ພາກປະຊາສັງຄົມໄທຍ ຂໍໃຫ້ທົບທວນ ສ້າງເຂື່ອນພູງອຍ ໃນແມ່ນ້ຳຂອງ
2023.12.06
ເຄືອຂ່າຍປະຊາຊົນ ຈັບຕານ້ຳຖ້ວມອຸບົນ-ເຂື່ອນແມ່ນ້ຳຂອງ ຮ່ວມກັບສະມາຄົມ ເຄືອຂ່າຍສະພາອົງກອນ ຊຸມຊົນລຸ່ມແມ່ນ້ຳຂອງ 7 ແຂວງ ພາກອີສານ ຂອງປະເທດໄທຍ ໄດ້ຈັດງານເສວະນາ ພາຍໃຕ້ຫົວຂໍ້.
“ຈາກກັມພູຊາ ສູ່ໄທຍ; ຜົລກະທົບຈາກເຂື່ອນດອນສະໂຮງ ແລະ ເຂື່ອນພູງອຍ ຕໍ່ປາອົບພະຍົບ ໃນແມ່ນ້ຳຂອງ.”
ຢູ່ຫ້າງສັພສິນຄ້າວີວຽງ ແຂວງໜອງຄາຍ ໃນມື້ວັນທີ 27 ພຶສຈິກາ 2023 ທີ່ຜ່ານມາ.
ໃນງານເສວະນາ ໄດ້ມີການສົນທະນາກັນ ໃນເຣື່ອງປານ້ຳຂອງ ທີ່ສ່ວນຫຼາຍ ເປັນປາອົບພະຍົບ ຕາມຣະດູການ ທີ່ອົບພະຍົບ ຈາກວຽດນາມ, ໄປກັມພູຊາ, ຮອດລາວ ແລະ ໄທຍ ລະວ່າງຊາຍແດນລາວ-ກັມພູຊາ ນັ້ນ, ປານ້ຳຂອງ ຕ້ອງອົບພະຍົບ ແລະ ຕ້ອງຜ່ານບໍຣິເວນ ນ້ຳຕົກຕາດ ຄອນພະເພັງ ທີ່ມີຮູນ້ຳ ອັນສລັບຊັບຊ້ອນ ຫຼາຍຮູ. ແຕ່ຮູນ້ຳ ທີ່ສຳຄັນທີ່ສຸດ ທີ່ປາຜ່ານໄດ້ຫຼາຍ ແມ່ນຮູສະໂຮງ, ເຊິ່ງເປັນຮູນ້ຳ ທີ່ທາງການລາວ ໄດ້ໃຫ້ບໍຣິສັດ ພັທນາສ້າງເຂື່ອນດອນສະໂຮງ ໃສ່. ຕໍ່ມາ, ໄດ້ປັບປຸງຮູນ້ຳອື່ນໆ ເພື່ອໃຫ້ປາຜ່ານ ໄດ້ຫຼາຍຂຶ້ນ.
ຢ່າງໃດກໍຕາມ, ແຜນການສ້າງເຂື່ອນພູງອຍ ໃສ່ແມ່ນ້ຳຂອງ ຢູ່ນະຄອນປາກເຊ ແຂວງຈຳປາສັກ ທີ່ກຳລັງຢູ່ໃນຂັ້ນຕອນ ປະກອບຄວາມເຫັນ ຢູ່ນັ້ນ, ຈະເຮັດໃຫ້ການອົບພະຍົບ ຂອງປາແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຢ່າງຫຼວງຫຼາຍ ກວ່າການສ້າງເຂື່ອນດອນສະໂຮງ ຫຼາຍເທົ່າໂຕ ແລະ ຈະສົ່ງຜົລ ຕໍ່ທັມມະຊາດ, ວີຖີຊິຕ ແລະ ປະເພນີຕື່ມ.
