ຊາວນາຫຼາຍບ້ານ ຢູ່ໄຊຍະບູຣີ ປະຕິເສດ ຄ່າເຊົ່າດິນ ທີ່ບໍຣິສັດຈີນສເນີໃຫ້

ຈຳປາທອງ
2023.11.27
ຊາວນາຫຼາຍບ້ານ ຢູ່ໄຊຍະບູຣີ ປະຕິເສດ ຄ່າເຊົ່າດິນ ທີ່ບໍຣິສັດຈີນສເນີໃຫ້ ການເກັບກ່ຽວເຂົ້ານາປີ ຂອງປະຊາຊົນ ໃນເຂດພາກເໜືອ ໃນປີ 2021 ນີ້.
ນັກຂ່າວ ພົລເມືອງ

ບໍຣິສັດ ຈູນລຽນໄຊນາ-ລາວ ຈຳກັດ ທີ່ແມ່ນທ່ານ ກິວຊີຈູນ ເປັນປະທານ ໄດ້ມີໂຄງການເຊົ່າດິນນາ ຂອງປະຊາຊົນ 149 ເຮັກຕ້າຣ໌ ທີ່ກວມເອົາ 7 ບ້ານຢູ່ເມືອງເງິນ ແຂວງໄຊຍະບູຣີ ເພື່ອປູກໝາກຖົ່ວເຫລືອງຝັກສົດຣະດູແລ້ງ ເປັນສິນຄ້າສົ່ງອອກໄປຈີນ, ມູນຄ່າການລົງທຶນຫລາຍກວ່າ 45 ຕື້ກີບ, ແຕ່ ປະຊາຊົນ ຜູ້ເປັນເຈົ້າຂອງດິນນາ ຍັງບໍ່ຍອມຮັບຄ່າເຊົ່າ ທີ່ບໍຣິສັດຈີນ ສເນີໃຫ້ 5 ລ້ານກີບຕໍ່ເຮັກຕ້າຣ໌ ຍ້ອນບໍ່ຄຸ້ມຄ່າແຮງງານ ອະນາໄມຂີ້ເຫຍື້ອ ແລະຄ່າໄຖດິນຫລັງເສັດສິ້ນຣະດູການປູກແລ້ວ. ມີການຮ້ອງຂໍໃຫ້ເພີ່ມຄ່າເຊົ່າເປັນ 6 ລ້ານກີບຕໍ່ເຮັກຕ້າຣ໌, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານບີໝີ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ພຶສຈິການີ້.

ເຂົາມາເຮັດໝາກຖົ່ວນີ້ ຮ້ອງຂໍວ່າ ຢາກໃຫ້ເພີ່ມຄ່າເຊົ່າ ເຮັກຕ້າຣ໌ນຶ່ງແມ່ນ 6 ລ້ານ ຜ່ານມານີ້ຄ່າເຊົ່ານີ້ ບໍ່ຄຸ້ມ ກໍຕົກລົງກັນວ່າ ຊິເພີ່ມໃຫ້ປີນີ້ນ່າ ແຕ່ວ່າຊິເພີ່ມແນວໃດ ຍັງບໍ່ທັນຮູ້ ເຂົາກໍບໍ່ຢາກເພີ່ມປານໃດຫັ້ນແຫລະ ບາງທີ່ກໍວ່າໝາກຖົ່ວນີ້ ມັນບໍ່ໄດ້ມ້ຽນ ອັນຄືໝາກໂມ ເຂົາກໍວ່າຄ່າອະນາໄມຫັ້ນ ມັນບໍ່ໄດ້ອະນາໄມຜ້າຢາງ ບໍ່ໄດ້ອະຍາມັຍຄືໝາກໂມຫັ້ນ ມີແຕ່ວ່າໄປໄຖໄປຫຍັງຫັ້ນຊື່ໆ.

