ຝົນຕົກທາງມື່ນເປັນຕົມ ຣົດລົ້ມ ຕາມຖນົນ
2020.06.17

ປະຊາຊົນ 4 ບ້ານ ຄືບ້ານບໍ່ນາງົວ, ບ້ານໜອງທາເໜືອ ແລະບ້ານດອນແດງ ເມືອງຈັນທະບູລີ ແລະ ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ເດືອດຮ້ອນຫລາຍ ໃນການເດີນທາງ ໄປມາ ຍ້ອນຫົນທາງເພ, ເປັນຂຸມ, ເປັນຕົມ ແລະມື່ນ, ໃນຍາມຝົນຕົກໜັກ ຣົດແລ່ນບໍ່ໄດ້, ມີຄວາມຫຍຸ້ງຍາກຫລາຍ ເປັນຕົ້ນເດັກນ້ອຍ ໄປໂຮງຮຽນ ກໍເກືອບໄປບໍ່ໄດ້, ດັ່ງນັ້ນຈຶ່ງຢາກໃຫ້ ທາງການ ທີ່ກ່ຽວຂ້ອງ ຊ່ອຍແກ້ໄຂໃຫ້ຖນົນດີຂຶ້ນ, ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານບໍ່ນາງົວ ເມືອງຈັນທະບູລີ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມິຖຸນາ ນີ້:
“ກະໄປຍາກຫລາຍ ຝົນມັນຕົກລິນ ເປັນດິນດາກລະກະເປື້ອນ ມື່ນ, ຣົດຈັກກະໄປບໍ່ໄດ້ ຄັນຣົດໃຫຍ່ໄປກະຄ່ອຍໆໄປ. ຄັນຂີ່ໄວຫລາຍ ກໍມື່ນເຈືອກລົງຂ້າງທາງ ກະຫຍູ້ງຍາກຫລາຍ ອິຕົນແຕ່ເດັກນ້ອຍ ຂະເຈົ້າກະມື່ນຊິ້ນ່າ ເຂົາເຈົ້າກະມື່ນ ຢາກໃຫ້ເພິ່ນມາຊ່ວຍສ້ອມແປງ ເປັນລາດຢາງເລີຍ ເພາະວ່າມັນມີນັກຮຽນ ແລະ ຣົດທຽວຫລາຍ.”
ແລະຊາວບ້ານບ້ານໜອງທາເໜືອ ທ່ານນຶ່ງກໍກ່າວວ່າ ທີ່ຜ່ານມາ ກໍມີການເອົາດິນດາກ ມາຖົມຕາມຖນົນຢູ່ ແຕ່ພໍເຂົ້າຣະດູຝົນມາ ຖນົນ ຕັ້ງແຕ່ບ້ານດອນແດງ, ບ້ານບໍ່ນາງົວ ຫາ ບ້ານໜອງທາ ເປ່ເພ, ມື່ນ, ຊາວບ້ານເດີນທາງໄປມາຍາກຫຼາຍ, ຣົດແລ່ນລໍາບາກ, ເດັກນ້ອຍ ໄປໂຮງຮຽນຫຍຸ້ງຍາກ ດັ່ງທີ່ທ່ານກ່າວວ່າ:
“ມັນກະເຮັດໃຫ້ນ້ອງນັກຮຽນ ກະເປື້ອນເສື້ອເປື້ອນຫຍັງ ໝົດຢູ່ຫັ້ນເປັນແຖວ ປະຊາຊົນໄປມາກະລົ້ມຫຼາຍຄົນກະບໍ່ສະດວກ ເປື້ອນຂີ້ຕົມຢູ່ ຫັ້ນແຫຼະ ປະຊາຊົນກະຫຍູ້ງຍາກ ສເນີທາງເມືອງເພິ່ນ ຄືກັນແຫລະ ວ່າໃຫ້ເພິ່ນມາລົງແກ້ໄຂຊ່ວຍ ເພາະມັນບໍ່ໄຫວລະ.”
ໃນການແກ້ໄຂບັນຫາ ດັ່ງກ່າວ ເບື້ອງຕົ້ນ ເຈົ້າໜ້າທີ່ ບ້ານບໍ່ນາງົວ, ບ້ານດອນແດງ ແລະບ້ານໜອງທາ ຈະປຶກສາຫາລືກັນ ກ່ຽວກັບການ ປັບປູງໜ້າທາງ ໂດຍຈະເອົາຫິນມາຖົມກ່ອນ ເພື່ອໃຫ້ ປະຊາຊົນ ສັນຈອນໄປມາໄດ້ ເປັນປົກກະຕິ ຊຶ່ງທີ່ຜ່ານມາມີແຕ່ຍົກຣະດັບ ທາງຖົມ ດິນແດງ ພໍມາເຖິງຣະດູຝົນ ທາງກໍເພ ປະຊາຊົນພົບຄວາມຫຍຸ້ງຍາກ ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງກ່າວວ່າ:
“ໂຕນີ້ຫັ້ນນ່າ ຕາມທັມດາໂຕນີ້ມັນເອີ້ນ ການສ້ອມແປງຣະຫວ່າງບ້ານດອນແດງ ໜອງທາເໜືອ ຮອດບ້ານບໍ່ນາງົວ ເພິ່ນເຄດຊື່ໆເພິ່ນບໍ່ໄດ້ ເອົາ ດິນແນວອັນນັ້ນມາລົງ ມັນກະມື່ນຫັ້ນແຫລະ ເພິ່ນປະຊຸມຮວມ ເຮົາຈະສເນີ ບັນຫານີ້ໃຫ້ເພິ່ນ ໃຫ້ເພິ່ນຂຶ້ນແຜນ ເອົາຫີນນ້ອຍມາລົງ ແລ້ວກະຢຽບມັນຄ່ອຍຈະໄປໄດ້.”
