ບໍຣິສັດຈີນ ຂຸດຄົ້ນບໍ່ໂປຕາສ ຢູ່ລາວ ໄດ້ຮັບຣາງວັນ ລະດັບອາຊ້ຽນ

ຈຳປາທອງ
2023.11.30
ບໍຣິສັດຈີນ ຂຸດຄົ້ນບໍ່ໂປຕາສ ຢູ່ລາວ ໄດ້ຮັບຣາງວັນ ລະດັບອາຊ້ຽນ ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ແລະຣັຖບານລາວ ໄດ້ລົງນາມໃນສັນຍາ ວ່າດ້ວຍການສຳຣວດ ແຮ່ເກືອໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ເດືຶອນພຶສຈິກາ 2022.
ຂອບໃຈຮູບພາບຈາກເພຈ ວສລ

ບໍຣິສັດ ຊີໂນ ອາກຣີ-ໂປຕາສ ຈໍາກັດ ຂອງນັກທຸຣະກິຈຈີນ ທີ່ເປັນບໍຣິສັດລົງທຶນ ຂຸດຄົ້ນບໍ່ເກືອກາລີ ຫລືໂປຕາສ ທີ່ມີຊື່ສຽງໃນລາວ ໄດ້ຮັບຣາງວັນ ດ້ານແຮ່ທາດດີເດັ່ນ ໃນຂົງເຂດບໍ່ແຮ່ຂອງອາຊ້ຽນ ຫລື ASEAN Mineral Awards ຄັ້ງທີ 3 ໃນກອງປະຊຸມ ສຸດຍອດ ຣັຖມົນຕຣີ ບໍ່ແຮ່ອາຊຽນ ຄັ້ງທີ 9 ຢູ່ປະເທດກັມພູຊາ ເມື່ອວັນທີ 23 ພຶສຈິກາ 2023 ນີ້. ບໍຣິສັດດັ່ງກ່າວ ໄດ້ຮັບຫລຽນເງິນ ຈໍານວນ 2 ຣາງວັນ ໃນສາຂາແນວທາງປະຕິບັດ ດີທີ່ສຸດ ໃນການປຸງແຕ່ງແຮ່ທາດ ແລະໃນການຈໍາໜ່າຍແຮ່ທາດ, ອີງຕາມຣາຍງານ ຂອງສື່ມວນຊົນລາວ ວັນທີ 29 ພຶສຈິການີ້.

ແຕ່ເຖິງຢ່າງໃດກໍຕາມ ສໍາລັບຊາວບ້ານ ຢູ່ແຂວງຄໍາມ່ວນ ຊຶ່ງເປັນແຂວງ ທີ່ບໍຣິສັດຈີນດັ່ງກ່າວ ໄດ້ລົງທຶນຂຸດຄົ້ນບໍ່ເກືອກາລີ ຫລາຍເຮັກຕ້າຣ໌ ເວົ້າວ່າ ເຖິງແມ່ນວ່າ ທາງບໍຣິສັດຈີນທີ່ວ່ານັ້ນ ຈະໄດ້ຮັບຣາງວັນດີເດັ່ນກໍຕາມ ແຕ່ບໍຣິສັດນັ້ນ ກໍບໍ່ໄດ້ສ້າງຜົນປໂຍດ ໃຫ້ແກ່ຊາວບ້ານ ໃນທ້ອງຖິ່ນນັ້ນ ແຕ່ຢ່າງໃດເທື່ອ ມີແຕ່ພະຍາຍາມ ຂຍາຍເນື້ອທີ່ຂຸດຄົ້ນເກືອກາລີ ກວມເອົາດິນຂອງຊາວບ້ານ ຢູ່ຕໍ່ໄປ ແລະກໍໃຫ້ເງິນຄ່າຊົດເຊີຍຊາວບ້ານ ທີ່ໄດ້ຮັບຜົລກະທົບເທົ່ານັ້ນ.

ດັ່ງຊາວບ້ານນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິການີ້ວ່າ:

“ຫລາຍຢູ່ໄດ໋ ດິນກະຂະເຈົ້າຊື້ຫລ່ຍຢູ່ຫັ້ນແຫລະ ມັນຖືກມັນເປັນໂຄງການຂອງເຂົາເຈົ້າ ແລ້ວກະຖືກຂອງປະຊາຊົນນີ້ກະຫລາຍຢູ່ ເພິ່ນກະມີຊ່ວຍເຫລືອຖ້າແບບວ່າ ດິນຄົນຢູ່ໃກ້ກັບໂຮງງານເປັນຫັ້ນເປັນນີ້ ຫັ້ນນ່າ ແບບວ່າຖືກຜົກະທົບອິຫຍັງເພິ່ນກະມີຊົດເຊີຍ.”

