ອອສເຕຣເລັຽ ຊ່ວຍຂຽນຫຼັກສູຕ ດ້ານສິ່ງແວດລ້ອມ ຊັ້ນປຖົມ

ອຸ່ນແກ້ວ
2022.09.02
ອອສເຕຣເລັຽ ຊ່ວຍຂຽນຫຼັກສູຕ ດ້ານສິ່ງແວດລ້ອມ ຊັ້ນປຖົມ ນັກຮຽນຊັ້ນປະຖົມ ໃນເຂດຊົນນະບົດ ຢູ່ ສປປ ລາວ
ນັກຂ່າວ ພົລເມືອງ

ກະ​ຊວງ ​ສຶກ​ສາ​ທິ​ການ ແລະ ກິ​ລາ ຮ່ວມ​ກັບ​ ຣັ​ຖ​ບານ ອອ​ສ​ເຕຣ​ເລັຽ ຈັດ​ສັມ​ນາ ໃຫ້​ແກ່​ຜູ້​ຂຽນ​ຫຼັກ​ສູຕວິ​ທ​ຍາ​ສາ​ຕ ແລະ ສິ່ງ​ແວ​ດ​ລ້ອມ ສະ​ບັບ​ປັບ​ປຸງ​ໃໝ່ ຊັ້ນປະ​ຖົມ ປ.5. ຫຼັກ​ສູຕດັ່ງ​ກ່າວ ໄດ້​ເນັ້ນ​ໃສ່ການ​ຮຽນ​ຮູ້​ດ້ວຍ​ການ​ປະ​ຕິ​ບັດ​ໂຕ​ຈິງ ຜ່ານ​ການ​ທົດ​ລອງ ​ທີ່​ຊ່ວຍ​ໃຫ້​ນັກ​ຮຽນ​ສາ​ມາດ ​ໃຊ້​ວິ​ທ​ຍາ​ສາ​ຕ ໃນ​ຊີ​ວິຕປະ​ຈຳ​ວັນ ແລະ ໃນ​ສະ​ພາບ​ແວດ​ລ້ອມ ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ໂດຍຈະ​ເນັ້ນ​ໃຫ້​ນັກ​ຮຽນ ​ຮັກ​ສາ​ແຫຼ່ງ​ນ້ຳ ແລະ ການ​ປູກ​ພືດ​ເປັນ​ຫຼັກ. ຫຼັກ​ສູຕນີ້ ຈະສອນ​ໃຫ້​ນັກ​ຮຽນ ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ລົງ​ແມ່​ນ້ຳ, ຮູ້​ຈັກ​ປະ​ຢັດ​ນ້ຳ, ບໍ່ຕັດ​ໄມ້ ທຳ​ລາຍ​ປ່າ ແລະ ປູກ​ພືດ​ເພື່ອ​ຫຼຸດ​ຜ່ອນ​ກາສ ຄາຣ໌​ບອນ​ໄດ໋ອ໊ອກ​ໄຊດ໌ (Carbon dioxide) ໃນ​ອາ​ກາດ ຫຼັງ​ຈາກ ພຶດ​ຕິ​ກັມມະ​ນຸ​ສ ເຮັດ​ໃຫ້​ໂລກ​ຮ້ອນຂຶ້ນ.

ເຈົ້າ​ໜ້າ​ທີ່ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກະ​ລາ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 2 ກັນ​ຍາ ວ່າ:

ສ່ວນຫຼາຍ ເຮົາຈະເນັ້ນ ຮັກສາແຫຼ່ງນ້ຳ ບໍໃຫ້ຖິ້ມອັນນັ້ນ ອັນນີ້ ຫັ້ນນ່າ ແລະ ໃຫ້ປູກພືດຫຼາຍໆ ເພື່ອຮັກສາແຫຼ່ງນ້ຳ. ມັນຈະມີບົດ Global Warming ຄື ພືດຈັ່ງຊີ້ເດ້. ມັນດູດເອົາ ຄາຣ໌ບອນໄດ໋ອ໊ອກໄຊດ໌ ຄື ປັດຈຸບັນ. ຄືໂລກເຮົານີ້ ມັນຮ້ອນ ຍ້ອນຫຍັງ ເຮົານີ້ ສ້າງຄາຣ໌ບອນໄດ໋ອ໊ອກໄຊດ໌ ໄປຫຼາຍ ສະນັ້ນ ເຮົາຕ້ອງວ່າປູກພືດ ທົດແທນ ເພື່ອໃຫ້ພືດມັນດູດເອົາ ຄາຣ໌ບອນຫັ້ນນ່າ ບໍ່ໃຫ້ທຳລາຍລະບົນ້ຳ. ຄືເດັກນ້ອຍ ເຂົາເຈົ້າຈະມັກຫຼິ້ນນ້ຳ ຫຼິ້ນຫຍັງ ຄື ໃຊ້ໃຊ້ແບບຄິດ ວິເຄາະ ຫັ້ນນ່າ ນ້ຳລ້າງຖ້ວຍ ລ້າງບ່ວງເຮົາເຫຼືອເດ້ ເອົາເຮັດຫຍັງ ເອົາໄປຖິ້ມເລີຍບໍ່. ເຮົາກໍຕ້ອງເອົາໄປ ຫົດຕົ້ນໄມ້ ຄື ອາບນ້ຳຈັ່ງຊີ້ ເອົາຖິ້ມເລີຍບໍ່ ເຮົາກໍຕ້ອງເປີດ ສະເພາະຕອນທີ່ເຮົາຈະໃຊ້.”

ຍາ​ນາງ ກ່າວ​ຕື່ມ​ວ່າ ຫຼັກ​ສູຕ​ເກົ່າ ໄດ້​ນຳ​ໃຊ້​ຫຼາຍ​ປີ​ແລ້ວ ຈຶ່ງ​ໄດ້​ມີ​ການ​ປັບ​ປຸງ ຫຼັກ​ສູດ ໃຫ້​ທັນ​ກັບ​ສະ​ພາບ​ການ​ໃນ​ຍຸກ​ປັດ​ຈຸ​ບັນ ທີ່​ກະ​ແສ​ໂລກ​ຮ້ອນ​ກຳ​ລັງ​ມາ ໃນ​ຂ​ະ​ນະ​ທີ່​ຫຼັກ​ສູຕ​ເກົ່າ ​ຈະ​ເນັ້ນ​ເຣື່ອງ​ທິ​ສ​ດີ ແຕ່ບໍ່​ໄດ້​ເນັ້ນ​ປະ​ຕິ​ບັດ​ໂຕ​ຈິງ ແລະ ກຸ່ມ​ເປົ້າ​ໝາຍ ຄື ນັກ​ຮຽນ​ຊັ້ນ ປ.5 ຍ້ອນ​ວ່າ ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຄິດ​ວິ​ເຄາະ​ໄດ້​ດີ​ຂຶ້ນ.

ນອກ​ຈາກນີ້ ຫຼັກ​ສູຕ ສະ​ບັບ​ປັບ​ປຸງ ຍັງ​ລວມ​ເອົາການ​ປະ​ຕິ​ບັດ​ທີ່​ດີ ເພື່ອ​ສຸ​ຂ​ອະ​ນາ​ໄມ ເຊັ່ນ ການ​ດື່ມ​ນ້ຳ​ຈາກຕຸກ ​ທີ່​ມີ​ກາ​ຜ​ລິຕ​ພັນ ຫຼື ນ້ຳ​ທີ່​ຕົ້ມ​ສຸກ ຫຼື ຖືກ​ກັ່ນ​ຕອງ​ແລ້ວ ເຊິ່ງ​ຫຼັກ​ສູ​ດນີ້ ຈະ​ຊ່ວຍ​ໃຫ້​ນັກ​ຮຽນ ​ເອົາ​ໃຈ​ໃສ່​ສຸ​ຂ​ພາບ​ໂຕ​ເອງ ໂດຍ​ສ​ເພາະ ນັກ​ຮຽນ​ຊົນ​ເຜົ່າ ທີ່ບໍ່​ມີ​ນ້ຳ​ດື່ມ​ທີ່ບັນ​ຈຸ​ໃນ​ຕຸກ ຫຼື ນ້ຳ​ທີ່​ຜ່ານ​ການ​ກັ່ນ​ຕອງ ຄືກັບນັກ​ຮຽນ​ໃນ​ເມືອງ.