ດັ່ງທ່ານ ສາສດາຈານ ດຣ. ອຽນ ແບ່ຣ໌ ຈາກມະຫາວິທຍາລັຍ ວິສຄອນຊິ້ນ-ເມດິສັນ ສະຫະຣັຖອາເມຣິກາ ກ່າວໃນມື້ວັນທີ 27 ພຶສຈິກາ 2023 ທີ່ຜ່ານມານັ້ນວ່າ:
“ເຂື່ອນພູງອຍ ມັນບໍ່ຄືດອນສະໂຮງ. ດອນສະໂຮງ ມັນອັດຮູນ້ຳດຽວ, ຮູນ້ຳອັນອື່ນ ປາຂຶ້ນໄດ້. ຈັ່ງຊັ້ນແລ້ວ ປາຍັງຂຶ້ນໄດ້ຕລອດສາຍ ນັບແຕ່ວຽດນາມ, ຮອດກັມພູຊາ, ຈົນມາຮອດລາວ ແລ້ວຜ່ານຄອນພະເພັງ ນີ້, ຂຶ້ນມາຮອດປະເທດໄທຍ, ຂຶ້ນມາຮອດໜອງຄາຍນີ້ ຂຶ້ນມາຮອດແຂວງເລີຍ, ຮອດຊຽງແສນ, ຈົນຮອດຝັ່ງໄຊຍະບູຣີ ນັ້ນ, ເຂື່ອນຍັງບໍ່ທັນໄດ້ອັດ ຍັງບໍ່ທັນໄດ້ປິດທາງ. ແຕ່ເຂື່ອນພູງອຍ ມັນຊິບໍ່ຄືກັບເຂື່ອນດອນສະໂຮງ ນີ້ ເພາະວ່າ ດອນສະໂຮງ ມັນປິດແຕ່ຮູດຽວ ພູງອຍ ມັນຊິປິດໝົດແມ່ນ້ຳ. ມັນບໍ່ແມ່ນມັນຊິມີຫຼາຍຮູນ້ຳ ຢູ່ແຖວນັ້ນ ມັນຊິມີຮູນ້ຳດຽວ. ຈັ່ງຊັ້ນແລ້ວ, ເຂື່ອນພູງອຍ ເປັນສິ່ງທີ່ອັນຕຣາຍທີ່ສຸດ ສຳລັບປະເທດໄທຍ ຖ້າມັນຊິເກີດມາເນາະ. ຖ້າພູງອຍເຮັດແລ້ວ ປາມັນຊິຂຶ້ນມາບໍ່ໄດ້.”
ເຂື່ອນໄຟຟ້າພູງອຍ ເປັນເຂື່ອນໃນແມ່ນ້ຳຂອງ ຂນາດໃຫຍ່ ແລະ ຫາກມີການສ້າງສຳເຣັດ ຈະສົ່ງຜົລກະທົບ ຕໍ່ປະຊາຊົນທັງໝົດ 86 ບ້ານ ໃນແຂວງຈຳປາສັກ ແລະ 6 ບ້ານ ຢູ່ເມືອງໂຂງຈຽມ ແຂວງອຸບົນຣາຊທານີ ລວມເຖິງຕໍ່ເຂື່ອນປາກມູນ ແລະ ອຸທິຍານແຫ່ງຊາຕ ຕະນະ ຢູ່ແຂວງອຸບົນຣາຊທານີ ຂອງໄທຍ. ແຜນການ ໃນການສ້າງເຂື່ອນພູງອຍ ຈຶ່ງມີຄວາມຈຳເປັນ ຕ້ອງຄຳນຶງເຖິງຊາວບ້ານນຳ.
ດັ່ງຍາປ້າ ສົມປອງ ວຽງຈັນ, ແມ່ຄ້າຂາຍປາ ແລະ ນັກເຄື່ອນໄຫວ ສະມັດຊາຄົນຈົນ ຢູ່ເມືອງໂຂງຈຽມ ແຂວງອຸບົນຣາຊທານີ ກ່າວໃນມື້ດຽວກັນນັ້ນວ່າ:
“ຖ້າບອກວ່າສ້າງເຂື່ອນພູງອຍ ຢ່າລືມວ່າ ມີເຮັດ EIA ຈະແຈ້ງແລ້ວວ່າ ນ້ຳຊິເພີ່ມເຂົ້າມາ ຫຼັງເຂື່ອນປາກມູນ, ເຂື່ອນປາກມູນ ໃຊ້ບໍ່ໄດ້ເລີຍ. ຄັນເປີດເຂື່ອນ 10 ບານ 9 ບານ ກໍບໍ່ມີຜົລ ເພາະວ່າ ເຂື່ອນພູງອຍ ຕົວບັນຫາ. ນ້ຳເພີ່ມຂຶ້ນມາ ຈາກເຂື່ອນພູງອຍ ຊິຢູ່ຈັ່ງໃດ ເມືອງອຸບົນບ້ານເຮົາ? ຊິບໍ່ໜັກກວ່າເກົ່າບໍ? ນີ້ຄືບັນຫາ. ຖ້າເຈົ້າຊິສ້າງເຂື່ອນ ຕ້ອງເບິ່ງມະນຸສຊາຕວ່າ ກຸ່ມຄົນເຫຼົ່ານີ້ ເຂົາທຳມາຫາກິນ ໂດຍທັມມະຊາດ, ເຂົາບໍ່ມີເງິນເດືອນ. ສະນັ້ນ, ຕ້ອງເຫັນໃຈ ຄົນກຸ່ມນີ້ນຳ.”
