ຊ້າງປ່າ ລອຍນ້ຳຂ້າມຂອງ ຈາກຝັ່ງໄທຍ ກັງວົນທຳຮ້າຍປະຊາຊົນ

ໄຊຍາ
2024.02.23
ຊ້າງປ່າ ລອຍນ້ຳຂ້າມຂອງ ຈາກຝັ່ງໄທຍ ກັງວົນທຳຮ້າຍປະຊາຊົນ ຮູບປະກອບ: ເຫດການ ຊ້າງປ່າ ເຂົ້າມາຫາກິນ ໃນໝູ່ບ້ານວັງໄຊ ເມືອງຊານໄຊ ແຂວງອັດຕະປື ເມື່ອວັນທີ 06 ກໍຣະກະດາ 2020 ຜ່ານມາ ໄດ້ສ້າງຄວາມແຕກຕື່ນ ໃຫ້ຊາວບ້ານ.
ນັກຂ່າວ ພົລເມືອງ

ເມື່ອວັນທີ 20 ກຸມພາ ທີ່ຜ່ານມານີ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ອອກແຈ້ງການເຕືອນ ໄປຍັງນາຍບ້ານຕະຫຼອດຮອດຊາວບ້ານ ທີ່ຢູ່ໃນເຂດ 1 ຫາ ເຂດ 4 ໃຫ້ລະວັງອັນຕະລາຍພາຍຫຼັງມີການພົບຊ້າງປ່າ ປະມານ 2 ໂຕ ຈາກປະເທດໄທຍ ໄດ້ລອຍນໍ້າຂ້າມແມ່ນໍ້າຂອງຂຶ້ນມາຍັງ ຝັ່ງທີ່ບ້ານຂ້ອນຂ້ວາງ ເມືອງປາກກະດິງ ເພື່ອມຸ້ງໜ້າໄປປ່າສະຫງວນພູງູ ເຊິ່ງຊ້າງປ່າດັ່ງກ່າວມີໂອກາດທຳຮ້າຍຊາວບ້ານ ທີ່ພົບເຫັນໄດ້ຫາກເຂົ້າໄປໃກ້ໂຕຂອງມັນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງປາກກະດິງກ່າວວ່າ ປັດຈຸບັນຍັງໄດ້ສືບຕໍ່ແຈ້ງໄປຫານາຍບ້ານ ໃນບ້ານຕ່າງໆ ເພື່ອໃຫ້ປະກາດແຈ້ງເຕືອນໄປຍັງຊາວບ້ານ ຢ່າງທົ່ວເຖິງເພື່ອໃຫ້ເພີ່ມຄວາມລະມັດລະວັງ ທີ່ສຸດໂດຍສະເພາະຊາວບ້ານ ທີ່ເຂົ້າປ່າໄປຫາເຄື່ອງປ່າຂອງດົງເຊິ່ງມີໂອກາດ ພົບກັບຊ້າງປ່າດັ່ງກ່າວ ແລະອາດຖືກທຳຮ້າຍໄດ້.

ດັ່ງ ທ່ານກ່າວຕໍ່ວິທະຍຸ ເອເຊັຍເສຣີ ໃນວັນທີ 23 ກຸມພາ ນີ້ວ່າ:

“ກະສິກໍາເມືອງເພີ່ມກໍໄດ້ແຈ້ງໃຫ້ນາຍບ້ານ ແຈ້ງແຕ່ລະບ້ານຫັ້ນລະມັດລະວັງ ບໍ່ໃຫ້ໃກ້ຊ້າງຫັ້ນຖ້າວ່າຜູ້ໃດເຫັນກາບໍ່ໃຫ້ທຳຮ້າຍ ແລະໃຫ້ແຈ້ງເຈົ້າໜ້າທີ່ເພິ່ນເນາະ ໃຫ້ເພິ່ນໄປກວດສອບ ກະເຫັນ 2 ໂຕເນາະ ເຂົ້າມາ.”

ທ່ານ ກ່າວຕື່ມວ່າປັດຈຸບັນເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງກໍກໍາລັງ ມີການຕິດຕາມ ແລະຊອກຫາຊ້າງປ່າດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ເຂົ້າໃກ້ເຂດທີ່ມີຊາວບ້ານ ຢູ່ພ້ອມທັງໄດ້ມີການປະສານງານໄປຍັງຂັ້ນສູນກາງ ແລະພາກສ່ວນທີ່ກ່ຽວຂ້ອງ ກັບຊ້າງປ່າແຕ່ກໍຍັງບໍ່ທັນມີລາຍງານເທື່ອວ່າ ໄດ້ພົບເຫັນຊ້າງປ່າດັ່ງກ່າວແລ້ວຫຼືບໍ່.

