ເຣື້ອງທີ່ເກັບບັນທຶກໄວ້
2021-11-22
ກ່ອນທີ່ ຈະສົ່ງເສີມ ໃຫ້ປະຊາຊົນ ນຳໃຊ້ ຣົດພລັງງານ ໄຟຟ້າ ນັ້ນ, ສິ່ງທີ່ຈຳເປັນ ຄື ຫລຸດດ ຄ່າໄຟຟ້າ ໃຫ້ໄດ້ກ່ອນ ເພາະວ່າ ທຸກມື້ນີ້ ຄ່າໄຟຟ້າ ຢູ່ລາວ ຍັງແພງຫຼາຍ ທັງທີ່ວ່າ ລາວ ມີເຂື່ອນໄຟຟ້າ ລົ້ນປະເທດ.
2021-11-18
ພາກປະຊາສັງຄົມ ຈະເຂົ້າຮ່ວມຮັບຟັງ ແລະສເນີບັນຫາ ຜົລກະທົບ ດ້ານສິ່ງແວດລ້ວມ ແລະສັງຄົມ ກ່ຽວກັບການສ້າງເຂື່ອນ ຊະນະຄາມ ຕໍ່ກອງປະຊຸມ ປຶກສາຫາລືຂອງຜູ້ມີສ່ວນໄດ້ ສ່ວນເສັຽ ໃນທ້າຍເດືອນ ພຶສຈິກາ ນີ້.
2021-11-16
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດຄັ້ງທີ 26 ໄດ້ພິຈາຣະນາ ແລະຕົກລົງ ຫຼາຍບັນຫາ ທີ່ພົວພັນກັບຄວາມຢູ່ລອດ ຂອງຊາວໂລກ ໂດຍລາວສົ່ງໂຕແທນເຂົ້າຮ່ວມ ແລະຮັບຮູ້ເຖິງພັຍຄຸກຄາມ ດ້ານສິ່ງແວດລ້ອມ.
2021-11-10
ຣັຖບານລາວ ຍັງບໍ່ເຊັນ ອະນຸສັນຍາ ວ່າດ້ວຍການຢຸດ ຕັດໄມ້ ໃນກອງປະຊຸມ COP26 ທີ່ນະຄອນ “ກລາສໂກວ໌” ຂະນະທີ່ ນັກວິຊາການ ເຫັນວ່າ ເປັນສິ່ງທີ່ບໍ່ເໜືອ ຄວາມຄາດໝາຍ ແລະ ຍັງຈຳເປັນ ທີ່ຈະຕ້ອງມີການຕັດໄມ້ ຕໍ່ໄປໃນລາວ.
2021-11-09
ພາກປະຊາສັງຄົມໄທຍ ອອກຖແລງການ ຄັດຄ້ານການສ້າງເຂື່ອນ ໃນແມ່ນ້ຳຂອງ ແລະຮຽກຮ້ອງໃຫ້ ຢຸດການຮັບຊື້ໄຟຟ້າ ຈາກປະເທດລາວເພີ່ມເຕີມ ຫຼັງຈາກຄະນະກັມການນະໂຍບາຍ ພລັງແຫ່ງຊາດ (ປະເທດໄທຍ) ຈະຮັບຊື້ໄຟຟ້າຈາກລາວເພີ່ມເຕີມ.
2021-11-08
ທາງການໄທຍເຫັນດີ ຊື້ໄຟຟ້າຈາກເຂື່ອນປາກແບງ ແລະ ເຂື່ອນປາກລາຍ ໂດຍຄະນະກັມມະການພະລັງງານແຫ່ງຊາດໄທຍ ຕົກລົງຮັບຊື້ເພີ່ມເປັນ 10,500 ເມາວັດ ຈາກເດີ່ມ 9,000 ຄາດວ່າ ຈະມີການເຊັນສັນຍາໃນມໍ່ໆ ນີ້.
2021-11-06
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກໍານົດ ຈຸດເຊື່ອມຕໍ່ ທີ່ສໍາຄັນ ຂອງແລວທາງ ໂຄງການກໍ່ສ້າງ ທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ແຂວງຫົວພັນ ແລ້ວ ແລະຄາດວ່າ ໂຄງການນີ້ ຈະເຣີ່ມລົງມື ສໍາຣວດ ໃນປີ 2022 ຫຼືປີ 2023.
2021-11-05
ຫຼາຍປະເທດທີ່ເຂົ້າຮ່ວມປະຊຸມ ຣັຖພາຄີ ຂອງອະນຸສັນຍາ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (COP26) ໄດ້ໃຫ້ຄຳໝັ້ນວ່າຈະຢຸຕິການທຳລາຍປ່າ ແລະຟຶ້ນຟູ່ປ່າໄມ້ໃນປະເທດຂອງຕົນ ແຕ່ທາງການລາວ ປະຕິເສດ ທີ່ຈະລົງນາມ ໃນປະຕິນຍາວ່າດ້ວຍ ການຢຸດຕັດໄມ້ແລະທໍາລາຍປ່າ.
