ກຸ່ມອະນຸຣັກແມ່ນໍ້າຂອງ ຂໍໃຫ້ ຍົກເລີກ ເຂື່ອນຫຼວງພຣະບາງ

ໄມຊູລີ
2019.10.09
F-LP ແມ່ນໍ້າຂອງ ໃນເຂດໂຄງການ ສ້າງເຂື່ອນ ຫຼວງພຣະບາງ
RFA

ກຸ່ມເຄືອຂ່າຍ ອະນຸຣັກແມ່ນໍ້າຂອງ ຫຼື Save The Mekong ອອກ ຖແລງການຮ່ວມ ເພື່ອຮຽຮ້ອງ ໃຫ້ຍົກເລີກໂຄງການ ສ້າງເຂື່ອນ ຫລວງພຣະບາງ ຍ້ອນຈະເຮັດໃຫ້ສະພາບແວບລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖີ່ນ ທີ່ປະເຊີນກັບ ຜົນກະທົບຢູ່ໃນ ປັຈຈຸບັນ ຈາກການສ້າງເຂື່ອນ ໃສ່ແມ່ນໍ້າຂອງອື່ນໆ ຍິ່ງຈະໜັກໜ່ວງຂື້ນ ເນື່ອງຈາກ ເຂື່ອນ ຫລວງພຣະບາງ ເປັນເຂື່ອນຂນາດໃຫຍ່ ແລະຈະມີການໂຍກຍ້າຍ ປະຊາຊົນ ຫລາຍພັນຄົນ, ດັ່ງທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກ ຊຽງຮາຍ ຂອງໄທ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃສວັນທີ່ 9 ຕຸລາ ນີ້:

“ປັຈຈຸບັນ ສະຖານະການຕ່າງໆ ໃນແມ່ນໍ້າຂອງ ມັນຮ້າຍແຮງເຕັມທີແລ້ວ ເຣື້ອງວິກິດ ແລະ ຜົນກະທົບຕ່າງໆ ທີ່ມັນເກິດຂື້ນ ບໍ່ສົມຄວນ ສ້າງເຂື່ອນ ຕໍ່ໄປ ແລ້ວຕອນນີ້ ຕ້ອງຫັນກັບມາສືກສາໃໝ່ ໝົດກ່ອນ ໂດຍສະເພາະ ເຂື່ອນ ຫລວງພຣະບາງ ນີ້ ໃນຄວາມຄິດຂ້ອຍ ແມ່ນເປັນເຂືື່ອນ ທີ່ໜ້າຈະມີ ຜົນກະທົບ ຕໍ່ພີ່ນ້ອງປະຊາຊົນຫລາຍ ແລະ ເຂື່ອນໂຕນີ້ ຫ່າງຈາກ ນະຄອນຫລວງພຣະບາງ ພຽງ 20 ກິໂລແມັດ ມັນຈະກ່ຽວພັນ ຕໍ່ເນື່ອງໄປເຖິງ ມໍຣະດົກໂລກ.”  

ອິງຕາມຖແລງການທີ່ເປິດເຜິຍ ໃນວັນອັງຄານຜ່ານມາການສ້າງເຂື່ອນໃສ່ແມ່ນໍ້າຂອງ ນອກຈາກຈະສົ່ງຜົນກະທົບຕໍ່ ສະພາບແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງປະຊາຊົນແລ້ວ ຍັງ ຈະເຮັດໃຫ້ ແມ່ນໍ້າຂອງ ບໍ່ປົກກະຕິ ຕາມຣະດູການ. ດັ່ງ ເຈົ້າໜ້າທີ່ ອົງການສາກົນ ດ້ານແມ່ນໍ້າຂອງ ຜູ້ບໍ່ປະສົງອອກຊື່ ທ່ານນື່ງ ໃຫ້ຄໍາເຫັນ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ພວກເຮົາຕ້ອງການ ຢາກໃຫ້ມີການສືກສາ ຜົນກະທົບ ເພີ້ມຕື່ມອີກ  ແລະພວກເຮົາ ກໍບໍ່ເຫັນພ້ອມ ໃນການສ້າງເຂື່ອນ ຂນາດໃຫຍ່ ໃສ່ແມ່ນໍ້າຂອງ ຍ້ອນມັນຈະສົ່ງຜົນກະທົບ ຢ່າງໃຫຍ່ ຕໍ່ຣະບົບນິເວດ ໃນແມ່ນໍ້າຂອງ, ພວກເຮົາບໍ່ຕ້ອງການ ເຂື່ອນ ຂນາດໃຫຍ່ ໃນແມ່ນໍ້າຂອງອີກ.”