ເຈົ້າ​ໜ້າ​ທີ່ ຜ​ແນກ​ສຶກ​ສາ ແລະ ກິ​ລາ ແຂວງ​ຫົວ​ພັນ ໄດ້​ກ່າວ​ໃນ​ວັນ​ທີ 2 ກັນ​ຍາ ວ່າ:

ສ່ວນຫຼາຍເຂົາກໍຕົ້ມ ຈຸນຶ່ງ ເຂົາກໍບໍ່ຕົ້ມເດ້ ຄັນເຮົາໄປໃສ່ໃນຫຼັກສູຕ ກໍຊິເປັນການດີ ໄດ້ສຸພາບດີ ກິນນ້ຳຕົ້ມ ດີແທ້ ເພາະວ່າ ແຂວງຫົວພັນ ເຮົາກໍຖາງປ່າເຮັດໄຮ່ຫຼາຍ ເພາະຖາງປ່າຫັ້ນ ເຮັດໃຫ້ນ້ຳຊຸ ເຂົາກໍຊິເຂົາກໍເຂົ້າໃຈ ເພາວ່າ ເດັກນ້ອຍຊົນເຜົ່າ ບ້ານນອກ ທຳອິດພາສາກໍບໍ່ຮູ້ແຈ້ງແລ້ວເນາະ ເຮົາໄປເຮັດປັບປຸງ ໄປຮຽນໃຫ້ເຂົາຕື່ມ ເຂົາກະຊິຮູ້ຕື່ມລະບໍ.”

ຫຼັກ​ສູຕ​ດັ່ງ​ກ່າວ ເປັນ​ການ​ປູກ​ຈິດ​ສຳ​ນຶກ​ໃຫ້ນັກ​ຮຽນ ແຕ່​ຍັງ​ນ້ອຍ, ຄ​ຣູ​ໂຮງ​ຮຽນ​ປະ​ຖົມ ​ບ້ານ​ນາ​ຖົ່ມ ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ຖ້າວ່າ ເຮົາສອນເຂົາເຈົ້າເລື້ອຍ ຄິດວ່າ ມັນຈະເປັນການປູກຈິຕສຳນຶກຂອງເຂົາເຈົ້າ ປູກຈິຕສຳນຶກຕັ້ງແຕ່ຍັງນ້ອຍ ອັນຮອດຂັ້ນຊັ້ນ .5 ແລ້ວ ຖືວ່າ ມັນຊິກ້າວໄປຫ້ອງໃຫຍ່ ຖ້າໄປຫ້ອງໃຫຍ່ແລ້ວ ມັນຈະມີການພັນາໄປເລື້ອຍໆ ຫັ້ນນ່າ.”

​ເນື້ອ​ໃນ​ຂອງຫຼັກ​ສູຕ​ ຈະ​ເຮັດ​ໃຫ້ ເດັກ​ນ້ອຍ​ນັກ​ຮຽນ ເຂົ້າ​ໃຈ​ພາ​ວະ​ໂລກ​ຮ້ອນ​ຫຼາຍ​ຂຶ້ນ ແລະ ສາ​ເຫດ​ຂອງ​ພາ​ວະ​ໂລກ​ຮ້ອນ.

