ຊາວບ້ານ ໜອງພະຍາ, ດົງນາທອງ ຮ້ອງຂໍ ສ້ອມແປງ ໄຟຈະຣາຈອນ

ໄຊຍາ
2024.02.20
ຊາວບ້ານ ໜອງພະຍາ, ດົງນາທອງ ຮ້ອງຂໍ ສ້ອມແປງ ໄຟຈະຣາຈອນ ໂຕຢ່າງເສັ້ນທາງ ເຂດບ້ານໜອງພະຍາ ໃນປີ 2023
Credit photos: ນັກຂ່າວພົລເມືອງ

ຊາວບ້ານທີ່ອາໃສຢູ່ໃກ້ກັບເສັ້ນທາງຕັດໃໝ່ ບ້ານໜອງພະຍາ ເມືອງໄຊທານີ ໄປຫາບ້ານ ດົງນາທອງ ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ທາງການລາວສ້ອມ

ແປງໄຟເຍືອງທາງແລະສັນຍານໄຟຈາຣະຈອນພາຍຫຼັງທີ່ມີກຸ່ມຄົນບໍ່ດີລັກເອົາສາຍໄຟເປັນເຫດໃຫ້ໄຟຟ້າມອດຕລອດທັງເສັ້ນທາງ.

 ກ່ຽວກັບເຣື່ອງຊາວບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນກ່າວວ່າຢາກໃຫ້ທາງການລາວສ້ອມແປງໄຟເຍືອງທາງແລະສັນຍານໄຟຈາຣະຈອນຢ່າງຮີບດ່ວນເພາະປັດຈຸບັນເສັ້ນທາງດັ່ງກ່າວມັກຈະເກີດອຸປັດຕິເຫດຂື້ນເປັນປະຈຳຕອນກາງຄືນ.ດັ່ງຊາວບ້ານ

ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີໃນວັນທີ 19 ກຸມພາ ນີ້ວ່າ.

“ ເຂດໜອງພະຍານີ້ດອກໄຟຂະເຈົ້າບໍ່ໃຕ້ໄຟແດງກາດັບຂະເຈົ້າລັກສາຍໄຟໄຟແດງຫັ້ນກາຫຼາຍດອກໄຟແດງດອກໄຟໃຕ້ແຄມທາງກາບໍ່ມີຈັກດອກເລີຍຕຳກັນຕລອດຣົຖແຖວນັ້ນໂດຍຣົຖໃຫຍ່ອາດຂີ່ໄວເພາະວ່າຣົຖຈັກກາອາດຊິລະວັງແນ່”

 ຊາວບ້ານກ່າວຕື່ມວ່າທາງການລາວຕ້ອງມີມີມາຕການທີ່ເຂັ້ມງວດກ່ວານີ້ໃນການຄຸ້ມຄອງເສັ້ນທາງເພື່ອປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີລັກເອົາສາຍໄຟໄປຂາຍຫາກເຫັນວ່າເສັ້ນທາງເປ່ເພ, ບໍ່ມີໄຟເຍືອງທາງແລະໄຟສັນຍາຈາຣະຈອນໃຊ້ການບໍ່ໄດ້ກໍຄວນຮີບດ່ວນແກ້ໄຂເພື່ອບໍ່ໃຫ້ເກີດຜົນກະທົບແລະອັນຕະລາຍຕໍ່ຊາວບ້ານແລະຜູ້ຂັບຂີ່ຄົນອື່ນ ໆ .

 ຊາວບ້ານໜອງພະຍາ ເມືອງໄຊທານີ ອີກທ່ານໜຶ່ງກ່າວວ່າຮຽກຮ້ອງໃຫ້ທາງການລາວຮີບດ່ວນໃນການສ້ອມແປງສັນຍານໄຟຈາຣະຈອນແລະໄຟເຍືອງທາງໃຫ້ມາເປັນປົກກະຕິເນື່ອງຈາກນັບແຕ່ການກໍ່ສ້າງເສັ້ນທາງດັ່ງກ່າວສຳເຣັດໃນປີ 2021 ຈົນຮອດດຽວນີ້ຍັງບໍ່ເຫັນພາກສ່ວນທີ່ກ່ຽວຂ້ອງເປີດໄຟເຍືອງທາງຈັກເທື່ອເຮັດໃຫ້ເສັ້ນທາງດັ່ງກ່າວເກີດອຸປັດຕິເຫດຂື້ນເປັນປະຈຳ, ສ່ວນສັນຍານໄຟຈາຣະຈອນຕາມແຍກຕ່າງ ໆ ກໍເປ່ເພບໍ່ມີການສ້ອມແປງເທື່ອ. ດັ່ງຊາວບ້ານທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ.

