ເຂື່ອນຫຼວງພຣະບາງ ສ້າງຄວາມ ກັງວົນ

ຈໍາປາທອງ
2019.09.20
F-LP-Dam ເຂດໝູ່ບ້ານ ທີ່ຕ້ອງໄດ້ໂຍກຍ້າຍ ໃຫ້ ໂຄງການເຂື່ອນ ຫຼວງພຣະບາງ
RFA

ປະຊາຊົນເມືອງຈອມເພັດ ແຂວງຫຼວງພຣະບາງ 381 ຄອບຄົວຍັງລໍຖ້າຄຳຕອບ ຈາກຣັຖບານ ສປປລາວ ກ່ຽວກັບເຣຶ່ອງການໂຍກຍ້າຍ ໄປຢູ່ບ້ານຈັດສັນ ຍ້ອນວ່າທາງການ ມີໂຄງການສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງຢູ່ຫຼວງພຣະບາງ ຊຶ່ງ ປັດຈຸບັນ ຍັງບໍ່ມີພາກສ່ວນໃດ ຊີ້ແຈງໃຫ້ປະຊາຊົນຮູ້ ເຮັດໃຫ້ພວກເຂົາເຈົ້າ ມີຄວາມກັງວົນ, ດັ່ງຊາວບ້ານທ່ານນຶ່ງ ທີ່ຈະຖືກຜົນກະທົບ ຈາກໂຄງການນີ້ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 20 ກັນຍາ ນີ້ວ່າ:

"ຍັງບໍ່ທັນໄດ້ຍ້າຍເທື່ອ ແຕ່ວ່າເພິ່ນກະວ່າສິຖືກໂຍກຍ້າຍຢູ່ ຍ້າຍຢູ່ແຕ່ນາສັງພຸ້ນແຫລະ ແຕ່ວ່າເພິ່ນບໍ່ໄດ້ໂຍກຍ້າຍເທື່ອ ເພິ່ນຍັງສໍາຣວດ ບໍ່ແລ້ວ ວ່າຊັ້ນເດ໊ ເພິ່ນບໍ່ບອກໃຫ້ຮູ້ເດ໊."

ທ່ານວ່າຕົນເອງ ແລະຊາວບ້ານອີກຫຼາຍຄົນ ທີ່ຈະຖືກໃຫ້ໂຍກຍ້າຍ ຍ້ອນໂຄງການສ້າງເຂື່ອນ ຫຼວງພຣະບາງ ນີ້ຕ້ອງການຮູ້ ຣາຍລະອຽດ ເຣຶ່ອງຄ່າຊົດເຊີຍ ຄວາມເສັຍຫາຍ ຊຶ່ງເປັນເຣຶ່ອງສຳຄັນ ທີ່ພາກສ່ວນກ່ຽວຂ້ອງ ຈະຕ້ອງໄດ້ເປີດເຜີຍເພື່ອໃຫ້ ຜູ້ຖືກຜົນກະທົບຫລຸດຜ່ອນ ຄວາມກັງວົນໃຈ ເນື່ອງຈາກວ່າ ການໂຍກຍ້າຍໄປຢູ່ບ້ານຈັດສັນ ຖືເປັນການປ່ຽນແປງຄັ້ງໃຫຍ່ ໃນຊີວິດຂອງພວກເຂົາເຈົ້າ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງຈອມເພັດ ເພື່ອຖາມເຖິງຄວາມຄືບໜ້າ ກ່ຽວກັບ ເຣຶ່ອງການໂຍກຍ້າຍ ຊາວບ້ານ ແລະ ການສ້າງບ້ານຈັດສັນ ແຕ່ຍັງບໍ່ມີເຈົ້າໜ້າທີ່ ທ່ານໃດສາມາດ ໃຫ້ຣາຍລະອຽດໄດ້.

ສຳລັບຄວາມຄືບໜ້າຫລ້າສຸດ ກ່ຽວກັບໂຄງການສ້າງເຂື່ອນໄຟຟ້າ ຫຼວງພຣະບາງນີ້ ຄນະກຳມາທິການ ແມ່ນ້ຳຂອງສາກົນ ຫລື MRC ເປີດເຜີຍໃນມື້ວັນທີ 19 ກັນຍາ ນີ້ວ່າ ພາຍຫລັງກອງປະຊຸມ ຂອງຄນະກຳມະການຮ່ວມ 4 ປະເທດ ລຸ່ມແມ່ນ້ຳຂອງ ທີ່ໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ເມື່ອຕົ້ນເດືອນກັນຍານີ້ ທາງຄນະກຳມາທິການ ລຸ່ມແມ່ນ້ຳຂອງແຫ່ງຊາດລາວ ໄດ້ຍື່ນເອກກະສານຕໍ່ສຳນັກງານ ເລຂາທິການ ຄນະກຳມາທິການ ແມ່ນ້ຳຂອງສາກົນ ເພື່ອຂໍໃຫ້ມີການຈັດຂະບວນ ການແຈ້ງເຣຶ່ອງ ການປຶກສາລ່ວງໜ້າ ກ່ຽວກັບ ໂຄງການເຂື່ອນ ຫຼວງພຣະບາງ ໂດຍໃຫ້ເລິ່ມຂະບວນການ ປຶກສາຫາລືລ່ວງໜ້າ ໃນມື້ວັນທີ 9 ຕຸລາ ທີ່ຈະມາເຖິງນີ້.

ເຣຶ່ອງການໂຍກຍ້າຍປະຊາຊົນ ເມື່ອເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດິການສັງຄົມ ແຂວງຫຼວງພຣະບາງ ບອກໃຫ້ວິທຍຸເອເຊັຍເສຣີ ຮູ້ວ່າ ມີກຳນົດໃຫ້ຊາວບ້ານ ຢູ່ເມືອງຈອມເພັດຈຳນວນ 381 ຄອບຄົວ  ຍ້າຍໄປຢູ່ ບ້ານຈັດສັນຕັ້ງແຕ່ທ້າຍ ເດືອນ ກໍຣະກະດາ ເປັນຕົ້ນໄປ. ແຕ່ມາຖິງເດືອນກັນຍາ ນີ້ແລ້ວ ກໍຍັງບໍ່ທັນມີການໂຍກຍ້າຍເທື່ອ. ສ່ວນເຣຶ່ອງຄ່າຊົດເຊີຍ ທ່ານກໍເວົ້າວ່າ ກຳລັງຢູ່ໃນຂັ້ນຕອນ ຂອງການເກັບກຳຂໍ້ມູນຢູ່.

ໂຄງການເຂື່ອນໄຟຟ້າແມ່ນ້ຳຂອງຫຼວງພະບາງ ຈະສົ່ງຜົນກະທົບຕໍ່ປະຊາຊົນທັງໝົດ 928 ຄອບຄົວ ຢູ່ເມືອງຈອມເພັດ, ເມືອງປາກອູ ແຂວງຫລວງພະບາງ ແລະເມືອງງາ ແຂວງອຸດົມໄຊ.

ໂຄງການຂນາດ 1,410 MW ນີ້ ເປັນໂຄງການຮ່ວມລົງທຶນ ຣະຫວ່າງບໍຣິສັດ ຊ. ການຊ່າງຂອງໄທ, ບໍຣິສັດ PetroVietnam Power Corporation ຂອງວຽດນາມ ແລະຣັຖບານລາວ. ແຕ່ຍັງບໍ່ທັນ ມີການເປີດເຜີຍວ່າ ຈະເຣິ່ມກໍ່ສ້າງເມື່ອໃດ ກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.