ປະເທດໄທຍຕົກລົງເຫັນດີ ຊື້ໄຟຟ້າ ຈາກລາວເພີ່ມ
2021.11.08
ໄທຍພິຈາຣະນາ ຊື້ໄຟຟ້າຈາກເຂື່ອນແມ່ນ້ຳຂອງ ຂອງລາວ 2 ແຫ່ງ ຄື ເຂື່ອນປາກແບງ ແລະ ເຂື່ອນປາກລາຍ. ຄະນະກັມມະການພະລັງງານແຫ່ງຊາດໄທຍ ຕົກລົງຮັບຊື້ໄຟຟ້າຈາກລາວ ຕື່ມຈາກ 9,000 ເມກາວັດ ຂຶ້ນເປັນ 10,500 ເມກາວັດ ແລະຕົກລົງ ສເນີໃຫ້ການໄຟຟ້າຝ່າຍຜລິດ ຂອງໄທຍ ຫຼື Electricity Generating Authority of Thailand (EGAT) ພິຈາຣະນາ ເຊັນສັນຍາຊື້ ໄຟຟ້າຈາກ 3 ເຂື່ອນຂອງລາວ ຄື ເຂື່ອນປາກແບງ, ເຂື່ອນປາກລາຍ ແລະເຂື່ອນນ້ຳງື່ມ 3, ອີງຕາມສູນຂ່າວພະລັງງານຂອງໄທຍ.
ມາຮອດປີ 2021 ນີ້ ປະເທດລາວ ມີແຫຼ່ງຜລິດພະລັງງານ ໄຟຟ້າທັງໝົດ 86 ແຫ່ງ ແລະກໍາລັງຕິດຕັ້ງ 10,448 ເມກາວັດ ແຕ່ປະຊາຊົນລາວ ປະມານ 530 ບ້ານ ເກືອບ 50,000 ຄົວເຮືອນ ຫຼືຄິດເປັນ 5% ຂອງຈໍານວນຄົວເຮືອນທັງໝົດ ໃນທົ່ວປະເທດ ຍັງບໍ່ມີໄຟຟ້າໃຊ້ ແບບຖາວອນ ໂດຍສະເພາະຄອບຄົວທຸກຍາກ ທີ່ອາສັຍຢູ່ຕາມເຂດຫ່າງໄກສອກຫຼີກ. ໂຕຢ່າງ ຊາວບ້ານດາກຍົກ ເມືອງຊານໄຊ ແຂວງອັດຕະປື ອາສັຍຢູ່ເຂດຊາຍແດນ ລາວ-ວຽດນາມ ມີເກືອບ 100 ຄອບຄົວ ແຕ່ມີປະມານ 20 ປາຍຄອບຄົວເທົ່ານັ້ນ ທີ່ມີໄຟຟ້າໃຊ້ ແບບຖາວອນ, ດັ່ງຊາວບ້ານດາກຍົກຜູ້ນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ພຶສຈິກາ ນີ້ວ່າ:
“ຍັງໆ ເພາະວ່າມີໄຟປະມານ 20 ປາຍຄົວຄອບ ໄຟຟ້າຢູ່ບ້ານເຮົາຫັ້ນນ່າ ເພາະວ່າ ຂ້ອຍກະຫາເອົາປີແລ້ວນີ້ ຍັງຫຼາຍຄອບຄົວ ເຂົາຍັງບໍ່ທັນອັນນີ້ ມັນມີຫຼາຍເງື່ອນໄຂ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ສາເຫດທີ່ຊາວບ້ານ ບໍ່ມີໄຟຟ້າໃຊ້ແບບຖາວອນ ຍ້ອນສ່ວນຫຼາຍເປັນຄອບຄົວທຸກຍາກ ບໍ່ມີອາຊີບທີ່ໝັ້ນຄົງ ຫາກຕິດຕັ້ງຣະບົບໄຟຟ້າແລ້ວ ຊາວບ້ານຈະບໍ່ມີເງິນຈ່າຍຄ່າໄຟຟ້າ ແລະຄ່າບໍາລຸງກົງເຕີ້ (Electricity Meter) ເຮັດໃຫ້ຊາວບ້ານຫັນໄປໃຊ້ ຣະບົບໄຟຟ້າແສງຕາເວັນ (Solar Cell System) ຂນາດນ້ອຍ ທີ່ຊື້ມາຈາກປະເທດວຽດນາມ.