“ ຂະເຈົ້າບໍ່ໄດ້ເປີດໃດບໍ່ໄດ້ເປີດດົນແລ້ວປິດເປັນປີສອງປີແລ້ວເດ້ບໍ່ເຫັນເປີດເລີຍໄຟແດງຂະເຈົ້າກາບໍ່ມາເບິ່ງໄດ້ນິນ່າກາຢາກໃຫ້ມາແກ້ໄຂໂຕໄຟແດງຫັ້ນແຫຼະເພາະວ່າຣົຖຂະເຈົ້າຕຳກັນຕລອດຢູ່ຫັ້ນ”

 ຊາວບ້ານຫ້ວຍຫົງ ເມືອງຈັນທະບູຣີອີກທ່ານໜຶ່ງກ່າວວ່ານັບແຕ່ການກໍ່ສ້າງເສັ້ນທາງສໍາເຣັດກໍຍັງບໍ່ເຄີຍເຫັນເສັ້ນທາງດັ່ງກ່າວເປີດໄຟເຍືອງທາງຈັກເທື່ອ, ສ່ວນສັນຍານໄຟຈາຣະຈອນກໍເປ່ເພໃຊ້ການບໍ່ໄດ້ເປັນເດືອນກາຍັງບໍ່ເຫັນມີພາກສ່ວນໃດມາສ້ອມແປງເທື່ອ. ດັ່ງຊາວບ້ານ. ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີວ່າ.

“ ໄຟບໍ່ໄດ້ແລ້ວປິດມາດົນແລ້ວໃດໄຟແດງກາຍັງບໍ່ໄດ້ເລີຍໄຟມັນບໍ່ຮຸ່ງເລີຍທຸກຢ່າງນີ້ເປັນແຖວໄປເລີຍຄັນວ່າທຽວມັນກາທຽວຢູ່ແຕ່ໄຟເຍືອງທາງມັນບໍ່ໄດ້ສື່ ໆ”

 ສ່ວນຊາວບ້ານຫ້ວຍຫົງ ເມືອງຈັນທະບູຣີ ອີກທ່ານໜຶ່ງ ກ່າວວ່າຫຼັງຈາກທີ່ໄຟເຍືອງທາງເປ່ເພໃຊ້ການບໍ່ໄດ້ກໍບໍ່ມີພາກສ່ວນທີ່ກ່ຽວຂ້ອງລົງມາຕິດຕາມ-ກວດກາເບິ່ງຈັກເທື່ອປ່ອຍໃຫ້ເປ່ເພແລະມືດຕລອດທັງເສັ້ນທາງ. ໄລຍະຜ່ານມາຊາວບ້ານໃນພື້ນທີ່ກໍໄດ້ແຈ້ງໃຫ້ພາກສ່ວນທີກ່ຽວຂ້ອງມາແກ້ໄຂແຕ່ກາບໍ່ມາແກ້ໄຂເທື່ອ. ດັ່ງຊາວບ້ານ ທ່ານໄດ້ກກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ.