ເຂື່ອນໄຊຍະບູຣີ ເປັນເຂື່ອນແມ່ນ້ຳຂອງ ອີກເຂື່ອນນຶ່ງ ທີ່ສ້າງຜົລກະທົບ ຢ່າງຫຼວງຫຼາຍ ໃຫ້ຊາວບ້ານ ບໍຣິເວນເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ເນື່ອງຈາກເຮັດໃຫ້ເກີດ ການປ່ຽນແປງ ຂອງແມ່ນ້ຳຂອງ ເຮັດໃຫ້ຈຳນວນປາ ທີ່ຊາວຫາປາ ຫາໄດ້ ຫຼຸດລົງ. ຈາກການສຳຣວດ ພັນປານ້ຳຂອງ ກ່ອນການສ້າງເຂື່ອນໄຊຍະບູຣີ ຂອງຊາວບ້ານ, ມີປານ້ຳຂອງ ຫຼາຍກວ່າ 130 ຊະນິດ, ແຕ່ພາຍຫຼັງ ການສ້າງເຂື່ອນ ສາມາດຈັບປານ້ຳຂອງ ໄດ້ບໍ່ເກີນ 50 ຊະນິດ ເທົ່ານັ້ນ. ນອກຈາກນີ້, ເຂື່ອນໃນແມ່ນ້ຳຂອງ ຍັງສົ່ງຜົລກະທົບ ຕໍ່ການກະເສຕ ແຄມນ້ຳຂອງ ແລະ ການທ່ອງທ່ຽວ ໃນເມືອງດັ່ງກ່າວນຳ.
ດັ່ງທ່ານ ຊານນະຣົງ ວົງລາ, ໂຕແທນກຸ່ມປະມົງພື້ນບ້ານ, ເມືອງຊຽງຄານ ແຂວງເລີຍ ກ່າວໃນເວທີເສວະນາ ໃນມື້ດຽວກັນນັ້ນວ່າ:
“ເຮົາສຶກສາຕັ້ງແຕ່ກ່ອນມີເຂື່ອນ ຈົນຮອດປີ 2552 (2009) ຈະເຫັນວ່າມີປາ ປະມານ 130 ປາຍຊະນິດ, ແຕ່ປັດຈຸບັນ, ຈາກການສອບຖາມ ມັນມີບໍ່ເກີນ 50 ຊະນິດ ຕອນນີ້, ອັນນີ້ສະເພາເຣື່ອງປາ, ແຕ່ວ່າມັນມີຜົລກະທົບຢ່າງອື່ນ. ເຣື່ອງທ່ອງທ່ຽວ, ສະເພາະກຸ່ມ ມັນຈະສູນເສັຽລາຍໄດ້ ປະມານ 40 ລ້ານບາທຕໍ່ປີ. ຖ້າເຣື່ອງກະເສຕແຄມຂອງ ມັນກໍມີບັນຫາ ເວລາເປີດນ້ຳ-ປ່ອຍນ້ຳ ຈາກເຂື່ອນ ມັນຂຶ້ນລົງ ມັນສ່ຽງ ນ້ຳກໍຖ້ວມ ບາງທີມັນບໍ່ມີຄວາມຊຸ່ມໃນດິນ. ລາຍໄດ້ນີ້ ຈະຫາຍໄປ ປະມານ 9 ລ້ານບາທຕໍ່ປີ. ຖ້າເຣື່ອງປະມົງ, ແຕ່ກ່ອນຊຽງຄານ ມີຊາວປະມົງ ປະມານບໍ່ຕ່ຳກວ່າ 400 ຄົນ. ແຕ່ປັດຈຸບັນ, ເຫຼືອຄົນທີ່ຫາປາແທ້ໆ ປະມານບໍ່ເກີນ 50 ຄົນ. ຈາກການປະມົງ ລາຍໄດ້ກະຊິສູນເສັຽໄປ ປະມານ 18 ລ້ານບາທຕໍ່ປີ. ອັນນີ້, ຄິດສະເພາະກຸ່ມເທົ່ານັ້ນ.”