ແຕ່ຊາວບ້ານບ້ານແສນດິນ ເມືອງນາຊາຍທອງ ທ່ານນຶ່ງເວົ້າວ່າ ປັດຈຸບັນ ຖນົນຢູ່ໃນຣະຫວ່າງການເຮັດໃໝ່, ເອົາແຕ່ດິນດາກມາຖົມ, ຍັງບໍ່ ໄດ້ເອົາຫິນມາ ຖົມທັບເທື່ອ, ການທຽວໄປມາຍາກລໍາບາກ ມັນເປື້ອນ, ມື່ນ, ຣົດຈັກແລ່ນບໍ່ໄດ້:
“ໂອ໊ຍ ຢາກມາຍາກແດ່ ຮົດນີ໋ໄປບໍ່ໄດ້ຊໍ້າເດ໊. ແລະຊ່ວງຝົນຕົກນີ໊ ຫຍູ້ງຍາກ ມັນມື່ນ ຣົດມາດີໆກໍຕີທ້າຍຣົດແລ້ວ ເຂົາເຈົ້າເຮັດໃໝ່ດິນແດງ ນີ້ນ່າ ເຂົາເຈົ້າຖົມໃໝ່ໆ ຍັງບໍ່ທັນເອົາຫີນປົກ.”
ແລະເຈົ້າໜ້າທີ່ຢູ່ເມືອງນາຊາຍທອງ ທ່ານນຶ່ງກໍເວົ້າວ່າ ປັດຈຸບັນ ເສັ້ນທາງບ້ານແສນດິນ ຢູ່ໃນຣະຫວ່າງການສ້ອມແປງ ຊຶ່ງເປັນໂຄງການ ຍົກຄູດິນ ປ້ອງກັນນໍ້າຖ້ວມຍາມຝົນຕົກ, ດັ່ງນັ້ນຈຶ່ງເຮັດໃຫ້ ການໄປມາຫຍຸ້ງຍາກ, ແຕ່ໃນເບື້ອງຕົ້ນນີ້ ພາກສ່ວນທີ່ກ່ຽວຂ້ອງ ຈະເອົາຫິນ ມາຖົມເພື່ອແກ້ໄຂບັນຫາ ໃນໄລຍະນີ້ກ່ອນ ດັ່ງທີ່ທ່ານກ່າວວ່າ:“ເຂົາເຈົ້າເຮັດທາງຄູນໍ້າໃໝ່ເນາະ ແລ້ວມັນຝົນບໍ່ຕົກ ກໍບໍ່ເປັນຫຍັງ ຝົນຕົກ ມັນຈຶ່ງມື່ນ ມັນຈັ່ງໄປຍາກຫັ້ນນະ ມັນຍັງຢູ່ຫວ່າງສອງຫວ່າງນ້ອຍນຶ່ງ ເຂົາເຈົ້າເຮັດຄອງປະຕູນໍ້າ ຫັ້ນນະ ອັນດິນເຂົ້າໃໝ່ ແລ້ວ ມັນບໍ່ແໜ້ນ ເພິ່ນຖົມແລ້ວ ເພິ່ນຈະເອົາຫີນໂຮຍໜ້າໃຫ້ ບາງບ່ອນກະເຮັດໝົດແລ້ວ.”
ໃນຂນະທີ່ເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ໃນເຂດບ້ານດັ່ງກ່າວ ມີໂຄງການຍົກຄູຖນົນ ປ້ອງກັນນໍ້າຖ້ວມ ແຕ່ຍັງເຮັດບໍ່ທັນແລ້ວ, ເມື່ອຝົນຕົກລົງມາ ຖນົນກໍເພ ຊຶ່ງເຈົ້າໜ້າທີ່ທ້ອງຖິ່ນ ກໍາລັງແກ້ໄຂຢູ່:
“ອໍ໋ ສໍາລັບເຂດນັ້ນ ເພິ່ນເຮັດກໍ່ສ້າງ ພວກໂຄງການປ້ອງກັນນໍ້າຖ້ວມ ຄວາມໝາຍເພິ່ນແປງໃສ່ ຖນົນຫັ້ນແຫລະ ເພິ່ນເຮັດຄູ ເຮັດຄູກັ້ນ ນໍ້າຖ້ວມເລີຍ ໂອ໊ຍກະດິນແດງ ບໍ່ໃຫ້ໄຫລເຂົ້າຖ້ວມບ້ານເຮືອນ ປະຊາຊົນ.”
ບັນຫາທີ່ວ່ານີ້ ເປັນເຣຶ່ອງປົກກະຕິ ສໍາລັບຢູ່ປະເທດລາວ, ເມື່ອເຂົ້າສູ່ຕົ້ນຣະດູຝົນ ຫລາຍທ້ອງຖິ່ນ ກໍປະສົບກັບບັນຫາຖນົນຫົນທາງເປ່ເພ ຍ້ອນສ່ວນໃຫຍ່ເປັນຫົນທາງດິນແດງ ເຮັດໃຫ້ການເດີນທາງ ໄປມາລໍາບາກ.