ນ້ຳຖ້ວມ, ແຫ້ງແລ້ງ ເຮັດໃຫ້ຂາດເຂີນເຂົ້າກິນ
2021.10.29
ນໍ້າຖ້ວມ ແລະພັຍແຫ້ງແລ້ງຢູ່ແຂວງສັວນນະເຂດ, ຄໍາມ່ວນ, ຊຽງຂວາງ, ໄຊຍະບູຣີ ແລະບາງສ່ວນຂອງແຂວງຫລວງພຣະບາງ ເຮັດໃຫ້ປະຊາຊົນປະສົບຄວາມຫຍຸ້ງຍາກ ບໍ່ສາມາດເຮັດນາໄດ້ຕາມລະດູການ, ປະຊາຊົນລາວຈໍາວນບໍ່ໜ້ອຍ ຂາດເຂີນເຂົ້າກິນ ດັ່ງປະຊາຊົນຢູ່ແຂວງໄຊຍະບູຣີ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລານີ້ວ່າ:
“ເວລານໍ້າຖ້ວມ ຖ້ວມນາຖ້ວມເຂົ້າຈັ່ງຊີ້ ຈາກເຂື່ອນແຕກຈາກຫຍັງກໍແລ້ວແຕ່ ກໍໄດ້ຮັບຜົລກະທົບ ກໍເຮັດໃຫ້ເຮົາບໍ່ມີເຂົ້າຢູ່ບໍ່ມີເຂົ້າກິນ. ຊາວກະສິກອນຊາວກະສິກັມ ທີ່ເຮັດນາທໍາການກະເສດຖ້ານໍ້າຖ້ວມເຂົ້າ ກໍບໍ່ມີເຂົ້າຢູ່ເຂົ້າກິນ ກໍໄດ້ຮັບຜົລກະທົບ ໄດ້ຮັບຜົລກະທົບຈາກພັຍພິບັດຢູ່ແລ້ວ.”
ຊາວນາຢູ່ແຂວງໄຊຍະບູຣີ ອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຊາວກະສິກອນຈໍານວນນຶ່ງ ຍັງບໍ່ສາມາດເຮັດນາໄດ້ຕາມລະດູການ, ພວກເຂົາເຈົ້າມັກປະສົບກັບບັນຫາ ການຂາດເຂີນນໍ້າ ແລະນໍ້າຖ້ວມ ຈົນຕ້ອງໄດ້ຢຸດການເຮັດນາ ຫຼືຂາດທຶນຈາກການເຮັດນາ ຍ້ອນຍັງບໍ່ໄດ້ຮັບການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການພໍເທົ່າໃດ ໃນການແກ້ໄຂບັນຫາດັ່ງກ່າວ ດັ່ງທີ່ທ່ານກ່າວວ່າ:
“ພັຍທັມຊາດມັນກໍມີມາແນ່ ນໍ້າມາແນ່ ສ່ວນຫລາຍເຂດແຂວງນີ້ ມັນເຂດທີ່ແຖວໃຕ້ຊີ້ ແຖວຕິດນໍາເມືອງເລຮຍຊີ້ນ່າ ແຖວບໍ່ແຕນຫັ້ນເຮັດໄດ້ແຕ່ວ່າ ນາບໍ່ມີນໍ້າຫັ້ນນ່າ ສົມມຸດວ່າເຮົາເຮັດໄດ້ປະມານ ດໍານາແລ້ວຊີ້ເນາະ ໄດ້ໄລຍະນຶ່ງແລ້ວນໍ້າຈະແຫ້ງ ຝົນກໍຕົກແຕ່ບໍ່ມີນໍ້າແນ່”
ທີ່ຜ່ານມາ ມີຊາວນາຈໍານວນນຶ່ງ ປະອາຊີບເຮັດນາ ໄປເປັນກັມມະກອນຮັບຈ້າງ ຢູ່ໃນໂຕເມືອງ ຍ້ອນພັຍນໍ້າຖ້ວມ ແລະພັຍແຫ້ງແລ້ງ ທີ່ທັງເປັນພັຍທັມມະຊາດ ແລະເປັນພັຍທີ່ຄົນເປັນຜູ້ສ້າງຂຶ້ນມາ ເຮັດໃຫ້ກໍາລັງແຮງງານໃນການຜລິດເຂົ້າ ຢູ່ໃນປະເທດລາວຫລຸດລົງ ແລະຕ້ອງໄດ້ຊື້ເຂົ້າມາຈາກຕ່າງປະເທດ ເປັນຕົ້ນຈາກວຽດນາມ ແລະໄທຍ. ເວລາຝົນບໍ່ຕົກ ກໍເກີດພັຍແຫ້ງແລ້ງ ບໍ່ມີນໍ້າປູກເຂົ້າ ດັ່ງຊາວນາຢູ່ແຂວງສວັນນະເຂດຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເມື່ອມັນບໍ່ມີນໍ້າເນາະ ມັນກໍສົ່ງຜົລໃຫ້ເຮັດນາບໍ່ໄດ້ ບາງຄົນກໍບໍ່ເຮັດນາເລີຍ ປະນາ ຄົນນຶ່ງກໍ ພໍ່ແມ່ບໍ່ຢູ່ແລ້ວ ລູກກໍບໍ່ຢາກເຮັດນາ ກໍໜີເຂົ້າໃນເມືອງມາຫາງານທໍາ ກໍສົ່ງຜົລແນ່ນອນຢູ່ແລ້ວ ເພາະວ່າສູ່ມື້ນີ້ ສິນຄ້າກໍມີແຕ່ນໍາເຂົ້າ ເພາະວ່າບໍ່ວ່າຈະເຂົ້າ ເຂົ້າກໍຍັງນໍາເຂົ້າ ຈາກ
ວຽດນາມ ປະເທດໂຕເອງຍັງຜລິດບໍ່ໄດ້ແລ້ວ.”
ກົງກັນຂ້າມ ເມື່ອຝົນຕົກຫຼາຍຄືທີ່ຜ່ານມາ ຊາວນາກໍຫຍຸ້ງຍາກ ໃນການເກັບກ່ຽວເຂົ້າ ແລະອີກທັງຕ້ອງໄດ້ປະຕິບັດຕາມ ມາຕການລ໊ອກດາວ ເພື່ອປ້ອງກັນການແພ່ຣະບາດ ຂອງເຊື້ອໂຄວິດ-19 ເຮັດໃຫ້ການເກັບກ່ຽວຜົລປູກ ຫລຸດລົງປະມານ 30% ເມື່ອທຽບໃສ່ກັບປີທີ່ ຜ່ານມາ ດັ່ງຊາວນາຢູ່ແຂວງຫຼວງພຣະບາງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ຕຸລານີ້ວ່າ:
“ເຣື່ອງພັຍພິບັດນີ້ ສ່ວນຫລາຍກໍຈະເວົ້າເຣື່ອງສະພາບອາກາດເນາະ ປີນີ້ຝົນເອົາມາຫລາຍໜ້ອຍນຶ່ງ ກວ່າທຸກປີເນາະ ຄືເຫັນສະພາບອາກາດຄືເບື້ອງນຶ່ງ ພະຍຸເຂົ້າເຂົ້າຫັ້ນນ່າ. ຈັ່ງຊັ້ນອັນນັ້ນ ບ່ອນນຶ່ງທີ່ວ່າ ເຮັດໃຫ້ຜົລເກັບກ່ຽວ ຂອງພວກເຮົາບໍ່ໄດ້ເທົ່າທີ່ຄວນເນາະ ຖ້າສິທຽບໃສ່ໂຕຢ່າງວ່າ 100% ນີ້ອາດຫລຸດປະມານ 30% ບໍ໋ແບບນີ້ລະ.”
ສໍາລັບການແກ້ບັນຫານໍ້າຖ້ວມ ແລະພັຍແຫ້ງແລ້ງ ຢູ່ຫຼາຍແຂວງຂອງລາວ ທີ່ເຮັດໃຫ້ຊາວຊາວນາປະສົບກັບຄວາມຫຍຸ້ງຍາກ ໃນການປູກເຂົ້ານັ້ນ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ຍັງຢູ່ໃນໄລຍະການຊອກຫາວິທີ ການພັທນາຣະບົບຊົລປະທານ ແລະປັບປຸງຄຸນນະພາບດິນ ເພື່ອໃຫ້ຊາວກະສິກອນປູກພືດໄດ້ຕລອດປີ ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ບັນຫາທໍາອິດ ລະແມ່ນເຣື່ອງຣະດູຝົນນີ້ມັນບໍ່ປົກຕິ ພວກເຮົາເຮັດແນວໃດສິໃຫ້ຝົນມັນປົກຕິ ຈັ່ງສິໃຫ້ປະຊາຊົນໄດ້ປູກເຂົ້າ ປູກພືດທັງຣະດູແລ້ງຣະດູຝົນໄດ້. ອັນທີ 2 ບັນຫາທີ 2 ຂອງກະສິກັມລະແມ່ນຫຍັງ ແມ່ນດິນຈືດ ໝາຍຄວາມວ່າໃຫ້ມັນມີນໍ້າຕລອດປີ ໃຫ້ດິນອຸດົມສົມບູນຂຶ້ນໃໝ່ ບໍ່ໃຫ້ມັນຈືດໄປລ້າໆ.”
