ເຣື້ອງທີ່ເກັບບັນທຶກໄວ້
2024-01-24
ນະຄອນຫລວງພຣະບາງ ສ່ຽງຕໍ່ການທີ່ຈະເສັຍຖານະ ເມືອງມໍຣະດົກໂລກ ຍ້ອນການກໍ່ສ້າງສິ່ງໃໝ່ໆ ເພີ່ມຕື່ມຫຼາຍ ຈົນເຮັດໃຫ້ປົດບັງ ທັສນີຍະພາບ ແລະຄວາມເປັນວັທນະທັມດັ້ງເດີມ ຂອງຊາວຫຼວງພຣະບາງ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ ເຣື່ອງນີ້ບໍ່ມີມູນຄວາມຈິງ.
2024-01-22
ຣັຖບານ ອະນຸຍາດໃຫ້ ບໍຣິສັດ ເອກະຊົນ ສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານ ທົ່ງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ເຊິ່ງສົ່ງຜົລກະທົບຕໍ່ສິ່ງລ້ວມ ແລະປະຊາຊົນ ທີ່ຢູ່ໃນເຂດສັມປະທານ ຂະນະທີ່ຂໍ້ມູນຣາຍລະອຽດ ຍັງບໍ່ມີການເປີດເຜີຍ.
2024-01-19
ຣັຖບານ ຈະອອກໃບຕາດິນ ໃນທົ່ວປະເທດ ໃຫ້ໄດ້ 300,000 ຕອນ ໃນປີ 2024 ໂດຍນໍາໃຊ້ການຄຸ້ມຄອງ ທີ່ດິນຫັນເປັນທັນສໄມ ແລະ ໃຊ້ລະບົບດິຈິຕອລ ໂດຍສະເພາະດິນກະສິກັມ ແລະດິນທຳການຜລິດ ຂອງຊາວບ້ານ ທີ່ຢູ່ໃນເຂດປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ ຍັງພົບບັນຫາຫຍຸ້ງຍາກ.
2024-01-17
ໂຄງການຂຸດຄົ້ນບໍ່ແຮ່ຂອງ ບໍຣິສັດ ໄທຢຸ້ຍ ກາສີ ພັທນາບໍ່ແຮ່ ຈຳກັດ ຂອງນັກລົງທຶນຈີນ ຢູ່ເຂດບ້ານດິນແດງ ແລະບ້ານພູເຫຼັກໄຟ ເມືອງກາສີ ແຂວງວຽງຈັນ ແລະ ພົບວ່າມີການປ່ອຍນ້ຳເປື້ອນ ລົງສູ່ຫ້ວຍນ້ຳທັມມະຊາຕ ເຊິ່ງສົ່ງຜົລກະທົບຕໍ່ການໃຊ້ຊີວິດ ຂອງຊາວບ້ານໃນບໍຣິເວນດັ່ງກ່າວ.
2024-01-16
ເກີດເຫດໄຟໄໝ້ ບໍຣິເວນ ຫໍບັງຄັບການບິນເກົ່າ ໃນສນາມບິນຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງເປັນສນາມບິນ ທີ່ຢູ່ໃນລະຫວ່າງປິດໂຕຢູ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ກໍາລັງຫາສາເຫດ ຂອງເຫດການໄຟໄໝ້ນັ້ນຢູ ແຕ່ກໍບໍ່ໄດ້ມີຜູ້ໃດໄດ້ຮັບອັນຕະລາຍ ຈາກເຫດການນີ້.
2024-01-12
ຊາວລາວຈໍານວນນຶ່ງ ບໍ່ເຫັນດີກັບການປັບປຸງ ອານຸສາວະລີ ຫຼື ປະຕູໄຊ ໃນຮູບໃໝ່ ດ້ວຍການຕັດຕົ້ນໄມ້ອອກບາງສ່ວນ ແລະ ມີການປະດັບດ້ວຍຫິນຕ່າງໆ ຍ້ອນວ່າ ບໍ່ມີຕົ້ນປົກຄຸມບໍຣິເວນດັ່ງກ່າວ ເຊິ່ງຈະເຮັດໃຫ້ມີຄວາມຮ້ອນຫຼາຍຂຶ້ນ ສຳລັບນັກທ່ອງທ່ຽວ ໂດຍສະເພາະໃນຕອນກາງເວັນ.