ທ່ານເວົ້າຕື່ມວ່າ ປະຊາຊົນມີບົດຮຽນ ຈາກປີທີ່ແລ້ວ ທີ່ມີບໍຣິສັດຈີນອື່ນ ມາເຊົ່າດິນນາຂອງປະຊາຊົນ ປູກໝາກໂມຣະດູແລ້ງ, ເຊົ່າດິນນາໃນໄລຍະ 6 ເດືອນພຽງ 4 ລ້ານ 5 ແສນກີບຕໍ່ເຮັກຕ້າຣ໌. ເງິນຈໍານວນນີ້ ເປັນທັງຄ່າເຊົ່າ ແລະຄ່າອະນາໄມຂີ້ເຫຍື້ອ ແລະຄ່າໄຖດິນນໍາ ຊຶ່ງມັນເປັນຈໍານວນເງິນທີ່ບໍ່ຄຸ້ມຄ່າ. ມາປີນີ້ ຜູ້ເປັນເຈົ້າຂອງດິນນາ ຈຶ່ງຂໍຄ່າເຊົ່າດິນ ນໍາບໍຣິສັດ ຈູນລຽນໄຊນາ-ລາວຈໍາກັດຕື່ມ ຄືດັ່ງທີ່ເວົ້າມາຂ້າງຕົ້ນ. ຕັ້ງແຕ່ກາງເດືອນຕຸລາ 2023 ມາຮອດມື້ນີ້ ທາງບໍຣິສັດຈີນ ໄດ້ອະນາໄມຄອງເໝືອງສໍາເຣັດ. ການກຽມດິນ ແລະຂຶ້ນໜານສໍາເຣັດໄປແລ້ວ 40%, ການປູກກໍໄດ້ 20% ໃນເນື້ອທີ່ທັງໝົດ 149 ເຮັກຕ້າຣ໌ ແລະຄາດວ່າ ການປູກນັ້ນ ຈະສໍາເຣັດໃນທ້າຍເດືອນທັນວາ 2023 ນີ້, ອີງຕາມຂໍ້ມູນເວັບໄຊຕ໌ ຂ່າວເສຖກິຈການຄ້າ ວັນທີ 22 ພຶສຈິກາ 2023 ນີ້.

ເຈົ້າຂອງດິນນາ ຈາກບ້ານພຽງງາມ ເວົ້າໃນມື້ດຽວກັນນີ້ວ່າ ເຖິງແມ່ນ ການປູກໝາກຖົ່ວເຫລືອງຝັກສົດ ຈະໄດ້ສໍາເຣັດໄປຈໍານວນນຶ່ງ ຢູ່ບ້ານຂອນນັ້ນ ແຕ່ເຈົ້າຂອງດິນນາສ່ວນຫລາຍ ໂດຍສະເພາະບ້ານເພັຍງາມ ແມ່ນຍັງບໍ່ທັນໄດ້ຮັບຄ່າເຊົ່າ ເຮັກຕ້າຣ໌ ລະ 6 ລ້ານກີບ ຕາມທີ່ຮ້ອງຂໍໄປນັ້ນເທື່ອ ແລະມີຂໍ້ມູນບໍ່ເປັນທາງການວ່າ ເຈົ້າຂອງດິນນາ ຢູ່ບ້ານເພັຍງາມ ອາດໄດ້ຮັບຄ່າເຊົ່າ ຫລັງຈາກບໍຣິສັດຈີນ ກຽມດິນ ແລະຂຶ້ນໜານ ຢູ່ບ້ານນັ້ນແລ້ວກ່ອນ.

ຂັ້ນເມືອງຕົກຕໍ່າ ຖືວ່າໃຫ້ຈີນເຊົ່າເລີຍ ທໍາອິດເຂົາມາຕົກລົງໃຫ້ເມືອງຫັ້ນ ເຂົາວ່າ 5 ລ້ານກີບເຂົາມາລົງຢູ່ບ້ານເພັຽງາມ ຫັ້ນເຂົາຕົກລົງກັນວ່າ 6 ລານກີບ ຈັ່ງຊີ້ຍັງບໍ່ທັນຈ່າຍຈ່າຍເງິນເທື່ອ ຕາມເຂົາເວົ້ານີ້ ບໍຣິສັດເວົ້ານີ້ ຄື.

