ເຣື້ອງທີ່ເກັບບັນທຶກໄວ້
2016-11-15
ຂົວ ນໍ້າແຊງ ຊົ່ວຄາວ ແຂວງຫຼວງພະບາງ ສ້າງແລ້ວ ແຕ່ນັກຮຽນ ບໍໍ່ກ້າໃຊ້ ຍັງ ບໍ່ໝັ້ນໃຈ ໃນຄວາມ ປອດພັຍ.
2016-11-13
ຫ້ອງການ ສິ່ງແວດລ້ອມ ເມືອງນ້ຳບາກ ແຂວງ ຫຼວງພຣະບາງ ອອກກວດກາ ສານເຄມີ ທີ່ ຖືກລັກ ນຳເຂົ້າ ຈາກ ປະເທດຈີນ.
2016-11-11
ນ້ຳຖ້ວມ ໃນເຂດ ເມືອງໝື່ນ ແຂວງ ວຽງຈັນ ໜັກທີ່ສຸດ ໃນຮອບ 6 ປີ ເຮັດໃຫ້ ພື້ນທີ່ ກະສິກັມ ເສັຽຫາຍໜັກ.
2016-11-09
ປັດຈຸບັນ ນັກລົງທຶນຈີນ ຍັງມີ ການຂຍາຍ ສວນກ້ວຍ ທີ່ໃຊ້ ສານເຄມີ ທີ່ເປັນ ອັນຕຣາຍ ເຖິງແມ່ນວ່າ ທາງການ ຈະຫ້າມ ບໍ່ໃຫ້ຂຍາຍ ສວນປູກກ້ວຍ ແລ້ວ ກໍຕາມ.
2016-11-09
ນັກລົງທຶນ ຈີນ ຍັງສືບຕໍ່ ເຂົ້າມາ ສໍາປະທານ ປູກກ້ວຍ ຢູ່ ແຂວງວຽງຈັນ.
2016-11-06
ໃນປີນີ້ ເມືອງວຽງພູຄາ ແຂວງ ຫຼວງນ້ຳທາ ໄດ້ປາບປາມ ແລະ ລົງໂທດ ພວກລັກ ຕັດໄມ້ ໄດ້ ຫຼາຍຄົນ.
2016-11-03
ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ສອງເມືອງ ແຂວງ ຫຼວງນໍ້າທາ ໄດ້ກວດກາ ສານເຄມີ ປາບ ສັດຕູພືດ ທີ່ມາຈາກ ຈີນ ແລະ ຖືກນໍາໃຊ້ ຢູ່ ໃນສວນກ້ວຍ ຂອງຈີນ.
2016-10-30
ສານເຄມີ ທີ່ ບໍຣິສັດ ພອນສັກ ໃຊ້ ໃນການ ຂຸດຄົ້ນບໍ່ຄຳ ແສນອຸດົມ ຢູ່ແຂວງ ບໍຣິຄຳໄຊ ໄຫລລົງໃສ່ ຫ້ວຍ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຜົລກະທົບ.
2016-10-26
ຂົວຂ້າມ ນໍ້າຄານ ຂາດ ໃນຊ່ວງ ນໍ້າຖ້ວມ ຍັງບໍ່ໄດ້ ສ້ອມແປງ, ຊາວບ້ານ ໄດ້ຮັບຄວາມ ລໍາບາກ.
2016-10-25
ຊາວເມືອງຫີນເຫີບ ແຂວງວຽງຈັນ ຍັງໄດ້ຮັບ ຜົລກະທົບ ຈາກ ສານເຄມີ ຈາກສວນກ້ວຍ ຂອງ ສວນ ຢາງພາລາ.
2016-10-24
ວຽກງານ ການກະເສດ ໃນຂັ້ນເປັນ ບໍຣິສັດ ຢູ່ແຂວງ ສະຫວັນນະເຂດ ຍັງຕ້ອງໄດ້ ອະນຸຍາດ ໃຫ້ໃຊ້ ຢາຂ້າຫຍ້າ ແລະ ສັດຕຣູພືດ.
2016-10-21
ບໍຣິສັດ ເບັຽລາວ ສ້າງ ມົລພິດ-ນ້ຳເສັຍ ສ້າງ ຄວາມເດືອດຮ້ອນ ໃຫ້ແກ່ ຊຸມຊົນ ອ້ອມຂ້າງ ມາໄດ້ຫຼາຍປີ ແຕ່ກໍຍັງ ບໍ່ມີການ ແກ້ໄຂ.
2016-10-21
ຂົວອູ່ ຂ້າມນໍ້າແຊງ ທີ່ສາຍກ້າບ ຂາດ ຂ້າງນຶ່ງ ຢູ່ ເມືອງວຽງຄໍາ ແຂວງ ຫຼວງພະບາງ ຍັງບໍ່ມີ ການສ້ອມແປງ ຄືນເທື່ຶອ.
2016-10-20
ແຂວງຜົ້ງສາລີ ບໍ່ສາມາດ ສະກັດກັ້ນ ການລັກລອບ ນໍາເອົາ ສານເຄມີ ເຂົ້າມາໄດ້ ຍ້ອນມີ ຊາຍແດນ ຕິດກັບ ຈີນ ທີ່ຍາວໄກ.
2016-10-17
ຊາວເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ບໍ່ກ້າ ໄປຫາປາ ຫຼື ໃຊ້ນໍ້າ ໃນຫ້ວຍ ຢູ່ໃກ້ ໂຮງງານ ເບັຽລາວ ນັ້ນອີກແລ້ວ.