ຫຼາຍເຄືອຂ່າຍຈະບໍ່ຮ່ວມ ຫາຣື ເຂື່ອນ ຫຼວງພຣະບາງ

ມະນີຈັນ
2019.10.10
F-Anouhuck ທ່ານ ອະນຸຮັກ ກິດຕິຄຸນ ເຈົ້າໜ້າທີ່ຂັ້ນສູງ ຄນະກັມມາທິການ ແມ່ນໍ້າຂອງສາກົນ ຫຼື MRC
RFA

ເຄືອຂ່າຍພາກປະຊາສັງຄົມ ແລະອົງການທີ່ບໍ່ຂຶ້ນກັບ ຣັຖບານປະຈໍາຂົງເຂດ ແມ່ນໍ້າຂອງບາງອົງການ ຈະບໍ່ເຂົ້າຮ່ວມ ຂັ້ນຕອນການປຶກສາ ຫາຣືກັນລ່ວງໜ້າ ສໍາລັບໂຄງການເຂື່ອນແມ່ນໍ້າຂອງ ຫລວງພຣະບາງ ຍ້ອນເຫັນວ່າມັນເປັນພຽງເວທີ ໂອ້ລົມກັນ ຕາມຣະບຽບການ ຂອງ ຄນະກັມມາທິການແມ່ນໍ້າຂອງສາກົນ ຫຼື MRC ເທົ່ານັ້ນ, ບໍ່ສາມາດກີດກັນການສ້າງເຂື່ອນໄດ້ ແລະທັງຍັງບໍ່ຮັບເອົາຄໍາເຫັນຂອງປະຊາຊົນ ໄປ ພິຈາຣະນາແຕ່ຢ່າງໃດ, ອີງຕາມຄໍາເວົ້າຂອງທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກ ຊຽງຂອງ ແຂວງຊຽງຮາຍຂອງໄທ ຕໍ່ RFA ໃນມື້ວັນທີ 10 ຕຸລາ ນີ້:

"ມັນເປັນຂະບວນການທີ່ເປັນຄືກາຈໍ້າ ຫາຄວາມຊອບທໍາ ເພື່ອເອົາໄປເວົ້າວ່າ ໄດ້ປຶກສາຫາຣືກັນແລ້ວ ໄດ້ເຮັດຕາມຂະບວນການແລ້ວມັນ ຈະຖືກຕ້ອງໄດ້ຈັ່ງໃດ. ການປຶກສາຫາຣື ມັນຈະຕ້ອງໃຫ້ຄວາມສໍາຄັນ ກັບ ຜູ້ທີ່ໄປປຶກສາຫາຣືດ້ວຍນັ້ນກໍຄືພາກ ປະຊາຊົນ ແຕ່ທີ່ຜ່ານມາ ພາກສ່ວນກ່ຽວຂ້ອງ ບໍ່ໄດ້ໃຫ້ຄວາມສໍາຄັນ ເປັນຕົ້ນຄັນວ່າຊາວບ້ານ ບໍ່ເຫັນດ້ວຍ ແລ້ວຈະຢຸດສ້າງກໍບໍ່ຢຸດ."

ທ່ານເວົ້າວ່າທີ່ຜ່ານມາ ຂະບວນການປຶກສາຫາຣືລ່ວງໜ້າ ທີ່ວ່າເປັນເວທີ ຮັບຟັງຄໍາເຫັນ ຂອງພາກປະຊາຊົນ ນັ້ນກໍເຄີຍໄດ້ຈັດຂຶ້ນມາ 4 ຄັ້ງແລ້ວ ຕັ້ງແຕ່ເຂື່ອນດອນສະໂຮງ ເຂື່ອນໄຊຍະບູຣີ ເຂື່ອນປາກແບງ ແລະ ເຂື່ອນປາກລາຍ. ໃນນັ້ນ ປະຊາຊົນ ແລະ ເຄືອຂ່າຍພາກ ປະຊາສັງຄົມ ກໍໄດ້ສເນີຂໍ້ມູນ ແລະຄັດຄ້ານ ໂຄງການທີ່ວ່ານັ້ນ ຍ້ອນມັນມີຜົນກະທົບ ທີ່ຈະຕາມມາ.

