ນັກຮຽນໃກ້ແດນຈີນ ບໍ່ມີຜ້າ ອັດດັງ ກັນເຊື້ອໂຣຄ

ອຸ່ນແກ້ວ ສຸກສະຫວັນ
2020.01.30
F-Corona ແຜນທີ່ ຈໍານວນຄົນຕິດເຊື້ອ ປອດອັກເສບ ສາຍພັນໃໝ່ ຂອງຕອນເຊົ້າ ວັນທີ 30 ມົກກະຣາ 2020
RFA

ເດັກນ້ອຍນັກຮຽນຈຳນວນ 3 ພັນຄົນຢູ່ໂຮງຮຽນຫຼາຍແຫ່ງ ຢູ່ເມືອງໃໝ່ ເມືອງຍອດອູ ແລະເມືອງບຸນເໜືອ ແຂວງຜົ້ງສາລີ ທີ່ຊາຍແດນ ຕິດກັບປະເທດຈີນ ຍັງຂາດຜ້າ ອັດປາກ-ອັດດັງ ເພື່ອປ້ອງກັນພຍາດ ປອດອັກເສບ ສາຍພັນໃໝ່ ຫຼື Corona virus.

ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ມົກກະຣາ ວ່າ:

"ມີຄວາມສ່ຽງເດ້ ຢູ່ເຂດຊາຍແດນ ຫັ້ນນ່າ ເຂົາວ່າ ນັກຮຽນເປັນ 1 ພັນ ພຸ້ນແຫຼະ ເມືອງລະ 1 ພັນພຸ້ນແຫຼະ ໂອ້ເຂົາບໍ່ມີງົບແຫຼະ ຫລືວ່າ ຈັ່ງໃດ ຫລືວ່າເຂົາບໍ່ມີງົບ ຈັດຕັ້ງກິຈກັມ ການເຄື່ອນໄຫວໂຕນີ້ບໍ່."

ນອກຈາກນີ້ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຜົ້ງສາລີ ໄດ້ກ່າວວ່າ ປັດຈຸບັນຍັງບໍ່ໄດ້ຮັບຣາຍງານ ມີເດັກນ້ອຍນັກຮຽນພາຍໃນ ແຂວງຕິດເຊື້ອແຕ່ຢ່າງໃດ. ຫລັງຈາກທີ່ກະຊວງສາທາຣະນະສຸຂ ອອກແຈ້ງເຕືອນເຝົ້າລະວັງ ການແຜ່ລະບາດຂອງ ພຍາດປອດອັກເສບ ສາຍພັນໃໝ່ ເປັນ ສະບັບທີ 2, ທາງການແຂວງ ກໍໄດ້ຈັດຕັ້ງ ພະນັກງານລົງໄປປະຈຳການ ຢູ່ຊາຍແດນລາວ-ຈີນ ແລະ ຊາຍແດນ ລາວ-ວຽດນາມ ເພື່ອເຝົ້າລະວັງ.

ແຂວງຜົ້ງສາລີ ມີການສັ່ງພັກໂຮງຮຽນ ທົ່ວແຂວງແຕ່ວັນທີ 20-31 ມົກຣາ ເພື່ອປ້ອງກັນພຍາດດັ່ງກ່າວ ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຜົ້ງສາລີ ກ່າວວ່າ:

"ຊ້ວງນີ້ ຫັ້ນນີ້ ນັກຮຽນຫັ້ນນີ້ ພັກຮຽນ ພັກຮຽນອາທິດນຶ່ງ ເພາະວ່າຢູ່ຜົ້ງສາລີຫັ້ນ ພັກໝົດ ອາທິດແລ້ວ ກັບອາທິດນີ້ ແຕ່ວ່າ ວັນຈັນ ຊິເລີ້ມຮຽນ ຍັງ ຍັງບໍ່ມີຜ້າອັດປາກແຈກ ກຳລັງໃຫ້ໜ່ວຍງານຮັບຜິດຊອບ ຂຶ້ນແຜນຢູ່ ຄວາມຕ້ອງການດ້ານອຸປກອນ ຕ່າງໆມີອີ່ຫຍັງແດ່ ກໍຊິສັ່ງ ຊິສະເໜີຫາກະຊວງ."

ນອກຈາກນີ້ ກໍຍັງມີນັກຮຽນ ປະມານ 6,000 ຄົນ ຢູເຂດເມືອງລອງ ແລະ ເມືອງສິງ ແຂວງຫລວງນ້ຳທາ ຍັງຂາດແຄນຜ້າອັດປາກ ອັດດັງ, ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງຫລວງນ້ຳທາ ກ່າວວ່າ:

"ແຕ່ວ່າຢູ່ໃນນີ້ ເປັນຜ້າອັດດັງ ມະຫຍັງນີ້ ແທ້ກໍແຖວໆ ໃນເມືອງກໍຫາໄດ້ໃຊ້ຢູ່ ແຕ່ວ່າ ແຖວຫ່າງໄກສອກຫຼີກ ຢູ່ແຖວຊາຍແດນຈີນ ນີ້ມີເມືອງສິງ ກັບເມືອງລອງ ນີ້ແຫລະ ແທ້ກໍ ຍັງບໍ່ທັນມີເທື່ອ ແຕ່ຖ້າ ຫາກເປັນໄປໄດ້ ມີການຊ່ວຍເຫລືອ ກໍແຮງດີ ຫັ້ນແຫຼະ ກໍເພື່ອ ເປັນການປ້ອງກັນໄວ້ ເຖິງວ່າມັນບໍ່ເກີດກໍຕາມ."

ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໄດ້ລົງໃຫ້ຄວາມຮູ້ກ່ຽວກັບ ວິຊາການປ້ອງການພຍາດ ປອດອັກເສບ ສາຍພັນໃໝ່ ເປັນຕົ້ນການລ້າງມື ໃຫ້ສະອາດ, ກິນອາຫານທີ່ປຸງໃຫ້ສຸກ, ໃຊ້ຜ້າອັດດັງ ອັດປາກ ຫລີລ້ຽງໄປສະຖານທີ່ ທີ່ມີຄົນຫລາຍ. ນອກຈາກນີ້ ມີຣາຍງານວ່າຜ້າອັດດັງອັດປາກ ຢູຕາມຮ້ານຂາຍຢາ ຢູ່ແຂວງຫຼວງນ້ຳທາ ເລີ້ມຂາດແຄນແລ້ວ ຍ້ອນວ່າຄົນຢູ່ໃນເຂດ ຕົວເມືອງ ພາກັນມາຊື້ເປັນຈຳນວນຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.