ແລະວ່າ ຄ່າເຊົ່າທີ່ດິນ 6 ລ້ານກີບຕໍ່ເຮັກຕ້າຣ໌ ທີ່ປະຊາຊົນສເນີໄປນັ້ນ ເປັນທີ່ສົມເຫດສົມຜົລ ເນື່ອງຈາກດິນນາຢູ່ເຂດອື່ນ ທີ່ບໍຣິສັດຈີນເຊົ່າປູກພືດຣະດູແລ້ງ ຢູ່ທີ່ 6 ລ້ານກີບຕໍ່ເຮັກຕ້າຣ໌.

ກ່ອນທີ່ບໍຣິສັດຈີນ ຈະລົງມືອະນາໄມຄອງເໝືອງ, ກຽມດິນ ແລະຂຶ້ນໜານຢ່າງທີ່ເຫັນໃນທຸກມື້ນີ້ ແມ່ນພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມກັບເຈົ້າຂອງດິນນາ ໃຫ້ຍອມຮັບໂຄງການປູກໝາກຖົ່ວເຫລືອງຝັກສົດນີ້ ເຖິງແມ່ນວ່າເຈົ້າຂອງດິນ ບໍ່ຢາກຍົກດິນໃຫ້ບໍຣິສັດຈີນເຊົ່າ ເນື່ອງຈາກທັງກັງວົນເຣື່ອງຜົລກະທົບຕໍ່ດິນ ທີ່ອາດເກີດຂຶ້ນ ຄືກັນກັບໂຄງການ ປູກໝາກໂມຂອງບໍຣິສັດຈີນ ຜ່ານມາ ທີ່ເຮັດໃຫ້ການຜລິດເຂົ້ານາປີ ບໍ່ໄດ້ເຕັມເມັດເຕັມໜ່ວຍ ແລະການກວດຂີ້ເຫຍື້ອ, ການປັບໜ້າດິນ ກຽມປູກເຂົ້ານາປີ ພົບຄວາມຫຍູ້ງຍາກ.

ດັ່ງຊາວບ້ານຈາກບ້ານຂອນ ຜູ້ນີ້ເວົ້າວ່າ:

ຮ້ອງເອົາແຕ່ລະບ້ານໄປປະຊຸມ ແລ້ວກໍວ່າຢາກໃຫ້ພໍ່ແມ່ປະຊາຊົນເຮົານີ້ເອົາເນື້ອທີ່ນາຫັ້ນ ໃຫ້ບໍຣິສັດຫັ້ນເຊົ່າປູກ ແລ້ວທາງເຈົ້າຂອງນາກໍຊິມີລາຍຮັບ ເຮົາກໍມີວຽກເຮັດງານທໍາ ບໍ່ໃຫ້ຂັດໃຫ້ຂືນ ດິນເຮົາຢູ່ ແຕ່ວ່າກັມສິດມັນກໍຂຶ້ນກັບພາກຣັຖ ພາກຣັຖແລ້ວບາດນີ້ ໝາກອອກມາມັນບໍ່ກົມເລີຍນ່າ ເຂົ້ານ່າ ບໍ່ໄດ້ຮັບຜົລປານໃດ ເຣື່ອງເຂົ້າຫັ້ນເຣື່ອງງາມນີ້ ງາມສຸດໃຈເວລາຕອນເຮົາຄາດປູກເຂົ້າຫັ້ນ ມັນຣົຖມັນຊຶມຫັ້ນລະ ບໍ່ຢາກໃຫ້ເຮັດ ມັນບໍ່ໄດ້ ເຮົາໄປຄາດຫັ້ນທີ່ວ່າ ເຮົາເຮັດທຸກປີ ມື້ນີ້ຈັ່ງຊີ້ມັນກາຍເປັນ 2 ມື້ 2 ມື້ປາຍນ່າ.

