ເຣື້ອງທີ່ເກັບບັນທຶກໄວ້
2024-02-24
ສໍາພາດ ນັກຂ່າວ ຜູ້ທີ່ຕິດຕາມ ແລະລາຍງານຂ່າວ ເລື່ອງບັນຫາ ເຂື່ອນໃນແມ່ນໍ້າຂອງ ແລະ ລໍານໍ້າສາຂາ ວ່າ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຫຼື ມີແຕ່ ອັບປະໂຫຍດ ຈາກ ການສ້າງເຂື່ອນ ໃນປະເທດລາວ.
2024-02-23
ຄຸນນະພາບອາກາດບໍ່ດີ ແລະຝຸ່ນລະອອງ ຂນາດນ້ອຍ PM 2.5 ຢູ່ນະຄອນຫລວງວຽງຈັນ, ນະຄອນປາກເຊ ແລະນະຄອນຫລວງພຣະບາງ ຫລາຍເກີນຄ່າດັດຊະນີມາດຕະຖານແລ້ວ ຊຶ່ງສາເຫດສ່ວນໃຫຍ່ເກີດຈາກ ການຈູດເຟືອງ, ການຈູດປ່າເຮັດໄຮ່ ເປັນຕົ້ນ.
2024-02-23
ມີການພົບຊ້າງປ່າ ປະມານ 2 ໂຕ ຈາກປະເທດໄທຍ ໄດ້ລອຍນໍ້າຂ້າມແມ່ນໍ້າຂອງຂຶ້ນມາຍັງ ຝັ່ງທີ່ບ້ານຂ້ອນຂ້ວາງ ເມືອງປາກກະດິງ ເພື່ອມຸ້ງໜ້າໄປປ່າສະຫງວນພູງູ ເຊິ່ງຊ້າງປ່າດັ່ງກ່າວມີໂອກາດທຳຮ້າຍຊາວບ້ານ ທີ່ພົບເຫັນໄດ້ຫາກເຂົ້າໄປໃກ້ໂຕຂອງມັນ ຈຶ່ງມີການແຈ້ງເຕືອນ ຈາກທາງການລາວ.
2024-02-22
ມີລາຍງານອອກມາວ່າ ໝີພຣະຈັນກຳພ້າ (Moon bear cubs) ເພດຜູ້ 2 ໂຕ ເຊິ່ງເປັນພີ່ນ້ອງກັນໄດ້ ພາຍຫຼັງທີ່ ຊາວບ້ານ ຢູ່ແຂວງໄຊຍະບູລີ ລ້ຽງໄວ້ໃນກົງເປັນເວລາ 2 ປີ ຢູ່ ໃນເວລາຕໍ່ຈຶ່ງໄດ້ມອບໝີທັງສອງໂຕໃຫ້ແກ່ສູນຮັກສາພັນສັດປ່າ “Free The Bears” ໄປດູແລຕໍ່.
2024-02-21
ປະຊາຊົນຢູ່ 4 ບ້ານທີ່ຈະຖືກຍົກຍ້າຍໃນຄັ້ງນີ້ ລວມມີ ບ້ານລາດຫານ, ບ້ານຍວຍໄຮ່, ບ້ານລາດກຶມ ແລະ ບ້ານຄົກຜຸ ມີນໍາກັນທັງໝົດປະມານ 400 ຄອບຄົວ ຫຼື ປະມານ 2,000 ຄົນ ຍ້ອນໄດ້ຮັບຜົນກະທົບຈາກເຂື່ອນຫລວງພຣະບາງ.
2024-02-20
ຊາວບ້ານ ບ້ານໜອງພະຍາ ແລະ ບ້ານດົງນາທອງ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ທາງການ ສ້ອມແປງ ໄຟເຍືອງທາງ ແລະ ໄຟສັນຍານຈະຣາຈອນ
2024-02-15
ຫ້ວຍນໍ້ານາແທ່ນ ເມືອງວຽງໄຊ ແຂວງຫົວພັນ ກາຍເປັນສີຂຽວ ກິນໄລຍະທາງຍາວ 3 ກິໂລແມັດ ເຮັດໃຫ້ຊາວບ້ານນາແທ່ນ ຈຳນວນຫຼາຍສິບຄອບຄົວ ທີ່ອາໄສນ້ຳໃນຫ້ວຍດັ່ງກ່າວ ເພື່ອອຸປະໂພກ ໄດ້ຮັບຄວາມເດືອດຮ້ອນ.
2024-02-13
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ຈາກການຈູດຂີ້ເຫຍື້ອຊະຊາຍ ຂອງເພື່ອນບ້ານ ດ້ວຍກັນເອງ, ເຖິງວ່າຈະມີການແຈ້ງ ໄປຍັງອຳນາດການປົກຄອງບ້ານ, ແຕ່ກໍບໍ່ຄ່ອຍສາມາດຫ້າມ ການຈູດຂີ້ເຫຍື້ອນັ້ນ ໄດ້ດີພໍເທົ່າໃດ.
