ເຣື້ອງທີ່ເກັບບັນທຶກໄວ້
2023-12-07
ທາງການລາວ ແລະບໍຣິສັດເຕັກໂນໂລຈີ ຂອງເອກະຊົນຈີນ ລົງນາມໃນ MOU ເພື່ອຫລຸດຜ່ອນອາຍພິດເຮືອນແກ້ວຢູ່ລາວ ຍ້ອນການຕັດໄມ້ ທໍາລາຍປ່າ ຫລາຍຂຶ້ນ ເມື່ອປຽບທຽບ ໃນປີ 1940 ມີປ່າໄມ້ປະມານ 70% ຂອງເນື້ອທີ່ທົ່ວປະເທດ, ແຕ່ມາເຖິງປີ 2018 ເຫລືອພຽງ 40% ເຊິ່ງຫລຸດລົງຫຼາຍ.
2023-12-06
ບໍຣິສັດຈີນ ແລະລາວ ກໍາລັງສຶກສາ ຄວາມເປັນໄປໄດ້ ຂອງໂຄງການສ້າງແຫລ່ງທ່ອງທ່ຽວ ຄົບວົງຈອນ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ໃນຂະນະທີ່ຊາວບ້ານ ຊຶ່ງໄດ້ເສັຍດິນໃຫ້ໂຄງການ ຕ່າງໆຂອງຈີນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຄົບຖ້ວນ.
2023-12-06
ເຄືອຂ່າຍອົງການຈັດຕັ້ງ ພາກປະຊາສັງຄົມ ຂອງໄທຍ ຮຽກຮ້ອງໃຫ້ມີການທົບທວນ ການສ້າງເຂື່ອນພູງອຍ ໃສ່ແມ່ນ້ຳຂອງ ເນື່ອງຈາກເປັນຫ່ວງ ຜົລກະທົບ ຕໍ່ພັນປາ ແລະ ຊຸມຊົນ.
2023-12-06
ອີງຕາມການຣາຍງານ ຂອງ Logistics Performance Index ປີ 2023 ຂອງທະນາຄານໂລກ ລະບຸວ່າ ປະເທດລາວ ມີໂຄງຮ່າງພື້ນຖານ ຢູ່ອັນດັບ 7 ຂອງອາຊ້ຽນ, ເນື່ອງຈາກເສັ້ນທາງ ທີ່ເປັນໂຄງຮ່າງພື້ນຖານ ບໍ່ໄດ້ຮັບການກໍ່ສ້າງ ໃຫ້ໄດ້ມາຕຖານ ຫຼື ມີການເປ່ເພຫຼາຍ.
2023-12-05
ເສັ້ນທາງຫຼາຍສາຍ ໃນທົ່ວປະເທດ ຍັງບໍ່ໄດ້ຮັບການເອົາໃຈໃສ່ ສ້ອມແປງ ແກ້ໄຂບັນຫາເປ່ເພ ເຮັດໃຫ້ເກີດມີຂີ້ຝຸ່ນຫຼາຍ, ຖນົນເປັນຂຸມ-ເປັນບໍ່, ດິນທັບຖົມເສັ້ນທາງ ກະທົບຊາວບ້ານ, ຜູ້ສັນຈອນ ໄດ້ຮັບຄວາມເດືອດຮ້ອນ ລວມທັງເຮັດໃຫ້ການເດີນທາງ ຂອງນັກທ່ອງທ່ຽວ ຫຍຸ້ງຍາກ ຫຼາຍຂຶ້ນ.
2023-12-05
ບໍຣິສັດຈີນ ເຣີ່ມເຂົ້າມາຂໍເຊົ່າດິນ ກັບຊາວບ້ານ ໃນແຂວງບໍ່ແກ້ວ ເພື່ອປູກໝາກຖົ່ວເຫຼືອງ ປະມານ 600 ເຮັກຕ້າຣ໌ ພາຍຫຼັງທີ່ກ່ອນໜ້ານີ້ ເມື່ອ 5-6 ປີກ່ອນ ເຄີຍມາເຊົ່າດິນ ເພື່ອປູກໝາກກ້ວຍ.