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ ທີ່​ເຮັດ​ວຽກ​ກັບ​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ ໄດ້​ກ່າວ​ວ່າ:

ຖ້າຫາກວ່າ ເພິ່ນນ່າ ມີທຶນໂຕນີ້ ໃນການປັບປຸງ ກໍຍິ່ງຈະເຮັດໃຫ້ ວຽກງານຊັຍາກອນທັມຊາຕ ແລະ ສິ່ງແວດລ້ອມ ນີ້ນ່າ ມັນຈະໄປໄວ ແລະ ຈະເຂົ້າເຖິງກຸ່ມເປົ້າໝາຍ ເປັນເຍົາວະຊົນຫຼາຍຂຶ້ນເນາະ ບັນຫາໂລກຮ້ອນນີ້ ເປັນບັນຫາທີ່ປາຍເຫດເນາະ ຈາກການຕັດໄມ້ ຈາກການທີ່ນຳໃຊ້ດິນບໍ່ ນຳໃຊ້ລາຕິກ ເດັກ .5 ເດັກມັທະຍົມ ເຂົາຈະສົນໃຈຫຼາຍເດ້ ຈະສາມາດນຳບົດຮຽນ ໄປສູ່ງຜູ້ປົກຄອເຂົາເຈົ້າໄດ້.”

ຜູ້​ປົກ​ຄອງ​ນັກ​ຮຽນ ກໍ​ເຫັນ​ວ່າ ເປັນ​ການ​ປູກ​ຈິຕ​ສຳ​ນຶກ​ ໃຫ້​ນັກ​ຮຽນ​ແຕ່​ຍັງ​ນ້ອຍ:  

ເພິ່ນວ່າງອອກມາ ແນວທິດທາງຂອງຂັ້ນເທິງ ກໍລະອຽດ ຫັ້ນແລ້ວ ຍົກໂຕຢ່າງ ລະດົມປູກຕົ້ນໄມ້ຕົ້ນນຶ່ງ ທົດແທນໃຫ້ລູກ ໃຫ້ຫຼາຍຕໍ່ໜ້າ ມັນກໍດີ ຕັດໄມ້ທຳລາຍປ່າໝົດ ມັນກໍບໍ່ດີແລ້ວ ຄຸນຄ່າ ບາດນີ້ ມັນກໍໝົດໄປໃນໂຕ ຄັນເຮົາບໍ່ທົດແທນໄວ້ ສອນໃຫ້ລູກ ໃຫ້ຫຼານ ຮູ້ນຳເດ້ ຢູ່ໂຮງຮຽນເນາະ ຮູ້ຈັກຄວາມແຕ່ນ້ອຍຂຶ້ນມາກໍດີ.”

ຫຼັກ​ສູດ​ວິ​ທ​ຍາ​ສາ​ຕ ແລະ ສິ່ງ​ແວດ​ລ້ອມ ຊັ້ນ ປ.5 ສະ​ບັບ​ປັບ​ປຸງ​ໃໝ່​ນີ້ ຈະ​ຖືກ​ຈັດ​ພິມ ແລະ ແຈກ​ຢາຍ​ຢູ່​ໃນ​ໂຮງ​ຮຽນ ພ້ອມ​ທັງ​ການ​ຝຶກ​ອົບ​ຮົມ​ ໃຫ້​ຄ​ຣູໃນ​ທົ່ວ​ປະ​ເທດ ໂດຍເຣີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ ໃນ​ເດືອນ​ກັນ​ຍາ 2022 ຕາມ​ແຜນ​ການ​ ຂອງ​ຣັ​ຖ​ບານ. ປັດ​ຈຸ​ບັນ ການ​ຂຽນ​ຫຼັກ​ສູຕ​ດັ່ງ​ກ່າວ ມີ​ຄວາມ​ຄືບ​ໜ້າ ປະ​ມານ 60 ເປີ​ເຊັນ​ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.