“ ຍັງບໍ່ໄດ້ສ້ອມແປງໄຟແດງນີ້ຈະໄດ້ປະມານເດືອນໜຶ່ງໄຟເຍືອງທາງນີ້ໂອ້ເປັນປີແລ້ວບໍ່ໄຟເຍືອງທາງ, ໂອ້ປະຈຳເລີຍອຸປັດຕິເຫດຮຸນແຮງໃດ໋ຢູ່ສີ່ແຍກຫຼາຍຄັ້ງແລ້ວຂະເຈົ້າກາຫາກໍແຈ້ງໄປຫາກາສ່ວນທີ່ກ່ຽວຂ້ອງຢູ່ແຕ່ກາບໍ່ໄດ້ຮັບການແກ້ໄຂ”

 ທາງດ້ານເຈົ້າໜ້າທີ່ຜແນກໂຍທາທິການແລະຂົນສົ່ງນະຄອນຫຼວງວຽງກ່າວວ່າເສັ້ນທາງດັ່ງກ່າວແມ່ນເປັນເສັ້ນທາງທີ່ກະຊວງໂຍທາທິການແລະຂົນສົ່ງເປັນຜູ້ຄຸ້ມຄອງແລະຣັຖບານ ລາວເປັນຜູ້ສະໜັບສະໜູນທືນກໍ່ສ້າງທັງໝົດໂດຍມີບໍຣິສັດພົງຊັບທະວີກໍ່ສ້າງຂົວທາງຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ.

 ຫາກເສັ້ນທາງດັ່ງກ່າວເກີດການເປ່ເພ, ສັນຍານໄຟຟ້າຈາຣະຈອນເປ່ເພຫຼືລະບົບໄຟເຍືອງທາງໃຊ້ການບໍ່ໄດ້ຈະດ້ວຍເຫດຜົນໃດກໍຕາມຫາກຢູ່ໃນການຄໍ້າປະກັນປະມານ 3-5 ປີ ບໍຣິສັດຜູ້ຮັບເໝົາກໍ່ສ້າງຈະຕ້ອງເປັນຜູ້ຮັບຜິດຊອບທັງໝົດແລະສ້ອມແປງຄືນໃຫ້ກັບມາເປັນປົກກະຕິສ່ວນອຳນາດການປົກຄອງທ້ອງຖີ່ນທີ່ເປັນເຈົ້າຂອງພື້ນທີ່ກໍຕ້ອງຊ່ອຍກັນປົກປັກຮັກສາຊັບສີນຂອງຣັຖນໍາດ້ວຍ. ດັ່ງເຈົ້າໜ້າທີ່ຜແນກໂຍທາທິການແລະຂົນສົ່ງນະຄອນຫຼວງວຽງຈັນ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ.

“ ເອີຊ່ວງຄໍ້າປະກັນນີ້ຈະຕ້ອງແມ່ນອັນນ່າຜູ້ຮັບເໝົາກໍ່ສ້າງຈະຕ້ອງເປັນຜູ້ບໍາຣຸງຮັກສາກ່ອນເພາະວ່າເຈົ້າຕ້ອງຄໍ້າປະກັນທຸກສີ່ງທຸກຢ່າງທີ່ໄດ້ກໍ່ສ້າງຂື້ນມາເນາະໃຫ້ມັນຢູ່ໃນສະພາບເດີມແລ້ວເຈົ້າຂອງໂຄງການກາຕ້ອງເຮັດໜ້າທີ່ການເມືອງແດ່ບໍ່ແມ່ນວ່າຊິໄປປະປ່ອຍໃຫ້ໄປເລີຍ”

 ສໍາລັບໂຄງການກໍ່ສ້າງເສັ້ນທາງ ຕັດໃໝ່ບ້ານໜອງພະຍາຫາບ້ານດົງນາທອງແມ່ນເຣີ່ມດຳເນີນການກໍ່ສ້າງຕັ້ງແຕ່ປີ 2016 ແລະ ສ້າງສຳເຣັດໃນປີ 2021 ລວມໄລຍະທາງ 7,5 ກິໂລແມັດ, ມີ 2 ເລນຫຼັກແລະ 1 ເລນຫຍ່ອຍ, ມີທາງຍ່າງ 2 ເບື້ອງເບື້ອງລະ 1,5 ແມັດ, ເຂດເສັ້ນທາງສະຫງວນມີເນື້ອທີ່ 35 ແມັດ, ມີລະບົບໄຟເຍືອງທາງຢູ່ດອນກາງແລະໜ້າທາງປູດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດລວມມູນຄ່າການກໍ່ສ້າງ 300 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.