ປາຕາຍເຂດບ້ານຄົກເຂົ້າດໍ ເກີດຈາກໂຮງງານແປ້ງມັນຕົ້ນຈີນ ປ່ອຍນໍ້າເສັຍ
2024.02.09
ເມື່ອວັນທີ 07 ກຸມພາ ທີ່ຜ່ານມານີ້ ທ່ານ ແກ້ວ ພີມມະວົງ ເຈົ້າເມືອງຊະນະຄາມ ແຂວງວຽງຈັນໄດ້ຊີ້ແຈງ ເຖິງສາເຫດປາຕາຍ ຢູ່ຫ້ວຍນໍ້າທັມມະຊາຕ ເຂດບ້ານຄົກເຂົ້າດໍ ຜ່ານວິທຍຸກະຈາຍສຽງ ແຫ່ງຊາຕລາວ ວ່າ ສາເຫດເກີດຈາກອ່າງບໍາບັດນໍ້າເສັຍ ຂອງໂຮງງານຜລິດແປ້ງມັນຕົ້ນ ແຫ່ງນຶ່ງບໍ່ສາມາດຮອງຮັບນໍ້າໄດ້ ຈຶ່ງໄຫຼລົ້ນອອກຈາອ່າງ ແລ້ວໄຫຼລົງສູ່ຫ້ວຍທັມມະຊາຕ ເປັນສາເຫດໃຫ້ປາຕາຍ.
ທ່ານເຈົ້າເມືອງໄດ້ຊີ້ແຈງ ຕື່ມວ່າ ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງຮ່ວມກັບເຈົ້າຂອງໂຮງງານ ຜລິດແປ້ງມັນຕົ້ນດັ່ງກ່າວ ໄດ້ປະເມີນຜົລເສັຍຫາຍ ຢ່າງລະອຽດ ເຊິ່ງທາງເຈົ້າຂອງໂຮງງານ ຮັບປາກວ່າຈະຮັບຜິດຊອບ ຜົລເສັຍຫາຍຢ່າງສົມເຫດສົມຜົລ ແຕ່ບໍ່ໄດ້ລະບຸວ່າ ຈະມີການຊົດເຊີຍແນວໃດ. ສ່ວນອຳນາດການປົກຄອງ ເມືອງຊະນະຄາມ ໄດ້ແຈ້ງເຕືອນຊາວບ້ານ ບໍ່ໃຫ້ນຳປາທີ່ຕາຍ ມາກິນເປັນອາຫານເພື່ອປ້ອງກັນ ອັນຕະລາຍຕໍ່ສຸຂພາບ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາອໍານາດການປົກຄອງ ເມືອງຊະນະຄາມ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ເຣື່ອງນີ້ ຍັງບໍ່ສະດວກ ທີ່ຈະໃຫ້ຣາຍລະອຽດຕ່າງໆ.
ເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງວຽງຈັນກ່າວວ່າ ພາຍຫຼັງຈາກທີ່ເຈົ້າເມືອງຊະນະຄາມ ໄດ້ຊີ້ແຈງຕໍ່ສື່ມວນຊົນ ແລ້ວມາຮອດປັດຈຸບັນ ທາງຜແນກ ຍັງບໍ່ທັນໄດ້ຮັບຣາຍງານໃດໆກ່ຽວກັບປາຕາຍ ແລະນໍ້າເສັຍ ຂອງໂຮງງານດັ່ງກ່າວລວມທັງຍັງບໍ່ໄດ້ມີການຣາຍງານເທື່ອວ່າ ໄດ້ນຳໂຕຢ່າງຂອງນໍ້າເສັຍ ມາວັດແທກເພື່ອວິໄຈຢ່າງລະອຽດແລ້ວ ຫຼືບໍ່.
ດັ່ງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 09 ກຸມພາ ນີ້ວ່າ:
“ເບື້ອງຕົ້ນຫັ້ນ ຄັນວ່າວິໄຈນໍ້າພາກສນາມ ບ່ອນເກີດເຫດເນາະ ເພິ່ນກໍໜ້າຈະມີເຄື່ອງແທກ ລົງໄປກວດ. ຕ້ອງໄດ້ເກັບນໍ້າໄປວິໄຈເນາະ ຄັນວ່າມັນຮ້າຍແຮງເຮົາກາຊິປະສານ ທາງເມືອງຕື່ມ ເພາະວ່າເພິ່ນກາແຈ້ງໃຫ້ເມືອງເຮັດບົດຣາຍງານຂຶ້ນມາແລ້ວ ບໍ່ຮູ້ວ່າເພິ່ນຊິຣາຍງານແນວໃດມາ.”