2024-02-09
ທາງການເມືອງຊະນະຄາມ ແຂວງວຽງຈັນໄດ້ຊີ້ແຈງ ເຖິງສາເຫດປາຕາຍ ຢູ່ຫ້ວຍນໍ້າທັມມະຊາຕ ເຂດບ້ານຄົກເຂົ້າດໍ ວ່າ ເກີດຈາກອ່າງບໍາບັດນໍ້າເສັຍ ຂອງໂຮງງານຜລິດແປ້ງມັນຕົ້ນ ແຫ່ງນຶ່ງບໍ່ສາມາດຮອງຮັບນໍ້າໄດ້ ຈຶ່ງໄຫຼລົ້ນອອກຈາອ່າງ ແລ້ວໄຫຼລົງສູ່ຫ້ວຍທັມມະຊາຕ ເຮັດໃຫ້ປາຕາຍດັ່ງກ່າວ.
2024-02-06
ເຂື່ອນສົ່ງຜົລກະທົບ ຕໍ່ແມ່ນໍ້າຂອງ ຢ່າງຫຼວງຫຼາຍ ແຕ່ມາຮອດປັດຈຸບັນ ການປ່ຽນແປງ ຂອງດິນຟ້າອາກາດ ກໍເຣີ່ມສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ເຊັ່ນກັນ ແລະ ຜົລກະທົບຈາກ ການປ່ຽນແປງ ຂອງດິນຟ້າອາກາດ ນັ້ນ ມັກຖືກປົກປິດຈາກຜົລກະທົບ ຂອງເຂື່ອນ.
2024-01-31
ມີການປ່ອຍນໍ້າ ຈາກເຂື່ອນຊາວວ່ານ (Xiaowan) ໃນປະເທດຈີນ ເຊິ່ງຈະສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ຢູ່ດ້ານລຸ່ມຂອງເຂື່ອນ ແລະ ໃນລະຫວ່າງ ວັນທີ 23-26 ທີ່ຜ່ານມາ ລະດັບແມ່ນໍ້າຂອງ ເພີ່ມຂຶ້ນ 1 ແມັດ ທີ່ເມືອງຊຽງແສນ ຂອງປະເທດໄທຍ ແລະ 700 ກິໂລແມັດ ຈາກເມືອງ ຊາວວ່ານ.
2024-01-29
ຊາວບ້ານ ຢ່າງໜ້ອຍ 6 ບ້ານ ໃນເມືອງຕະໂອ້ຍ ຈະຖືກຍົກຍ້າຍ ຍ້ອນວ່າ ຢູ່ໃນຂອບເຂດຂອງໂຄງການເຂື່ອນ ເຊລະນອງ 3 ຊຶ່ງທາງການ ກະຕຣຽມແຜນການຍົກຍ້າຍ, ຈັດສັນ ແລະ ຟື້ນຟູ ຂະນະທີ່ຊາວບ້ານບາງສ່ວນ ທີ່ອາດຖືກຍົກຍ້າຍ ຍັງບໍ່ຮູ້ຣາຍລະອຽດ ລວມເຖິງຄ່າຊົດເຊີຍ.
2024-01-27
ກົມມໍຣະດົກໂລກ ຢືນຢັນວ່າ ອົງການຢູເນສໂກ ບໍ່ໄດ້ຖອນ ເມືອງຫຼວງພຣະບາງ ອອກຈາກບັນຊີ ມໍຣະດົກໂລກ ຕາມທີ່ມີ ຂ່າວເປົ່າປິວວ່າ ຈະມີການຖອດຖອນນັ້ນ ແມ່ນບໍ່ມີມູນຄວາມຈິງ.
2024-01-25
ເມື່ອປີ 2023 ທີ່ຜ່ານມາ ພົບການລັກຕັດໄມ້ ແລະບຸກລຸກທີ່ດິນປ່າໄມ້ ຫລາຍ ເມື່ອທຽບໃສ່ປີ 2022 ແມ່ນຫລາຍຂຶ້ນ ເຖິງແມ່ນວ່າ ພາກຣັຖຈະມີລະບຽບກົດໝາຍ ຫ້າມກໍຕາມ ເພາະສ່ວນນຶ່ງຊາວບ້ານບໍ່ມີດິນເພື່ອການຜລິດ ແລະ ໄມ້ທີ່ຖືກຕັດສ່ວນໃຫຍ່ ເປັນຂອງນັກທຸຣະກິຈ ເພື່ອປ້ອນໂຮງເລື່ອຍ ຫຼືສົ່ງອອກ.
2024-01-24
ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ໃຊ້ທີ່ດິນ ຢ່າງເຂັ້ມງວດ ຍ້ອນຢູ່ມີການລະເມີດສັນຍາສັມປະທານດິນຣັຖຫລາຍ ໂດຍສະເພາະໂຄງການສັມປະທານດິນທີ່ບໍ່ເກີດຜົລ ແລະທຸກໂຄງການລົງທຶນ ຕ້ອງມີການກວດກາຄືນໃໝ່ ຂະນະທີ່ ຊາວບ້ານຈຳນວນນຶ່ງ ຍັງບໍ່ມີດິນ ໃນການທຳການຜລິດ.