ໂຮງງານນ້ຳກ້ອນສົ່ງກິ່ນ ໂຮງຮຽນ ຈົນໄດ້ປິດ
2019.10.10
ນັກຮຽນ ໂຮງຮຽນລາວ-ວຽດ ມີອາການວິນຫົວ ແສບຕາ ປວດຮາກ ຍ້ອນກິ່ນຂິວແຮງ ຈາກໂຮງງານຜລິດນ້ຳກ້ອນຂອງຄົນໄທ ຢູ່ບ້ານດົງ ປ່າແຫລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ທີ່ຕັ້ງຢູ່ອ້ອມແອ້ມໂຮງຮຽນນັ້ນ ຈົນວ່າໄດ້ສັ່ງໃຫ້ປິດ ໂຮງຮຽນ ມາຕັ້ງແຕ່ມື້ວັນທີ 27 ກັນຍາ ເປັນຕົ້ນມາ. ປັດຈຸບັນໄດ້ເປີດຮຽນຄືນ ຕາມປົກກະຕິແລ້ວ -ຕາມຄຳເວົ້າຂອງປະຊາຊົນ ບ້ານດົງປ່າແຫລບ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ຕຸລາ ນີ້:
"ກໍແມ່ນມື້ເກີດແທ້ໆ ກໍວັນທີ 27 ໃນໄລຍະ 12 ໂມງ 30 ນາທີ ແລ້ວມັນກໍເຮັດສົ່ງກິ່ນແຮງ ເຮັດໃຫ້ເດັກນ້ອຍ ຈໍານວນນຶ່ງ ເຈັບຫົວ ເຈັບຕາລາຍຫູລາຍຕາ ອັວກຮາກ ກໍໄດ້ເອົາຣົດພວກ 1624 ໄປເອົາໄປກວດສຸຂພາບ ຢູ່ໂຮງໝໍ."
ທ່ານເວົ້າວ່າ ນອກຈາກພວກນັກຮຽນແລ້ວ ນາຍຄຣູສອນພາສາ 4-5 ຄົນ ກໍວິນຫົວນຳດ້ວຍແລະຕົ້ນໄມ້ ຕົ້ນໝາກຫຸ່ງ, ໝາກອາໂວກາໂດ ແລະ ຫຍ້າອ້ອມໂຮງຮຽນກໍແຫ້ງຫ່ຽວຕາຍ.
ຕໍ່ເຫດການດັ່ງກ່າວ ອຳນາດການປົກຄອງບ້ານດົງປ່າແຫຼບ ແລະທາງໂຮງຮຽນ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ ທາງການທີ່ກ່ຽວຂ້ອງ ໄປກວດກາ ໂຮງງານ ແລະພົບວ່າ ນ້ຳຢາ ອາໂມເນັຍ (NH4) ຮົ່ວໄຫລອອກມາຈາກວາວປິດ-ເປີດນ້ຳຢານັ້ນ. ວາວ ທີ່ຖືກຕິດຕັ້ງມາແຕ່ປີ 2015 ນັ້ນ ເພ ເຮັດໃຫ້ເກີດກິ່ນຂິວແຮງ.
ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ໄດ້ເອີ້ນເຈົ້າຂອງໂຮງງານນ້ຳກ້ອນ ທີ່ເປັນຄົນໄທ ມາຕັກເຕືອນ ແລະສັ່ງໃຫ້ໂຈະການຜລິດຊົ່ວຄາວ ຈົນກວ່າວ່າຈະແກ້ໄຂ ເຣຶ່ອງວາວປິດ-ເປີດນ້ຳຢາອາໂມເນັຍ ນັ້ນແລ້ວ ແລະສເນີຂໍອະນຸຍາດ ເປີດຈາກທາງຂັ້ນເທິງ ດັ່ງທີ່ທ່ານກ່າວວ່າ:
"ພວກເຮົາກໍໄດ້ສັ່ງໃຫ້ປິດແລ້ວເດີ ບໍ່ທັນໃຫ້ເພິ່ນດໍາເນີນເທື່ອ ມີຫຍັງລະແມ່ນໃຫ້ຜູ້ກ່ຽວນີ໋ ແມ່ນຕ້ອງໄປຫາ ຂັ້ນເທິງ ຂັ້ນເທິງອະນຸຍາດໃຫ້ ແນວໃດ ຈັ່ງໃຫ້ດໍາເນີນຕໍ່ຫັ້ນນະ. ອັນນຶ່ງຢາກໃຫ້ຜູ້ກ່ຽວ ໄປເຮັດໃບສເນີ. ອັນທີສອງ ລະແມ່ນຢາກໃຫ້ມີໃບເຕັກນິກ ຜ່ານມາກະມີແລ້ວ ແຕ່ວ່າປັດຈຸບັນ ບໍ່ຮັບປະ ກັນແລ້ວ ມັນຫລາຍປີແລ້ວ ເຮົາຕິດຕາມເບິ່ງຫັ້ນເນາະ."
ທ່ານກ່າວຕື່ມອີກວ່າ ໂຮງງານນ້ຳກ້ອນຂອງຄົນໄທນີ້ ດຳເນີນທຸຣະກິດ ແບບຄອບຄົວ, ໄດ້ຮັບອະນຸຍາດຈາກຫ້ອງການ ອຸດສາຫະກັມ ແລະ ການຄ້າເມືອງຈັນທະບູລີ ເມື່ອປີ 2019 ແລະໄດ້ໃບທະບຽນວິສາຫະກິດຈາກເມືອງ ໃນປີ 2014.