ການປ່ອຍນ້ຳເປື້ອນ ຂອງໂຄງການຂຸດຄົ້ນແຮ່ທາດຈີນ
2021.11.03

ປະມານປີທີ່ຜ່ານມາ, ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ຂອງນັກລົງທຶນຈີນ ໄດ້ດຳເນີນການທົດລອງ ຂຸດຄົ້ນປຸງແຕ່ງຄຳ ແລ້ວປ່ອຍນ້ຳເສັຽ, ສິ່ງເສດເຫຼືອ ຫຼືຫາງແຮ່ ລົງສູ່ລຳຫ້ວຍ ເຂດບ້ານຕະລ່ອງ, ບ້ານກະອວງ ແລະ ບ້ານອາແຕັງ, ເມືອງກະລຶມ ແຂວງເຊກອງ. ນ້ຳເສັຽເຮັດໃຫ້ສັດນ້ຳ ຕາຍຟູ ຈຳນວນຫຼາຍ ແລະ ຊາວບ້ານເຂດດັ່ກ່າວ ທີ່ເຄີຍມີຊີວິຕຕິດພັນ ກັບທັມຊາດ ບໍ່ສາມາດຫາຢູ່ຫາກິນ ໄດ້ຄືແຕ່ເກົ່າ.
ມາປີນີ້, ໂຄງການດັ່ງກ່າວ ກໍໄດ້ຮັບອະນຸຍາດ ຈາກທາງການລາວ ໃຫ້ດຳເນີນແຜນວຽກນີ້ຕໍ່ໄປ ເປັນໄລຍະເວລາ 15 ປີຕື່ມອີກ. ດ້ວຍເຫດນີ້, ຊາວບ້ານຈຶ່ງສເນີ ຫາທາງການລາວ ປະສານກັບໂຄງການນັ້ນ ເຂົ້າມາສ້ອມແປງ ລະບົບນ້ຳລິນ ພາຍໃນບ້ານ ໃຫ້ສາມາດນຳໃຊ້ໄດ້ ຢ່າງທົ່ວເຖິງ ເພື່ອທົດແທນແຫຼ່ງນ້ຳ ກໍຄືລຳຫ້ວຍ ທີ່ບໍ່ສາມາດໃຊ້ ເພື່ອອຸປະໂພຄ ແລະ ບໍຣິໂພຄ ໄດ້ຄືແຕ່ເກົ່າ. ຊາວບ້ານ ຢູ່ບ້ານກະອວງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:
“ນ້ຳລິນບໍ່ພຽງພໍ ມັນເປ່ເພບໍ່ ຊ່ວງວິກິດ ຊ່ວງອັນນີ້ ຝົນຕົກພະຍຸເຂົ້າ ຂາດໆເຂີນໆໄປ ໃຊ້ນ້ຳຫ້ວຍເດ ຢູ່ເທິງພູ ເຂົາເຈົ້າກໍຜລິຕອັນນັ້ນ ໃຊ້ນ້ຳບາ ອີ່ຫຍັງຫັ້ນແຫຼະ. ເພິ່ນກໍໄລ່ຈັ່ງຊັ້ນ ມັນກໍກະທົບ.”
ນອກຈາກສ້ອມແປງ ລະບົບນ້ຳລິນ ໃຫ້ຊາວບ້ານ ມີນ້ຳໃຊ້ແບບບໍ່ຂາດເຂີນແລ້ວ, ທາງຊາວບ້ານ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕິດຕາມແຜນການກໍ່ສ້າງ ອ່າງນ້ຳເສັຽ ແລະ ຈຸດຖິ້ມສິ່ງເສດເຫຼືອ ຫຼືຫາງແຮ່ ຂອງໂຄງການຢ່າງເຄັ່ງຄັດ ເນື່ອງຈາກແຜນການດັ່ງກ່າວ ຈະຊ່ອຍໃຫ້ນ້ຳ ໃນລຳຫ້ວຍ ທີ່ມີສັດນ້ຳ ເປັນຕົ້ນ ປູ, ປາ, ຫວຍ ໃຫ້ຊາວບ້ານໄດ້ຫາຢູ່ຫາກິນ ແລະ ລ້ຽງສັດ ຫຼືໃຊ້ອາບໄດ້ຄືເກົ່າ ເພື່ອຫຼຸດຜ່ອນການໃຊ້ລະບົບນ້ຳລິນ ພາຍໃນບ້ານ ແລະ ຫຼຸດຜ່ອນຜົລກະທົບ ດ້ານສິ່ງແວດລ້ອມ ທາງນ້ຳນຳດ້ວຍ. ຊາວບ້ານ ຢູ່ບ້ານອາແຕັງ ກ່າວວ່າ:
“ຂຸດຄົ້ນຫັ້ນມັນສູງ ບາດນີ້ ນ້ຳປ່າ ນ້ຳນັ້ນຫັ້ນແຫຼະ ເຂົາເຮັດບ່ອນກັ່ນ ບ່ອນກອງ ບາງຈຸດມັນບໍ່ໄດ້ມາຕຖານ ຈັ່ງຊັ້ນມັນກໍລົ້ນ ມັນກໍລົງມາຫາຫ້ວຍ. ປະຊາຊົນພັດກິນນ້ຳຫ້ວຍຫັ້ນ ບາດນີ້ ທຳລາຍສັດໃນນ້ຳຫັ້ນນ່າ, ມັນບໍ່ມີບ່ອນທຳມາຫາກິນບ່ອນອື່ນ ໄປຫາສັດ ປາຢູ່ຄອງ ຢູ່ນຳໃດ ກໍລົງນ້ຳໄປ ຈັ່ງຊັ້ນແຫຼະ.”