ຜູ້ຮັບເໝົາ ທີ່ເຮັດວຽກ ຢູ່ບໍ່ເກືອກາລີ ແຂວງຄໍາມ່ວນ ເວົ້າເຖິງຄົນງານລາວ ຫລາຍຄົນ ທີ່ເຮັດວຽກ ເປັນກັມມະກອນ ຢູ່ນໍາຜູ້ຮັບເໝົາຕ່າງໆ ໃນເຂດຂຸດຄົ້ນ ເກືອກາລີຂອງບໍຣິສັດຈີນ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ວ່າ ໄດ້ຮັບຄ່າຈ້າງຖືກ ສເລັ່ຍແລ້ວ ຂັ້ນຕໍ່າໄດ້ພຽງແຕ່ຄົນລະ 150,000​ ກີບ ຫາ 180,000 ກີບຕໍ່ມື້.

“ກັມມະກອນທົ່ວໄປບໍ່ ຍັງຮັບຢູ່ເດີຕ້ອງການປະມານ 10ຄົນມື້ລະ 150 ພັນຫາ 180 ພັນ ເບິ່ງຕາມຄວາມສາມາດເດີ.”

ແລະຜູ້ຮັບເໝົາ ອີກຄົນນຶ່ງ ກໍເວົ້າວ່າ ເຖິງແມ່ນວ່າ ເງິນຄ່າຈ້າງຂັ້ນຕໍ່າ ຈະຢູ່ໃນລະດັບ 150,000 ກີບຕໍ່ມື້ກໍຕາມ ແຕ່ຖ້າຄົນງານລາວ ມີຄວາມດຸໝັ່ນ ແລະອົດທົນ ຕໍ່ໜ້າວຽກເລື້ອຍໆ ເຂົາກໍມີໂອກາດ ທີ່ຈະໄດ້ຖືກປັບຄ່າຈ້າງຂຶ້ນຕື່ມ ປະມານ 20,000 ກີບ ແລ້ວແຕ່ຄວາມສາມາດ ຂອງແຕ່ລະຄົນ.

“ກັມມະກອນມື້ນຶ່ງ 150 ພັນ ຣີ່ມຕົ້ນວຽກກໍ່ສ້າງ 2 ມາແລ້ວວຽກລົງອຸໂມງ ໄປເອົາເກືອຫັ້ນນ່າ ເດືອນດຽວກະຂຶ້ນແລ້ວນ່າ. ຂຶ້ນກັບວ່າເຈົ້າດຸໝັ່ນ ຂຶ້ນຕາມຄວາມສາມາດຂອງແຕ່ລະບຸກຄົນ ໂຕຢ່າງຄືວ່າເຈົ້າເປັນກັມກອນຢູ່ ແຕ່ວ່າຄັນເປັນຜູ້ຊ່ຽວຊານ ເຂົາກະສິເບິ່ງວ່າເງິນເຈົ້າຈະຂຶ້ນ ປະມານຢູ່ 20 ພັນເບາະ.”

ຄົນງານລາວ ທີ່ເຮັດວຽກໃນໂຄງການດັ່ງກ່າວ ສ່ວນໃຫຍ່ ຕ້ອງໄດ້ເສັຍເງິນເຊົ່າຫ້ອງພັກເອງ. ສ່ວນຄົນງານ ແລະນັກວິຊາການຈີນ ທີ່ເຮັດວຽກຢູ່ທີ່ນັ້ນ ແມ່ນບໍ່ໄດ້ເສັຍຄ່າ ໃນການພັກເຊົາ ຢູ່ບ່ອນພັກຂອງໂຄງການ.

ດັ່ງຜູ້ປະກອບການຫ້ອງ ເຊົ່ານາງນຶ່ງ ທີ່ຢູ່ໃກ້ກັບເຂດຂຸດຄົ້ນ ບໍ່ເກືອກາລີ ໃນເມືອງທ່າແຂກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິການີ້ວ່າ:

“ບໍ່ມີຄົນຈີນຈັກຄົນເດີ ຢູ່ຫ້ອງເຊົ່າ ມັນມີບໍຣິສັດເພິ່ນໃຫ້ພັກເຊົາ ສະເພາະຄົນຈີນ ໂດຍສະເພາະຢູ່ໃນໂຮງງານພຸ້ນ ເພາະວ່າເພິ່ນບໍ່ມີທີ່ຮອງຮັບ ສໍາລັບຄົນລາວ ທີ່ແບບວ່າມາຄອບຄົວ.”

ເຈົ້າໜ້າທີ່ ແຂວງຄໍາມ່ວນທ່ານນຶ່ງ ເວົ້າເຖິງການເຂົ້າມາລົງທຶນ ຂຸດຄົ້ນເກືອກາລີ ຂອງບໍຣິສັດ ຊີໂນ ອາກຣີ-ໂປຕາສ ຈໍາກັດ ຂອງຈີນວ່າ ໃນໄລຍະຜ່ານມາ ບໍຣິສັດນີ້ ໄດ້ມອບພັນທະງົບປະມານ ເຂົ້າຣັຖ, ສ້າງວຽກເຮັດໃຫ້ປະຊາຊົນ ພາຍໃນແຂວງຄໍາມ່ວນ ແລະທັງຟື້ນຟູຊີວິດການເປັນຢູ່ ຂອງຊາວບ້ານ ທີ່ຖືກຜົລກະທົບ.