ຊາວບ້ານກໍເຫັນວ່າ ເຖິງແມ່ນວ່າປັດຈຸບັນ ຈະບໍ່ມີປາຕາຍຕື່ມອີກ ແຕ່ສໍາລັບກິ່ນເໝັນ ຢູ່ຫ້ວຍນໍ້າ ດັ່ງກ່າວນັ້ນກໍຍັງມີປົກກະຕິ ຍັງບໍ່ໄດ້ຫຼຸດຜ່ອນລົງ ແຕ່ຢ່າງໃດເທື່ອ ແລະກໍຢ້ານຜົລກະທົບ ຈາກນໍ້າເສັຍດັ່ງກ່າວຈະແກ່ຍາວໄປຮອດ ຣະດູປູກເຂົ້າ ດັ່ງທີ່ເຄີຍເກີດຂຶ້ນ ໃນກ່ອນໜ້ານີ້.
ດັ່ງທ່ານກ່າວວ່າ:
“ອັນນີ້ມັນກາຍັງບໍ່ອັນນີ້ຫຼາຍເທື່ອແລ້ວ ເຣື່ອງອາກາດ ແຫຼະອາກາດເໝັນຫຼາຍຢູ່ກິນ ເຂົ້າຮອດບໍ່ໄດ້ແຫຼະມີແຕ່ເວລາຍາມເພິ່ນເຮັດນາພຸ້ນແຫຼະ. ເຂົ້ານານີ້ເພິ່ນກາວ່າ ເປັນນໍ້າເປື້ອນລົງກາງນາ ເພິ່ນນ່າ.”
ຊາວບ້ານອີກທ່ານນຶ່ງ ຢືນຢັນວ່າກິ່ນເໝັນ ຈາກນໍ້າເສັຍ ຂອງໂຮງງານດັ່ງກ່າວ ຍັງມີຢູ່ຕາມປົກກະຕິເຊິ່ງຫຼາຍຄົນ ບໍ່ຮູ້ຄັກແນ່ວ່າ ນໍ້າເສັຍທີ່ໄຫຼລົງຫ້ວຍທັມມະຊາຕນັ້ນ ແມ່ນໄດ້ຜ່ານຂັ້ນຕອນການບຳບັດນໍ້າເສັຍ ຫຼືບໍ່ ເພາະວ່າມີຄວາມຮຸນແຮງ ຈົນເຮັດໃຫ້ປາຕາຍ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມີການກວດສອບຢ່າງລະອຽດ.
ດັ່ງທ່ານກ່າວ່າ:
“ປ່ອຍນໍ້າແທ້ບໍ່ມີກິ່ນອັນນັ້ນ ກາມີຢູ່ ມີກິ່ນອອກມາ ກິ່ນເໝັນເນາະ ເຣື່ອງນໍ້າເສັຍຫັ້ນແທ້ ເຂົາກາປ່ອຍກາແນ່ນອນຢູ່ແລ້ວ, ແຕ່ວ່າເຮົາກາບໍ່ຮູ້ວ່າ ມັນຜ່ານຂະບວນການຂັ້ນຕອນ ບໍາບັດນໍ້າບໍ່. ບໍ່ແນ່ໃຈ ເຮົາບໍ່ຮູ້ນຳເພິ່ນເນາະ. ອັນນັ້ນຫັ້ນນ່າກາບໍ່ແນ່ ເຮົາບໍ່ຮູ້ຂໍ້ມູນດີ ອັນນັ້ນນ່າ.”
ຊາວບ້ານອີກນາງນຶ່ງກ່າວວ່າ ນອກຈາກໂຮງງານຜລິດ ແປ້ງມັນຕົ້ນດັ່ງກ່າວ ທີ່ເປັນຕົ້ນຕໍ ເຮັດໃຫ້ປາຕາຍແລະນໍ້າເສັຍແລ້ວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການປະສານງານ ທາງເມືອງແກ່ນທ້າວ ແຂວງໄຊຍະບູຣີ ນຳດ້ວຍ ຍ້ອນຢູ່ເຂດເມືອງແກ່ນທ້າວ ທີ່ມີຊາຍແດນຕິດກັບເມືອງຊະນະຄາມ ມີໂຮງງານຜລິດແປ້ງມັນຕົ້ນ ແຫ່ງນຶ່ງ ເຊິ່ງກໍເຄີຍໄດ້ຍິນເຣື່ອງການປ່ອຍນໍ້າເສັຍ ຄືກັນເມື່ອປະມານ 2-3 ປີກ່ອນ ຈຶ່ງຢ້ານວ່າ ໂຮງງານດັ່ງກ່າວ ອາດຈະເຮັດໃຫ້ນໍ້າເສັຍ ໄຫຼລົງມາຮອດບ້ານຄົກເຂົ້າດໍ ນໍາດ້ວຍ.
