ຫຼວງພຣະບາງ ສ່ຽງທີ່ຈະເສັຍຖານະ ມໍຣະດົກໂລກ
2024.01.24

ອົງການ ຢູເນສໂກ ເວົ້າວ່າ ເມືອງຫລວງພຣະບາງ ຂອງລາວ ມີຄວາມສ່ຽງຕໍ່ການທີ່ຈະສູນເສັຍ ຖານະ ເມືອງມໍຣະດົກໂລກ ຄືກັນກັບເມືອງ ເດຣສເດິນ ຂອງປະເທດເຢັຍຣະມັນ ແລະເມືອງ ລິເວີພູ ຂອງປະເທດອັງກິດ ທີ່ຖືກຖອດຖອນ ອອກຈາກຖານະ ເມືອງມໍຣະດົກໂລກ ຍ້ອນມີການກໍ່ສ້າງ (ພັທນາ) ສິ່ງໃໝ່ໆ ໃນບໍຣິເວນເມືອງເກົ່າຫລາຍຂຶ້ນ ທັງອາຄານ, ບ້ານເຮືອນ ທີ່ເຮັດໃຫ້ເສັຍທັສນີຍະພາບ ຂອງສະຖາປັດສະຍະກັມ ທີ່ເປັນເອກກະລັກ ດັ້ງເດີມ ແລະທັງສ້າງຄວາມເສັຍຫາຍ ຕໍ່ວິຖີຊີວິດ ແລະວັທນະທັມ. ນອກຈາກນັ້ນ ສິ່ງທີ່ໜ້າກັງວົນໃຈ ຄື ການສ້າງຂົວ ຂ້າມນໍ້າຄານເພື່ອທົດແທນຂົວໄມ້ໄຜ່ ທີ່ທະນຸບໍາລຸງໃນຣະດູແລ້ງນັ້ນ ອາດເຮັດໃຫ້ມີຜົລກະທົບ ໄປໃນທາງທີ່ບໍ່ດີ ຕໍ່ເມືອງເກົ່າແກ່ ແຫ່ງນີ້ຂອງລາວ, ອີງຕາມຣາຍງານ ຂອງສໍານັກຂ່າວ Nikkei Asia ຂອງຍີ່ປຸ່ນ ໃນມື້ວັນມີ 14 ມົກກະຣານີ້.
ພ້ອມກັນນັ້ນ ອົງການຢູເນສໂກ ຍັງໄດ້ເວົ້າເຖິງເຂື່ອນຫລວງພຣະບາງ ທີ່ທ່ານ Minja Yang, ອະດີດຮອງຜູ້ອໍານວຍການ ສູນມໍຣະດົກໂລກ ຂອງອົງການຢູເນສໂກ ໄດ້ກ່າວຢູ່ໃນກອງປະຊຸມ ເມື່ອປີກາຍວ່າ ຢ້ານເມືອງແຫ່ງນີ້ ຈະຫັນປ່ຽນຕົວເມືອງແຄມແມ່ນໍ້າປະວັດສາດ ໄປສູ່ທະເລສາບ, “ຖ້າເຂື່ອນທີ 2 ຖືກສ້າງຂຶ້ນແທ້ ຂ້າພະເຈົ້າເຊື່ອວ່າ ຫລວງພຣະບາງ ຄວນຖືກຍົກເລີກ ຈາກການເປັນເມືອງມໍຣະດົກໂລກ.” ອາດໝາຍຄວາມວ່າ ຖ້າມີການກໍ່ສ້າງເຂື່ອນໄຟຟ້າ ຫລວງພຣະບາງ ໃສ່ແມ່ນໍ້າຂອງ ທີ່ຢູ່ຫ່າງຈາກນະຄອນຫລວງພຣະບາງພຽງ 25 ກິໂລແມັດນັ້ນ ອາດເຮັດໃຫ້ປ່ຽນເມືອງແຄມຂອງ ທີ່ມີປະວັດສາດແຫ່ງນີ້ ເປັນເມືອງແຄມທະເລສາບ.
ໃນເມື່ອລາຄາ ອະສັງຫະລິມະຊັບ ໃນເມືອງສູງຂຶ້ນ ກໍເຮັດໃຫ້ຜູ້ຄົນ ຂາຍ ຫລືຍ້າຍອອກໄປຢູ່ນອກເມືອງ ຊຶ່ງປັດຈຸບັນ ເຈົ້າຂອງທຸຣະກິຈຕ່າງໆ ມີທ່າທີວ່າ ຈະເປັນຄົນຈີນ ແລະຄົນວຽດນາມຫລາຍ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ກົມມໍຣະດົກ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມົກກະຣານີ້ວ່າ ອົງການຢູເນສໂກ ເຄີຍເວົ້າຢູ່ໃນກອງປະຊຸມ ຂອງພວກເຂົາເຈົ້າ ໃນປີ 2023 ນັ້ນແລ້ວ, ແຕ່ທາງກົມມໍຣະດົກ ຂອງລາວ ຍັງບໍ່ທັນໄດ້ຮັບຂໍ້ມູນຫຍັງ ມັນເປັນຮ່າງຄໍາເຫັນຊື່ໆ.