ໃນຂະນະທີ່ຊາວບ້ານ ເມືອງປາກກະດິງທີ່ຮູ້ຂ່າວດັ່ງກ່າວ ກໍໄດ້ພາກັນລະມັດລະວັງຫຼາຍຂຶ້ນ ທັງຜູ້ທີ່ຢູ່ໃນເຂດບ້ານ ແລະຜູ້ທີ່ເຂົ້າໄປຫາເຄື່ອງປ່າຂອງດົງ ເພື່ອຫຼີກລ້ຽງການພົບຊ້າງປ່າ ດັ່ງກ່າວຍ້ອນຢ້ານຊ້າງຕົກມັນ ແລະເຂົ້າທຳຮ້າຍຊາວບ້ານຈົນເຖິງແກ່ຊີວິດ.

ດັ່ງຊາວບ້ານ ເມືອງປາກກະດິງ ນາງໄດ້ກ່່າວວ່າ:

“ແຈ້ງການທາງເມືອງເພິ່ນ ກະແຈ້ງທາງແຂວງ ເພິ່ນກາແຈ້ງການເດີ້ບ່ອນເຂດໂຕຊ້າງ ເຂົ້າມາໃຫ້ລະວັງ ແລະບໍ່ໃຫ້ເຂົ້າໃກ້ເຫັນວ່າຂຶ້ນ ໄປທາງພູແລ້ວຕິເບາະ.”

ໃນຂະນະດຽວກັນ ກໍມີຊາວບ້ານຈໍານວນໜຶ່ງ ທີ່ຍັງບໍ່ເຫັນແຈ້ງການດັ່ງກ່າວເທື່ອ ແລະມີແຕ່ໄດ້ຍິນຂ່າວຈາກຊາວບ້ານຄົນອື່ນໆ ເວົ້າກັນເທົ່ານັ້ນວ່າມີຊ້າງປ່າ ຈາກໄທຍເຂົ້າມາຍັງ ເມືອງປາກກະດິງ ແຕ່ກໍມີຄວາມລະມັດລະວັງຢູ່ ກ່ອນແລ້ວຈາກປະສົບການທີ່ຜ່ານມາ.

ດັ່ງຊາວບ້ານ ອີກທ່ານໜຶ່ງ ກ່າວວ່່າ:

“ບໍ່ທັນເຫັນແຈ້ງການ ໃດລະເຫັນແຕ່ວ່າເບິ່ງຄືວ່າໄດ້ຍິນເຂົາສົນທະນາກັນວ່າ ທາງໄທຍເບາະ ແຈ້ງມາວ່າຊ້າງຂ້າມມາເບາະແນວໃດ ກາບໍ່ເຂົ້າໃຈກາລົມກັນຫຼີ້ນຢູ່ ແນວໃດແມ່ນແທ້ບໍ່ ບໍ່ຮູ້ອັນນີ້ນ່າເຮົາກາບໍ່ຮູ້ເຮົາຢູ່ເຂດໃນພີ້. ຄັນມັນແມ່ນມາກາມາທາງເລາະ ຂອງສາຍແຖວເລາະຂອງພຸ້ນ.”

ກ່ຽວກັບເຣື່ອງນີ້ ວິທະຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກອງທືນສັດປ່າ ໂລກສາກົນ ຫຼື WWF ປະຈຳປະເທດລາວ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສຳພາດ.

ສ່ວນເຈົ້າໜ້າທີ່ ສູນອະນຸຮັກຊ້າງແຫ່ງໜຶ່ງ ໃນລາວກ່າວວ່າ ກໍຣະນີຊ້າງປ່າ ຈາກປະເທດໄທ ລອຍນໍ້າຂ້າມຂອງມາຝັ່ງລາວນັ້ນ ກໍບໍ່ແມ່ນເຫດການທີ່ເກີດຂຶ້ນຕາມປົກກະຕິ ຍ້ອນຕາມທຳມະຊາດ ແລ້ວຊ້າງຈະບໍ່ຄ່ອຍລອຍນໍ້າຂ້າມແມ່ນໍ້າ ແຕ່ກໍເຊື່ອວ່່າ ໜ້າຈະລອຍຂ້າມແມ່ນໍ້າຂອງ ມາລາວເພື່ອປະສົມພັນຕາມລະດູການ.