ແຕ່ໃນເວທີປຶກສາຫາຣື ລ່ວງໜ້າ ທີ່ຜ່ານມາທາງ MRC ຫລື ຜູ້ຮັບຜິດຊອບ ໂຄງການເຂື່ອນຕ່າງໆນັ້ນ ບໍ່ເຄີຍນໍາຂໍ້ສເນີ ແລະ ຂໍ້ຮຽກຮ້ອງ ຂອງປະຊາຊົນໄປ ພິຈາຣະນາ ຫຼືແກ້ໄຂເລີຍ ມີແຕ່ຣາຍງານກັນວ່າ ໄດ້ຟັງຄໍາເຫັນຂອງປະຊາຊົນແລ້ວ, ດັ່ງນັ້ນ ການປຶກສາຫາຣືລ່ວງໜ້າ ເຣື່ອງເຂື່ອນຫລວງພຣະບາງ ກໍຈະບໍ່ແຕກຕ່າງ ບໍ່ມີຄວາມໝາຍ ທີ່ພາກປະຊາຊົນ ຈະຕ້ອງໄປ ເຂົ້າຮ່ວມ.

ທ່ານຊານນະຣົງ ວົງລາ ຜູ້ປະສານງານເຄືອຂ່າຍຮັກຊຽງຄານ ແຂວງເລີຍ ກໍເວົ້າວ່າຫລາຍເຄືອຂ່າຍ ສິ່ງແວດລ້ອມ ໃນເຂດພາກອິສານ ຂອງໄທ ກໍຈະບໍ່ໄປເຂົ້າຮ່ວມ ໃນການປຶກສາຫາຣື ລ່ວງໜ້ານັ້ນ:

"ມັນບໍ່ມີປໂຍດອິຫຍັງ ທີ່ຈະມາຈັດ ຍ້ອນວ່າທຸກຢ່າງຕັ້ງແຕ່ ຂະບວນການປຶກສາຫາຣືລ່ວງໜ້າ ຕັ້ງແຕ່ເຣື່ອງເຂື່ອນໄຊຍະບູຣີມາ ໃນເວທີ ຄວາມເຫັນຕ່າງໆ ມັນກໍບໍ່ເກີດປະໂຫຍດ ຫຍັງເລີຍ ເຂົາຈັດພຽງໃຫ້ມັນ ຄົບຂັ້ນຕອນຊື່ໆ ແຕ່ເຂົາບໍ່ໄດ້ຈິງໃຈ ທີ່ຈະມາແກ້ບັນຫາ ແລະ ຈະເອົາບັນຫາທີ່ພວກເຮົາ ສະທ້ອນກັບໄປ ໄປທໍາ ການພິຈາຣະນາແກ້ໄຂ."

ເຖິງຢ່າງໃດກໍຕາມ ທ່ານ ອະນຸຮັກ ກິດຕິຄຸນ ເຈົ້າໜ້າທີ່ກອງເລຂາ MRC ກໍໄດ້ກ່າວຕໍ່ RFA ເມື່ອໄວໆມານີ້ວ່າ ຢາກໃຫ້ທຸກຝ່າຍເຂົ້າໃຈ ເຖິງບົດບາດ ຂອງ MRC. MRC ພຽງແຕ່ຈັດກອງປະຊຸມ ເພື່ອຮັບຟັງຄໍາເຫັນ ຈາກພາກສ່ວນຕ່າງໆ. ສ່ວນເຣື່ອງ ຈະສ້າງເຂື່ອນຫຼືບໍ່ນັ້ນ ບໍ່ສາມາດໄປຄັດຄ້ານໄດ້ ດັ່ງທີ່ທ່ານກ່າວວ່າ:

"ບົດບາດຂອງ MRC ນີ້ກໍມີແຕ່ມາຕິດຕາມ program ທີ່ວ່າທັງ 2 ປະເທດແລ້ວກໍ 4 ປະເທດຕົກລົງວ່າໃຫ້ MRC ມາເປັນຜູ້ຕິດຕາມ ແລະກໍກວດກາ ຖ້າວ່າມີຜົນກະທົບ ທາງດ້ານລົບເນາະ ເຮົາກໍສາມາດສເນີໃຫ້ ປັບແນວໃດ ເພື່ອວ່າສິໃຫ້ຜົນກະທົບ ໜ້ອຍລົງ."

ຂະບວນການປຶກສາຫາຣືລ່ວງໜ້າ ກ່ຽວກັບໂຄງການ ເຂື່ອນຫຼວງພຣະບາງ ຈະຈັດຂຶ້ນເປັນເທື່ອທໍາອິດ ຢູ່ ນະຄອນຫລວງວຽງຈັນ ໃນມື້ ວັນທີ 6 ພຶສຈິກາ 2019, ຕາມການເປີດເຜີຍ ຂອງ MRC ທີ່ສລຸບເມື່ອວັນທີ 9 ຕຸລາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.