ນັກຮຽນຢູ່ຊົນນະບົດ ຍິ່ງລໍາບາກ ຍາມຝົນ

ມະນີຈັນ
2020.06.19
F-school ພາຍໃນຫ້ອງຮຽນ ຂອງ ເດັກນ້ອຍນັກຮຽນ ຢູ່ໃນຊົນນະບົດ
ນັກຂ່າວພົລເມືອງ

ໃນໄລຍະຣະດູຝົນ ເດັກນ້ອຍນັກຮຽນຢູ່ເຂດຊົນນະບົດ ປະເຊີນກັບຄວາມລໍາບາກ ໃນການເດີນທາງໄປໂຮງຮຽນ, ຮຽນໜັງສື ຍ້ອນຖນົນ ຫົນທາງບໍ່ດີ ແລະໂຮງຮຽນເພ. ນຶ່ງໃນນັ້ນ ກໍແມ່ນເດັກນ້ອຍ ນັກຮຽນຊັ້ນປະຖົມ ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ທີ່ຕ້ອງໄດ້ ນັ່ງຮຽນໃນຫ້ອງ ທີ່ມີສະພາບ ນໍ້າເຂົ້າຖ້ວມຂັງ ໃນຊ້ວງທີ່ຫາກໍເປີດຮຽນໃໝ່.

ໂຮງຮຽນເປັນລັກສນະຄືຕູບ ຝາເປ່ເພ ຍາມຝົນຕົກ ນໍ້າກໍໄຫລເຂົ້າຫ້ອງຮຽນ ແຕ່ເດັກນ້ອຍ ກໍຈໍາເປັນຕ້ອງໄດ້ນັ່ງຮຽນ ຍ້ອນທາງໂຮງຮຽນ ກໍບໍ່ມີເງິນທຶນ ທີ່ຈະສ້າງໂຮງຮຽນໃໝ່ ພໍກັນຝົນໄດ້ ຊຶ່ງ ຊາວບ້ານທົ່ງເໝືອດ ທ່ານນຶ່ງ ເວົ້າຕໍ່ RFA ໃນມື້ວັນທີ 19 ມິຖຸນານີ້ວ່າ, ຢາກໃຫ້ ພາກສ່ວນກ່ຽວຂ້ອງ ເຂົ້າມາຊ່ອຍແກ້ໄຂບັນຫານີ້ໃຫ້:

“ບ່ອນຮຽນມີຫລັງດຽວ ອັນລໍາບາກມັນຈະເປັນເນີນພູ ແລ້ວຕັ້ງຄ້າຍຄືກັນກັບຕູບນີ້ນ່າ ມີແຕ່ບ່ອນນັ່ງແລ້ວກໍໂຕະ ບໍ່ມີສັງກະສີ ບໍ່ມີຝາ ຝົນຕົກນໍ້າເທິງພູຫັ້ນນະ ໄຫລເຂົ້າມາໃສ່ບ່ອນເຂົາເຈົ້າຮຽນ ຫັ້ນສະ ມັນບໍ່ມີທຶນບໍ່ໄດ້ປັບດິນ ບໍ່ໄດ້ປັບຫຍັງເດ໋ ຈະສ້າງໂຮງຮຽນກັນນໍ້າ ກັນຝົນໄດ້ ຫັ້ນນະ.”

ບ້ານທົ່ງເໝືອດເມືອງກາສີ ຕັ້ງຢູ່ພູດອຍ ຢູ່ເຂດຫ່າງໄກສອກຫຼີກ ຊາວບ້ານຊຶ່ງເປັນຊົນເຜົ່າລາວເທິງ ມີຄວາມເປັນຢູ່ທີ່ທຸກຍາກ, ສະພາບ ເສັ້ນທາງກໍບໍ່ດີ ແລະຍາກທີ່ຈະເຂົ້າໄປເຖິງ ເພາະເປັນເຂດ ພູສູງ.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບສະພາບຂອງຊາວບ້ານ ແລະໂຮງຮຽນທີ່ວ່ານີ້ ທາງ RFA ໄດ້ພຍາຍາມຕິດຕໍ່ໄປຫາ ພາກສ່ວນກ່ຽວຂ້ອງ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທີ່ບ້ານນໍ້າຮອນ ແລະບ້ານໂນນໄຮ ເມືອງໝື່ນ ກໍເກີດນໍ້າໄຫລຖ້ວມຖນົນ ແລະຂົວຂ້າມນໍ້າຂາດ ແລະໄຫລເຂົ້າເຮືອນຊາວບ້ານ ເລັກໜ້ອຍ ໃນມື້ວັນທີ 18 ມິຖຸນາ ນີ້ຍ້ອນຝົນຕົກແຮງ ເຮັດໃຫ້ການສັນຈອນ ໄປມາລໍາບາກ ເພາະມີຖນົນຫຼັກພຽງເສັ້ນດຽວ ແລະໃນມື້ນັ້ນເດັກນ້ອຍ ນັກຮຽນ ກໍໄປໂຮງຮຽນບໍ່ໄດ້. ແຕ່ດຽວນີ້ ນໍ້າລົດລົງແລ້ວ. ແຕ່ຖ້າຫາກຝົນຕົກລົງ ມາໜັກອີກ ນໍ້າກໍຈະ ຖ້ວມຕື່ມອີກ ແລະເດັກນ້ອຍກໍຈະໄປ ໂຮງຮຽນບໍ່ໄດ້ອີກ ແລະຊາວບ້ານກໍຈະເດີນທາງໄປມາລໍາບາກຕື່ມ:

“ກະຖ້ວມແຕ່ບໍ່ຮ້າຍແຮງ ໂຕນີ້ນ່າຝົນຕົກມາ 2-3 ມື້ ອັນນໍ້າມາບາດດຽວເນາະປະມານ 2-3 ຊົ່ວໂມງກໍແຫ້ງ ຖ້ວມທຸກປີກະເລັກໆນ້ອຍໆ ທຸກປີກະແຮງບຶດດຽວ ກະແຫ້ງ.”