2023-12-01
ລະບຽບກົດໝາຍ ຫຼື ນິຕິກັມ ກ່ຽວກັບປ່າໄມ້ ບໍ່ສາມາດປົກປ້ອງປ່າໄມ້ ໄດ້ ຍ້ອນວ່າ ລະບຽບກົດໝາຍ ຖືກໃຊ້ເປັນຊ່ອງວ່າງ ເພື່ອອໍານວຍຄວາມສະດວກ ໃນການເຂົ້າໄປຕັດໄມ້.
2023-11-30
ບໍຣິສັດ ຊີໂນ ອາກຣີ-ໂປຕາສຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຫລື ໂປຕາສ ຢູ່ແຂວງຄໍາມ່ວນ ໄດ້ຮັບຣາງວັນລະດັບອາຊ້ຽນ 2 ຣາງວັນ ໃນກອງປະຊຸມ ສຸດຍອດຄັ້ງທີ 9 ຂອງຣັຖມົນຕຣີ ບໍ່ແຮ່ອາຊ້ຽນ ແຕ່ບໍຣິສັດນັ້ນ ບໍ່ໄດ້ສ້າງຜົນປໂຍດ ໃຫ້ແກ່ຊາວບ້ານ ໃນທ້ອງຖິ່ນນັ້ນ ເທົ່າທີ່ຄວນ.
2023-11-28
ມີຊາວບ້ານ 70 ຄອບຄົວ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ.
2023-11-27
ປະຊາຊົນເຈົ້າຂອງດິນນາ ຢູ່ 7 ບ້ານ, ເມືອງເງິນ, ແຂວງໄຊຍະບູຣີ ບໍ່ຮັບເອົາຄ່າເຊົ່າດິນ ປູກໝາກ, ຖົ່ວເຫລືອງຝັກສົດ ຣະດູແລ້ງ ສົ່ງອອກໄປຈີນ ທີ່ບໍຣິສັດຈີນ ສເນີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ແຕ່ປະຊາຊົນ ຢາກໄດ້ 6 ລ້ານກີບ.
2023-11-21
ຊາວບ້ານຢູ່ຫຼາຍບ້ານ ຢູ່ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ແລະ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຜົລກະທົບ ຈາກຣົຖບັນທຸກຂົນແຮ່ຂອງຈີນ ແລ່ນຜ່ານບ້ານທັງຄືນ ແລະ ທັງເວັນ ຈົນເຮັດໃຫ້ເກີດຂີ້ຝຸ່ນປິວໃສ່ເຮືອນປະຊາຊົນ ແລະ ເຮັດໃຫ້ເສັ້ນທາງເປ່ເພ.
2023-11-16
ຊາວບ້ານ ໃນເຂດເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ລັກລອບຖາງ-ຈູດປ່າ ເພື່ອທຳການກະເສດ ແຕ່ໂຄງການເຂື່ອນນໍ້າເທີນ 2 ສັ່ງຫ້າມ ຍ້ອນສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ ບໍຣິເວນເຂື່ອນດັ່ງກ່າວ ຫລາຍຢ່າງ.
2023-11-14
ອົງການກາແດງ ແຫ່ງຊາຕລາວ ໄດ້ລະດົມທຶນເພື່ອຊ່ອຍເຫຼືອ ປະຊາຊົນຖືກຜົລກະທົບ ຈາກໄພພິບັດນໍ້າຖ້ວມ ໃນໄລຍະຕົ້ນເດືອນສິງຫາ 2023 ຢູ່ແຂວງບໍຣິຄໍາໄຊ ແລະ ແຂວງຄຳມ່ວນລວມມູນຄ່າ 6,724,700,000 ກີບ.
2023-11-14
ອົງການກວດກາ ແຫ່ງຣັຖ ກວດພົບເຫັນ ການຈ່າຍເງິນ ບໍ່ເປັນໄປຕາມແຜນການ ຊົດເຊີຍ ແລະແຜນການຟື້ນຟູຄຸນນະພາບຊີວິດ ຫຼາຍກວ່າ 81 ຕື້ີກີບ ໃນແຜນການຊົດເຊີຍ ໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື.
2023-11-09
ຣັຖບານລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນ ແລະສົ່ງອອກແຮ່ທາດແບບທົດລອງ ລວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງນັກລົງທຶນຈີນ ແລະວຽດນາມ ເຖິງວ່າ ຣັຖບານລາວ ມີລາຍຮັບ ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ-ສັງຄົມ ຖືວ່າໜັກຫຼາຍ.