ເຈົ້າໜ້າທີ່ ກວດລ້າງ ສວນກັນຊາ ບ້ານອຸດົມໄຊ

ຈຳປາທອງ
2021.11.05
ເຈົ້າໜ້າທີ່ ກວດລ້າງ ສວນກັນຊາ ບ້ານອຸດົມໄຊ ເຈົ້າໜ້າທີ່ ເມືອງວຽງທອງ ແຂວງບໍຣິຄໍາໄຊ ທໍາລາຍຕົ້ນກັນຊາຢູ່ 8 ສວນໃນເຂດບ້ານອຸດົມໄຊ
ຮູບພາບຈາກວິດີໂອ:ໂທຣະທັດ ຂ. ບໍຣິຄຳໄຊ

ເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສງັບ ແລະພາກສ່ວນທີ່ກ່ຽວຂ້ອງເມືອງວຽງທອງ ແຂວງບໍຣິຄໍາໄຊ ໄດ້ໄປກວດກາການລັກປູກຝິ່ນ, ປູກກັນຊາຂອງຊາວບ້ານ ໃນເຂດບ້ານອຸດົມໄຊໃນມື້ວັນທີ 2 ພຶສຈິການີ້, ໄດ້ກວດພົບສວນປູກກັນຊາ 8 ສວນ, ມີເນື້ອທີ່ 4 ເຮັກຕາປາຍ, ຕົ້ນກັນຊາມີນໍ້າໜັກປະມານ 22,000 ປາຍກິໂລກຣາມ, ໄດ້ຕັດ ແລະຈູດກັນຊາຢູ່ 8 ສວນໃນເຂດບ້ານດັ່ງກ່າວນັ້ນຖິ້ມ. ເຈົ້າໜ້າທີ່ໄດ້ກັກເຈົ້າຂອງສວນ 1 ຄົນ ແລະນໍາຕົວໄປສອບສວນ ຮວມທັງເພື່ອຮູ້ເຈົ້າຂອງສວນອີກ 7 ສວນ ທີ່ຍັງບໍ່ທັນຈັບໄດ້ ດັ່ງເຈົ້າໜ້າທີ່ຕໍາຣວດປ້ອງກັຄວາມສງົບແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ:

ໂອ໋ ທີ່ເຫລືອຈັບບໍ່ໄດ້ ມັນຢູ່ໄກເດ໋ ສວນຊາມັນບໍ່ເປັນຢູ່ໃກ້ບ້ານເດ໋ ເວລາເຈົ້າໜ້າທີ່ເຮົາລົງໄປປະຕິບັດຕົວຈິງ ຍາງເທື່ອເຂົາເຈົ້າກໍໜີ ບໍ່ອະນຸຍາດ ລັກລອບປູກ ດໍາເນີນຕາມກົດໝາຍເນາະ ມັນກໍມີຢູ່ເດ໋ ການປູກກັນຊາ ນໍ້າໜັກຈັກກິໂລຂຶ້ນໄປແລ້ວຕັດສິນຈັກປີ ຕ້ອງໄດ້ສືບຕໍ່ ຖ້າຫາກມີຂໍ້ມູລໃນການລັກລອບປູກ ຢູ່ບ້ານໃດຂອບເຂດບໍຣິເວນໃດ ກໍສິໄດ້ດໍາເນີນຕໍ່ໄປເນາະ.

ປັດຈຸບັນ ເຈົ້າຂອງສວນ ຊຶ່ງຖືກເຈົ້າໜ້າທີ່ຈັບໄດ້ ຍັງຢູ່ໃນຄຸກ ເພື່ອລໍຖ້າການພິຈາລະນາຄະດີ. ທີ່ຜ່ານມາ ເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສງົບ ກໍໄດ້ກວດພົບຜູ້ລັກປູກກັນຊາ ມາຢ່າງຕໍ່ເນຶ່ອງ ແລະກໍໄດ້ອອກຂ່າວໄປ, ແຕ່ໃນເທື່ອນີ້ເຫັນວ່າ ກວດພົບການລັກປູກໜ້ອຍ ຈຶ່ງບໍ່ໄດ້ປະກາດຜ່ານສື່ມວນຊົນ. ການລົງກວດກາການລັກປູກກັນຊາຂອງປະຊາຊົນ ໃນເຂດບ້ານອຸດົມໄຊໃນເທື່ອນີ້ ເປັນການປະຕິບັດງານຂອງເຈົ້າໜ້າທີ່ ຕາມນະໂຍບາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ຣັຖບານລາວວາງອອກ ດັ່ງເຈົ້າໜ້າທີ່ປ້ອງກັນຊາດ ເມືອງວຽງທອງ ເວົ້າໃນມື້ດຽວກັນນີວ່າ:

