ທາງການລາວວ່າ ຈີນ ລະເບີດ ຜາຫິນ ແບບປມາດ

ໄຊຍາ
2019.10.09
F-blast4 ສະພາບບ້ານເຮືອນ ຂອງປະຊາຊົນ ບ້ານໂພນມະນີເມືອງນໍ້າບາກ ຢູ່ຫ່າງຈາກບ່ອນລະເບີດຜາຫິນ ປະມານ 1 ກິໂລແມັດ (ຮູບຖ່າຍ 05 ຕຸລາ 2019)
ຮູບຈາກ : ນັກຂ່າວພົລເມືອງ

ເຫດການຣະເບີດຜາຫິນ ຢູ່ບ້ານໂພນມະນີ ເມືອງນ້ຳບາກ ແຂວງຫຼວງພຣະບາງ ໃນວັນທີ 05 ຕຸລາ ຜ່ານມາ ເຮັດໃຫ້ມີຜູ້ເສັຽຊີວິດ 1 ຄົນ ບາດເຈັບ 23 ຄົນ ແລະ ເຮືອນເພພັງ 83 ຫຼັງ ແມ່ນເກີດຈາກຄວາມປະໝາດ ຂອງ ທ້າວ ລາວ ເຈົາ ຊາວຈີນ ຜູ້ຊ່ຽວຊານດ້ານຣະເບີດ ທີ່ຖືກຈ້າງມາ ເພື່ອຣະເບີດຜາຫີນໃນເຂດດັ່ງກ່າວໂດຍສະເພາະ. ຕໍ່ເຫດດັ່ງກ່າວທາງເຈົ້າໜ້າທີ່ ຮັບຜິດຊອບໂດຍກົງ ກຳລັງດຳເນີນການ ສືບສວນ ສອບສວນ ຜູ້ກ່ຽວຢູ່. ດັ່ງ ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າຜແນກອຸດສາຫະກັມ ແລະ ການຄ້າແຂວງຫຼວງພຣະບາງ ໄດ້ໃຫ້ ສຳພາດຕໍ່ນັກຂ່າວ ວິທຍຸ ເອເຊັຽເສຣີ ໃນວັນທີ 09 ຕຸລາ ວ່າ:

"ໃນມື້ວັນທີ 05 ຜ່ານມານີ້ ໄດ້ຢືນເບິ່ງຢູ່ຫັ້ນແຫຼະ ທາງດ້ານວິຊາການ ຂະເຈົ້າຈະຕ້ອງໄດ້ຂຸດເລິກເທົ່າໃດ ເຈາະເທົ່າໃດ ເອົາບໍຣິມາດ ທາດຣະເບີດຫັ້ນໃສ່ ເທົ່າໃດ ມັນຈັງສິອອກມາແບບ ບໍ່ມີຜົນກະທົບ ອັນນີ້ກາ ດ້ວຍຄວາມປະໝາດ ຂອງຜູ້ມີທາດຣະເບີດ ຜູ້ໄດ້ຮັບສິດ ໃນການສນອງວັດຖຸດິບຫັ້ນ ຈູດແລ້ວກໍ່ຈຶ່ງວ່າເກີດເຫດການບໍ່ຄາດຝັນ."

​ທາວ​ຄຳ​ຕັນ ກ່າວຕື່ມວ່າ ໃນເບື້ອງຕົ້ນທາງໂຮງງານຊິເມັນຫຼວງພຣະບາງ ໄດ້ ສະແດງຄວາມຜິດຊອບ ໂດຍມອບເງີນຊ່ອຍເຫຼືອ ຜູ້ເຄາະຮ້າຍເປັນເງີນ 10 ລ້ານກີບ ແລະ ຈະໃຫ້ເຈົ້າຂອງຣະເບີດ ອອກເງີນຊົດເຊີຍ ແກ່ຄອບຄົວຜູ້ເສັຽຊີວິດ, ຜູ້ໄດ້ຮັບບາດເຈັບ ແລະ ເຮືອນປະຊາຊົນເສັຍຫາຍ 83 ຫຼັງ ທີ່ຖືກຫິນຟົ້ງມາໃສ່.

"ທັງນີ້ທັງນັ້ນ, ໂຮງງານກາໄດ້ປະຕິບັດພັນທະ ຕໍ່ກັບປະຊາຊົນຢູ່ຂອບເຂດ ບໍຣິເວັນດັ່ງກ່າວນັ້ນ ໃນເບື້ອງຕົ້ນເມື່ອເວລາເກີດ ມີການສູນເສັຽ ແລະໂຮງງານກໍ່ມີຄວາມຮັບຜິດຊອບ ມາກ່ອນເພື່ອ ຈະໄດ້ໃຫ້ທາງການ ນີ້ໄດ້ຕີຣາຄາປະເມີນຣາຄາຄືນໝົດ ວ່າຜົນເສັຽຫາຍ ແມ່ນຈະຖືກ ເທົ່າໃດ ຈາກນັ້ນກໍຈະມອບໃຫ້ ກັບເຈົ້າຂອງດິນຣະເບີດ ເລີຍດັ່ງກ່າວຫັ້ນແລ້ວ ກາຜູ້ຮັບສິດໄປຣະເບີດຫິນ ປ້ອນວັດຖຸດິບເຂົ້າໂຮງງານຫັ້ນ ເປັນຜູ້ຮັບຜິດຊອບຕໍ່ໄປ."