ເຖິງແມ່ນວ່າ ເຂື່ອນພູງອຍ ມີແຜນຈະສ້າງ ໃສ່ແມ່ນ້ຳຂອງ ໃນຝັ່ງປະເທດລາວ, ແຕ່ປະເທດໄທຍ ກໍມີສ່ວນກ່ຽວຂ້ອງຫຼາຍ ຍ້ອນເຂື່ອນນີ້ ເປັນເຂື່ອນຈາກນັກລົງທຶນໄທຍ ແລະ ຈະຂາຍໄຟຟ້າໃຫ້ໄທຍ.
ດັ່ງທ່ານ ສາສດາຈານ ດຣ. ອຽນ ແບ່ຣ໌ ກ່າວຕື່ມວ່າ:
“ຢູ່ໃນປະເທດລາວ ປະຊາຊົນຫຼາຍຄົນ ກໍບໍ່ພໍໃຈຄືກັນ ບໍ່ແມ່ນສະເພາະຢູ່ໃນປະເທດໄທຍ, ແຕ່ຍ້ອນລະບົບການເມືອງ ຂອງເຂົາເຈົ້າ, ເຂົາເຈົ້າເວົ້າບໍ່ໄດ້. ອັນນີ້, ແມ້ກະທັ້ງເຂົາເຈົ້າ ບໍ່ເຫັນດີເຫັນພ້ອມ ຈຳເປັນຕ້ອງບໍ່ເວົ້າ. ຈັ່ງຊັ້ນແລ້ວ, ເຂື່ອນທີ່ມັນຊິເກີດ ພູງອຍ ນີ້, ມັນຂຶ້ນຢູ່ກັບໄທຍ ໄດ໋. ມັນຂຶ້ນຢູ່ກັບໄທຍ, ຍ້ອນຫຍັງ? ຍ້ອນວ່າ ໄທຍ ມີສິດເວົ້າຫຼາຍກວ່າ ປະເທດອື່ນ ໃນພາກພື້ນ. ບັນຫາທີສອງ ແມ່ນເຂົາເຈົ້າ ເຮັດເຂື່ອນພູງອຍ ຂຶ້ນມາຂາຍໄຟໃຫ້ໄທຍ ທັງໝົດ. ອັນນີ້, ມັນບໍ່ແມ່ນເຂື່ອນລາວດອກ ມັນເຂື່ອນໄທຍ, ແຕ່ວ່າເຂົາຕັ້ງຢູ່ລາວຊື່ໆ, ແຕ່ມັນເປັນເຂື່ອນ ຂອງໄທຍ ເພາະວ່າໄຟຟ້າຊິເອົາໄປໃຊ້ຢູ່ໄທຍໝົດ, ເຂົາເຈົ້າຕົກລົງຊິຊື້ແລ້ວ, ຫັ້ນນ່າ ໂຕນີ້. ບາດນີ້, ບໍຣິສັດທີ່ຊິສ້າງເຂື່ອນ ກໍບໍຣິສັດໄທຍ.”
