ທາງການອອກກວດກາຢາ ຂ້າຫຍ້າ

ຈໍາປາທອງ
2016.11.03
F-Banana ສວນປູກກ້ວຍ ຂອງນັກລົງທຶນຈີນ ເມືອງລອງ ແຂວງຫຼວງນໍ້າທາ
RFA/VD

ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງລອງ ແລະເມືອງສິງ ແຂວງຫຼວງນໍ້າທາ ໄດ້ກວດກາ ສານເຄມີ ແລະ ຢາຂ້າ ສັດຕູພືດ ທີ່ນຳມາຈາກ ຈີນ ເພື່ອໃຊ້ຢູ່ໃນ ສວນກ້ວຍ ຂອງຈີນ ແຕ່ວັນທີ 5 ຫາ ວັນທີ 30 ຕຸລາ 2016. ຕາມແຈ້ງການ ຂອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະປ່າໄມ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງລອງ:

“ກະອິງໃສ່ ແຈ້ງການ ຂອງ ຣັຖມົນຕີ ກະຊວງ ກະສິກັມ ແລະ ປ່າໄມ້ຫັ້ນເນາະ ເພິ່ນ ໃຫ້ລົງກວດກາ ການນໍາໃຊ້ ສານເຄມີ ຫລືວ່າ ຢາ ປາບສັດຕູພືດ ທີ່ນໍາເຂົ້າມາ ຂາຍຕາມຮ້ານຢາ ປະເພດໃດທີ່ ອາດຈະສົ່ງ ຜົນກະທົບ ດ້ານລົບ ພວກເຮົາກະ ໄດ້ຍຶດເກັບ ເອົາມາ ທຳລາຍ ແລະ ຫ້າມນຳເຂົ້າມາ ຂາຍ ເດັດຂາດ ສ່ວນຫລາຍ ກະມີແຕ່ໂຕ ເຂົາໃຊ້ໃນ ສວນກ້ວຍ”.

ທ່ານເວົ້າວ່າ ສວນກ້ວຍ ທີ່ໄດ້ໄປ ກວດກາ ໃນຄັ້ງນີ້ ເປັນສວນກ້ວຍ ຂອງຈີນ ທັງໝົດ ຊຶ່ງ ຢູ່ເມືອງລອງ ນີ້ມີ 54 ເຈົ້າ, ມີເນື້ອທີ່ ທັງໝົດ ປະມານ 5,500 ເຮັກຕາ. ສ່ວນຢູ່ ເມືອງສິງ ມີ 48 ເຈົ້າ, ມີເນື້ອທີ່ ທັງໝົດ ປະມານ 4,800 ເຮັກຕາ, ສອງເມືອງ ທີ່ວ່ານີ້ ມີນັກ ທຸຣະກິດ ຈີນ ເຂົ້າມາລົງທຶນ ປູກກ້ວຍ ຫຼາຍກ່ວາໝູ່ ຊຶ່ງ ມີການໃຊ້ ສານເຄມີ ແລະ ຢາປາບ ສັດຕູພືດ ທີ່ເຫັນວ່າ ເປັນ ອັນຕະລາຍ ຕໍ່ສຸຂພາບ ຂອງຜູ້ຄົນ ເປັນຕົ້ນ ຕໍ່ຄົນງານ ຍ້ອນໄດ້ ສຳພັດ ກັບສານເຄມີ ໂດຍກົງ ແລະຕໍ່ ສີ່ງແວດລ້ອມ.

ເຣຶ່ອງເຈົ້າໜ້າທີ່ ໄປກວດການັ້ນ, ປະຊາຊົນ ກໍເຫັນດີນໍາ ດັ່ງ ປະຊາຊົນ ເມືອງສິງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

"ອັນດີນີ້ ກະດີໂອະ ໃຫ້ເຂົາ ລົງມາກວດ ອັນໃດທີີ່ວ່າ ມັນບໍ່ດີ ກະບໍ່ຢາກ ໃຫ້ໃຊ້ ອັນໃດ ທີ່ມັນຊິມີ ຜົນກະທົບ ຕໍ່ ສຸຂພາບ ຫລື ວ່າປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ກະຢາກໃຫ້ ເອົາໃຈໃສ່ ຕື່ມ".

ສານເຄມີ ທີ່ຖືກນຳເຂົ້າມາ ຈາກຈີນ ນັ້ນ ມີທັງຢາ ຂ້າແມງໄມ້, ຢາຂ້າຫຍ້າ, ປຸຍເຄມີ ແລະອື່ນໆ ເຊິ່ງເປັນ ສານພິດ ທີ່ ອັນຕະລາຍ ໂດຍສະເພາະ ໃນຣະດູຝົນ ສານເຄມີ ໄຫລລົງໃສ່ ແມ່ນໍ້າ ເຮັດໃຫ້ປາຕາຍ ແລະ ມີກິ່ນເໝັນ. ນອກຈາກ ແຂວງ ຫຼວງນໍ້າທາ ແລ້ວ ຢູ່ແຂວງອື່ນໆ ເຊັ່ນ ແຂວງບໍ່ແກ້ວ ແລະ ແຂວງ ອຸດົມໄຊ ກໍໄດ້ຮັບ ຜົລກະທົບ ຈາກ ສານເຄມີ ທີ່ວ່ານັ້ນ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.