ດັ່ງຍານາງກ່າວວ່າ:
“ຜ່ານມາມັນໄດ້ຍິນຢູ່ເມືອງແກ່ນທ້າວ ແຕ່ 2-3 ປີຜ່ານມາ ແມ່ນໄດ້ຍິນຢູ່ແຕ່ວ່າ ມັນບໍ່ແມ່ນຢູ່ຄົກເຂົ້າດໍນີ້ ຢູ່ແກ່ນທ້າວພຸ້ນ ບໍ່ໄດ້ເຄີຍເຂົ້າໄປຈັກເທື່ອ ໂຮງງານໃຫຍ່ຫັ້ນນ່າ.”
ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກຸ່ມບໍຣິສັດ LS ການກະເສດ (LS Agricultural Group) ຈໍາກັດ ຜູ້ດຽວ ຂອງນັກລົງທຶນຈີນ ຢູ່ນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງໂຮງງານ ຜລິດແປ້ງມັນຕົ້ນຢູ່ບ້ານຄົກເຂົ້າດໍ ເພື່ອຖາມຣາຍລະອຽດ ເພີ່ມຕື່ມ ແຕ່ພະນັກງານ ໄດ້ຊີ້ແຈງວ່າ ສຳລັບເຫດການ ຢູ່ໂຮງງານ ໃນເຂດບ້ານຄົກເຂົ້າດໍ ນັ້ນ ບໍ່ຮູ້ຣາຍລະອຽດເທື່ອ ແລະທາງໂຮງງານ ຍັງບໍ່ທັນໄດ້ແຈ້ງຂໍ້ມູນມາໃຫ້ ທາງສຳນັກງານໃຫຍ່ ຮັບຊາບ.
ກ່ອນໜ້ານີ້ ເມື່ອວັນທີ 2-5 ກຸມພາ ຜ່ານມາ ໄດ້ເກີດມີຝຸງປາຕາຍ ແບບຜິດທັມມະຊາຕ ຢູ່ຫ້ວຍນໍ້າດັ່ງກ່າວ ໃນເຂດບ້ານຄົກເຂົ້າດໍ ເຊິ່ງຊາວບ້ານ ທີ່ເຫັນເຫດການຄາດວ່າ ເປັນຍ້ອນໂຮງງານ ຜລິດແປ້ງມັນຕົ້ນ ແຫ່ງນຶ່ງ ຂອງນັກລົງທຶນຈີນ ທີ່ຢູ່ໃນເຂດບ້ານດຽວກັນ ໄດ້ປ່ອຍນໍ້າເສັຍລົງໜອງນໍ້າ ທັມມະຊາຕເພາະວ່າມີກິ່ນເໝັນ ຈາກການປ່ອຍນໍ້າເສັຍ.
ພາຍຫຼັງຈາກ ທີ່ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ໄດ້ຮູ້ຂ່າວຊີ້ແຈງ ຂອງເຈົ້າເມືອງ ຊະນະຄາມ ແລ້ວ ໄດ້ສະແດງຄວາມຄິດເຫັນ ຫຼາຍຢ່າງ ເປັນຕົ້ນຄັນຮູ້ສາເຫດວ່າ ໂຮງງານໄດ້ເຮັດໃຫ້ນໍ້າເສັຍ ໄຫຼລົງຫ້ວຍແລ້ວ ກໍຄວນໃຫ້ໂຮງງານ ໂຈະການຜລິດກ່ອນ ຈົນກ່ວາສາມາດແກ້ໄຂ ບັນຫາໄດ້ ແລະອີກຈຳນວນນຶ່ງ ກໍຢາກໃຫ້ທາງໂຮງງານ ສະແດງຄວາມຮັບຜິດຊອບ ຢ່າງຈະແຈ້ງກ່ວານີ້.