“ພາກສ່ວນປະຊາຊົນເບາະ ຫລືວ່າຣັຖ ຊ່ວຍເຫລືອຫລັກ ກະແມ່ນເວົ້າເຣື່ອງມອບພັນທະ ງົບປະມານນີ້ແຫລະ ແລ້ວກະຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນຫັ້ນເນາະ.”

ໃນເດືອນພຶສຈິການີ້ ບໍຣິສັດດັ່ງກ່າວ ໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ກັນ ກັບກະຊວງປ້ອງກັນຄວາມສງົບ ຂອງລາວ ກ່ຽວກັບການຊ່ອຍເຫລືອ ສ້າງກອງທຶນ ເພື່ອປະຕິບັດນະໂຍບາຍ ຕໍ່ນາຍ ແລະພົນຕໍາຣວດ ຜູ້ໄດ້ຮັບເຄາະຮ້າຍ ຈາກການປະຕິບັດໜ້າທີ່ ແລະພະນັກງານ ປະຕິວັດອາວຸໂສບໍານານ ທີ່ພົບຄວາມຫຍຸ້ງຍາກ.

ເມື່ອປີ 2022 ທີ່ຜ່ານມາ ບໍຣິສັດນີ້ ໄດ້ບຸກເບີກເນື້ອທີ່ ຂອງຊາວບ້ານ ຢູ່ຫລາຍບ້ານ ໃນເມືອງໜອງບົກແລະເມືອງທ່າແຂກ ໂດຍໃຫ້ເງິນຊົດເຊີຍ ແບບບໍ່ເໝາະສົມ, ຊາວບ້ານຄອບຄົວໃດບໍ່ຍອມຮັບ ຫລືພະຍາຍາມຂັດຂວາງ ກໍຈະຖືກເຈົ້າໜ້າທີ່ຕໍາຣວດ ມາຈັບໂຕໄປກັກຂັງ ຈົນກວ່າວ່າ ຊາວບ້ານຜູ້ນັ້ນ ຈະຍອມຍົກດິນ ໃຫ້ບໍຣິສັດ ຈຶ່ງຈະໄດ້ຮັບການປ່ອຍໂຕ.

ໂຄງການຂຸດຄົ້ນບໍ່ເກືອກາລີ ໂປຕາສ ຂອງບໍຣິສັດ ຊີໂນ-ອາກຣີ ໂປຕາສຈໍາກັດ ຂອງຈີນ ຢູ່ແຂວງຄໍາມ່ວນ ກວມເອົາເນື້ອທີ່ ປະມານ 35 ຕາລາງກິໂລແມັດ. ໂຄງການນີ້ ໄດ້ເຣີ່ມການທົດລອງ ຂຸດຄົ້ນ ມາແຕ່ທ້າຍປີ 2021 ແລະຈະຂຍາຍຕື່ມໄປເລື້ອຍໆ ໃນອີກ 3 ຫາ 5 ປີຂ້າງໜ້າ ເພື່ອໃຫ້ສາມາດ ຂຸດຄົ້ນເກືອໂປຕາສ ໄດ້ 3 ຫາ 5 ລ້ານຕັນຕໍ່ປີ. ເກືອໂປຕາສ ຂອງບໍຣິສັດດັ່ງກ່າວ ໄດ້ຖືກສົ່ງອອກໄປຂາຍຕ່າງປະເທດ ເປັນສໍາຄັນ ເປັນຕົ້ນປະເທດຈີນ, ວຽດນາມ, ອິນໂດເນເຊັຽ, ໄທຍ, ມາເລເຊັຽ, ອິນເດັຽ, ນິວຊີແລນ ແລະຍີ່ປຸ່ນ.

ບໍຣິສັດດັ່ງກ່າວ ເປັນບໍຣິສັດ ທີ່ຢູ່ໃນເຄືອຂ່າຍຂອງບໍຣິສັດ ອາຊີ-ໂປຕາສ ຈໍາກັດ ທີ່ກໍາລັງມີແຜນ ກໍ່ສ້າງເຂດນິຄົມອຸດສາຫະກັມ ອັສຣິຍະ ອາຊີ-ໂປຕາສສາກົລ ຢູ່ເມືອງທ່າແຂກ ໃນເນື້ອທີ່ທັງໝົດ 2,000 ເຮັກຕ້າຣ໌ ໂດຍແບ່ງອອກເປັນ 3 ເຂດໃຫຍ່ ຊຶ່ງປະກອບດ້ວຍ ເຂດອຸດສາຫະກັມ ຝຸ່ນໂປຕາສ, ເຂດອຸດສາຫະກັມ ອະໂປຕາສ ແລະເຂດຕົວເມືອງອາຊີ-ໂປຕາສ ຊຶ່ງຄາດວ່າ ຈະສ້າງສໍາເຣັດທັງໝົດ ໃນທ້າຍປີ 2028 ໂດຍຈະລົງທຶນ ທັງໝົດປະມານ 4 ຕື້ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.