ຮຽກຮ້ອງປັບປຸງ ທາງທຽວລອດໃຕ້ ທາງຣົຖໄຟ

ຈຳປາທອງ
2021.11.04
ຮຽກຮ້ອງປັບປຸງ ທາງທຽວລອດໃຕ້ ທາງຣົຖໄຟ ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສ້ອມແປງພື້ນອຸໂມງລອດທາງຣົຖໄຟລາວ-ຈີນ.
ນັກຂ່າວ ພົລເມືອງ

ປະຊາຊົນຫລາຍຄົນ ຢູ່ບ້ານດອນງິ້ວ ເມືອງງາ ແຂວງອຸດົມໄຊ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້ອມແປງພື້ນອຸໂມງລອດທາງຣົຖໄຟລາວ-ຈີນ ຢູ່ບ້ານດອນງິ້ວໃຫ້ສໍາເຣັດກ່ອນທີ່ຈະເປີດໃຊ້ໃນມື້ວັນທີ 2 ທັນວາທີ່ຈະມາເຖິງນີ້ ຍ້ອນວ່າມັນເປັນຂຸມ, ເປັນຕົມ ເຮັດໃຫ້ທາງໝື່ນ ແລະທັງຂັ້ນໃດ ທີ່ໃຊ້ເປັນທາງຍ່າງລົງໄປຫາກ້ອງອຸໂມງທາງຣົດໄຟ ກໍເປ່ເພຫລາຍ ແລະຍັງບໍ່ໄດ້ສ້ອມແປງໃຫ້ໄດ້ມາຕຖານ ແລະຮັບປະກັຫນຄວາມປອດພັຍ ໃຫ້ປະຊາຊົນທີ່ຢ່າງຂຶ້ນລົງໃນແຕ່ລະມື້ ດັ່ງປະຊາຊົນບ້ານດອນງິ້ວ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ພຶສຈິການີ້ວ່າ:

 ເອີ ກ້ອງອຸໂມງຣົຖໄຟຫັ້ນລະ ຝົນຕົກຂະເຈົ້າບໍ່ໄດ້ເທຄຄອນກຣີດມັນກະໝື່ນ ຊ່ວງນີ້ເພິ່ນກະໄປ ຝົນຕົກແດ່ຂະເຈົ້າບໍ່ໄດ້ແປງແລ້ວເດ໋ ມັນກະສິຫຍູ້ງຍາກໜ້ອຍນຶ່ງ.

ຊາວບ້ານຜູ້ນີ້ເວົ້າຕໍ່ໄປວ່າ ຜູ້ທີ່ໄດ້ຮັບຜົລກະທົບຫລາຍທີ່ສຸດ ແມ່ນຊາວນາ ທີ່ໃຊ້ອຸໂມງ ລອດທາງຣົຖໄຟລາວ-ຈີນຢູ່ຈຸດດັ່ງກ່າວ ເພື່ອຜ່ານໄປໄຮ່ຂອງພວກເຂົາເຈົ້າ ທີ່ຄ່ອຍໆພາກັນຜ່ານເຂດນັ້ນດ້ວຍຄວາມລະມັດລະວັງ ຊຶ່ງຕ້ອງໄດ້ເສັຽເວລາເດີນທາງຫລາຍຂຶ້ນ. ກ່ຽວກັບສະພາບພື້ນອຸໂມງລອດທາງຣົຖໄຟ ລາວ-ຈີນຢູ່ຈຸດນັ້ນ ຊາວບ້ານໃກ້ຄຽງຈໍານວນນຶ່ງກໍຮູ້ຂ່າວທາງສື່ສັງຄົມອອນລາຍ ທີ່ມີການເຜີຍແພ່ ຊຶ່ງບາງຄົນເວົ້າວ່າ ເປັນທາງທີ່ບໍ່ໜ້າເດີນຜ່ານ ຈົນກວ່າຈະມີການສ້ອມແປງ ໃຫ້ໄດ້ມາຕຖານ ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:

 ຕາມເຫັນລາວລົງເຟສຫັ້ນ ກະຫາກຄືວ່າຢາກອັນນັ້ນໜ້ອຍນຶ່ງໂອ໋ ແຕ່ບໍ່ຮູ້ວ່າເປັນແນວໃດ ມີທາງລອດອຸມົງເນາະ ບໍ່ສະດວກບໍ໋ ກະຢູ່ຫັ້ນກະບໍ່ສິໄດ້ໄປທາງອຸໂມງຈັກບາດ.

ຊາວບ້ານອີກນນາງນຶ່ງ ທີ່ເຄີຍຢູ່ເຂດບ້ານນັ້ນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ພຶສຈິກາ ນີ້ວ່າ ພື້ນອຸໂມງລອດທາງຣົຖໄຟ ລາວ-ຈີນ ມີສະພາບເປັນຄືແນວນັ້ນມາເປັນເວລາດົນເຕີບແລ້ວ, ແຕ່ກໍບໍ່ມີພາກສ່ວນໃດມາແກ້ໄຂ:

 ໂອ໋ ແມ່ນແຫລະ ທາງເຂົ້າໄປອຸໂມງຫຍູ້ງຍາກ ແຕ່ກ່ອນຢູ່ຫັ້ນນີ້ ຕັ້ງແຕ່ຂະເຈົ້າເຮັດຣົຖໄຟນີ້ ບໍ່ໄດ້ໄປຈັກເທື່ອ ເບິ່ງຫັ້ນແລ້ວຫັ້ນກະສິໄປ.