ເຈົ້າໜ້າທີ່ຫ້ອງການ ປົກຄອງເມືອງກາສີ ທ່ານນຶ່ງກ່າວວ່າ ປັດຈຸບັນ ຣະດັບນໍ້າຫລຸດລົງແລ້ວ ເພາະມັນເປັນພຽງນໍ້າໄຫລຊຸຊື່ໆ, ປະມານ 3 ຊົ່ວໂມງ ນໍ້າກໍລົດລົງ. ປີນີ້ ນໍ້າບໍ່ໄດ້ຖ້ວມໂຮງຮຽນ, ຖ້ວມແຕ່ຖນົນ ແລະຂົວເລັກນ້ອຍ, ບ້ານເຮືອນປະຊາຊົນ ບໍ່ໄດ້ເສັຍຫາຍ. ໃນເບື້ອງຕົ້ນ ທາງການມີແຜນທີ່ຈະສ້າງ ຂົວຊີເມັນໃຫ້ຊາວບ້ານ ຂ້າມໄປມາຣະຫວ່າງໂນນໄຮ ແລະ ບ້ານນໍ້າຮອນ ດັ່ງທີ່ທ່ານກ່າວວ່າ:

“ນໍ້າປ່າໄຫລຊຸຊື່ໆ ເພາະວ່າທາງບ້ານ ກະແຈ້ງສຸກເສີນວ່າ ອັນຂໍກໍາລັງໄປຊ່ວຍເນາະ ເຮົາກະໄດ້ແຈ້ງ ປກສ ລົງໄປຕຽມພ້ອມເລີຍ ຖືວ່າຊ່ວຍທັນ ບໍ່ມີອັນເສັຽຫາຍ ຂັ້ນເທິງເພິ່ນສິແກ້ໄຂຢູ່ ຂົວໂຕນີ້ ມັນຕໍ່າເນາະ ກໍາລັງມ້າງ ເພິ່ນຈະເຮັດໃໝ່ ເພິ່ນຈະເຮັດຂົວປູນ.”

ແລະເຈົ້າໜ້າທີ່ທ້ອງຖິ່ນ ເມືອງໝື່ນ ທ່ານນຶ່ງກໍເວົ້າວ່າ ປັດຈຸບັນກໍາລັງຮິບໂຮມຂໍ້ມູນຄວາມເສັຍຫາຍ ຈາກພັຍນໍ້າຖ້ວມນັ້ນຢູ່ ວ່າເສັຽຫາຍ ຫຼາຍປານໃດ. ແຕ່ປີນີ້ ຄາດວ່າຈະບໍ່ເສັຽຫາຍຫຼາຍ, ຫາກຝົນ ຕົກແຮງກໍຈະເຮັດໃຫ້ປະຊາຊົນ ສັນຈອນໄປມາຫຍຸ້ງຍາກ, ນໍ້າຖ້ວມຂົວ ຣະຫວ່າງບ້ານນໍ້າຮອນ ແລະບ້ານໂນນໄຮ ຕ້ອງໄດ້ເອົາທະຫານ ແລະຕໍາຣວດເອົາຣົດໃຫຍ່ ມາໄວ້ຂົນສົ່ງນັກຮຽນ ແລະ ຊາວບ້ານຂ້າມ, ດັ່ງທີ່ທ່ານກ່າວວ່າ:

“ເຂົາເຈົ້າກໍາລັງເກັບກໍາຂໍ້ມູນ ຢູ່ຕາມບ້ານນີ້ເນາະຕ້ອງໃຫ້ບ້ານເພິ່ນ ຢັ້ງຢືນມາໃຫ້ກ່ອນ ເສັຽຫາຍຫຼາຍສໍ່າໃດ ຊຸດນີ້ຈະບໍ່ໜັກປານໃດດອກ ບໍ່ຄືຫວ່າງປີ 2 ປີຈະຖ້ວມໜັກ ຖ້ວມເອົາ 10 ປາຍ ບ້ານ”

ໃນອາທິດທີ່ຜ່ານມາ ແຕ່ລະແຂວງຂອງລາວ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມຂັງຫຼາຍເຂດ, ນໍ້າຖ້ວມຖນົນ, ຫົນທາງເປື້ອນ ເຮັດໃຫ້ການເດີນ ທາງໄປມາລໍາບາກ ແລະໃນອາທິດນີ້ ກົມອຸຕຸນິຍົມວິທຍາ ກໍເຕືອນປະຊາຊົນວ່າຈະມີຝົນຕົກໜັກ ແລະລົມແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະ ພາກຂອງປະເທດລາວ, ໃຫ້ຣະມັດຣະວັງ ໃນການເດີນທາງ, ອາດຈະເກີດນໍ້າຖ້ວມ ແລະດິນເຈື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.