ອີງຕາມຂໍ້ມູນເວັບໄຊຕ໌ ຂ່າວເສຖກິຈການຄ້າ ວັນທີ 22 ພຶສຈິການີ້, ໂຄງການປູກໝາກຖົ່ວເຫລືອງຝັກສົດ ຣະດູແລ້ງ ຂອງບໍຣິສັດຈີນນີ້ ເປັນປີທໍາອິດ ໃນຮູບແບບເຊົ່າດິນນາ ຂອງປະຊາຊົນ ທີ່ຊຸກຍູ້ສົ່ງເສີມວຽກງານກະສິກັມ ໃຫ້ເປັນຂະບວນກວ້າງຂວາງ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນພາຍໃນເມືອງນີ້ຕື່ມ.

ໃນຂະນະດຽວກັນ ຊາວບ້ານເພັຍງາມ ມີຄວາມເຫັນວ່າ ຫາກບໍ່ມີໂຄງການທີ່ວ່ານີ້ ຊາວບ້ານຜູ້ເປັນເຈົ້າຂອງດິນນາ ຈະໄດ້ປູກຜັກສວນຄົວ ຫລືຢາສູບຣະດູແລ້ງ ຢູ່ຕາມແຄມນາ ຫລືຢູ່ໃນດິນນາ ດັ່ງທີ່ເຄີຍປະຕິບັດກັນມາ, ແຕ່ເມື່ອມີໂຄງການນີ້ແລ້ວ ຊາວບ້ານບໍ່ໄດ້ປູກຄືເກົ່າ, ມີແຕ່ໄດ້ປູກຜັກສວນຄົວ ຢູ່ຕາມແຄມນາ.

ຊາວນາຊາວສວນຣະດູແລ້ງ ເຂົາຈະເຮັດຢູ່ຕາມແຄມທົ່ງໄຮ່ທົ່ງນາ ປູກຢູ່ດິນນາແດ່ ເພິ່ນຈະປູກຢາສູບບໍ່ ປູກຜັກທຽມຜັກບົ່ວນີ້ນ່າ ເຂົາກໍປູກຢູ່ ປູກຢູ່ແຄມຫັ້ນ ບ່ອນທີ່ຈີນບໍ່ເອົາ ຜູ້ທີ່ດຸໝັ່ນກໍຖືວ່າ ເຂົາກໍສືບຕໍ່ເຮັດຂອງເຂົາເນາະ.

ເມື່ອກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາ ໂຄງການເຊົ່າທີ່ດິນນາຂອງປະຊາຊົນ 7 ບ້ານ ຢູ່ເມືອງເງິນ ແຂວງໄຊຍະບູຣີ ປູກໝາກຖົ່ວເຫລືອງຝັກສົດຣະດູແລ້ງ ເປັນສິນຄ້າສົ່ງອອກໄປຈີນ ໃນມື້ວັນທີ 9 ພຶສພາ ທີ່ຜ່ານມາ ຊຶ່ງເປັນການປະຕິບັດ ຕາມຂໍ້ຕົກລົງຂອງເຈົ້າເມືອງ ເມືອງເງິນ ທີ່ອະນຸຍາດໃຫ້ບໍຣິສັດ ຈູນລຽນໄຊນາ-ລາວ ຈໍາກັດ ປູກໃນກໍານົດ 6 ເດືອນ ນັບແຕ່ເດືອນຕຸລາ 2023 ຫາເດືອນມີນາ 2024, ອີງຕາມຂໍ້ມູນ ຈາກໜັງສືພິມລາຍວັນ ວຽງຈັນໃໝ່ ວັນທີ 22 ພຶສພາ ທີ່ຜ່ານມາ.

ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງເງິນ ແຂວງໄຊຍະບູຣີ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.