິຫຍັງ ເພິ່ນຍັງບໍ່ທັນສາມາດ ທີ່ຈະໃຫ້ຂໍ້ມູນຢ່າງເປັນທາງການໄດ້ເທື່ອ ເພິ່ນກຳລັງ ທີ່ຈະຕັ້ງຄນະ ຮັບຜິດຊອບລົງມາກວດກາ ຣາຍລະອຽດ ໂຕໂຮງງານເພິ່ນກະມີຄນະຮັບຜິດຊອບລົງໄປກວດກາ ຢູ່ແລ້ວ."

ເພື່ອຂໍຮູ້ຄວາມຄືບໜ້າ ຂອງເຣຶ່ອງທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຄນະສະເພາະກິດ ແກ້ໄຂບັນຫາດັ່ງກ່າວ ແລະ ເຈົ້າໜ້າທີ່ ຫ້ອງການ ຕຳຣວດເມືອງນ້ຳບາກ ແຕ່ພວກເພີ່ນຍັງບໍ່ສາມາດ ໃຫ້ສຳພາດໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການສາທາຣະນະສຸຂ ເມືອງນ້ຳບາກທ່ານນຶ່ງ ກ່າວວ່າ ສາເຫດທີ່ທາງໂຮງງານຊີເມັນ ຂອງຈີນ ເອົາຄົນເຈັບໄປປິ່ນປົວຢູ່ໂຮງໝໍຈີນ ໃນເຂດພັທນານ້ຳຖ້ວມແທນທີ່ຈະພາມາໂຮງໝໍ ເມືອງນ້ຳບາກນັ້ນກໍຍ້ອນວ່າ ໂຮງໝໍຈີນ ຢູ່ໃກ້ກວ່າ ແຕ່ຈົນມາຮອດປັດຈຸບັນ ທາງໂຮງໝໍຈີນ ກໍຍັງບໍ່ອະນຸຍາດ ໃຫ້ບຸກຄົນພາຍນອກ ເຂົ້າໄປຢ້ຽມຢາມຄົນເຈັບ ດັ່ງທີ່ທ່ານກ່າວວ່າ:

"ເພາະວ່າທຸຣະກິດ ເປັນຂອງຈີນ ແລ້ວເຂົາເຈົ້າກະເອົາໄປ ໂຮງໝໍຈີນ ໄປຫັ້ນແລ້ວມັນງ່າຍ ມັນມໍ່ແທ້ ເອົາໄປໝົດ ບໍ່ໄປໂຮງໝໍເມືອງ ເຮົາຈັກຄົນ ເຂົ້າໄປຕຳຣວດ ບໍ່ໃຫ້ເຂົ້າ ຕຳຣວດທະຫານ ຂະເຈົ້າລັດໝົດ."

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ໃຫ້ສຳພາດ ໜັງສືພິມ ທາງການລາວວ່າ: ທຸກຄັ້ງກ່ອນທີ່ ຈະມີການລະເບີດຫິນ ອົງການປົກຄອງ ເມືອງນ້ຳບາກ ໄດ້ແຕ່ງຕັ້ງຄນະຮັບຜິດຊອບ ໄປຕິດຕາມກວດກາຢ່າງໃກ້ຊິດ ແລະທັງໄດ້ຊີ້ນຳ ໃຫ້ມີການປະກອບພິທີ ທາງສາສນາ ທຸກຄັ້ງກ່ອນທີ່ ຈະລະເບີດຫິນ ຊຶ່ງຕາມປົກກະຕິ ຄວາມແຮງຂອງລະເບີດ ຈະບໍ່ມີຜົນກະທົບມາ ເຖິງເຮືອນປະຊາຊົນ ເຖິງແມ່ນວ່າຈະໃຊ້ດິນລະເບີດຄັ້ງລະ 10-20 ຕັນກໍຕາມ.

ແຕ່ໃນເທື່ອນີ້ ອາດແມ່ນເກີດຈາກ ນັກວິຊາການຜູ້ຮັບເໝົາ ຊື່ທ້າວ ລາວເຈົ່າ ບໍ່ປະຕິບັດຕາມຫຼັກກາເຕັກນິກ ວິຊາການຢ່າງ ເຂັ້ມງວດ ຈຶ່ງເຮັດໃຫ້ ລະເບີດມີຄວາມຮຸນແຮງ ກວ່າທຸກຄັ້ງທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.