ດັ່ງທ່ານກ່າວວ່າ:

“ປົກກະຕິຂໍ້ມູນຊ້າງ ມັນບໍ່ລອຍນໍ້າເນາະ ມັນແບບແຕ່ຍ່າງທາງບ່ອນຕື້ນ. ປົກກະຕິນີ້ຊ້າງຖ້າມັນລົງນໍ້າແລ້ວຟູເນາະ ແຕ່ວ່າປະກົດການນີ້ມັນໜ້າ ຈະແມ່ນລະດູການ ຊ່ວງຢາກເຊີງນ່າ. ໜ້າຈະແມ່ນລະດູນີ້ນີ້ແຫຼະ.”

ທາງດ້ານ ຍານາງ ແສງເດືອນ ໄຊເລີດ ປະທານມູນນິທີອະນຸຮັກຊ້າງ ແລະສິ່ງແວດລ້ອມປະຈຳປະເທດໄທກ່າວວ່າ ກໍຣະນີຊ້າງປ່າຈາກໄທ ລອຍຂ້າມແມ່ນໍ້າຂອງ ຂ້າມໄປລາວໃນເທື່ອນີ້ ກໍແມ່ນເຣື່ອງປົກກະຕິຍ້ອນຮອດລະດູການຫາຄູ່ ປະສົມພັນ ແລະຊ້າງດັ່ງກ່າວ ກໍຖືເປັນຊ້າງ 2 ສັນຊາດຢູ່ແລ້ວ ແຕ່ຢາກເຕືອນໄປຍັງຊາວບ້ານໃນຝັ່ງລາວ ໃຫ້ມີຄວາມລະມັດລະວັງ ຢ່າງທີ່ສຸດເພາະວ່າ ຊ້າງປ່າໃນລະດູປະສົມພັນຈະມີອາລົມຮ້ອນຮົນ ແລະຢາກຮ້າຍກວ່າ ຍາມປົກກະຕິ ຈຶ່ງມີໂອກາດທີ່ຈະທຳຮ້າຍ ຫຼືຂ້າຊາວບ້ານທີເຂົ້າໃກ້ໂຕຂອງມັນ.

ດັ່ງຍານາງກ່າວວ່າ:

“ຊ້າງລະຫວ່າງປະເທດໄທ ກັບປະເທດລາວມັນຂ້າມມາ ຫາກັນຕະຫຼອດເວລາຢູ່ແລ້ວຈິງໆ ແລ້ວມັນເປັນຊ້າງ 2 ສັນຊາດຢູ່ແລ້ວ. ສະເພາະໃນໄລຍະນີ້ມັນເປັນລະດູການ ປະສົມພັນຂອງຊ້າງເວລາຊ້າງຕົກມັນກໍຈະມີອາລົມກ້ຽວກຣາດ ຫຼາຍກ່ວາ ປົກກະຕິ. ດັ່ງນັ້ນຈຶ່ງອາດໄປທຳຮ້າຍ ຫຼືໄປຂ້າຊາວບ້ານໃນເຂດປະເທດລາວ.”

ກ່ອນໜ້ານີ້ ກໍເຄີຍມີເຫດການຊ້າງປ່າ ຈໍານວນໜຶ່ງທີ່ເຂົ້າມາທໍາລາຍຜົນລະປູກ ໃນເຂດຊາວບ້ານ ຢູ່ອາໃສ ແລະຊາວບ້ານທີ່ເຂົ້າໄປຫາກິນໃນປ່າ ກໍຖືກຊ້າງປ່າທຳຮ້າຍຈົນເສັຍຊີວິດ ເປັນຕົ້ນເມື່ອວັນທີ 07 ເມສາ 2023 ຊ້າງປ່າຈຳນວນໜຶ່ງ ໄດ້ທຳລາຍຜົນລະປູກ ຂອງຊາວ ບ້ານຢູ່ບ້ານພູແທນ ເມືອງຫຼາ ແຂວງອຸດົມໄຊ ຈົນສ້າງຄວາມເສັຍຫາຍຫຼາຍກ່ວາ 40 ລ້ານກີບ ແລະກ່ອນໜ້ານັ້ນເມື່ອວັນທີ 20 ສິງຫາ 2020 ຊາວບ້ານ 2 ຄົນຢູ່ເມືອງນາກາຍ ແຂວງຄຳມ່ວນ ທີ່ເຂົ້າໄປຫາເຫັດໃນປ່າ ໄດ້ຖືກຊ້າງປ່າຢຽບຈົນເສັຍຊີວິດ. ປັດຈຸບັນຈຳນວນ ຊ້າງປ່າໃນລາວເຫຼືອຢູ່ປະມານ 300 ໂຕ. ອີງຕາມຂໍ້ມູນ ຂອງອົງການອະນຸຮັກຊ້າງ ສາກົນເມື່ອປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.