“ເນື້ອໃນທີ່ເຂົາເຈົ້າ ເອົາລົງຂ່າວຫັ້ນນັ້ນ ມັນແມ່ນຮ່າງຄໍາເຫັນ ຂອງທາງສູນມໍຣະດົກໂລກ ຕັ້ງແຕ່ປີກາຍນີ້ພຸ້ນ. ມັນບໍ່ແມ່ນມູນຄວາມຈິງເດີ ເພາະພວກເຮົາ ຍັງບໍ່ໄດ້ຮັບຂໍ້ມູນຫຍັງ ຈາກຢູແນສໂກ ກ່ຽວກັບບັນຫານີ້.”
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່າານຶ່ງ ກໍກ່າວວ່າ ເຣື່ອງການຖອດຖອນ ນະຄອນຫລວງພຣະບາງ ອອກຈາກການເປັນເມືອງມໍຣະດົກໂລກ ນັ້ນ ເປັນພຽງຫາງສຽງ ຂອງປະຊາຊົນ ເວົ້າກັນເທົ່ານັ້ນ ແຕ່ເຖິງແນວໃດ ຕົນກໍຄິດວ່າ ທາງການເພິ່ນ ຈະມີການເຂັ້ມງວດ ໃນການແກ້ໄຂບັນຫາຕ່າງໆ ຮວມທັງຄົນຈີນ ທີ່ເຂົ້າມາເຮັດທຸຣະກິຈ ແລ້ວບໍ່ປະຕິບັດຕາມລະບຽບ ຂອງຢູເນສໂກນັ້ນ.
“ຫາງສຽງຂອງປະຊາຊົນ. ເຂົາເວົ້າຊຸມແຊວກັນໄປຊັ້ນດອກ ອັນນີ້ນ່າ ແຕ່ໂຕຈິງແທ້ໆ ກໍຈະບໍ່ເຖິງຂນາດນັ້ນຕີ້ ເພາະວ່າ ເພິ່ນຈະຄຸ້ມຄອງເຂັ້ມງວດ ຂຶ້ນຕື່ມຫັ້ນແຫລະ. ຫລາຍໆເຣື່ອງ ສ່ວນຫລາຍຄົນຈີນ ຈະມາເຊົ່າ ຕຶກອາຄານຫຍັງ ຢູ່ແຖວມໍຣະດົກຫັ້ນນ່າ ແລ້ວເຂົາເຈົ້າກໍບໍ່ຄ່ອຍສົນໃຈ ເຣື່ອງລະບຽບຂອງຢູແນສໂກ. ເຂົາເຈົ້າກໍຈະເຮັດຕາມໃຈຫັ້ນນ່າ.”
ໃນຂະນະດຽວກັນ ຜູ້ປະກອບການ ຢູ່ນະຄອນຫລວງພຣະບາງ ເວົ້າວ່າ ເຣື່ອງທີ່ວ່ານັ້ນ ໄດ້ຍິນຂ່າວຢູ່ ແຕ່ຄິດວ່າບໍ່ແມ່ນຄວາມຈິງ ເພາະໃນກາງເມືອງ ກໍຍັງມີການອະນຸຮັກ ວັທນະທັມຕ່າງໆໄວ້ຢູ່ ເຖິງມີການພັທນາ ໃນເຂດນອກ, ເຂດອ້ອມແອ້ມນັ້ນຫລາຍຂຶ້ນ.
“ມີແຕ່ຂ່າວລືຊື່ໆ ຄືຈະຍັງບໍ່ແມ່ນຄວາມຈິງເທື່ອເນາະ. ການປຸກສ້າງຫໍເຮືອນອິຫຍັງ ກໍໄດ້ຜ່ານມໍຣະດົກ ກະໄດ້ເຮັດຊົງແບບລາວໆ ຂອງຫລວງພຣະບາງຢູ່. ການພັທນາມີແຕ່ເຂດໆນອກໆພຸ້ນນ່າ. ອ້ອມແອ້ມເມືອງພຸ້ນນ່າ. ກະສ້າງນັ້ນສ້າງນີ້ ຂຶ້ນຫັ້ນແຫລະເນາະ. ຈີນແດ່, ລາວແດ່ ໄປຫັ້ນນ່າ. ເຂົາເຈົ້າຈະເຮັດສະລິງຂີ່ກະເຊົ້າ. ເຂົາເຈົ້າຍັງບໍ່ໃຫ້ເຮັດ ຢູ່ເຂດນອກນ່າ.”