ເມື່ອກ່ອນໜ້ານີ້ ມີຜູ້ໃຊ້ສື່ສັງຄົມອອນລາຍຄົນນຶ່ງ ໄດ້ໄປສໍາຣວດອຸໂມງລອດທາງຣົດໄຟ  ຢູ່ຈຸດດັ່ງກ່າວ ແລະກໍໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງມາສ້ອມແປງໃຫ້ດີ ກ່ອນທີ່ຈະມີພິທີເປີດໃຊ້ ໃນອີກບໍ່ຮອດເດືອນທີ່ຈະມາເຖິງນີ້:

 ແລ້ວໄປເບິ່ນໂຕຫົນ ທາງ ທີ່ປະຊາຊົນນໍາໃຊ້ຢູ່ແຕ່ລະມື້ແຕ່ລະວັນ ເນາະ ທີ່ຂະເຈົ້ານໍາໃຊ້ຊົນເຂົ້າ ຫລືວ່າການໄປການມາຫັ້ນນ່າ ໃຫ້ເບິ່ງນໍາກັນເນາະ ແລ້ວກໍວອນພາກສ່ວນທີ່ກ່ຽວຂ້ອງ ໃຫ້ມາແກ້ໄຂຈຸດນີ້ເນາະ ທີ່ຂະເຈົ້າລົງໄປນາ ແບກເຂົ້າຂຶ້ນມານີ້.

ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າສັ້ນໆ ຂອງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 3 ພຶສຈິກາແລ້ວແມ່ນວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ກໍຮັບຮູ້ບັນຫາທີ່ວ່ານີ້ແລ້ວ ແລະມີແຜນສ້ອມແປງໃນມໍ່ໆນີ້:

ໂຕທາງເມືອງງາບໍ໋ ເອີ ເຮົາກໍາລັງມີແຜນຢູ່ ບໍ່ໄດ້ເຫັນໃນຄລິບຫັ້ນເນາະ ບໍ່ເຂົ້າ ໃຈນ່າ.

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາບໍຣິສັດທາງຣົດໄຟສາກົລ ສັນຍາທີ 2 ຊຶ່ງເປັນບໍຣິສັດຮັບເໝົາກໍ່ສ້າງທາງຣົຖໄຟລາວ-ຈີນ ຢູ່ເຂດແຂວງອຸດົມໄຊ, ແຕ່ເຈົ້າໜ້າທີ່ຜູ້ຮັບໂທຣະສັບບອກວ່າ ທ່ານບໍ່ໄດ້ຮັບຜິດຊອບໂຄງການນີ້ແລ້ວ ແລະບໍ່ສາມາດອອກຄໍາເຫັນໃດໆໄດ້.

ສໍາລັບຢູ່ເຂດນະຄອນຫລວງວຽງຈັນ ເມື່ອກ່ອນໜ້ານີ້ ອຸໂມງລອດທາງຣົຖໄຟລາວ-ຈີນ ຢູ່ບາງເຂດ ກໍເຄີຍເກີດບັນຫາຫລາຍຢ່າງ ຮວມທັງມີນໍ້າອັ່ງໃນເວລາຝົນຕົກຫລາຍ ເປັນຕົ້ນ ຢູ່ຈຸດບ້ານຫ້ວຍແດນເມືອງ ຫາບ້ານໜອງວຽງຄໍາ ເມືອງໄຊທານີ ແລະຢູ່ເຂດບ້ານນາຄູນ ເມືອງນາຊາຍທອງ. ສາເຫດທີ່ເຮັດໃຫ້ນໍ້າອັ່ງ ຢູ່ອຸໂມງລອດທາງຣົຖໄຟນັ້ນ ກໍເປັນຍ້ອນຜູ້ຮັບເໝົາກໍ່ສ້າງໄດ້ຂຸດທາງເປັນຫລຸມເລີກເກີນໄປ ແລະຕໍ່າກວ່າຣະດັບໜ້າທາງປົກກະຕິ.

ຍັງເຫລືອເວລາອີກບໍ່ເຖິງເດືອນ ຄືໃນມື້ວັນທີ 2 ທັນວາ 2021 ນີ້ ທາງຣົດໄຟລາວ-ຈີນ ປະມານ 422 ກິໂລແມັດ ກໍຈະໄດ້ເປີດໃຊ້ຢ່າງເປັນທາງການ ໃນຂະນະທີ່ຍັງມີອີກຫລາຍບັນຫາ ທີ່ທາງຜູ້ຮັບຜິດຊອບໂຄງການ ຈະຕ້ອງໄດ້ເລັ່ງແກ້ໄຂ ເປັນຕົ້ນ ການຊົດເຊີຍຄວາມເສັຍຫາຍໃຫ້ແກ່ຊາວບ້ານ ທີ່ຍັງຄ້າງຄາຢູ່ ແລະການສະກັດການລັກຕັດສາຍໄຟ ຕາມແລວທາງຣົດໄຟນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.