ຊາວບ້ານທີ່ອາສັຍ ຢູ່ຕາມເຂດຊາຍແດນລາວ-ຈີນ ແຂວງຜົ້ງສາລີ ກໍເວົ້າວ່າ ມີບ້ານຈໍານວນຫຼາຍ ທີ່ບໍ່ມີໄຟຟ້າໃຊ້ ແບບຖາວອນ ຍ້ອນອາສັຍຢູ່ຕາມເຂດພູດອຍ ຫ່າງໄກສອກຫຼີກ ແລະໄປ-ມາຫຍຸ້ງຍາກ ເຮັດໃຫ້ໂຄງການພັທນາຕ່າງໆ ທັງໄຟຟ້າ, ນໍ້າປະປາ ບໍ່ໄດ້ຮັບການພັທນາ ແຕ່ຊາວບ້ານກໍພາກັນຊື້ ຣະບົບໄຟຟ້າແສງຕາເວັນ ຂນາດນ້ອຍ ມາຕິດຕັ້ງໃຊ້ຊົ່ວຄາວ, ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຍອດອູ ແຂວງຜົ້ງສາລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະບໍ່ທັນໄດ້ເທື່ອ ໃຊ້ໄຟຟ້າແສງສວ່າງ ຊື້ເອງ ທາງຊາຍແດນ ທາງລ້ານຕຸ້ຍເນາະ ຊິເຂົ້າໄປບ້ານທີ່ວ່າຕິດຊາຍແດນມໍ່ນັ້ນ ມັນມີນໍ້າຫ້ວຍນໍ້າຫຍັງ ຖ້າມັນມີຝົນຕົກມານີ່ໄປບໍ່ໄດ້.”
ແຫຼ່ງພະລັງງານໄຟຟ້າ ທັງ 86 ແຫຼ່ງນັ້ນ ແບ່ງອອກເປັນເຂື່ອນໄຟຟ້າ 73 ແຫ່ງ, ແສງຕາເວັນ 8 ແຫ່ງ, ຊີວະມວນ (ໂຮງໄຟຟ້າທີ່ໃຊ້ການຜລິດຈາກສິ່ງເສດເຫຼືອ - Biomass) 4 ແຫ່ງ ແລະຖ່ານຫິນ 1 ແຫ່ງ ໂດຍອີງຕາມແຜນພະລັງງານ ຂອງປະເທດລາວ ປີ 2030, ທາງການລາວ ຈະສ້າງແຫຼ່ງພະລັງງານໄຟຟ້າ ເພີ່ມຕື່ມອີກຫຼາຍໂຄງການ ເປັນຕົ້ນ ເຂື່ອນໄຟຟ້າ ພະລັງງານລົມ, ພະລັງງານແສງຕາເວັນ ແລະຖ່ານຫິນ ເພື່ອເຮັດໃຫ້ກໍາລັງຕິດຕັ້ງ ພະລັງງານຮວມທັງປະເທດ ມີ 28,000 ເມກາວັດ ແລະເສີມຂຍາຍຄວາມໝັ້ນຄົງ ທາງດ້ານພະລັງງານ ໃນພູມິພາກ ອາຊ້ຽນ ASEAN Power Grid.
ປັດຈຸບັນ ປະເທດລາວກໍມີຫຼາຍໂຄງການ ທີ່ຢູ່ລະຫວ່າງການກໍ່ສ້າງ ເປັນຕົ້ນເຂື່ອນນໍ້າເທີນ 1, ເຂື່ອນນໍ້າງື່ມ 3, ເຂື່ອນເຊກອງຕອນລຸ່ມ A ແລະແຫຼ່ງພະລັງງານທີ່ຢູ່ໃນແຜນການກໍ່ສ້າງ ເປັນຕົ້ນ ເຂື່ອນຫຼວງພຣະບາງ, ເຂື່ອນປາກແບງ, ເຂື່ອນປາກລາຍ, ໂຮງໄຟຟ້າຖ່ານຫິນ ໃນແຂວງເຊກອງ ແລະແຂວງຫົວພັນ ແລະໂຄງການພະລັງງານລົມ ໃນແຂວງເຊກອງ ແລະອັດຕະປື, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ພຶສຈິກາ ນີ້ວ່າ:
“ມັນກະລວມໆເນາະອ້າຍເນາະ ຕາມແຜນຂອງຣັຖບານເພິ່ນຫັ້ນແຫຼະ ນຶ່ງລະແມ່ນພະລັງງານນໍ້າທີ່ສະອາດ, ສອງ ກະເຣື່ອງຂອງພະລັງງານລົມເບາະ ໂຊລ້າເບາະ ຫຼືວ່າ ເປັນແກ໊ສໂຊຮໍ ເປັນຖ່ານຫິນຕ່າງໆ.”
ສ່ວນໄຟຟ້າທີ່ຜລິດໄດ້ຈາກ ແຫຼ່ງພະລັງງານໃນປະເທດນັ້ນ ສ່ວນຫຼາຍ ແມ່ນຜລິດ ແລະສົ່ງຂາຍໃຫ້ກັບປະເທດເພື່ອນບ້ານ ໃນພູມິພາກອາຊ້ຽນ ໂດຍສະເພາະປະເທດໄທຍ ທີ່ເປັນຕລາດ ຊື້-ຂາຍ ສໍາຄັນຂອງລາວ, ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໃນເບື້ອງຕົ້ນ ຝາກຄວາມຫວັງໄດ້ນໍາ EGAT ຫັ້ນແຫຼະ ເພາະວ່າແຕ່ກີ້ ວຽດເຂົາກະວ່າ ຊິສ້າງເນາະ ແຕ່ວ່າມັນກະບໍ່ມີຕລາດ ກະບໍ່ໄດ້້ສ້າງຫັ້ນນ່າ ບາດນີ້ອາສັຍເຂື່ອນໄຊຍະບູຣີນີ້ ເປັນເຂື່ອນຕົວແບບ.”