ໂຄງການເຂື່ອນຫຼວງພຣະບາງ ກໍາລັງຢູ່ໃນຂັ້ນຕອນ ກາປືກສາຫາຣືກັນລ່ວງໜ້າ ຊື່ງຣັຖບານລາວ ໄດ້ສົ່ງເອກກະສານ ເຖິງ MRC ຫຼື ຄນະກັມມາທິການ ແມ່ນໍ້າຂອງ ຢ່າງເປັນທາງການ ໃນວັນທີ່ 30 ກໍຣະກະດາ ທີ່ຜ່ານມາ ແລະ ມີແຜນຈະສ້າງ ໃນ ອະນາຄົດນີ້.

ກ່ຽວກັບເຣື້ອງນີ້ ກຸ່ມເຄືອຂ່າຍ ອະນຸຣັກ ແມ່ນໍ້າຂອງ ໄດ້ສະແດງ ຄວາມເປັນຫ່ວງກັງວົນ ແລະ ຮຽກຮ້ອງໃຫ້ ຍົກເລີກ ແຜນການສ້າງ ເຂື່ອນ ດັ່ງກ່າວ.

ທ່ານ ວິທູນ ເພີ່ມພົງສາ ຈະເຣີນ ຜູ້ອໍານວຍການ ເຄືອຂ່າຍ ພລັງງານເພື່ອນິເວດ ແມ່ນໍ້າຂອງ ກໍເປັນຄົນນື່ງ ທີ່ເຫັນວ່າ ການສ້າງເຂື່ອນ ຫລວງພຣະບາງ ນອກຈາກ ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ຕໍ່ປະຊາຊົນແລ້ວ ກໍບໍ່ມີຄວາມ ຈໍາເປັນຕໍ່ປະເທດ ໃດໆ ໃນອາຊຽນ ເລີຍຍ້ອນ ໄຟຟ້າສໍາຣອງ ຂອງ ແຕ່ລະປະເທດ ໃນປັຈຈຸບັນ ກໍມີຫລາຍ ເກີນ ຄວາມຈໍາເປັນ ແລ້ວ:

“ໃນລຸ່ມນໍ້າຂອງ ຣັຖບານ ແຕ່ລະປະເທດ ກໍມັກອ້າງວ່າ ຕ້ອງຍອມສ້າງ ເພາະໄຟຟ້າ ມີຄວາມຈໍາເປັນ ຖ້າເຮົາບໍ່ສ້າງໄຟຈະດັບ ເສຖກິດ ຈະລົ້ມ ແຕ່ຕອນນີ້ ໃນປະເທດໄທ ກໍມີໄຟຟ້າສໍາຣອງ ຫລາຍກ່ວາ 40% ເປີເຊັນ, ວຽດນາມ ກໍມີຫລາຍກ່ວາ 40% ຈີນ ກໍມີຫລາຍກວ່າໝູ່ ເວົ້າງ່າຍໆກໍຄື ຜູ້ທີ່ອ້າງມາຕລອດວ່າ ຕ້ອງການໄຟຟ້າ ມີກໍາລັງໄຟຟ້າ ສໍາຣອງຢູ່ ທັງໝົດເລີຍ, ສະນັ້ນ ໃນເຣື້ອງທີ່ວ່າ ຕ້ອງການໄຟຟ້າ ຈຶ່ງຕ້ອງສ້າງເຂື່ອນ ເຣື້ອງນີ້ບໍ່ແມ່ນແລ້ວ.”

ໂຄງການເຂື່ອນຫຼວງພຣະບາງຂນາດ 1,410 ເມກາວັດ ເປັນໂຄງການຮ່ວມລົງທຶນຣະຫວ່າງ ລາວ ກັບ ບໍຣິສັດ ຊ. ການສ້າງຂອງໄທ ແລະ ບໍຣິສັດ Petro Vietnam Power ຂອງວຽດນາມ. ໂຄງການນີ້ ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ຢູ່ເມືອງຈອມເພັດ ເມືອງປາກອູ ແຂວງຫຼວງພຣະບາງ ແລະ ຢູ່ເມືອງງາ ແຂວງອຸດົມໄຊ ທັງໝົດ 928 ຄອບຄົວ ແລະ ບາງສ່ວນ ຂອງແຂວງ ໄຊຍະບຸຣີ ຫລາຍພັນຄົນ ຈະຖືກຍົກຍ້າຍ ເຊັ່ນກັນ, ອີງຕາມຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.