ໂຄງການດັ່ງກາວ ຈັດຕັ້ງຢູ່ທາງເທິງ ຂອງບ້ານ ສ່ວນບ້ານນັ້ນ ຢູ່ທາງລຸ່ມ ແລະ ຈາກບ້ານຫາເນື້ອທີ່ຈັດຕັ້ງໂຄງການ ຂຸດຄົ້ນແຮ່ທາດ ຈີນ ແມ່ນຫ່າງກັນ 7-8 ກິໂລແມັຕ. ຫາກເບິ່ງເຖິງຜົລກະທົບ ຂອງຊາວບ້ານ ທີ່ອາສັຍຢູ່ທາງລຸ່ມ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກ, ໂດຍສະເພາະ ເຣື່ອງນ້ຳໃນລຳຫ້ວຍ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາຈິງເອົາຈັງ ກັບຂໍ້ສເນີ ຂອງຊາວບ້ານ ເນື່ອງຈາກຊາວບ້ານ ບໍ່ໄດ້ຂັດແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ, ແຕ່ຊາວບ້ານ ຕ້ອງການລະບົບນ້ຳດື່ມ-ນ້ຳໃຊ້, ເຊິ່ງເປັນໂຄງສ້າງພື້ນຖານ ທີ່ຂັ້ນເທິງ ຄວນຈັດສັນໃຫ້ຊາວບ້ານ ຄຽງຄູ່ໄປກັບ ແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ. ຊາວບ້ານ ຢູ່ບ້ານຕະລ່ອງ ກ່າວວ່າ:
“ແນ່ນອນແຫຼະ ທຸກມື້ນີ້ ກໍຍັງກະທົບຢູ່, ແຕ່ວ່າ ເຂົາກໍກຳລັງຄົ້ນຄວ້າ ບຳບັດຫັ້ນແຫຼະ. ລະບົບນ້ຳເສັຽ ບ່ອນເຂົາອັນນັ້ນເດ ຮ່ອນຄຳ ແລະ ຂຸດຄົ້ນບໍ່ແຮ່ ບໍ່ຄຳ ອີ່ຫຍັງ ປາອີ່ຫຍັງກໍຕາຍແຫຼະ. ນ້ຳລິນ ກໍສ່ວນຫຼາຍ ບໍ່ພຽງພໍ ນ້ຳມັນກໍໜ້ອຍແດ່ ຄັນມີທຶນ ກໍຢາກຕື່ມໃໝ່ອີກ ຕໍ່ເຕີມໃໝ່ອີກ ເພາະວ່າ ຊາວບ້ານອາແຕັງ ກະອວງ ພົລເມືອງເຂົານີ້ ຢາກຫຼາຍແດ່.”
ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ໄດ້ຮັບຮູ້ເຖິງຜົລກະທົບ ທີ່ຊາວບ້ານ ໃນເຂດບ້ານດັ່ງກ່າວ ໄດ້ຮັບຜົລກະທົບແລ້ວ ແລະ ມີຄວາມຕະໜັກເຖິງ ການແກ້ໄຂບັນຫາ ຕາມທີ່ຊາວບ້ານ ແລະ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງແຊກອງ ໄດ້ສເນີມາ.