ສໍາລັບໂຄງການ ແຫຼ່ງພະລັງງານໄຟຟ້າ ໃນລາວ ສ່ວນຫຼາຍຈະເປັນໂຄງການ ຂອງເອກຊົນ (Independent Power Producer) ຫຼື IPP ທັງພາຍໃນ ແລະຕ່່າງປະເທດ ເປັນຜູ້ລົງທຶນ ເປັນຕົ້ນ ເຂື່ອນນໍ້າອູ ແລະເຂື່ອນນໍ້າທາ ແມ່ນຂອງເອກຊົນຈີນ, ເຂື່ອນນໍ້າເທີນ ແລະເຂື່ອນໄຊຍະບູຣີ ແມ່ນຂອງເອກຊົນໄທຍ, ເຂື່ອນເຊຂະໝານ ແມ່ນຂອງເອກຊົນວຽດນາມ ອີກຈໍານວນນຶ່ງ ຈະເປັນຂອງຣັຖວິສາຫະກິຈໄຟຟ້າລາວ ແລະບໍຣິສັດຜລິດໄຟຟ້າລາວ ເປັນຜູ້ລົງທຶນເອງ ເປັນຕົ້ນ ເຂື່ອນນໍ້າຄານ, ເຂື່ອນນໍ້າງື່ມ, ເຂື່ອນເຊກອງ ແລະເຂື່ອນເຊເສດ.
ໂດຍສາເຫດ ທີ່ຕ້ອງໃຫ້ບໍຣິສັດເອກຊົນ ເປັນຜູ້ລົງທຶນ ກໍຍ້ອນວ່າ ຣັຖບານລາວ ບໍ່ມີເງິນພຽງພໍໃນການລົງທຶນ ແລະບໍ່ຢາກຕິດໜີ້ຫຼາຍຈົນເກີນໄປ, ດັ່ງທ່ານ ດາວວົງ ພອນແກ້ວ ຣັຖມົນຕຣີກະຊວງພະລັງງານແລະບໍ່ແຮ່ ກ່າວໃນກອງປະຊຸມ ສມັຍສາມັນເທື່ອທີ່ 2 ຂອງສະພາແຫ່ງຊາດຊຸດທີ່ 9 ໃນມື້ວັນທີ່ 4 ພຶສຈິກາ ທີ່ຜ່ານມານີ້ວ່າ:
“ຈະເຫັນວ່າການພັທນາພະລັງງານໄຟຟ້າ ແມ່ນມີຄວາມສໍາຄັນ ຕິດພັນກັບການສ້າງໂຄງຮ່າງພື້ນຖານ ທາງດ້ານເສຖກິຈ ແລະການດໍາລົງຊີວິດຂອງສັງຄົມ ໂດຍທັງໝົດນີ້ ການລົງທຶນສ່ວນໃຫຍ່ ຈະເປັນການລົງທຶນຈາກພາກສ່ວນເອກຊົນ ເຮົາຈະອີງໃສ່ການລົງທຶນຈາກພາກເອກຊົນ ເພື່ອຫຼີກລ່ຽງການເປັນໜີ້ ຂອງເບື້ອງຣັຖບານ.”
ໂດຍອີງຕາມຂໍ້ມູນຂອງ ກະຊວງພະລັງງານ ແລະບໍ່ແຮ່ ກ່ຽວກັບສັນຍາ ຊື້-ຂາຍ ໄຟຟ້າລະຫວ່າງປະເທດ ຣະບຸວ່າ ປະເທດລາວ ມີສັນຍາຂາຍໄຟຟ້າ ໃຫ້ໄທຍ ຈໍານວນ 9,000 ເມກາວັດ, ກັມພູຊາ 6,000 ເມກາວັດ, ວຽດນາມ 5,000 ເມກາວັດ, ມາເລເຊັຽ 300 ເມກາວັດ, ພະມ້າ 100 ເມກາວັດ ແລະສິງກະໂປ 100 ເມກາວັດ.
ຫຼ້າສຸດນີ້ ໃນວັນທີ່ 5 ພຶສຈິກາ 2021 ທີ່ຜ່ານມາ ຄະນະກັມມະການນະໂຍບາຍ ພະລັງງາແຫ່ງຊາດຂອງປະເທດໄທຍ ໄດ້ຣາຍງານວ່າ ຈະຮັບຊື້ໄຟຟ້າຈາກປະເທດລາວ ເພີ່ມຈາກ 9,000 ເມກາວັດ ມາເປັນ 10,500 ເມກາວັດ ຈາກເຂື່ອນໄຟຟ້ານໍ້າງື່ມ 3, ເຂື່ອນປາກລາຍ ແລະເຂື່ອນປາກແບງ ຊຶ່ງຄາດວ່າ ຈະມີການເຊັນສັນຍາຊື້-ຂາຍໄຟຟ້າຮ່ວມກັນໃນມໍ່ໆ ນີ້.