ຄຽງຄູ່ກັບງານເສວະນາ ທີ່ແຂວງໜອງຄາຍ ນັ້ນ, ຫຼ້າສຸດນີ້ ໃນວັນທີ 29 ພຶສຈິກາ 2023 ທີ່ຜ່ານມາ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ຫຼື MRC ກໍໄດ້ອອກບົດຖແລງຂ່າວ ພາຍຫຼັງທີ່ມີກອງປະຊຸມ ລະດັບຣັຖມົນຕຣີ ຈາກປະເທດແມ່ນ້ຳຂອງ ຫຼື ກອງປະຊຸມຄະນະມົນຕຣີ ຄະນະກັມມາທິການແມ່ນ້ຳຂອງສາກົລ ທີ່ຈັດຂຶ້ນ ໃນນະຄອນສຽມຣຽບ ປະເທດກັມພູຊາ ໃນວັນທີ 24 ພຶສຈິກາ ທີ່ຜ່ານມາ ໂດຍບາງຕອນ ຂອງແຖລງການ ກໍລະບຸວ່າ:
“ການພັທນາ ແລະ ການນຳໃຊ້ຊັບພະຍາກອນນ້ຳ ໃນເຂດອ່າງແມ່ນ້ຳຂອງ ໄດ້ນຳມາເຊິ່ງການປ່ຽນແປງ ໃນທິດທາງທີ່ຕັ້ງໜ້າ ແລະ ຄວາມຮຸ່ງເຮືອງ ດ້ານເສຖກິຈ, ແຕ່ມັນກໍມາ ພ້ອມກັບຜົລພວງ ທີ່ບໍ່ເຄີຍຄາດຄະແນໄວ້ ເຊັ່ນກັນ, ທັງຕໍ່ສິ່ງແວດລ້ອມ ແລະ ວິຖີຊີວິຕ ຂອງຜູ້ຄົນ ແລະ ບັນດາຊຸມຊົນ ທີ່ເພິ່ງພາອາສັຍ ແມ່ນ້ຳຂອງ ໃນການດຳຣົງຊີວິຕ.”
ສຳລັບເຂື່ອນໄຟຟ້າພູງອຍ ຂນາດ 728 ເມກາວັດນັ້ນ, ແມ່ນບໍຣິສັດພະລັງງານ ແລະ ນໍ້າ ເອເຊັຽ ຈະເຣີນ ຂອງໄທຍ ຫຼື CEWA ຈະເປັນຜູ້ສ້າງ ຮ່ວມກັບຣັຖບານລາວ, ໂດຍຈະໃຫ້ບໍຣິສັດ Doosan Heavy Industries & Construction ແລະ ບໍຣິສັດ Korean Western Power ຂອງເກົາຫຼີໃຕ້ ເປັນຜູ້ຮັບເໝົາກໍ່ສ້າງ. ການກໍ່ສ້າງໂຄງການນີ້, ມີມູລຄ່າ ປະມານ 2,400 ລ້ານໂດລ້າຣ໌ສະຫະຣັຖ, ແຕ່ມາເຖິງປັດຈຸບັນ ສັນຍາສັມປະທານ, ສັນຍາຜູ້ຖືຫຸ້ນ ແລະ ສັນຍາຊື້-ຂາຍໄຟຟ້າ ຂອງໂຄງການນີ້ ກໍຍັງບໍ່ມີຄວາມຄືບໜ້າ ຢ່າງເປັນທາງການເທື່ອ. ແຕ່ອີງຕາມຣາຍງານ ຂອງໂຄງການດັ່ງກ່າວ ແລ້ວແມ່ນວ່າ ຈະຂາຍໄຟຟ້າ ທີ່ຜລິຕໄດ້ນັ້ນ ໃຫ້ປະເທດໄທຍ.
ແລະ ໃນເດືອນຕຸລາ 2023 ທີ່ຜ່ານມາ, ເຂື່ອນໄຟຟ້າດອນສະໂຮງ ກໍປະກາດ ຈະຂຍາຍກໍາລັງການຜລິຕຕື່ມອີກ 65 ເມກະວັດ, ລວມທັງໝົດ ຈະເພີ່ມຂຶ້ນເປັນ 325 ເມກະວັດ. ເຂື່ອນໄຟຟ້າດອນສະໂຮງ ມີ 3 ບໍຣິສັດ ຖືຫຸ້ນ ຄື ບໍຣິສັດ Ground Roses Ltd ຖືຫຸ້ນ 79%, ບໍຣິສັດຜລິຕ ໄຟຟ້າລາວ ມະຫາຊົນ 20% ແລະ ບໍຣິສັດ Silver Acreage Ltd ຖືຫຸ້ນ 1%, ໂດຍມີບໍຣິສັດ Sino Hydro ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ບໍຣິສັດພະລັງງານ ດອນສະໂຮງ ເປັນເຈົ້າຂອງໂຄງການ. ສບາຍດີ.