ທາງການລາວ ບໍ່ເຊັນອະນຸສັນຍາ ວ່າດ້ວຍການຢຸດຕັດໄມ້
2021.11.05
ສປປລາວ ບໍ່ເຊັນອະນຸສັນຍາ ວ່າດ້ວຍ ການຢຸດຕັດໄມ້ ແລະທໍາລາຍປ່າ ພາຍໃນປີ 2030 ເນື່ອງຈາກລາວ ຍັງເປັນປະເທດດ້ອຍພັທນາ ແລະຕ້ອງການພັທນາເສຖກິຈ -ສັງຄົມ ໃຫ້ຂຍາຍໂຕຫຼາຍກວ່າເກົ່າ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັທນາ ພາຍໃນປີ 2030, ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ພຶສຈິກາ ນີ້ວ່າ:
“ເຣື່ອງສົນທິສັນຍານີ້ ເພາະວ່າ ເຮົາກໍເລັ່ງໃສ່ເຣື່ອງພາກກະສິກັມ ເພື່ອໃຫ້ຜລິດເປັນສະບຽງອາຫານຄືກັນ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນ້າຈະໄດ້ທຶນໃນການພັທນາ ຫຼືວິຈັຍເຣື່ອງໂຄງການດິນຟ້າອາກາດ ກະຄວບຄູ່ໄປກັບການເບິ່ງສິ່ງແວດລ້ອມຫັ້ນນ່າ ເພື່ອບໍ່ໃຫ້ມັນສູນເສັຽສິ່ງແວດລ້ອມຫຼາຍຫັ້ນນ່າ.”
ເຈົ້າໜ້າທີ່ຜູ້ນີ້ ກ່າວຕື່ມອີກວ່າ ປະເທດລາວຍັງຕ້ອງການນໍາໃຊ້ທີ່ດິນຈໍານວນຫຼາຍ ເພື່ອຜລິດສະບຽງອາຫານໃຫ້ພຽງພໍ ຕໍ່ກັບຄວາມຕ້ອງການຂອງປະຊາຊົນ ແລະນໍາໃຊ້ທີ່ດິນເພື່ອພັທນາດ້າຍໂຄງຮ່າງພື້ນຖານທີ່ຈໍາເປັນ ຮວມເຖິງນໍາໃຊ້ທີ່ດິນ ພັທນາໂຄງການໂຄງການຂນາດໃຫຍ່ ເພື່ອຊຸກຍູ້ ສົ່ງເສີມແຜນພັທນາເສຖກິຈ-ສັງຄົມ ໃຫ້ບັນລຸຕາມຄາດໝາຍຂອງປະເທດ. ເນື່ອງຈາກປະເທດລາວ ເປັນປະເທດທຸກຍາກ ບໍ່ມີທາງອອກສູ່ທະເລ ແລະຊັພຍາກອນພາຍໃນປະເທດມີຈໍາກັດ ແຕ່ລາວຕ້ອງການທີ່ຈະຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັທນາ ພາຍໃນປີ 2030 ຈຶ່ງເປັນຫົນທາງດຽວ ທີ່ຈະເຮັດໃຫ້ແຜນພັທນາ ເສຖກິຈ-ສັງຄົມຂອງປະເທດບັນລຸໄດ້ຕາມຄາດໝາຍ ຄືການຂາຍທີ່ດິນ ຫຼືປ່ອຍໃຫ້ເຊົ່າສັມປະທານທີ່ດິນ ເພື່ອພັທນາໂຄງການຕ່າງໆ ແລະຫຼາຍໂຄງການ ກໍຕ້ອງທໍາລາຍຊັພຍາກອນປ່າໄມ້, ສັດປ່າຖິ້ມໄປ ກໍເປັນເຣື່ອງທີ່ຫຼີກລ່ຽງບໍ່ໄດ້, ດັ່ງເຈົ້າໜ້າທີ່ ສະຖາບັນຄົ້ນຄວ້າ ກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພິ່ນເອງກະບໍ່ໄດ້ໝາຍຄວາມວ່າທໍາລາຍ ຕ່າງແຕ່ວ່າເຮົາຈະຕ້ອງໄດ້ຂາຍສ່ວນໃດສ່ວນນຶ່ງອອກໄປ ເພື່ອເອົາເງິນມາພັທນາປະເທດ ເພາະວ່າຣັຖບານບໍ່ເງິນເດ້ ມັນກະລໍາບາກ.”