ປະຊາຊົນ ຢູ່ນະຄອນຫລວງພຣະບາງ ຜູ້ນຶ່ງເວົ້າວ່າ ໄດ້ຍິນຂ່າວວ່າ ຢູເນສໂກ ຈະຖອດຖອນ ເມືອງມໍຣະດົກໂລກນີ້ ກະຊິແມ່ນ ຄົນຈີນເຂົ້າມາເຮັດທຸຣະກິຈຫລາຍ, ຈໍານວນນຶ່ງບໍ່ນັບຖືຮີດຄອງ ປະເພນີ ຂອງເມືອງຫລວງພຣະບາງ ຊຶ່ງອາດເປັນສ່ວນນຶ່ງ ທີ່ຢູເນສໂກ ຢາກໃຫ້ແກ້ໄຂ.
“ໄດ້ຍິນເພິ່ນຈະຖອດ ກະຊິແມ່ນຄືວ່າຫັ້ນແຫລະ. ມັນແບບມີການພັທນາຫັ້ນແຫລະ. ພວກຄົນຈີນເຂົ້າມາຫລາຍ ຈະມາຄ້າມາຂາຍ, ມາລົງທຶນ ເຮັດທຸຣະກິຈ. ເຂົາເຈົ້າມັນບໍ່ຮັກສາຮີດຄອງ ປະເພນີ ອັນໃດອັນນຶ່ງເນາະ. ເມືອງມໍຣະດົກ ເຮົາກໍກວ່າຈະໄດ້ກໍບໍ່ແມ່ນງ່າຍເດ້ເນາະ. ໂດ່ງດັງໄປຮອດທົ່ວໂລກນີ້ ເຂົາກໍມາທ່ອງທ່ຽວ ເຮົາມີຫຍັງກໍໄປຂາຍ ກໍໄດ້ຂາຍເດ້.”
ຊາວນະຄອນຫລວງພຣະບາງ ອີກຜູ້ນຶ່ງ ເວົ້າກ່ຽວກັບເຣື່ອງດັ່ງກ່າວວ່າ ຖ້າຢູເນສໂກ ຈະຖອດຖອນເມືອງຫລວງພຣະບາງ ອອກຈາກມໍຣະດົກໂລກ ກໍເປັນເຣື່ອງທີ່ໜ້າເສັຍດາຍ ເພາະວ່າ ກ່ອນຈະໄດ້ມາ ກໍບໍ່ແມ່ນເຣື່ອງງ່າຍ, ແຕ່ມັນກໍເປັນ ຄືກັນກັບຄໍາເວົ້າ ຂອງຢູເນສໂກແທ້ ທີ່ວ່າ ເມືອງຫລວງພຣະບາງ ມີການພັທນາຫລາຍຂຶ້ນ ຮວມທັງຈະມີໂຄງການ ສ້າງເຂື່ອນໄຟຟ້າ ທີ່ຈະມີຜົລກະທົບໜັກ ຕໍ່ຊາວບ້ານ.
“ຄັນຖອດແທ້ກໍເສັຽດາຍຢູ່ ນັກລົງທຶນເຂົາເຂົ້າມາຫລາຍ ເຮັດຮ້ານອາຫານ, ເຮັດໂຮງແຮມຫລາຍ. ສ້າງເຂື່ອນ ເຂົາກສ້າງຍັບເໜືອຫັ້ນແຫລະ. ບໍ່ເປັນຫຍັງ ຄັນວ່າເຂົາບໍ່ເຮັດນໍ້າຖ້ວມ ກະບໍ່ແນ່. ຖ້າວ່າມັນແຕກຫັ້ນ ຫລວງພຣະບາງນີ້ໄປໝົດ.”
ນະຄອນຫລວງພຣະບາງ ໄດ້ຮັບການລົງທະບຽນເປັນ ມໍຣະດົກໂລກ ໃນມື້ວັນທີ 9 ທັນວາ 1995 ຢູ່ໃນກອງປະຊຸມ ຄັ້ງທີ 19 ຂອງຄະນະກັມມະການ ມໍຣະດົກໂລກ ທີ່ກຸງເບິລິນ ປະເທດເຢັຍຣະມັນ.
ການໃຫ້ນະຄອນຫລວງພຣະບາງ ເປັນມໍຣະດົກໂລກ ກໍຍ້ອນວ່າ ເມືອງແຫ່ງນີ້ ເປັນເມືອງທີ່ສະທ້ອນໃຫ້ເຫັນເຖິງ ການປະສົມປະສານ ທີ່ຍອດຢ້ຽມ ຂອງສະຖາປັດຕະຍະກັມ ດັ້ງເດີມ ແລະໂຄງສ້າງເມືອງ ໃນຍຸກອະນານິຄົມ ຂອງຢູໂຣບ ໃນສັດຕະວັດທີ 19 ແລະ 20. ນອກຈາກນັ້ນ ສະພາບແວດລ້ອມໃນເມືອງນີ້ ຍັງມີເອກກະລັກ ສະເພາະຕົວ ທີ່ໄດ້ຮັບການອະນຸຮັກໄວ້ ຢ່າງງົດງາມ ແລະສະແດງໃຫ້ເຫັນເຖິງຂັ້ນຕອນສໍາຄັນ ໃນການຮວບຮວມ ປະເພນີ ຂອງສອງວັທນະທັມ ໄວ້ນໍາດ້ວຍ.