ປາບປາມມາທຸກປີຫັ້ນແຫລະ ບາງເທື່ອມັນໜ້ອຍເຂົາກໍບໍ່ໄດ້ອອກຂ່າວ ກໍມີ. ຖ້າວ່າມັນໜ້ອຍມັນຫຍັງ ບາງເທື່ອ ນຶ່ງ ເຂົາກໍປະໄວ້ກໍມີ ແຕ່ວ່າ ນີ້ ມັນມີຜົລສະທ້ອນຂຶ້ນຂັ້ນເທິງ ເພິ່ນຊີ້ນໍາ ມັນີ ເອີ້ນວ່າພວກກວດກາ ເຂົາເຈົ້າເຄື່ອນໄຫວ ເຄື່ອນໄຫວລາຕເວນຫັ້ນເນາະ ເອື້ອຍນ້ອງປ້ອງກັນຊາດຫັ້ນ ເຂົາເຈົ້າລາຕເວນໄປເຫັນ ເຂົາເຈົ້າກໍມາຣາຍງານແລະຈໍາເປັນຕ້ອງໄດ້ທໍາຣສຍ.

ກ່ຽວກັບເຣື່ອງກັນຊາຢູ່ລາວ ສັງຄົມໃນສື່ສັງຄົມອອນລາຍຈໍານວນບໍ່ໜ້ອຍ ຜັກດັນໃຫ້ກັນຊາເປັນພືດທີ່ຖືກຕ້ອງຕາມກົດໝາຍ ຍ້ອນເຫັນວ່າ ກັນຊາເປັນພືດທີ່ຖືກກົດໝາຍຢູ່ປະເທດໄທຍ ແລະການາດາ ແລະກັນຊາສາມາດໃຊ້ເປັນສ່ວນປະກອບໃນທາງການແພດໃນການປຸງແຕ່ງຢາຮັກສາພະຍາດໄດ້ ໂດຍສະເພາະພະຍາດມະເຮັງ ແລະການປູກກັນຊາ ກໍເປັນການສ້າງລາຍໄດ້ເປັນອາຊີບເສີມ ຫລືອາຊີບຫລັກ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກ ຊຶ່ງມີເນື້ອທີ່ເໝາະສົມ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະເຣື່ອງການຈູດທໍາລາຍສວນກັນຊາຖິ້ມນັ້ນ ຊາວບ້ານຢູ່ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ ບໍ່ເຫັນດີນໍາ:

ບໍ່ເຫັນດີແຫລະ ຄັນເວົ້າເຣື່ອງທໍາຣາຍຜົລປູກເນາະ ແຕ່ວ່າເຮັດແນວໃດ ມັນກໍຂັ້ນເທິງ ຊີ້ນໍາແນວນັ້ນ ກໍຕ້ອງໄດ້ປະຕິບັດ ເຮັດແນວໃດກົດໝາຍເຮົາ ບໍ່ທັນໄດ້ດັດແກ້ເດ໋ ຍັງໃຊ້ກົດໝາຍໂຕເກົ່າ ກໍຍັງເກືອດຫ້າມຢູ່ ກໍຈໍາເປັນໄດ້ທໍາຣາຍກ່ອນ ຄັນເວົ້າເຣື່ອງ ຜົລປໂຍດ ມັນກໍຫລາຍຫັ້ນແຫລະ ຫລາຍກວ່າຜົລເສັຽຫັ້ນແຫລະ