ໂຕຢ່າງ ແຂວງໄຊຍະບູຣີ ທີ່ເປັນນຶ່ງໃນແຂວງທີ່ມີໂຄງການພັທນຂນາດໃຫຍ່ ທັງເຂື່ອນໄຟຟ້າ ແລະໂຮງໄຟຟ້າຖ່ານຫິນ ກໍເຮັດໃຫ້ພື້ນທີ່ປ່າໄມ້, ສັດນໍ້າ, ສັດປ່າ ແລະຊາວບ້ານຈໍານວນຫຼາຍ ໄດ້ຮັບຜົລກະທົບ ຈາການປ່ຽນແປງຂອງສະພາບດິນຟ້າອາກາດ ເປັນຕົ້ນການໂຍກຍ້າຍຖິ່ນຖານ, ປ່າໄມ້ຖືກທໍາລາຍ, ຊາວບ້ານສູນເສັຽທີ່ດິນທໍາການຜລິດ ແລະມົລພິດທາງອາກາດ ແລະອື່ນໆ ຊຶ່ງປັດຈຸບັນ ທາງການແຂວງໄຊຍະບູຣີ ກໍມີແຜນທີ່ຈະປູກປ່າໄມ້ ແລະຟື້ນຟູປ່າໄມ້ຈໍານວນຫຼາຍພັນເຮັກຕ້າຣ໌ ເພື່ອທົດແທນຄວາມເສັຽຫາຍທີ່ເກີດຂຶ້ນໃນໄລຍະທີ່ຜ່ານມາ ເພື່ອສ້າງຄວາມສົມດຸນໃຫ້ກັບຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ບໍ່ໃຫ້ເກີດການປ່ຽນແປງທີ່ຮຸນແຮງໜັກກວ່ານີ້, ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ແທ້ ຂະເຈົ້າກະຊິມີແຕ່ແຜນວ່າ ເວົ້າເຣື່ອງການສົ່ງເສີມປູກໄມ້ ຟື້ນຟູປ່າໄມ້ ແຜນຍຸທສາດຂອງເພິ່ນ ເພື່ອໃຫ້ມັນ ປ່າໄມ້ເພີ່ມຂຶ້ນເດ້.”