ສ່ວນ ທ່ານ ລາວ ເຈົາ ເຈົ້າຂອງທາດຣະເບີດ ພ້ອມກັບຄອບຄົວ ໄດ້ຖືກເຈົ້າໜ້າທີ່ກັກໂຕໄວ້ ຢູ່ກອງບັນຊາການ ປກສ ເມືອງນ້ຳບາກ ເພື່ອດຳເນີນຄະດີຕາມກົດໝາຍ. ສ່ວນໂຮງງານຜລິດຊິເມັນ ທີ່ເປັນຂອງບໍຣິສັດເກັດທາວ ກໍ່ໄດ້ຢຸດການຜລິດຊົ່ວຄາວ.

ຄວາມເປັນມາຂອງເຫດດັ່ງກ່າວນັ້ນ ເຈົ້າໜ້າທີ່ໄດ້ອະທິບາຍວ່າ ໂຮງງານຊິເມັນຫຼວງພຣະບາງຈຳກັດ ເປັນຂອງ ທ່ານ ວິທູນ ຊ່ຽວຈະເລີນ ໄດ້ດຳເນີນການຂຸດຄົ້ນຫິນ ປ້ອນເຂົ້າໂຮງງານຊິເມັນ ໂດຍໄດ້ຈ້າງຊ່ຽວຊານຈາກຈີນ ຊື່ ທ້າວ ລາວເຈົາ ມາເປັນ ຜູ້ຣະເບີດຫິນຈົນກະທັ້ງ ໄດ້ໝົດສັນຍາໃນເດືອນສິງຫາ ປີ 2018 ຈາກນັ້ນໂຮງງານຊິເມັນຫຼວງພຣະບາງ ໄດ້ຂາຍກິຈການ ໃຫ້ແກ່ບໍຣິສັດ ເກັດທາວ ລາວ ຈຳກັດຜູ້ດຽວ ເຊິ່ງເປັນຂອງນັກລົງທຶນຈີນ ຕັ້ງແຕ່ວັນທີ 30 ມົກກະຣາ 2019 ເປັນຕົ້ນມາແຕ່ ທ້າວ ລາວ ເຈົາ ທີ່ຍັງຄອບຄອງ ທາດຣະເບີດ ຢູ່ນັ້ນ ໄດ້ສເນີຂໍບໍຣິສັດ ເຮັດວຽກຢູ່ກັບບໍຣິສັດໃໝ່ ແຕ່ທາງບໍຣິສັດໃໝ່ ໄດ້ປະຕິເສດ ຍ້ອນມີແຜນຈະຂຸດຄົ້ນບໍ່ຫິນເອງ ໂດຍບໍ່ຈຳເປັນຕ້ອງຈ້າງ ມືຣະເບີດອີກຕໍ່ໄປ.

ເຈົ້າໜ້າທີ່ກ່າວຕື່ມວ່າ ຫຼັງຈາກໂຮງງານຊິເມັນ ໄດ້ສັງເກດເຫັນວ່າ ທ້າວ ລາວ ເຈົາ ຍັງຄອບຄອງທາດຣະເບີດຢູ່ຫຼາຍ ເຊິ່ງມີຄວາມຊ່ຽງ ທີ່ຈະເກີດພືດຕິກັມ ບໍ່ດີເກີດຂຶ້ນ ຈຶ່ງໄດ້ແຈ້ງໃຫ້ອຳນາດການປົກຄອງ ເມືອງນ້ຳບາກຣັບຮູ້.

ຕໍ່ມາທາງເມືອງໄດ້ແຕ່ງຕັ້ງ ຄນະກຳມະການລົງແກ້ ໄຂບັນຫາ ດັ່ງກ່າວໂດຍບົດບັນທຶກລົງທີ 03 ຕຸລາ 2019 ເນື້ອໃນຣະບຸວ່າພົບເຫັນ ຜູ້ກ່ຽວ ຄອບຄອງທາດຣະເບີດຈຳນວນ 14 ກິໂລ ແລະ ໄດ້ກຳນົດທຳລາຍທາດຣະເບີດ ທີ່ໄດ້ບັນຈຸ ໄວ້ໃນຫິນຈຳນວນ 4 ຈຸດ ພາຍໃນ ວັນທີ 05 ຕຸລາ ຜ່ານມາ ເວລາ 04 -05 ໂມງແລງ ເຊິ່ງ ຫາກເກີດບັນຫາທຸກຢ່າງ ຈະໃຫ້ເຈົ້າຂອງທາດຣະເບີດ ເປັນຜູ້ຮັບຜິດຊອບ ທັງໝົດ ແຕ່ການຣະເບີດ ເທື່ອນີ້ໄດ້ເກີດຄວາມຜິດພາດ ເຮັດໃຫ້ເສດຫິນຟົ້ງໃສ່ ເຂດຊຸມຊົນເກີດຄວາມ ເສັຍຫາຍ ຕໍ່ຊີວິດ ແລະຊັບສິນ ຂອງປະຊາຊົນ ໃນເຂດບ້ານໂພນມະນີ ເມືອງນ້ຳບາກ ແຂວງຫຼວງພຣະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.