ຂໍ້ສລຸບເບື້ອງຕົ້ນ ຄື ປັດຈຸບັນ ທາງໂຄງການ ກຳລັງກໍ່ສ້າງ ໂຮງງານປຸງແຕ່ງແຮ່ຄຳ ແລະ ຈະມີການສ້າງອ່າງນ້ຳເສັຽ ແລະ ຈຸດຖິ້ມສິ່ງເສດເຫຼືອ ຫຼືຫາງແຮ່ ຕາມລຳດັບໜ້າວຽກ ແລະ ເມື່ອສ້າງສຳເຣັດແລ້ວ ກໍຈະໃຫ້ເຈົ້າໜ້າທີ່ຂັ້ນເມືອງ ແລະ ກະຊວງ ລົງມາກວດກາ ເພື່ອໃຫ້ເປັນໄປຕາມ ມາຕຖານສິ່ງແວດລ້ອມທີ່ດີ. ເຈົ້າໜ້າທີ່ປະສານງານ ລະຫວ່າງແຂວງເຊກອງ ກັບໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ຈີນ ກ່າວວ່າ:
“ຫຼັງຈາກທີ່ວ່າ ເພິ່ນກໍ່ສ້າງໃກ້ຊິສຳເຣັດແລ້ວ ເພິ່ນຈະມີການຣາຍງານ. ຣາຍງານແລ້ວ ຕ້ອງກວດກາເບິ່ງນຳກັນວ່າ ໂຕໃດ ຄວນຊິປັບປຸງໃຫ້ມັນໄດ້ດີ, ໂຕໃດ ມັນໄດ້ແລ້ວ, ໂຕໃດ ບໍ່ທັນໄດ້ແລ້ວ ກໍໃຫ້ສືບຕໍ່ ໃຫ້ມັນໄດ້ກ່ອນ ກ່ອນການຜລິຕ ຕ້ອງໄດ້ເຮັດຕາມມາຕຖານ-ເຕັກນິກ ຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ສຳລັບການແກ້ໄຂບັນຫາ ລະບົບນ້ຳລິນ, ຫາກຊາວບ້ານ ບໍ່ສາມາດສ້ອມແປງ ລະບົບນ້ຳລິນ ເພື່ອນຳໃຊ້ໄດ້ ຢ່າງທົ່ວເຖິງ ທາງໂຄງການ ກໍຈະເປັນຜູ້ປະເມີນ ແລະ ວາງແຜນແກ້ໄຂໃຫ້.
ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ຂອງນັກລົງທຶນຈີນ ໄດ້ຮັບອະນຸຍາດ ຈາກກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສາມາດປຸງແຕ່ງຄຳ, ຂຸດຄົ້ນຄຳ ໄດ້ ໃນເນື້ອທີ່ທັງໝົດ ປະມານ 1,000 ປາຍເຮັດຕ້າຣ, ເຊິ່ງວຽກງານຫຼັກ ຂອງໂຄງການນ ຄື ເຈາະອົງໂມງ ຫາແຮ່ຄຳ ແລະ ປັດຈຸບັນ ໜ້າວຽກຕ່າງໆ ແມ່ນຢູ່ໃນຂັ້ນຕອນ ການກໍ່ສ້າງ ໂຮງງານປຸ່ງແຕ່ງແຮ່ຄຳແລ້ວ ພາຍຫຼັງທົດລອງຂຸດແຮ່ຄຳ ສຳເຣັດໄປແລ້ວ ໃນປີທີ່ຜ່ານມາ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ກ່າວວ່າ:
“ເປັນແຮ່ຄຳ ຕົກຂ້ອນ ແມ່ນແຫຼະ. ເພິ່ນໄດ້ເຈາະອຸໂມງເດ ເອົາຄຳ. ໂຄງການ ກໍໂຄງການຣັຖບານຫັ້ນແຫຼະ, ແຕ່ວ່າ ທາງແຂວງເພິ່ນ ກໍລົງກວດກາ.”
ໂຄງການຂຸດຄົ້ນແຮ່ທາດ ລາວກະລຶມ ຂອງນັກລົງທຶນຈີນ ເປັນຊື່ໃໝ່, ສ່ວນຊື່ເກົ່າ ຄື ໂຄງການຂຸດຄົ້ນແຮ່ທາດ ລາວ-ຕົ່ງລ່ຽນ ໂດຍໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດ ຕາມສັນຍາ ຄື 15 ປີ, ແຕ່ວ່າ ໃນໄລຍະທີ່ມີ ການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ການດຳເນີນວຽກງານ ດ້ານຕ່າງໆ ໄດ້ຊະລໍໄປຫຼາຍ ຈຶ່ງອາຈຂຍາຍເວລາ ຈັດຕັ້ງໂຄງການນີ້ໄປອີກ, ອີງຕາມສະພາບໜ້າວຽກ.