2024-01-11
ພາກສ່ວນທີ່ກ່ຽວຂ້ອງ ຕຣຽມການກໍ່ສ້າງເຂື່ອນໄຟຟ້າ ປາກລາຍ ຢ່າງເປັນທາງການ ເຊິ່ງເປັນເຂື່ອນແມ່ນໍ້າຂອງ ແຫ່ງທີ 4 ໃນປະເທດລາວ ນັບຈາກເຂື່ອນໄຊຍະບູຣີ, ເຂື່ອນດອນສະໂຮງ ແລະ ເຂື່ອນຫຼວງພຣະບາງ ຂະນະທີ່ປະຊາຊົນກັງວົນ ເຣື່ອງການຖືຶກຍົກຍ້າຍ ແລະຄ່າຊົດເຊີຍທີ່ບໍ່ສົມລາຄາ.
2024-01-05
ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມ ຈູດຂີ້ເຫຍື້ອ ຈູດປ່າ, ຈູດນາ, ຈູດສວນ ເພື່ອຫລຸດຜ່ອນຄັວນພິດ ຝຸ່ນລະອອງ ຂນາດນ້ອຍ ຫຼື PM2.5., ຫາກຜູ້ໃດຝ່າຝືນ ຈະຖືກກ່າວເຕືອນ ແລະລົງໂທດ ຕາມກົດໝາຍ ຂະນະທີ່ໂຮງງານ ອຸດສາຫະກັມໃນເຂດຕົວ ໄດ້ສ້າງຜົລກະທົບ ດ້ວຍການປ່ອຍຄວັນ.
2024-01-04
ນັກລົງທຶນຈີນ ຮ່ວມກັບ ຣັຖບານລາວ ຈະສຶກສາສໍາຣວດ ຄວາມເປັນໄປໄດ້ ໃນການພັທນາໂຄງການໄຟຟ້າຖ່ານຫິນ ແລະໄຟຟ້າຊີວະມວນ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ເພື່ອສນອງໄຟຟ້າ ແລະພະລັງງານຄວາມຮ້ອນ ໃຫ້ແກ່ການພັທນາເຂດອຸດສາຫະກັມ.
2023-12-28
ຊາວບ້ານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັງວົນເຣື່ອງຜົລກະທົບ ຈາກການຂຸດຄົ້ນ ແຮ່ເກືອກາລີ
2023-12-27
ຊາວບ້ານ ໃນບາງບ້ານ ທີ່ເມືອງຊໍາໃຕ້ ແຂວງຫົວພັນ ບໍ່ສາມາດ ເຮັດນາແຊງໄດ້ ຍ້ອນເຂື່ອນນ້ຳຊຳ 3 ເຣີ່ມຕັນນ້ຳ
2023-12-27
ໂຄງການທ່າບົກ ທ່ານາແລ້ງ ສືບຕໍ່ບຸກເບີກທີ່ດິນ ຂອງປະຊາຊົນ ຢູ່ຕໍ່ໄປ, ໂດຍສະເພາະ ໃນເຂດບ້ານນາຄວາຍໃຕ້ ທີ່ການຕົກລົງ ຄ່າຊົດເຊີຍ ຍັງບໍ່ທັນແລ້ວ
2023-12-25
ບໍຣິສັດລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ໃນຂອບເຂດ 26 ບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ
2023-12-24
ປັດຈຸບັນ, ຄົນງານລາວ ທີ່ເຮັດວຽກ ຢູ່ບໍ່ຄຳເຊໂປນ ຂອງບໍຣິສັດ ລ້ານຊ້າງ ມິເນໂຣນສ໌ ຍັງເຫຼືອປະມານ 2,000 ຄົນ ຈາກທີ່ເຄີຍມີ ຫຼາຍກ່ວາ 5,000 ຄົນ
2023-12-22
ນັກລົງທຶນຈີນ ຕຣຽມກໍ່ສ້າງ ໂຄງການໄຟຟ້າ ພະລັງງານແສງຕາເວັນ ຢູ່ແຂວງອຸດົມໄຊ ທີ່ຈະກວມເອົາ ເມືອງໄຊ ແລະ ເມືອງນາໝໍ້