ປະຕິກິຣິຍາ ຊາວລາວ ຕໍ່ກັບການປັບປຸງ ປະຕູໄຊ

0:00 / 0:00

ຊາວລາວຈໍານວນນຶ່ງ ບໍ່ເຫັນດີກັບການປັບປຸງອານຸສາວະລີ ຫຼື ປະຕູໄຊ ໃນຮູບໃໝ່ ດ້ວຍການຕັດຕົ້ນໄມ້ອອກບາງສ່ວນ ແລະ ມີການປະດັບດ້ວຍຫີນຕ່າງໆ ຍ້ອນວ່າ ຈະເຮັດໃຫ້ອາກາດຮ້ອນ ໃນຕອນກາງເວັນ.

ຊາວລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ມົກກະຣາ ວ່າ:

" ເພິ່ນກະມີການປັບປຸງປະຕູໄຊ ເປັນຕົ້ນໄມ້ບໍ່ມີແລ້ວ ເພາະວ່າ ເພິ່ນເອົາຕົ້ນໄມ້ໃຫຍ່ອອກ ເພິ່ນເອົາຕົ້ນສົນອອກ ແລ້ວປູກແບບຕົ້ນໄມ້ເລັກໆໃສ່ . ອາກາດມັນກະຕອນກາງເວັນກະຮ້ອນ ເຈົ້າ."

ສ່ວນບາງຄົນເຫັນວ່າ ຮູບແບບໃໝ່ ເຮັດໃຫ້ມີຄວາມສວຍງາມ ສະເພາະຕອນກາງຄືນເທົ່ານັ້ນ ເພາະມີການເປີດໄຟ ປະດັບຕ່າງໆ ແຕ່ຕອນກາງເວັນ ບໍ່ເປັນຕາໄປທ່ຽວ ເພາະວ່າ ອາກາດຮ້ອນຫຼາຍ.

ຊາວລາວອີກທ່ານນຶ່ງ ກ່າວວ່າ:

“ຕົ້ນໄມ້ເພິ່ນເອົາອອກ ແລ້ວເພິ່ນປູກຫຍ້າອີ່ຫຍັງໃສ່ຕື່ມ ແລ້ວກໍປູກຕົ້ນໄມ້ຕື່ມປະດັບປະດາ ອິຫຍັງຕື່ມ ແຕ່ວ່າ ມັນກະຍັງບໍ່ທັນໄດ້ໃຫຍ່ນ່າ. ຕົ້ນໄມ້ ມັນກະດີ ມັນກະງາມຂຶ້ນ ມັນກະງາມຫຼາຍ ແຕ່ວ່າ ຄິດວ່າ ຕອນແລງ ມັນກະງາມກວ່າ. ຖ້າຈະໄປປະຕູໄຊ ກວ່າຕອນເວັນ.​”

ສ່ວນງົບປະມານ ທີ່ໃຊ້ໃນການປັບປຸງ ປະຕູໄຊໃນຄັ້ງນີ້, ທາງການລາວລາວ ຍັງບໍ່ມີການເປີດເຜີຍອອກມາ, ແຕ່ເຖິງຢ່າງໃດກໍຕາມ, ຊາວລາວ ຈໍານວນນຶ່ງ ເຫັນດີກັບການປັບປຸງປະຕູໄຊ ໃນຮູບແບບໃໝ່ ເພື່ອຄວາມທັນສໄມ ແລະ ດຶງດູດນັກທ່ອງທ່ຽວ.

ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ:

" ເພິ່ນກະເລີ່ມຈະປູກຕົ້ນໄມ້ ທົດແທນໃສ່ຕື່ມຫັ້ນນ່າ ເພິ່ນມີແຜນຈະປູກ ຈະອັນນັ້ນ ຕົກແຕ່ງໃຫ້ຕື່ມຫັ້ນນ່າ ເພິ່ນມີການປັບປຸງ ແບບໃຫ້ມັນດີຂຶ້ນຫັ້ນນ່າ ງາມຕາຣົ້ມຣື້ນ ແຕ່ເພິ່ນກະມີແຜນປູກຕົ້ນໄມ້ທົດແທນໃສ່ຕື່ມຫັ້ນນ່າ. "

ສ່ວນຊາວລາວອີກທ່ານ ກ່າວວ່າ ການປັບປຸງປະຕູໄຊ ເພື່ອຄວາມທັນສໄມ:

" ມັນກໍວ່າຕາມເຟສບຸກຄ໌ທີ່ວ່າ ບາງຄົນຊື່ໆ ດອກ ເພາະວ່າ ທີ່ຈິງມັນກະປັບປຸງຖືວ່າ ພັທນາຫັ້ນແຫຼະ ປັບປຸງກະສ່ວນວ່າ ຫຼາຍກະມີແຕ່ເອົາຕົ້ນໄມ້ຫັ້ນອອກຊື່ໆ ແລ້ວກະເປີດຈາກນັ້ນກະຮູບໂສມເກົ່າໝົດທຸກຢ່າງ ຕົ້ນໄມ້ບໍ່ມີແລ້ວ ມີແຕ່ວ່າ ເຂົາເປີດແສງສີ ເປັນໄຟໃຫ້. "

ທາງການລາວ ມີການປັບປຸງເຂດປະຕູໄຊ ຍ້ອນວ່າ ລາວເປັນເຈົ້າພາບ ຈັດກອງປະຊຸມອາຊ້ຽນ ແລະ ເປີດປີທ່ອງທ່ຽວ ນໍາອີກ.

ອະດີດເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ທ່ານນຶ່ງ ໄດ້ກ່າວວ່າ:

" ເບື້ອງຄົນກະມີຫາງສຽງຫັ້ນແລ້ວ ຫາງສຽງແນວນັ້ນແນວນີ້ແລ້ວ ວ່າ ມັນເອົາກົກໄມ້ ກົກຕອກອອກ ມັນແປງມັນຫຍັງຫັ້ນນ່າ ແຕ່ວ່າ ບາດເຮົາມາເປີດການນໍາໃຊ້ແລ້ວ ມັນຈະບໍ່ແມ່ນຢູ່ໃນລັກສະນະເກົ່າ ຂອງເຮົາຮັບການພັທນາ ມັນກະຕ້ອງມີອັນໃດປູກເພິ່ມຂຶ້ນຕື່ມ ຂຶ້ນໃໝ່ ພໍດີກັບເຮົາເປັນເຈົ້າພາບອາຊ້ຽນ ເປີດປີທ່ອງທ່ຽວ. "

ສໍາລັບການປັບປຸງປະຕູໄຊ ໄດ້ເຣີ່ມຂຶ້ນ ແຕ່ເດືອນມິຖຸນາ ຫາ ທ້າຍເດືອນ ສິງຫາ 2023 ໂດຍມີການປັບປຸງສວນຫຍ້າ, ສວນດອກໄມ້ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເພື່ອຕ້ອນຮັບການເປັນເຈົ້າພາບຈັດກອງປະຊຸຸມອາຊ້ຽນ ປີ 2024 ແລະ ມີການປັບປຸງເຂດປະຕູໄຊ ເພື່ອໃຫ້ນັກທ່ອງທ່ຽວມາທົ່ວຊົມພາຍໃນປະຕູໄຊ ຊັ້ນ 2 ແລະ ຊັ້ນ 3 ແລະ ມີການເກັບຄ່າບໍຣິການ ຄັ້ງລະ 30,000 ກີບ ຕໍ່ຄົນ.