ຊາວບ້ານໃນແຂວງສວັນນະເຂດເຫັນວ່າ ສະພາບການປ່ຽນແປງຂອງດິນຟ້າອາກາດໃນລາວ ເຣີ່ມຮຸນແຮງຂຶ້ນນັບມື້ ຍ້ອນການຕັດໄມ້ທໍາລາຍປ່າ ເຊັ່ນ: ຝົນຕົກບໍ່ຕົງຕາມຣະດູການ, ພັຍແຫ້ງແລ້ງຮຸນແຮງ ຊຶ່ງເຮັດໃຫ້ມີຊາວບ້ານໃນຊຸມຊົນຈໍານວນນຶ່ງ ຢຸດການທໍາການກະເສດ ແລ້ວຫັນໄປເຮັດວຽກອື່ນໆທົດແທນ ໂດຍສະເພາະວຽກໃນໂຮງງານອຸດສາຫະກັມ ທັງພາຍໃນແລະປະເທດເພື່ອນບ້ານ, ດັ່ງຊາວບ້ານຜູ້ນຶ່ງ ໃນແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ພຶສຈິກາ ນີ້ວ່າ:
“ເອີ່ ຫຍຸ້ງຍາກຫຼາຍແຫຼະເນາະ ສະພາບດິນຟ້າອາກາດ ມັນອໍານວຍ ມັນປ່ຽນແປງໃໝ່ ຍົກໂຕຢ່າງຄືບ້ານພໍ່ນີ້ ສ່ວນນຶ່ງກະຢູ່ບ້ານເຮັດນາ ສ່ວນນຶ່ງກະໄປທໍາງານຢູ່ປະເທດໄທຍແຫຼະ ຄັນແມ່ນມີໂຮງຈັກໂຮງງານຢູ່ບ້ານເຮົາ ແຮ່ງຄົບຖ້ວນພຽງພໍ ກະແຮງຊິລັ່ງໄຫຼເຂົ້າໄປພຸ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ດຣ. ຊຍາ ວັທນະພູຕິ (Chaya Vaddhanaphuti) ອາຈານຄະນະສັງຄົມສາດ ມະຫາວິທຍາລັຍຊຽງໃໝ່ ປະເທດໄທຍ ໃຫ້ທັສນະວ່າ ອະນຸສັນຍາ ວ່າດ້ວຍການຢຸດຕັດໄມ້ ແລະທໍາລາຍປ່າ ທີ່ມີຜູ້ນໍາ 128 ປະເທດ ໄດ້ເຊັນອະນຸສັນຍາດັ່ງກ່າວໄປນັ້ນໄປ ສ່ວນໃຫຍ່ແມ່ນເປັນປະເທດທີ່ພັທນາແລ້ວ ແລະມີການປ່ອຍກາສ໌ ຫຼືມົລພິດອື່ນໆໃນປະຣິມານຫຼາຍ ຊຶ່ງເປັນເຣື່ອງທີ່ດີຫຼາຍ ທີ່ປະເທດເຫຼົ່ານັ້ນ ຫັນມາສົນໃຈສະພາບການປ່ຽນຂອງດິນຟ້າອາກາດ.
ສ່ວນປະເທດທີ່ບໍ່ໄດ້ເຊັນ ຈະເປັນກຸ່ມປະເທດທີ່ກໍາລັງພັທນາ ທີ່ອົງການສະຫະປະຊາຊາດໃຫ້ການຍົກເວັ້ນ ສະເພາະອາຊ້ຽນປະກອບມີ ໄທຍ, ພະມ້າ, ກັມພູຊາ ແລະລາວ ແຕ່ປະເທດທີ່ກໍາລັງພັທນາເຫຼົ່ານີ້ ກໍບໍ່ໄດ້ມີຣະບົບຈັດການຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ໄດ້ຢ່າງມີປະສິດທິພາບ ແລະບໍ່ໄດ້ໃຫ້ຄວາມສໍາຄັນກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດເທົ່າທີ່ຄວນ ເຫັນໄດ້ຈາກການໃຫ້ສັມປະທານທີ່ດິນຂນາດໃຫຍ່ ເພື່ອສ້າງໂຮງງານອຸດສາຫະກັມ, ໂຮງໄຟຟ້າຖ່ານຫິນ ຫຼືໂຄງການຂນາດໃຫຍ່ອື່ນໆ ທີ່ມີຜົນຕໍ່ສະພາບດິນຟ້າອາກາດ, ດັ່ງ ດຣ. ຊຍາ ວັທນະພູຕິ (Chaya Vaddhanaphuti) ອາຈານຄະນະສັງຄົມສາດ ມະຫາວິທຍາລັຍຊຽງໃໝ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ພຶສຈິກາ ນີ້ວ່າ:
“ມາເບິ່ງເຖິງ ການໂຄສະນາ ການຜລິດຖ່ານຫິນຈາກລາວ ຖ່ານຫິນກະເປັນຖ່ານຫິນສະອາດ ຊຶ່ງບໍ່ແມ່ນຄວາມຈິງ ອາຈຂຽນງາມໆເອົາໄວ້ ເປົ້າໝາຍການພັທນາແບບຍືນຍົງ ເພື່ອໃຫ້ສາມາດຂຍາຍໂຕທາງເສຖກິຈ ແລະຍັງສິ່ງແວດລ້ອມໄດ້ດີ ພໍເຮົາເບິ່ງໃນລາຍຣະອຽດ ໃນແນວທາງແລ້ວ ມັນແທບຈະບໍ່ໄດ້ແຕກຕ່າງຈາກແຕ່ເກົ່າທີ່ເຄີຍປະຕິບັດກັນມາ ແລ້ວກະນໍາໄປສູ່ບັນຫາອັນຫຼາກຫຼາຍ ຈົນຮອດທຸກມື້ນີ້.”