ເວົ້າເຣື່ອງການຂົນຍ້າຍ ຜົລຜລິດກະສິກໍາ ເຂົ້າ ແລະຜັກ ຈາກແຂວງນຶ່ງໄປອີກແຂວງນຶ່ງ ຮວມທັງຈາກແຂວງຊຽງຂວາງ ໄປຫານະຄອນຫຼວງວຽງຈັນ ທີ່ມີສະບຽງອາຫານບໍ່ພຽງພໍ ກັບຄວາມຕ້ອງການໃນໄລຍະນຶ່ງ ຍ້ອນມາຕການລ໊ອກດາວ ໃນຂະນະທີ່ມີການຣະບາດ ຂອງເຊື້ອໂຄວິດ-19 ຢູ່ນີ້ ກໍມີການອະນຸຍາດໃຫ້ຂົນໄດ້ ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ແຂວງ ຊຽງຂວາງທ່ານນຶ່ງກ່າວໃນມື້ວັນທີ 27 ຕຸລານີ້ວ່າ:
“ກໍຜົລກະທົບໃນເບື້ອງຕົ້ນເນາະ ເຣື່ອງນີ້ກໍເຂົ້າໃຈແລ້ວ ເວລາເດີນທາງບໍ໋ ຄະນະສະເພາະກິດສາມາດອະນຸຍາດໄປໄດ້ເນາະ ປັດຈຸບັນນີ້ກໍໄດ້ສົ່ງລົງທາງ ນະຄອນຫລວງວຽງຈັນຫັ້ນກໍ໋ ມຶເນຶ່ງກໍປະມານ 50-60 ຕັນທີ່ໄປຊ່ວຍນະຄອນຫລວງຫັ້ນ ຈະເປັນພືດຜັກ ຈະເປັນໝາກເຜັກໝາກຖົ່ວ ເຂົ້າເນາະ.”
ເວົ້າເຖິງຜົລກະທົບ ໃສ່ການປູກຝັງ ເປັນຕົ້ນການປູກເຂົ້າ ຄືດັ່ງທີ່ເວົ້າມານັ້ນ ເມື່ອກ່ອນໜ້ານີ້ ທ່ານ ເພັດ ພິມພິພັກ ຣັຖມົນຕຣີກະຊວງກະສິກັມ ແລະປ່າໄມ້ ກໍໄດ້ກ່າວໃນໂອກາດ ການສລອງວັນອາຫານໂລກວ່າ ນອກຈາກການແພ່ຣະບາດ ຂອງໂຄວິດ-19 ແລ້ວ ກໍຍັງມີການແພ່ຣະບາດ ຂອງຕັກແຕນໄມ້ປ່ອງ, ບົ້ງສາລີ, ພະຍາດພືດ ແລະພະຍາດອະຫິວາໝູອາຟຣິກາ ຢູ່ພາກເໜືອຂອງລາວ ແລະທັງມີການແພ່ຣະບາດ ຂອງພະຍາດຜິວໜັງອັກເສບ ຕິດຕໍ່ງົວ-ຄວາຍ ແລະອຸທົກກະພັຍ ທີ່ກໍາລັງເກີດຂຶ້ນຢູ່ໃນຫລາຍແຂວງ ຊຶ່ງສົ່ງຜົລກະທົບໂດຍກົງ ຕໍ່ການຜລິດກະສິກໍາ ເພື່ອຄໍ້າປະກັນເຣື່ອງສະບຽງອາຫານ, ໂພສະນາການ ແລະການຜລິດເປັນສິນຄ້າ.