2021-11-05
ເຈົ້າໜ້າທີ່ທະຫານ, ຕຳຣວຈ ແລະພາກສ່ວນທີ່ກ່ຽວຂ້ອງ ເມືອງວຽງທອງ ແຂວງບໍຣິຄໍາໄຊ ໄດ້ໄປກວດກາ ການລັກປູກຝິ່ນ, ປູກກັນຊາຂອງຊາວບ້ານ ໃນເຂດບ້ານອຸດົມໄຊ ພົບສວນປູກກັນຊາ 8 ສວນ ແລະສາມາດຈັບ ເຈົ້າຂອງສວນໄດ້ 1 ຄົນ.
2021-11-04
ປະຊາຊົນໄດ້ຮັບຄວາມລຳບາກ ໃນການທຽວທາງລອດໃຕ້ ແລວທາງຣົດໄຟ ທີ່ສ້າງເປັນຮ່ອງລະບາຍນ້ຳ ໂດຍສະເພາະ ຜູ້ທີ່ຕ້ອງຂົນເຂົ້າຈາກຝັ່ງນຶ່ງ ຂອງທາງຣົຖໄຟ ເພື່ອໄປອີກຝັ່ງນຶ່ງ ຕ້ອງແບກເປົາເຂົ້າລອດໃຕ້ທາງຣົດໄຟ ຂນະທີ່ຮ່ອງລະບາຍນ້ຳ ປຽກແລະມືດ ເພາະມີນ້ຳທີ່ໄຫຼຜ່ານຕລອດເວລາ.
2021-11-03
ໂຄງການຂຸດຄົ້ນແຮ່ທາດ (ແຮ່ຄຳ) ຂອງນັກລົງທຶນຈີນ ປ່ອຍນ້ຳເປື້ອນ ລົງສູ່ລຳຫ້ວຍ ຢູ່ເມືອງກະລຶມ ແຂວງເຊກອງ ສົ່ງຜົລກະທົບຕໍ່ຊາວບ້ານ ລຳນ້ຳຫ້ວຍ ໃກ້ບ້ານອາແຕັງ, ບ້ານຕະລ່ອງ, ແລະ ບ້ານກະອວງ ບໍ່ສາມາດນຳໃຊ້ ເພື່ອອຸປະໂພຄ ແລະ ບໍຣິໂພຄໄດ້.
2021-11-03
ເຈົ້າໜ້າທີ່ແຂວງຫຼວງພຣະບາງ ຈັບຄົນລັກຕັດໄມ້ຢູ່ເຂດປ່າສງວນ ຮວມທັງເຂດວັດ ຢູ່ເມືອງຈອມເພັດ ຊຶ່ງມີເຈົ້າໜ້າທີ່ຣັຖຮ່ວມນໍາ, ເຖິງແມ່ນວ່າ ຜ່ານມາໄດ້ຫຼາຍປີແລ້ວກໍ່ຕາມ ບັນແບບນີ້ກໍຍັງມີແລະແກ້ໄຂບໍ່ໄດ້.
2021-11-02
ປະຊາຊົນຫຼາຍຄອບຄົວ ຢູ່ເມືອງຮ້ຽມ ແຂວງຫົວພັນ ແລະເມືອງຄໍາ ແຂວງຊຽງຂວາງ ເສັຽດິນທໍາກິນໃຫ້ໂຄງການຂຸດຄົ້ນແຮ່ເຫຼັກ ຂອງກຸ່ມບໍຣິສັດນິກສັນ ຊຶ່ງຂະນະນີ້ຢູ່ໃນລະຫວ່າງ ການກໍ່ສ້າງໂຮງງານ, ສ່ວນປະຊາຊົນ ຫວັງໃຫ້ໂຄງການຊົດເຊີຽທີ່ເໝາະສົມ.
2021-10-30
ປະຊາຊົນ ຢ່າງນ້ອຍ 600 ຄອບຄົວ ຈະໄດ້ຮັບຜົລກະທົບ ຈາກໂຄງການ ໂຮງໄຟຟ້າຖ່ານຫິນ ຂອງຈີນ ທີ່ເມືອງຊຳເໜືອ ຊຶ່ງບັນຫາເຣິ່ມຕົ້ນ ຍັງບໍ່ໄດ້ຮັບການແກ້ໄຂ ເຊັ່ນບໍ່ທັນໄດ້ຊົດເຊີຽ ໃຫ້ກັບປະຊາຊົນທີ່ເສັຽດິນ ໃນການຕັດທາງເພື່ອສ້າງໂຮງໄຟຟ້າ.
2021-10-29
ພັຍທັມຊາດ ເປັນສ່ວນນຶ່ງທີ່ນຳ ຄວາມຂາດເຂີນມາສູ່ປະຊາຊົນພາກກະເສຕກັມ ແລະ ສ່ວນນຶ່ງກໍຍ້ອນການຂາດການຈັດການຢ່າງເປັນຣະບົບ ເຊັ່ນການຈັດສັນນ້ຳໃນລະດູແລ້ງ ເຮັດໃຫ້ຜົລຜລິດບໍ່ພຽງພໍຕໍ່ການບໍຣິໂພກຂອງປະຊາຊົນ.