ນຶ່ງໃນ 6 ຂໍ້ຂອງ ອະນຸສັນຍາດັ່ງກ່າວ ໄດ້ຣະບຸວ່າ ຈະຫຼຸດຜ່ອນສ້າງຄວາມສົມດຸນ ແລະເພີ່ມທະວີຄວາມເຂັ້ມແຂງ ໃນການດໍາລົງຊີວິດຂອງຊາວຊົນບົດ ຮວມທັງການເສີມສ້າງຄວາມສາມາດໃຫ້ຊຸມຊົນ ການພັທນາທີ່ມີຜົນກໍາໄລ ການກະເສດແບບຍືນຍົງ ແລະການເຫັນຄຸນຄ່າຂອງປ່າໄມ້ ຮັບຮູ້ສິດທິຂອງຊົນເຜົ່າພື້ນເມືອງ ແລະປະຊາຊົນທ້ອງຖິ່ນ ເພື່ອໃຫ້ເປັນໄປຕາມຣະບຽບກົດໝາຍ ຂອງແຕ່ລະປະເທດທີ່ກ່ຽວຂ້ອງ ແລະກົດຣະບຽບຂອງສາກົລທີ່ສອດຄ່ອງກັນ. ໂດຍຢູ່ໃນກອງປະຊຸມພາກປະຊາສັງຄົມຫຼາຍຄັ້ງທີ່ຜ່ານມາ ໂຕແທນຂອງຣັຖບານລາວ ຈະປະຕິເສດການໃຊ້ຄໍາວ່າ ຊົນເຜົ່າພື້ນເມືອງ. ນອກຈາກນີ້ ກອງປະຊຸມຣັຖພາຄີ ຂອງອະນຸສັນຍາສະຫະປະຊາຊາດ ວ່າດ້ວຍ ການຢຸດຕັດໄມ້ ແລະທໍາລາຍປ່າ ຍັງມີເປົ້າໝາຍຫຼຸດອຸນຫະພູມໂລກ ຈາກທີ່ເພີ່ມຂຶ້ນ 2 ອົງສາ ໃຫ້ຄົງສະພາບເຫຼືອ 1,5 ອົງສາ.
ອີງຕາມແຜນພັທນາເສຖກິຈ-ສັງຄົມ ຂອງປະເທດລາວ ລະຫວ່າງປີ 2016-2020 ຣະບຸວ່າ ປະເທດລາວ ໄດ້ຮັບເງິນຊ່ອຍເຫຼືອຈາກອົງການສາກົລ 30 ໂດລາຣ໌ສະຫະຣັຖ ເພື່ອປູກປ່າແລະຟື້ນຟູປ່າໃນລາວ ໃຫ້ປົກຫຸ້ມ 70% ທົ່ວປະເທດ ແຕ່ບໍ່ສາມາດບັນລຸໄດ້ ແລະ ປັດຈຸບັນ ປ່າໄມ້ປົກຫຸ້ມພຽງແຕ່ 62% ເທົ່ານັ້ນ.