ແຕ່ໃນຂະນະດຽວກັນ ປະຊາຊົນລາວຜູ້ນຶ່ງຢູ່ເມືອງວຽງທອງ ເວົ້າຕໍ່ວິທຍຸເອເເຊັຍເສຣີໃນມື້ດຽວກັນນັ້ນວ່າ ເຫັນດີທີ່ທາງຂັ້ນເທິງປາບປາມກັນຊາຢູ່ລາວ ຍ້ອນວ່າ ກັນຊາຖືກລະບຸໄວ້ຢູ່ໃນກົດໝາຍຂອງລາວວ່າເປັນສານເສບຕິດ. ດັ່ງນັ້ນຈຶ່ງຄວນປະຕິບັດຕາມລະບຽບກົດໝາຍບ້ານເມືອງ:

ເອີ ໂຕນີ້ມັນກໍເປັນຜົລດີຕໍ່ຂອງບ້ານເຮົາຫັ້ນແຫລະ ຫລືວ່າໃນປະເທດຊາດຂອງລາວນີ້ ເພິ່ນກໍໄດ້ອອກຂໍ້ຫ້າມແລ້ວ ເວົ້າເຣື່ອງເສບຕິດນີ້ມັນກໍຢູ່ໃນກົດໝາຍ ເພິ່ນກໍໄດ້ຫ້າມແລ້ວ ແຕ່ປະຊາຊົນຜູ້ໃດດຶງດື້ເພິ່ນກໍຈັບ ແລ້ວໄດ້ທໍາລາຍໂຕທີ່ເຮົາປູກຖິ້ມ”

ແຕ່ເຖິງຢ່າງໃດກໍຕາມ ເມືອງວຽງທອງ ກໍຈະມີໂຄງການຊ່ອຍເຫລືອຈາກຕ່າງປະເທດ ທີ່ ສນັບສນູນໃຫ້ປະຊາຊົນພາຍໃນເມືອງ ປູກພືດທົດແທນການປູກຝິ່ນ ແລະກັນຊາ ຢູ່ເຂດທີ່ ເໝາະສົມ ໃນໄວໆນີ້ ດັ່ງເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ພຶສຈິການີ້ວ່າ:

ພວກເຮົາ ເຣື່ອງໂຄງການີ້ ພວກເຮົາຊິອາສັຍໂຄງການສາກົນຫັ້ນເນະ ມັນກໍນິວ ອີງໃສ່ສະພາບພື້ນທີ່ແຕ່ລະບ້ານນັ້ນມັນເໝາະສົມຫຍັງ ພື້ນທີ່ໃດມີທ່າແຮງຫຍັງແດ່ ເພິ່ນກໍຊິປັບໄປຕາມໂຕນັ້ນເນະ.          

ເວົ້າເຖິງເຣື່ອງການຜັກດັນໃຫ້ກັນຊາ ເປັນພືດຖືກກົດໝາຍ ເພື່ອໃຊ້ປໂຍດທາງການແພດໃນລາວນັ້ນ ທ່ານເວົ້າວ່າ ແມ່ນຂຶ້ນຢູ່ກັບການພິຈນລະນາຂອງຂັ້ນເທິງ, ທາງຜແນກສາທາ ຣະນະສຸຂ ແລະຜແນກກະສິກໍາ ແລະປ່າໄມແຂວງບໍຣິຄໍາໄຊ ບໍ່ສາມາດໃຫ້ຄວາມເຫັນໄດ້. ອີງຕາມຂໍ້ມູນຂອງຕໍາຣວດປ້ອງກັນຄວາມສງົບແຂວງບໍຣິຄໍາໄຊ, ໃນເຂດບ້ານອຸດົມໄຊນີ້ ມີການລັກປູກກັນຊາແທ້ ຊຶ່ງທັງໝົດເປັນຊົນເຜົ່າມົ້ງ, ປູກເພື່ອສົ່ງຂາຍໃຫ້ຕລາດມືດ ໂດຍທີ່ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດຮູ້ໄດ້ວ່າ ເປັນຕລາດຂອງຜູ້ໃດ ແລະການລັກປູກກັນຊານັ້ນ ເປັນການປູກເພື່ອເປັນອາຊີບເສີມ, ບໍ່ແມ່ນປູກເປັນອາຊີບຫລັກແຕ່ຢ່າງໃດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.